ເພາະການມອງໂລກຢ່າງເປັນເຫດເປັນຜົນ… ອາດເຮັດໃຫ້ທ່ານບໍ່ເຫັນຫຍັງເລີຍ
ແອດພາທຸກຄົນມາຮູ້ຈັກປື້ມ Think Like a Freak “ຄິດພິລຶກ” ແບບນັກເສດຖະສາດ ອ່ານມ່ວນລຸກນັ່ງສະບາຍ
ຜູ້ຂຽນ STEVEN D. LEVITT & STEPHEN J. DUBNER | PodSum Ep 12 ສະຫຼຸບ ສິ່ງທີ່ແອດໄດ້ອ່ານຈາກປື້ມ Think Like a Freak 🍌ອ່ານຈົບເຂົ້າໃຈວິທີການຄິດພິພຶກ ແລະ ມອງໂລກທີ່ແຕກຕ່າງໄປກວ່າເດີມ ລຸຍກັນເລີຍ
table of contents
ຄິດພິລຶກໝາຍຄວາມວ່າແນວໃດ?
ມີຜູ້ຄົນຈຳນວນຫຼາຍພະຍາຍາມແກ້ໄຂບັນຫາ ແຕ່ບໍ່ສຳເລັດ ບັນຫາງ່າຍໆຈະຄ່ອຍໆຫາຍໄປ ແຕ່ບັນຫາຍາກໆຈະຍັງຢູ່ກັບເຮົາ
ນອກຈາກນີ້ ລຳພັງການຫາຄຳຕອບດີໆໃຫ້ກັບຄຳຖາມງ່າຍໆຍັງຕ້ອງໃຊ້ເວລາຫຼາຍໃນການຮວບຮວມ ຈັດລະບຽບ ແລະ ວິເຄາະຂໍ້ມູນ
ດ້ວຍເຫດນີ້ແທນທີ່ຈະພະຍາຍາມຕອບຄຳຖາມໂດຍຮູ້ຢູ່ແກ່ໃຈວ່າເຮົາຄືສິບໍ່ສາມາດຕອບຄຳຖາມສ່ວນໃຫຍ່ໄດ້
ສະນັ້ນ ປື້ມເຫຼັ່ມນີ້ ຂຽນເພື່ອສອນໃຫ້ຜູ້ຄົນຮູ້ຈັກ “ຄິດພິພຶກ” ດີກວ່າ
ແລ້ວການຄິດພິລຶກແມ່ນຫຍັງ?

ລອງຈິນຕະນາການວ່າທ່ານເປັນນັກເຕະບານທີ່ເກັ່ງແຮງ ແລະ ກຳລັງຈະພາທີມຄວ້າແຊ້ມບານເຕະໂລກໃນອີກບໍ່ດົນ
ສິ່ງດຽວທີ່ທ່ານຕ້ອງເຮັດໃນຕອນນີ້ກໍຄືການຍິງຈຸດໂທດພຽງຄັ້ງດຽວ ເຊິ່ງມີໂອກາດທີ່ທ່ານຈະເຮັດປະຕູໄດ້ ເພາະການຍິງຈຸດໂທດຂອງນັກເຕະອາຊີບມີອັດຕາຄວາມສຳເລັດ 75%
ນອກຈາກນີ້ທ່ານຍັງຕ້ອງເລືອກດ້ວຍວ່າຈະເຕະໝາກບານໄປທາງມຸມຊ້າຍ ຫຼື ຂວາຂອງປະຕູ ຖ້າທ່ານຖະນັດຂວາຄືນັກເຕະສ່ວນໃຫຍ່ ການເຕະໄປທາງຊ້າຍຍ່ອມເປັນທິດທາງທີ່ທ່ານ “ຖະນັດ”
ຂໍ້ມູນທາງສະຖິຕິລະບຸວ່າອັດຕາທີ່ຜູ້ຮັກສາປະຕູພຸ່ງໄປເບື້ອງຊ້າຍຂອງຜູ້ເຕະຢູ່ທີ່ 57% ລະຫວ່າງທີ່ອັດຕາການພຸ່ງຕົວໄປເບື້ອງຂວາມີພຽງ 41%
ຕົວເລືອກຕ່າງໆແລ່ນວົນຢູ່ໃນຫົວທ່ານ ທ່ານຈະເລືອກເບື້ອງຖະນັດ ຫຼື ບໍ່ຖະນັດ ແຕ່ຈະດີກວ່າບໍ່ມີວິທີອື່ນທີ່ດີກວ່າຈະເກີດຫຍັງຂຶ້ນຖ້າທ່ານສາມາດຄິດໃຫ້ເໜືອກວ່າຄູ່ຕໍ່ສູ້ໄດ້ດ້ວຍການຄິດເຖິງຕົວເລືອກອື່ນໆ
ເຊັ່ນທ່ານຮູ້ວ່າຜູ້ຮັກສາປະຕູຍ່ອມເລືອກທີ່ຈະພຸ່ງຕົວໄປເບື້ອງຊ້າຍ ຫຼື ຂວາ ແລະ ຈະເກີດຫຍັງຂຶ້ນຖ້າທ່ານເລືອກທີ່ຈະເຮັດເລື່ອງທີ່ອາດເບິ່ງຄືໂງ່ໆທີ່ສຸດ ດ້ວຍການເຕະບານໄປທີ່ກາງປະຕູ
ການເຕະໄປຍັງກາງປະຕູຍັງມີຄວາມສ່ຽງ 7% ເມື່ອທຽບກັບການເຕະເລັງໄປທີ່ມຸມປະຕູ
ທ່ານຫາກໍຕັດສິນໃຈວ່າຈະເລັງໄປທີ່ກາງປະຕູ ແຕ່ດຽວກ່ອນຖ້າຜູ້ຮັກສາປະຕູບໍ່ພຸ່ງຕົວໄປໃສເລີຍເດະ ຈະເກີດຫຍັງຂຶ້ນ ແລ້ວທ່ານກໍເຕະບານເຂົ້າລະຫວ່າງກາງຕົວເຂົາພໍດີ ຖ້າເປັນແບບນັ້ນຜູ້ຮັກສາປະຕູສາມາດປົກປ້ອງປະເທດຕົວເອງເອົາໄວ້ໄດ້ລະຫວ່າງທີ່ທ່ານເບິ່ງໜ້າສົມເພດສຸດໆ
ບາດນີ້ທ່ານຄິດວ່າຈະເຮັດແບບທີ່ນັກເຕະສ່ວນໃຫຍ່ເຮັດກັນ ເຊິ່ງກໍຄືການເລັງໄປທີ່ມຸມປະຕູ ແມ້ຜູ້ຮັກສາປະຕູເດົາຖືກແລ້ວສະກັດໝາກບານໄວ້ໄດ້ ແຕ່ກໍຖືວ່າທ່ານໄດ້ພະຍາຍາມຢ່າງກ້າຫານ ທັ້ງທີ່ຈິງແລ້ວມີຕົວເລືອກອື່ນທີ່ດີກວ່າ
- ຖ້າທ່ານເລືອກເຮັດຕາມແຮງຈູງໃຈທີ່ເຫັນແກ່ຕົວເຊິ່ງກໍຄືການປົກປ້ອງຊື່ສຽງຂອງຕົວເອງດ້ວຍການບໍ່ເຮັດ ສິ່ງທີ່ເບິ່ງອາດເປັນເລື່ອງໂງ່ໆ ທ່ານກໍມີແນວໂນ້ມທີ່ຈະເຕະໝາກບານໄປທາງມຸມຂອງປະຕູ
- ແຕ່ຖ້າທ່ານເລືອກເຮັດຕາມແຮງຈູງໃຈເພື່ອສ່ວນລວມ ເຊິ່ງກໍຄືການພະຍາຍາມຄວ້າໄຊຊະນະໃຫ້ປະເທດດ້ວຍການເຮັດສິ່ງທີ່ອາດເຮັດໃຫ້ຕົວເອງເບິ່ງຄືໂງ່ໆ ທ່ານກໍຈະເຕະໝາກບານໄປທີ່ກາງປະຕູ
ຄຳສາມຄຳທີ່ເວົ້າຍາກທີ່ສຸດ
ເຮົາຂໍໃຫ້ທ່ານອ່ານເລື່ອງເລົ່າສັ້ນໆຕໍ່ໄປນີ້ແລ້ວຕອບຄຳຖາມ

ເດັກຜູ້ຍິງນ້ອຍຊື່ແມຣີ່ໄປທ່ຽວທະເລກັບແມ່ ແລະ ອ້າຍ ພວກເຂົາຂັບລົດສີແດງ ເມື່ອໄປຮອດທະເລພວກເຂົາກໍລອຍນ້ຳ ກິນ IceCream ຫຼິ້ນດິນຊາຍ ແລະ ກິນແຊນວິດເປັນອາຫານທ່ຽງ
ຄຳຖາມຄື
1 ລົດຂອງພວກເຂົາສີຫຍັງ?
2 ພວກເຂົາກິນປາທອດ ແລະ ມັນຝຣັ່ງທອດເປັນອາຫານທ່ຽງແມ່ນ ຫຼື ບໍ່?
3 ພວກເຂົາຟັງເພງໃນລົດ ຫຼື ບໍ່?
4 ພວກເຂົາດື່ມນ້ຳໝາກນາວລະຫວ່າງອາຫານທ່ຽງແມ່ນ ຫຼື ບໍ່?
ເປັນແນວໃດບາດນີ້ລອງປຽບທຽບຄຳຕອບຂອງທ່ານກັບຄຳຕອບຂອງນັກຮຽນຊາວອັງກິດໄວ 5-9 ປີກຸ່ມນີ້ເບິ່ງ ເດັກເກືອບທຸກຄົນຕອບຄຳຖາມສອງຂໍ້ທຳອິດໄດ້ຖືກຕ້ອງ (ຄື “ສີແດງ” ແລະ “ບໍ່ແມ່ນ”)
ແຕ່ຫຼາຍຄົນຕອບຄຳຖາມຂໍ້ທີ 3 ແລະ 4 ໄດ້ບໍ່ຄ່ອຍດີເລີຍ ເປັນຫຍັງຈຶ່ງເປັນເຊັ່ນນັ້ນລະ ເຫດຜົນກໍຄືຄຳຖາມສອງຂໍ້ນີ້ບໍ່ແມ່ນຄຳຖາມທີ່ເຮົາສາມາດຕອບໄດ້ ເພາະເລື່ອງເລົ່າບໍ່ໄດ້ໃຫ້ຂໍ້ມູນຫຼາຍພໍ
ແຕ່ເດັກນ້ອຍຈຳນວນ 76% ກັບຕອບຄຳຖາມສອງຂໍ້ນີ້ໂດຍບອກວ່າ ແມ່ນ ຫຼື ບໍ່ແມ່ນ ເດັກທີ່ເຮັດເປັນຄືຄຳຕອບຂອງຄຳຖາມງ່າຍໆຊຸດນີ້ອາດເຕີບໂຕຂຶ້ນໄປເຮັດວຽກໃນແວດວົງທຸລະກິດ ແລະ ການເມືອງ
ເຊິ່ງເປັນແວດວົງທີ່ເກືອບບໍ່ມີີໃຜຍອມຮັບວ່າຕົວເອງຍັງມີເລື່ອງທີ່ຍັງບໍ່ຮູ້ ດົນມາແລ້ວມີຄຳຖາມກ່າວວ່າ ຄຳສາມຄຳທີ່ເວົ້າໄດ້ຍາກທີ່ສຸດ ໃນພາສາອັງກິດຄືຄຳວ່າ“ຂ້ອຍຮັກເຈົ້າ”
ແຕ່ຂໍຂັດຄ້ານແບບຫົວຊົນຝາເລີຍ ເຮົາຄິດວ່າສຳຫຼັບຄົນສ່ວນໃຫຍ່ແລ້ວການເວົ້າວ່າ “ຂ້ອຍບໍ່ຮູ້” ນັ້ນຍາກກວ່າກັນຫຼາຍ ເຊິ່ງນັບເປັນເລື່ອງທີ່ໜ້າເສຍດາຍເພາະທ່ານຈະບໍ່ມີທາງຮຽນຮູ້ສິ່ງທີ່ຈຳເປັນໄດ້ເລີຍ
ຫາກທ່ານບໍ່ຍອມຮັບວ່າທ່ານຍັງບໍ່ຮູ້ຫຍັງຕໍ່ຫຍັງອີກຫຼາກຫຼາຍ…

ນັກເສດຖະສາດ Thomas J. Sargent ໄດ້ຮັບລາງເວັນໂນເບວ ຈາກຜົນງານການປະເມີນສາເຫດ ແລະ ຜົນລັບທາງເສດຖະສາດ
ເມື່ອຫຼາຍປີກ່ອນ Thomas J. Sargent ຖືກຮັບເຊີນມາລາຍການໜຶ່ງເພິ່ນນັ່ງຢ່າງສະງ່າງາມຢູ່ເກົ້າອີ້ໜັງ ລະຫວ່າງຖ້າດຳເນີນລາຍການ
ຜູ້ດຳເນີນລາຍການໄດ້ແນະນຳ (ແຂກຮັບເຊີນຂອງເຮົາໃນຄືນນີ້ຄື Thomas J. Sargent ເຈົ້າຂອງລາງວັນໂນເບວ ສາຂາເສດຖະສາດທີ່ໄດ້ຮັບການກ່າວເຖິງຫຼາຍທີ່ສຸດໃນໂລກ)
ຜູ້ດຳເນີນລາຍການໄດ້ຖາມວ່າສາດດາຈານ Thomas J. Sargent ທ່ານຊ່ວຍບອກເຮົາແດ່ໄດ້ບໍ່ວ່າອັດຕາດອກເບ້ຍບັດເງິນຝາກໃນອີກສອງປີທາງໜ້າຈະເປັນແນວໃດ? Thomas J. Sargent ຕອບວ່າບໍ່ຮູ້ ຈົບງ່າຍໆແບບນີ້ເລີຍ
ໃນເມື່ອການເຮັດເປັນບໍ່ຮູ້ (ແກ້ງເຮັດເປັນຮູ້) ສາມາດກໍ່ໃຫ້ເກີດຄວາມເສຍຫາຍໄດ້ ແລະ “ເປັນຫຍັງຄົນເຮົາຍັງເຮັດແບບນັ້ນຢູ່” ຄຳຕອບນັ້ນງ່າຍຫຼາຍ
ເພາະສ່ວນໃຫຍ່ແລ້ວການເວົ້າວ່າ “ຂ້ອຍບໍ່ຮູ້” ຈະກໍ່ໃຫ້ເກີດຄວາມເສຍຫາຍທີ່ຮ້າຍແຮງກວ່າການຄາດການຜິດຢ່າງນ້ອຍສຳຫຼັບຄົນເວົ້າເອງ
ລອງນຶກຍ້ອນເຖິງກໍລະນີຂອງນັກເຕະບານທີ່ກຳລັງຈະເລັງຍິງຈຸດໂທດຄັ້ງສຳຄັນໃນຊີວິດ ການເລັງໄປທີ່ກາງປະຕູຊ່ວຍເພີ່ມໂອກາດຄວ້າໄຊຊະນະ ແຕ່ການເລັງໄປທີ່ມຸມຂອງປະຕູຈະເຮັດໃຫ້ເຂົາບໍ່ຕ້ອງເອົາຊື່ສຽງຂອງຕົວເອງມາສ່ຽງຫຼາຍ
ນັກເຕະບານຈຶ່ງເລືອກຕົວເລືອກຫຼັງ ທຸກຄັ້ງງທີ່ເຮົາແກ້ງເປັນຮູ້ຫຍັງສັກຢ່າງນັ້ນໝາຍຄວາມວ່າເຮົາກຳລັງເຮັດແບບດຽວກັບນັກເຕະບານໂດຍເລືອກທີ່ຈະປົກປ້ອງຊື່ສຽງຂອງຕົວເອງແທນທີ່ຈະເຮັດເພື່ອຜົນປະໂຫຍດຂອງສ່ວນລວມ
ບໍ່ມີໃຜຢາກເຮັດ ເຮັດໃຫ້ຕົວເອງເບິ່ງເປັນຄົນໂງ່ ຫຼື ດ້ອຍກວ່າຄົນອື່ນດ້ວຍການຍອມຮັຍວ່າບໍ່ຮູ້ ນັ້ນເປັນສິ່ງຈູງໃຈ ອັນຊົງພະລັງທີ່ກະຕຸ້ນໃຫ້ຄົນເຮົາແກ້ງ
ຍັງຈື່ເດັກນັກຮຽນທີ່ຕອບຄຳຖາມເລື່ອງການໄປທ່ຽວຂອງແມຣີ່ໄດ້ບໍ່ ຫຼັງຈາກນັ້ນນັກວິໄຈທີ່ເຮັດການທົດລອງດັ່ງກ່າວໄດ້ເຮັດການທົດລອງຕໍ່ຍອດທີ່ຊື່ວ່າ “ການສອນໃຫ້ເດັກນ້ອຍເວົ້າວ່າ” ນ້ອງບໍ່ຮູ້
ເມື່ອພົບຄຳຖາມທີ່ບໍ່ສາມາດຕອບໄດ້ຂ່າວດີຄືເດັກນ້ອຍສ່ວນໃຫຍ່ບອກວ່າ ນ້ອງບໍ່ຮູ້ ແລະ ຕອບຄຳຖາມຂໍ້ອື່ນໆໄດ້ຖືກຕ້ອງ
ເຮົາທຸກຄົນຄວນໃຊ້ຄວາມສຳເລັດຂອງເດັກນ້ອຍເປັນແຮງບັນດານໃຈ ເທື່ອໜ້າເມື່ອພົບຄຳຖາມບໍ່ຮູ້ກໍໃຫ້ບອກຕາມຕົງໄປເລີຍວ່າ “ຂ້ອຍບໍ່ຮູ້” ແລ້ວເວົ້າເສີມດ້ວຍວ່າ “ແຕ່ຂ້ອຍອາດຈະຫາຄຳຕອບເລື່ອງນີ້ໄດ້”
ຈາກນັ້ນກໍພະຍາຍາມຢ່າງສຸດຄວາມສາມາດເພື່ອຫາຄຳຕອບນັ້ນ ຈາກນັ້ນໃຫ້ທ່ານຕອບຫຍັງກໍໄດ້ອອກໄປທຸກຄົນຈະເຊື່ອທ່ານຍ່າງແນ່ນອນ ເພາະທ່ານຄືຄົນທີ່ບ້າພໍຈະຍອມຮັບວ່າຕົວເອງບໍ່ຮູ້ຄຳຕອບມາແລ້ວໃນຄັ້ງກ່ອນໆ
ບັນຫາຂອງທ່ານແມ່ນຫຍັງ?
ພຽງຍອມຮັບວ່າຕົວເອງບໍ່ໄດ້ຮູ້ຄຳຕອບໄປສະທຸກຢ່າງກໍຕ້ອງອາໄສຄວາມກ້າຫານຢ່າງຫຼາຍ ແຕ່ລອງຄິດເບິ່ງຈະເປັນແນວໃດ ຖ້າທ່ານຕ້ອງຍອມຮັບວ່າຕົວເອງບໍ່ຮູ້ຄຳຖາມທີ່ຖືກຕ້ອງດ້ວຍຊ້ຳ ເຊິ່ງຄຳຖາມຜິດແນ່ໃຈໄດ້ເລີຍວ່າເກືອບ 100% ຈະໄດ້ຄຳຕອບທີ່ຜິດແນ່ນອນ

ໃນປີ 2001 Takeru Kobayashi ເຂົ້າຮ່ວມການແຂ່ງຂັນກິນ Hotdog ສະຖິຕິຕອນນັ້ນຢູ່ທີ 25.125 ອັນ ກະຕິກາຂອງການແຂ່ງຂັນງ່າຍຫຼາຍ ຜູ້ເຂົ້າແຂ່ງຂັນຕ້ອງກິນ Hotdog ໃຫ້ໄດ້ຫຼາຍທີ່ສຸດພາຍໃນເວລາ 12 ນາທີ
ກໍລະນີສັນຍານໝົດເວລາດັງຂຶ້ນແລ້ວ ແຕ່ຜູ້ເຂົ້າແຂ່ງຂັນຍັງຄ້ຽວ Hotdog ຢູ່ Hotdog ສ່ວນນັ້ນຈະຖືກນຳໄປນັບຄະແນນນຳກໍຕໍ່ເມື່ອຜູ້ເຂົ້າແຂ່ງຂັນກືນມັນລົງໄປໄດ້
ຖ້າຫາກຜູ້ເຂົ້າແຂ່ງຂັນກິນເຂົ້າໄປແລ້ວອາຈຽນອອກມາຈະຖືກສະຫຼະສິດທັນທີ
ກະຕິກາອະນຸຍາດໃຫ້ໃສ່ເຄື່ອງປຸງລົງໃນ Hotdog ໄດ້
ໃນຕອນນັ້ນບໍ່ມີໃຜເຫັນຜູ້ເຂົ້າແຂ່ງຂັນໜ້າໃໝ່ນັ້ນກໍຄື Takeru Kobayashi ໃນສາຍຕາເລີຍ ຜູ້ເຂົ້າແຂ່ງຂັນຄົນໜຶ່ງເຖິງກັບເວົ້າສຽດວ່າ “ຂາເຈົ້ານ້ອຍກວ່າແຂນຂ້ອຍໃດ”
ໃນເວລານັ້ນ Takeru Kobayashi ກິນໄດ້ 50 ອັນ ໝາຍຄວາມວ່າລາວກິນ Hotdog ຫຼາຍກວ່າ 4 ອັນ ຕໍ່ວິນາທີ ເປັນເວລາ 12 ນາທີ ເທົ່າກັບວ່າຊາຍໜຸ່ມຕົວຈ້ອຍບາງອາຍຸ 23 ປີ ຊື່ Takeru Kobayashi ເອົາຊະນະໃນຄັ້ງນີ້ ແລະ ສ້າງສະຖິຕິໂລກໃໝ່ໄດ້
ຫຼັງຈາກນັ້ນ Takeru Kobayashi ກໍຊະນະການແຂ່ງຂັນຕິດຕໍ່ກັນເຖິງ 5 ປີລວດ
Takeru Kobayashi ກາຍເປັນຄົນດັງລະດັບຊາດແລ້ວເປັນຫຍັງລາວເຖິງເກັ່ງກວ່າຄົນອື່ນຫຼາຍແທ້?
Takeru Kobayashi ສັງເກດເຫັນວ່ານັກກິນສ່ວນໃຫຍ່ໃຊ້ກົນລະຍຸດຄ້າຍກັນຄວາມຈິງແລ້ວມັນບໍ່ໜ້າຈະນັບເປັນກົນລະຍຸດດ້ວຍຊ້ຳ ເພາະພຽງແຕ່ຫຍິບ Hotdog ຂຶ້ນມາຍັດເຂົ້າປາກແລ້ວກິນໂດຍເລີ່ມຈາກປາຍດ້ານໜຶ່ງໄປຈົນສຸດປາຍອີກດ້ານໜຶ່ງຈາກນັ້ນກໍດື່ມນ້ຳຕາມເພື່ອຊ່ວຍໃຫ້ກືນສະດວກ
ແຕ່ Takeru Kobayashi ສົງໄສວ່າອາດມີວິທີທີ່ດີກວ່ານັ້ນກໍໄດ້
ຕົວຢ່າງເຊັ່ນກະຕິກາບໍ່ໄດ້ບອກວ່າຕ້ອງເລີ່ມກິນ Hotdog ຈາກປາຍດ້ານໜຶ່ງແລ້ງໄລ່ໄປຈົນສຸດປາຍອີກດ້ານໜຶ່ງເທົ່ານັ້ນ Takeru Kobayashi ຈຶ່ງເລີ່ມແຍກໄສ້ກອກອອກຈາກເຂົ້າຈີ່ ຮອບນີ້ລາວກໍສາມາດຫັກໃສ້ກອກອອກເປັນສອງສ່ວນແລ້ວກິນໄສ້ກອກລ້ວນໆໄດ້ເຕັມກຳມື
ໃນມືອີກຂ້າງໜຶ່ງລາວຈຸ່ມເຂົ້າຈີ່ທີ່ຢູ່ໃນມືລົງໄປໃນຖ້ວຍນ້ຳຈາກນັ້ນກໍບີບນ້ຳສ່ວນເກີນອອກມາແລ້ວຍັດເຂົ້າຈີ່ເຂົ້າປາກ ໝາຍຄວາມວ່າລາວຈະຮູ້ສຶກກະຫາຍນ້ຳໜ້ອຍລົງລະຫວ່າງກິນ ລາວຈຶ່ງເສຍເວລາດື່ມນ້ຳໜ້ອຍລົງ
ລາວຍັງຕື່ມນ້ຳມັນພືດລົງໄປໃນນ້ຳດ້ວຍ ເຊິ່ງຈະຊ່ວຍໃຫ້ກືນໄດ້ຄ່ອງຄໍຂຶ້ນ
ເຮົາສາມາດນຳຄວາມສຳເລັດອັນສຸດຍອດຂອງ Takeru Kobayashi ມາເປັນບົດຮຽນ ເພື່ອນຳໄປໄປໃຊ້ກັບປະໂຫຍດອື່ນໆ
ມີ 2 ບົດຮຽນໄວ້ດັ່ງນີ້
- ບົດຮຽນທີ 1 ກ່ຽວຂ້ອງກັບການແກ້ໄຂບັນຫາໂດຍທົ່ວໄປ ນັ້ນຄືການຕີຄວາມບັນຫາໃໝ່
ຄູ່ແຂ່ງຂອງ Takeru Kobayashi ພະຍາຍາມແກ້ໄຂບັນຫາດ້ວຍການຕັ້ງຄຳຖາມວ່າຂ້ອຍຈະກິນ Hotdog ໃຫ້ຫຼາຍຂຶ້ນໄດ້ແນວໃດ
ແຕ່ Takeru Kobayashi ຕັ້ງຄຳຖາມທີ່ແຕກຕ່າງອອກໄປຄືຂ້ອຍຕ້ອງເຮັດແນວໃດເຖິງຈະກິນ Hotdog ໄດ້ງ່າຍຂຶ້ນຄຳຖາມນີ້ເຮັດໃຫ້ລາວເລີ່ມທົດລອງ ແລະ ຮວບຮວມຂໍ້ມູນປ້ອນກັບ ເຊິ່ງຊ່ວຍໃຫ້ລາວພິກສະຖານະການໄດ້
ທ່ານຈະຄົ້ນພົບວິທີໃໝ່ໆໃນການແກ້ໄຂບັນຫາໄດ້ກໍຕໍ່ເມື່ອທ່ານຕີຄວາມບັນຫາໃໝ່ Takeru Kobayashi ຄິດວ່າການເບິ່ງວ່າການແຂ່ງຂັນກິນເປັນພຽງການກິນທີ່ເໜືອກວ່າການກິນອາຫານໃນຊີວິດປະຈຳວັນໜຶ່ງລະດັບ
- ບົດຮຽນທີ 2 ຂໍ້ຈຳກັດທັ້ງສ່ວນທີ່ເຮົາຍອມຮັບ ແລະ ບໍ່ຍອມຮັບ
Takeru Kobayashi ບອກວ່າຕອນທີ່ເລີ່ມເຝິກຝົນລາວບໍ່ເຊື່ອວ່າສະຖິຕິເກົ່າໃນການແຂ່ງຄື 25 ອັນ ເປັນສະຖິຕິທີ່ດີທີ່ສຸດ why? ລາວອະທິບາຍວ່າສະຖິຕິເກົ່າບໍ່ໄດ້ມີຄວາມໝາຍຫຍັງປານໃດ
ດັ່ງນັ້ນ ລາວຈຶ່ງເຂົ້າຮ່ວມການແຂ່ງຂັນໂດຍບໍ່ຄິດວ່າຕົວເລກ 25 ເປັນຂໍ້ຈຳກັດ ລາວບັງຄັບຕົວເອງບໍ່ໃຫ້ສົນໃຈວ່າກິນ Hotdog ໄປຈັກອັນແລ້ວ ແຕ່ໃຫ້ຈົດຈໍ່ຢູ່ກັບວິທີກິນຂອງຕົວເອງເທົ່ານັ້ນ
ຖ້າທ່ານຍັງສົງໄສໃນພະລັງຂອງຂໍ້ຈຳກັດປອມໆ ລອງເຮັດແບບທົດສອບງ່າຍໆໄດ້ເລີຍ
ສົມມຸດວ່າທ່ານຫ່າງຫາຍຈາກການອອກກຳລັງກາຍໄປດົນ ແລະ ຢາກກັບມາອອກກຳລັງກາຍອີກຄັ້ງ ທ່ານຈຶ່ງຕັດສິນໃຈວ່າຈະວິດພື້ນ ແຕ່ຈະວິດພື້ນຈັກຄັ້ງດີລະ ທ່ານບອກຕົວເອງວ່າບໍ່ໄດ້ວິດພື້ນມາຕັ້ງດົນຂໍເລີ່ມຈາກ 10 ຄັ້ງກ່ອນ
ທ່ານຄິດວ່າຕົງເອງຈະເລີ່ມຮູ້ສຶກເມື່ອຍລ້າທັ້ງທາງຮ່າງກາຍ ແລະ ຈິດໃຈຕອນໃດ? ໜ້າຈະເປັນຕອນວິດພື້ນຄັ້ງທີ່ 7 ຫຼື 8 ແມ່ນບໍ່
ເຮົາມາເລີ່ມຕົ້ນກັນໃໝ່ດີກວ່າ ຮອບນີ້ໃຫ້ທ່ານຕັດສິນໃຈວ່າຈະວິດພື້ນ 20 ຄັ້ງແທນທີ່ຈະເປັນ 10 ຄັ້ງ ທ່ານຄິດວ່າຕົວເອງຈະເລີ່ມຮູ້ສຶກເມື່ອຍຕອນໃດ?
ລອງເບິ່ງເດີ້ ລອງວິດພື້ນໄດ້ເລີຍ ທ່ານໜ້າຈະວິດພື້ນໄດ້ເກີນ 10 ຄັ້ງຢ່າງວ່ອງໄວໂດຍບໍ່ທັນຄິດດ້ວຍຊ້ຳວ່າ ກຳລັງແຮງຂອງຕົວເອງຫຼຸດໜ້ອຍລົງພຽງໃດ ເພາະຫ່າງຈາກການອອກກຳລັງກາຍມາດົນ
ຄິດແບບເດັກນ້ອຍ

ການຄິດແບບເດັກນ້ອຍອາຍຸ 8 ປີ ກໍນັບເປັນວິທີທີ່ມີປະໂຫຍດຫຼາຍ
ລອງນຶກເຖິງຄຳຖາມທີ່ເດັກນ້ອຍມັກຖາມເບິ່ງ ຄຳຖາມເຫຼົ່ານັ້ນອາດຟັງໄຮ້ສາຫຼະ, ງ່າຍເກີນໄປ ຫຼື ຫຼຸດຈາກກອບ ແຕ່ເດັກນ້ອຍກໍມີຄວາມຢາກຮູ້ຢາກເຫັນຢ່າງບໍ່ມີສິ້ນສຸດ ເດັກນ້ອຍບໍ່ຢ້ານທີ່ຈະບອກໃຫ້ໃຜຮູ້ແນວຄິດທີ່ບ້າໆທີ່ສຸດຂອງຕົວເອງ
ກົດສຳຄັນຂອງການຄິດແບບເດັກນ້ອຍຄືຢ່າຢ້ານທີ່ຈະຕັ້ງຄຳຖາມໃນສິ່ງທີ່ເຫັນໄດ້ຈະແຈ້ງຈະເຮັດໃຫ້ທ່ານຕັ້ງຄຳຖາມຫຼາກຫຼາຍທີ່ຄົນອື່ນໆບໍ່ຖາມກັນໄດ້ເຊັ່ນ ເປັນຫຍັງນັກຮຽນຄົນນັ້ນຕອບຄຳຖາມໃນກະດານດຳບໍ່ໄດ້ເລີຍ ແມ້ແຕ່ຂໍ້ດຽວ ທັ້ງທີ່ຕອນທີ່ເວົ້ານຳກັນກໍເບິ່ງເປັນເດັກທີ່ສະຫຼາດຫຼາຍ
Albert Einstein ມັກເວົ້າວ່າເຮົາຄວນເຮັດໃຫ້ທຸກສິ່ງຮຽບງ່າຍທີ່ສຸດ ແຕ່ກໍບໍ່ແມ່ນຮຽບງ່າຍຈົນເກີນໄປ ແມ້ຂະບວນການອັນຊັບຊ້ອນຈະກໍ່ໃຫ້ເກີດເຕັກໂນໂລຊີ ແລະຄວາມກ້າວໜ້າຫຼາກຫຼາຍ ແຕ່ຄວາມຊັບຊ້ອນກໍເຮັດໃຫ້ເຮົາຫຼົງທາງໄດ້ງ່າຍໆ
ເຮົາມັກຫຼົງໄຫຼຄວາມຊັບຊ້ອນ ແຕ່ຢ່າລືມວ່າຄວາມຮຽບງ່າຍກໍມີຂໍ້ດີຄືກັນ
ເດັກນ້ອຍບໍ່ຢ້ານທີ່ຈະສະແດງອອກວ່າຕົວເອງມັກຫຍັງ? ພວກເຂົາຈະບໍ່ບອກວ່າ ຖ້າຢາກລຸກຂຶ້ນໄປແລ່ນຫຼິ້ນ ເດັກກໍຈະບໍ່ແກ້ງເປັນວ່າມ່ວນກັບການປະຊຸມ ເດັກນ້ອຍມັກທີ່ພວກເຂົາຊື່ຕົງຕໍ່ຕົວເອງ ຕື່ນຕາຕື່ນໃຈກັບສິ່ງຮອບຕົວ ແລະ ສະແຫວງຫາຄວາມສຸກຢ່າງບໍ່ຮູ້ຈັກຢຸດຢ່ອນ
ແຕ່ໜຶ່ງໃນຂໍ້ບົກພ່ອງທີ່ແປກປະຫຼາດທີ່ສຸດຂອງພັດທະນາການມະນຸດກໍຄືລັກສະນະນິໄສເຫຼົ່ານັ້ນມັກຫາຍໄປຢ່າງໜ້າອັດສະຈັນໃນວັນເກີດອາຍຸຄົບ 21 ປີຂອງເຮົາ
ສຳຫຼັບບາງເລື່ອງ ຄວາມສະນຸກສະໜານ ຫຼື ແມ້ແຕ່ການສະແດງອອກວ່າສະນຸກສະໜານເປັນສິ່ງທີ່ຕ້ອງຫ້າມເຊັ່ນເລື່ອງການເມືອງ ແລະ ເລື່ອງວິຊາການ
ເປັນຫຍັງຄົນຈຳນວນຫຼາຍເຖິງບໍ່ຖືກກັບຄວາມສະນຸກສະໜານລ່ະ ອາດເປັນເພາະພວກເຂົາຢ້ານວ່າມັນຈະເຮັດໃຫ້ຄົນອື່ນເບິ່ງວ່າພວກເຂົາບໍ່ຈິງຈັງ
ແຕ່ຂໍບອກເລີຍວ່າທ່າທາງເອົາຈິງເອົາຈັງກັບການເຮັດຫຍັງບາງຢ່າງໄດ້ດີນັ້ນບໍ່ມີຄວາມເຊື່ອມໂຍງກັນ ທີ່ຈິງແລ້ວມັນໜ້າຈະກົງກັນຂ້າມດ້ວຍຊໍ້າ
ຖ້າຖາມວ່າເປັນຫຍັງຄວາມສະນຸກສະໜານຈຶ່ງສຳຄັນແທ້ ຄຳຕອບກໍຄືຖ້າທ່ານຮັກໃນວຽກທີ່ເຮັດ ທ່ານກໍຈະຢາກເຮັດມັນຫຼາຍຫຍິ່ງຂຶ້ນ
ຄົ້ນຫາສິ່ງຈູງໃຈທີ່ດຶງດູດຜູ້ຄົນຄືຂະໜົມທີ່ດຶງດູດເດັກນ້ອຍ

ອະແມນດ້າ ເດັກນ້ອຍອາຍຸ 3 ປີ ໃຊ້ຫ້ອງນ້ຳເອງເປັນແລ້ວ ແຕ່ຢູ່ໆລາວກໍບໍ່ຍອມຂັບຖ່າຍໃນຫ້ອງນໍ້າ ແລະ ບໍ່ມີສິ່ງໃດສາມາດຈູງໃຈໃຫ້ລາວເຮັດແບບນັ້ນໄດ້ເລີຍບໍ່ວ່າຈະເປັນສະຕິກເກີ້ ຄຳຍ້ອງ ຫຼື ລາງວັນອື່ນໆ
ແມ່ຂອງລາວທໍ້ໃຈຫຼາຍຈົນຍົກໜ້າທີ່ນີ້ໃຫ້ພໍ່ ເຊິ່ງກໍຄືໜຶ່ງໃນຜູ້ຂຽນປື້ມເຫຼັ່ມນີ້
ລາວກໍຄືກັບນັກເສດຖະສາດສ່ວນໃຫຍ່ທີ່ໝັ່ນໃຈສຸດໆວ່າຕົວເອງຈະສາມາດແກ້ໄຂທຸກບັນຫາໄດ້ ຫາກໃຊ້ສິ່ງຈູງໃຈທີ່ເໝາະສົມ ແລະ ວຽກນີ້ກໍໜ້າຈະງ່າຍຫຼາຍເພາະເປົ້າໝາຍຂອງລາວເປັນເດັກນ້ອຍ
ພໍ່ຄຸກເຂົ່າລົງແນມຕາ ອະແມນດ້າແລ້ວເວົ້າວ່າ “ຖ້າລູກຍອມເຂົ້າຫ້ອງນ້ຳພໍ່ຈະໃຫ້ຊອກໂກແລຕ ເອັມແອນເອັມ (M&M’s) ໜຶ່ງຖົງ ລູກຖາມກັບວ່າ ຕອນນີ້ເລີຍບໍ່” “ຕອນນີ້ເລີຍ”
ພໍ່ຮູ້ດີວ່າຄູ່ມືລ້ຽງດູແລລູກທຸກເຫຼັ່ມບໍ່ແນະນຳໃຫ້ໃຊ້ເຂົ້າໜົມເປັນສິນບົນ ແຕ່ຄົນຂຽນຄູ່ມືເຫຼົ່ານັ້ນບໍ່ແມ່ນນັກເສດຖະສາດເດະລ່ະ
ອະແມນດ້າແລ່ນໄປເຂົ້າຫ້ອງນ້ຳ ເພື່ອເຮັດກິດຈະກຳສ່ວນຕົວ ແລະ ແລ່ນກັບມາຄວ້າເອັມແອນເອັມໄປຮຽບຮ້ອຍ! ບອກໄດ້ຍາກອີຫຼີວ່າໃຜພູມໃຈຫຼາຍກວ່າກັນລະຫວ່າງລູກສາວກັບພໍ່
ແຜນການນີ້ໃຊ້ໄດ້ຜົນຢ່າງສຸດຍອດເປັນເວລາສາມວັນບໍ່ມີຜິດພາດເລີຍ ແມ້ແຕ່ຄັ້ງດຽວ ແຕ່ແລ້ວໃນເຊົ້າວັນທີ່ສີ່ສະຖານະການກໍປ່ຽນໄປ ຕອນ 7ໂມງ 02 ນາທີ ອະແມນດ້າຮ້ອງບອກວ່າ “ລູກຈະໄປເຂົ້າຫ້ອງນ້ຳ!” ຈາກນັ້ນລາວກໍໄປເຂົ້າຫ້ອງນ້ຳ ແລະ ກັບມາຮັບເອັມແອນເອັມ
ຈາກນັ້ນຕອນ 7 ໂມງ 08 ນາທີ ລາວກໍຮ້ອງຂຶ້ນອີກວ່າ “ລູກຕ້ອງເຂົ້າຫ້ອງນ້ຳອີກແລ້ວ” ລາວຍ່າງຕົງໄປຫ້ອງນ້ຳຈັດການກິດຈະກຳສ່ວນຕົວຢ່າງໄວວາ ແລະ ກັບມາຮັບ ເອັມແອນເອັມອີກຄັ້ງ
ພໍຮອດເວລາ 7 ໂມງ 11 ນາທີ ສຽງຂອງອະແມນດ້າກໍດັງຂຶ້ນອີກວ່າ “ລູກຕ້ອງເຂົ້າຫ້ອງນ້ຳອີກແລ້ວ” ນາງໄປທີ່ຫ້ອງນ້ຳແລ້ວປັດສະວະອອກມາໜ້ອຍໜຶ່ງກ່ອນຈະກັບມາທວງ ເອັມແອນເອັມຖົງໃໝ່
ເຫດຜົນແບບນີ້ດຳເນີນຕໍ່ໄປເລື່ອຍໆຈົນບໍ່ມີໃຜຈື່ໄດ້ວ່າມັນກິນເວລາດົນເທົ່າໃດ
ສິ່ງຈູງໃຈທີ່ເໝາະສົມມີພະລັງງານຫຼາຍພຽງໃດກັນ ພາຍໃນເວລາສີ່ວັນເດັກຍິງຕົວນ້ອຍທີ່ບໍ່ຍອມເຂົ້າຫ້ອງນ້ຳກໍກາຍເປັນເດັກທີ່ມີກະເພາະປັດສະວະບີບຕົວໄວທີ່ສຸດໃນປະຫວັດສາດ ອະແມນດ້າ ພົບວ່າຕ້ອງເຮັດຫຍັງຈຶ່ງຈະໄດ້ລາງວັນ
ການຈູງໃຈນີ້ບໍ່ມີເງື່ອນໄຂ ບໍ່ມີການຈຳກັດວ່າຈະໄດ້ຮັບເຂົ້າໜົມພຽງສອງຖົງ ແລະ ບໍ່ໄດ້ບອກວ່າຈະຕ້ອງຖິ້ມຊ່ວງດົນພຽງໃດ
ປັດໄຈໃນການຈູງໃຈນີ້ມີພຽງເດັກຜູ້ຍິງໜຶ່ງຄົນ ເຂົ້າໜົມ ແລະ ຫ້ອງນ້ຳ
ການເຂົ້າໃຈແຮງຈູງໃຈຂອງທຸກຄົນທີ່ມີສ່ວນຮ່ວມໃນສະຖານະການຄືຂັ້ນຕອນພື້ນຖານຂອງການແກ້ໄຂບັນຫາທຸກປະການ ແຕ່ການຄົ້ນຫາສິ່ງຈູງໃຈກໍບໍ່ແມ່ນເລື່ອງງ່າຍສະເໝີໄປ
ສິ່ງຈູງໃຈທາງການເງິນ ສັງຄົມ ສິນທຳ ຫຼື ກົດໝາຍ ຈະກະຕຸ້ນໃຫ້ແຕ່ລະຄົນເຮັດໃນສິ່ງທີ່ແຕກຕ່າງກັນ

ມາເລີ່ມຕົ້ນດ້ວຍສິ່ງຈູງໃຈທີ່ຈະແຈ້ງທີ່ສຸດເຊັ່ນເງິນ ຕົວຢ່າງຈາກອຸບັດຕິເຫດໃນທ້ອງຖະໜົນໃນເມືອງ Foshan ຂອງປະເທດຈີນ
ເມື່ອປີ 2001 ເດັກຍິງອາຍຸສອງປີຄົນໜຶ່ງຖືກລົດຕູ້ຕຳລະຫວ່າງຍ່າງຢູ່ບໍລິເວນຕະຫຼາດກາງແຈ້ງແຫ່ງໜຶ່ງຄົນຂັບຢຸດລົດ ເມື່ອເຫັນວ່າຮ່າງຂອງເດັກຍິງກິ້ງຢູ່ກ້ອງລົດ
ແຕ່ເຂົາບໍ່ໄດ້ລົງມາຊ່ວຍຫຼັງຈາກຢຸດຢູ່ແປບໜຶ່ງເຂົາກໍຂັບລົດໜີໄປໂດຍທັບຮ່າງຂອງເດັກຍິງຊ້ຳອີກຄັ້ງເດັກຍິງເສຍຊີວິດໃນເວລາຕໍ່ມາ ສຸດທ້າຍຄົນຂັບລົດກໍເຂົ້າມາມອບຕົວກັບຕຳຫຼວດ
ໃນເວລາຕໍ່ມາວີດີໂອສຽງການລົມທາງໂທລະສັບຂອງຄົນຂັບລົດຄົນນັ້ນກໍຖືກນຳມາອອກໃນລາຍການຂ່າວໃນວີດີໂອສຽງນັ້ນເຂົາບອກວ່າ “ຖ້າເຂົາຕາຍ ຂ້ອຍຕ້ອງຈ່າຍເງິນ 20,000 ຫຍວນ (ປະມານ 3,200 ໂດລ້າ) ແຕ່ຖ້າເຂົາບາດເຈັບຂ້ອຍອາດຕ້ອງເສຍເງິນຫຼາຍແສນຫຍວນ”
ປະເທດຈີນບໍ່ມີກົດໝາຍທີ່ສົ່ງເສີມໃຫ້ຜູ້ຄົນເຮັດຕົວເປັນພົນລະເມືອງດີ ແລະ ຄ່າເສຍຫາຍກໍລະນີທີ່ເກີດການບາດເຈັບໄລຍະຍາວກໍມັກສູງກວ່າຄ່າເສຍຫາຍກໍລະນີທີ່ເກີດການເສຍຊີວິດ
ແຕ່ແຮງຈູງໃຈທາງການເງິນທີ່ກະຕຸ້ນໃຫ້ເຮັດໃນສິ່ງທີ່ຂັດກັບຄວາມຖືກຕ້ອງອາດຊົງພະລັງຫຼາຍສະຈົນລາວບໍ່ອາດຕໍ່ຕ້ານມັນໄດ້
ເຫັນໄດ້ຈະແຈ້ງວ່າແຮງຈູງໃຈທາງການເງິນນັ້ນຊົງພະລັງຫຼາຍແມ້ຜົນລັບທີ່ໄດ້ຈະບໍ່ແມ່ນສິ່ງທີ່ປາດຖະໜາກໍຕາມ

ແຕ່ໃຊ້ກັບກໍລະນີຕໍ່ໄປນີ້ບໍ່ໄດ້ຜົນເພາະສິ່ງຈູງໃຈທາງການເງິນມີຂໍ້ຈຳກັດ ແລະ ຈຸດບົກພ່ອງຫຼາຍຢ່າງເຊັ່ນຕົວຢ່າງນັກເສດຖະສາດກຸ່ມໜຶ່ງໄດ້ເຮັດການທົດລອງໃນໂຮງຮຽນຫຼາຍຮ້ອຍແຫ່ງທົ່ວອາເມຣິກາ
ໂດຍສະເໜີເງິນລາງວັນໃຫ້ນັກຮຽນຫຼາຍກວ່າ 20,000 ຄົນ ໃນກໍລະນີນັກຮຽນຈະໄດ້ຮັບ 2-3 ໂດລ້າ ເພື່ອແລກກັບການເຮັດກິດຈະກຳງ່າຍໆທີ່ກ່ຽວກັບການຮຽນຮູ້
ໃນບາງກໍລະນີນັກຮຽນອາດຈະໄດ້ຮັບເງິນ 20 ໂດລ້າ ຫຼື 50 ໂດລ້າເມື່ອເຮັດຄະແນນເສັງໄດ້ດີຂຶ້ນ
ປາກົດວ່າມີພຽງ 2-3 ກໍລະນີທີ່ມີພັດທະນາການເຊັ່ນນັກຮຽນຊັ້ນນ້ອຍອ່ານໜັງສືຫຼາຍຂຶ້ນ ເພື່ອໄດ້ຮັບເງິນລາງວັນ 2 ໂດລ້າຕໍ່ການອ່ານໜັງສືໜຶ່ງເຫຼັມ
ແຕ່ການເຮັດຄະແນນເສັງດີຂຶ້ນແມ້ພຽງເລັກນ້ອຍເປັນເລື່ອງຍາກຫຼາຍ ໂດຍສະເພາະໃນກຸ່ມນັກຮຽນຊັ້ນໃຫຍ່ກວ່າ
ເປັນຫຍັງຈຶ່ງເປັນແບບນັ້ນ? ເປັນໄປໄດ້ວ່າລາງວັນທີ່ພວກເຂົາສະເໜີໃຫ້ນັ້ນອາດໜ້ອຍເກີນໄປລອງຄິດເບິ່ງວ່ານັກຮຽນທີ່ເຄີຍໄດ້ເກດ C ຫຼື D ຕ້ອງພະຍາຍາມຫຼາຍເທົ່າໃດ ເພື່ອໃຫ້ໄດ້ເກດ A ຫຼື B ເປັນວຽກທີ່ໜັກຫຼາຍສຳຫຼັບຄ່າຕອບແທນພຽງ 50 ໂດລ້າ ເມື່ອປຽບທຽບກັນແລ້ວວຽກທີ່ຈ່າຍຄ່າແຮງຂັ້ນຕ່ຳຍັງໃຫ້ຄ່າຕອບແທນດີກວ່າ
ແລ້ວຈະເກີດຫຍັງຂຶ້ນຖ້າທ່ານຈ່າຍເງິນໃຫ້ນັກຮຽນ 5,000 ໂດລ້າສຳຫຼັບເກດ A ແຕ່ລະວິຊາ ເດົາວ່າການເຮັດແບບນັ້ນຈະສົ່ງຜົນໃຫ້ມີນັກຮຽນລະດັບກຽດນິຍົມເພີ່ມຂຶ້ນເປັນຈຳນວນຫຼາຍທົ່ວປະເທດ
ຂ່າວດີຄືເຮົາສາມາດກະຕຸ້ນໃຫ້ຄົນອື່ນເຮັດພຶດຕິກຳທີ່ເຮົາຕ້ອງການໄດ້ໂດຍບໍ່ຕ້ອງໃຊ້ເງິນເປັນສິ່ງຈູງໃຈ ແລະ ຄ່າໃຊ້ຈ່າຍກໍຕ່ຳກວ່າຫຼາຍ
ແລ້ວຕ້ອງເຮັດແນວໃດລະ?
ປະເດັນສຳຄັນຄືທ່ານຕ້ອງຮຽນຮູ້ທີ່ຈະເຂົ້າໃຈຄວາມຄິດຂອງຄົນອື່ນ ເພື່ອຫາຄຳຕອບວ່າແມ່ນຫຍັງທີ່ສຳຄັນຕໍ່ພວກເຂົາຢ່າງແທ້

ຕົວຢ່າງຄັ້ງໜຶ່ງ Robert Cialdini ແລະເພື່ອນຮ່ວມວິໄຈຈຳນວນໜຶ່ງຢາກຮູ້ວ່າແມ່ນຫຍັງເປັນແຮງຈູງໃຈທີ່ເຮັດໃຫ້ຜູ້ຄົນໃຊ້ໄຟຟ້າໃນເຮືອນໜ້ອຍລົງ
ພວກເຂົາເລີ່ມຕົ້ນດ້ວຍການສຳຫຼວດຄວາມຄິດເຫັນທາງໂທລະສັບໂດຍຖາມຊາວບ້ານຫຼາຍກຸ່ມທີ່ອາໄສຢູ່ໃນລັດ California ວ່າປັດໄຈຕໍ່ໄປນີ້ສົ່ງຜົນຕໍ່ການຕັດສິນໃຈປະຫຍັດພະລັງງານຂອງພວກເຂົາຫຼາຍພຽງໃດ?
1 ຊ່ວຍປົກປັກຮັກສາສິ່ງແວດລ້ອມ
2 ເປັນປະໂຫຍດຕໍ່ສ່ວນລວມ
3 ຊ່ວຍປະຫຍັດເງິນ
4 ມັນເປັນສິ່ງທີ່ຄົນຈຳນວນຫຼາຍພະຍາຍາມເຮັດໃຫ້ໄດ້
ເຮົາມາເບິ່ງກັນວ່າປັດໄຈເຫຼົ່ານີ້ເປັນແຮງຈູງໃຈປະເພດໃດແດ່ (ຂໍ້1) ເຮົາມີແຮງຈູງໃຈທາງສິນທຳ (ຂໍ້2) ແຮງຈູງໃຈທາງສັງຄົມ (ຂໍ້3) ແຮງຈູງໃຈທາງການເງິນ ແລະ (ຂໍ້4) ແຮງຈູງໃຈທີ່ຈະໄປຕາມກຸ່ມ ເບິ່ງສົມເຫດສົມຜົນດີ
ເປັນຫຍັງສິ່ງຈູງໃຈບາງຢ່າງເຖິງກໍ່ໃຫ້ເກີດຜົນລັບທີ່ກົງກັນຂ້າມກັບຄວາມຕັ້ງໃຈຂອງເຮົາຢ່າງສິ້ນເຊີງ ແມ້ແຕ່ສິ່ງຈູງໃຈທີ່ຄິດຄົ້ນຂຶ້ນໂດຍຄົນທີ່ສະຫຼາດ ແລະ ມີເຈດຕະນາດີ
ເຮົາຄິດຫາເຫດຜົນໄດ້ຢ່າງນ້ອຍ 3 ຂໍ້
1 ບໍ່ມີໃຜ ຫຼື ລັດຖະບານໃດສະຫຼາດເທົ່າກັບຜູ້ຄົນທີ່ວ່າງເລ່ຫຼ່ຽມແຜນການຈູງໃຈ
2 ການຄິດຫາວິທີປ່ຽນແປງພຶດຕິກຳຂອງຄົນທີ່ຄິດຄືທ່ານເປັນເລື່ອງ່າຍ ແຕ່ບັນດາຜູ້ຄົນທີ່ທ່ານຕ້ອງການປ່ຽນແປງພຶດຕິກຳມັກບໍ່ໄດ້ຄິດຄືທ່ານ ການຕອບສະໜອງຂອງພວກເຂົາຈຶ່ງບໍ່ໄດ້ເປັນໄປຕາມທີ່ທ່ານຄາດຫວັງ
3 ເຮົາມັກຈະຄິດໄປເອງວ່າຜູ້ຄົນມີແນວໂນ້ມທີ່ຈະປະພຶດຕົວຄືເກົ່າຕະຫຼອດໄປ ພຶດຕິກຳຂອງຜູ້ຄົນກໍປ່ຽນແປງໄປເຊັ່ນກັນ ແມ້ບາງຄັ້ງການປ່ຽນແປງຈະບໍ່ໄດ້ເປັນໄປໃນທິດທາງທີ່ເຮົາຕ້ອງການຢ່າງທີ່ເຮົາໄດ້ເຫັນຈາກຕົວຢ່າງຂ້າງຕົ້ນ
ດັ່ງນັ້ນ ແມ້ການອອກແບບແຜນການຈູງໃຈທີ່ເໝາະສົມຈະບໍ່ແມ່ນເລື່ອງງ່າຍ ແຕ່ກົດເກນທີ່ຮຽບງ່າຍຕໍ່ໄປນີ້ກໍສາມາດຊ່ວຍໃຫ້ເຮົາອອກແບບແຜນການຈູງໃຈທີ່ດີໄດ້
1 ຄົ້ນຫາສິ່ງທີ່ຜູ້ຄົນໃສ່ໃຈແທ້ໆ ບໍ່ແມ່ນສິ່ງທີ່ພວກເຂົາບອກວ່າຕົວເອງໃສ່ໃຈ
2 ໃຊ້ສິ່ງຈູງໃຈກັບເລື່ອງທີ່ຜູ້ຄົນໃຫ້ຄວາມສຳຄັນ ແຕ່ມີຄ່າໃຊ້ຈ່າຍຕ່ຳສຳຫຼັບທ່ານ
3 ສັງເກດການຕອບສະໜອງຂອງຜູ້ຄົນຖ້າການຕອບສະໜອງຂອງພວກເຂົາຍັງບໍ່ໜ້າເພິ່ງພໍໃຈ ຫຼື ບໍ່ກົງຕາມທີ່ທ່ານຄາດຫວັງໄວ້ ກໍຈົ່ງຮຽນຮູ້ຈາກສິ່ງທີ່ເກີດຂຶ້ນ ແລະ ລອງໃຊ້ວິທີທີ່ຕ່າງຈາກເກົ່າ
4 ໃຊ້ສິ່ງຈູງໃຈທີ່ສາມາດປ່ຽນຮູບແບບຂອງກອບຄວາມສຳພັນ ຈາກການເປັນສັດຕູເປັນການຮ່ວມມືທຸກຄັ້ງທີ່ມີໂອກາດ
5 ຢ່າຄາດຫວັງວ່າຜູ້ຄົນຈະເຮັດຫຍັງສັກຢ່າງພຽງເພາະມັນຄືສິ່ງທີ່ “ຖືກຕ້ອງ”
6 ຈື່ໄວ້ສະເໝີວ່າຜູ້ຄົນບາງສ່ວນຈະເຮັດທຸກວິທີທາງ ເພື່ອເລ່ຫຼ່ຽມລະບົບໂດຍຫາວິທີເອົາຊະນະໃນແບບທີ່ທ່ານບໍ່ມີທາງຈິນຕະນາການໄດ້ ຖ້າທ່ານຢາກຮັກສາຄວາມສະອາດໃນການຄິດຢ່າງມີເຫດຜົນທ່ານກໍຕ້ອງຍ້ອງຍໍຄວາມສາມາດໃນການຄິດສ້າງສັນຂອງພວກເຂົາ ແທນທີ່ຈະຕຳນິຄວາມໂລບມາກໂລພາຂອງພວກເຂົາ
King Solomon ແລະ David Lee Roth ຄ້າຍກັນບ່ອນໃດ
King Solomon ຄືຜູ້ສ້າງພະວິຫານແຫ່ງທຳອິດກຸງເຢຣູຊາເລັມ ແລະ ມີສະຕິປັນຍາຊ່ຽວສະຫຼາດ ຈົນກາຍເປັນທີ່ກ່າວເຖິງ
David Lee Roth ຄືອະດີດນັກຮ້ອງນຳຂອງວົນ Rock Van Halen ແລະ ເປັນຄົນຈູ້ຈື້ຖືຕົວຈົນເປັນທີ່ກ່າວເຖິງ

Solomon ໄດ້ຮັບສືບທອດລາດສະບັນລັງແຕ່ຍັງໜຸ່ມ ພະອົງກະຕືລືລົ້ນຢາກພິສູດໃຫ້ຄົນອື່ນເຫັນວ່າຊົງມີການຕັດສິນໃຈທີ່ເດັດຂາດ ແລ້ວພະອົງກໍມີໂອກາດໄດ້ສະແດງຄວາມສາມາດ ໂສເພນີສອງຄົນມາຂໍຄວາມຊ່ວຍເຫຼືອ ດ້ວຍບັນຫາທີ່ບໍ່ສາມາດຫາທາງອອກໄດ້ ຜູ້ຍິງສອງຄົນນີ້ອາໄສຢູ່ໃນບ້ານຫຼັງດຽວກັນ ພວກເຂົາໃຫ້ກຳເນີດເດັກທາລົກເພດຊາຍຫ່າງກັນພຽງ 1 ມື້ ຜູ້ຍິງຄົນທຳອິດເລົ່າໃຫ້ຟັງວ່າລູກຂອງຜູ້ຍິງຄົນທີ່ສອງເສຍຊີວິດໄປແລ້ວ ແຕ່ລາວ “ລຸກຂຶ້ນມາກາງເດິກລັກລູກຊາຍທີ່ນອນຢູ່ຂ້າງຕົວຂ້ອຍ ແລະ ວາງເດັກທີ່ຕາຍແລ້ວໄວ້ໃນອ້ອມອົກຂອງຂ້ອຍ” ຜູ້ຍິງຄົນທີ່ສອງແຍ້ງວ່າ “ບໍ່ໄດ້ເຮັດເລີຍ ເດັກທີ່ຍັງມີຊີວິດຄືລູກຊາຍຂອງຂ້ອຍ ສ່ວນເດັກທີ່ຕາຍໄປແລ້ວຄືລູກຊາຍຂອງເຈົ້າ”
ເຫັນໄດ້ຈະແຈ້ງວ່າຄົນໃດຄົນໜຶ່ງກຳລັງຕົວະແຕ່ໃຜກັນແທ້ King Solomon ຈະບອກໄດ້ແນວໃດວ່າໃຜຄືແມ່ຂອງເດັກທີ່ຍັງມີຊີວິດ
ພະອົງເວົ້າວ່າ “ເອົາດາບມາໃຫ້ຂ້ອຍຂ້ອຍຈະຜ່າເດັກທີ່ຍັງມີຊີວິດອອກເປັນສອງສ່ວນສ່ວນໜຶ່ງມອບໃຫ້ຜູ້ຍິງຄົນທຳອິດ ອີກສ່ວນມອບໃຫ້ຜູ້ຍິງຄົນທີ່ສອງ” ຜູ້ຍິງຄົນທຳອິດຂໍຮ້ອງພະອົງບໍ່ໃຫ້ທຳຮ້າຍເດັກ ແລະ ມອບເດັກໃຫ້ຜູ້ຍິງຄົນທີ່ສອງໄປ
ແຕ່ຜູ້ຍິງຄົນທີ່ສອງກັບຍອມຮັບວິທີແກ້ໄຂບັນຫາຂອງພະອົງ ແລະ ບອກວ່າ “ເດັກຈະບໍ່ໄດ້ເປັນຂອງຂ້ອຍ ແລະ ຂອງເຈົ້າຜ່າເລີຍເທາະ”
King Solomon ຕັດສິນໃຈຍົກເດັກໃຫ້ຜູ້ຍິງຄົນທຳອິດທັນທີ ພະອົງບອກວ່າ “ມອບເດັກທີ່ຍັງມີຊີວິດໃຫ້ນາງ ນາງເປັນແມ່ຂອງເດັກ”
ແລ້ວ King Solomon ຮູ້ໄດ້ແນວໃດວ່າໃຜຄືແມ່ແທ້ໆ?
ພະອົງໃຫ້ເຫດຜົນວ່າຜູ້ຍິງທີ່ໂຫດຫ້ຽມຫຼາຍສະຈົນເຫັນດ້ວຍກັບແຜນການຕັດແບ່ງເດັກຍ່ອມໂຫດຫ້ຽມພໍທີ່ຈະລັກລູກຂອງຄົນອື່ນ ນອກຈາກນັ້ນ ແມ່ແທ້ໆຈະຍອມຍົກລູກໃຫ້ຄົນອື່ນດີກວ່າໃຫ້ລູກຕາຍ King Solomon ວາງກັບດັກເພື່ອໃຫ້ຄົນຜິດ ແລະ ຄົນບໍລິສຸດເຜີຍຕົວອອກມາ
King Solomon ເປັນຄົນສະຫຼາດຫຼັກແຫຼມ ແຕ່ David Lee Roth ອາດນັບວ່າສະຫຼາດຍິ່ງກວ່ານັ້ນ

ໃນຊ່ວງຕົ້ນສະຕະວັດທີ 1980 ວົງດົນຕີ Van Halen ກາຍເປັນໜຶ່ງໃນວົງ Rock and roll ທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ
ພວກເຂົາຂຶ້ນຊື່ເລື່ອງການສ້າງສັນຢ່າງສຸດມັນຈົນເອົາບໍ່ຢູ່ ລະຫວ່າງອອກທົວຄອນເສີດໜັງສືສັນຍາການອອກທົວຄອນເສີດຂອງວົງປະກອບດ້ວຍສັນຍາເພີ່ມເຕີມໜາ 53 ໜ້າ ເຊິ່ງລະບຸເງື່ອນໄຂທາງເຕັກນິກ ແລະ ຄວາມປອດໄພລວມໄປເຖິງຂໍ້ກຳນົດເລື່ອງອາຫານ ແລະ ເຄື່ອງດື່ມ
ໃນໜ້າທີ 40 ຂອງສັນຍາເພີ່ມເຕີມທີ່ລະອຽດສຸດໆຄືໝວດ “ເຂົ້າໜົມ” ເນື້ອຫາໝວດນີ້ລະບຸໃຫ້ກຽມພ້ອມມັນຝຣັ່ງແຜ່ນທອດກອບ ຖົ່ວ ແລະ “ເອັມແອນເອັມ (M&M’s) (ຄຳເຕືອນ: ບໍ່ເອົາເມັດສີນ້ຳຕານ)”
ເປັນຫຍັງຄືບໍ່ເອົາເມັດສີນ້ຳຕານ ຫຼື ວົງ Van Halen ເປັນພວກມັກທໍລະມານຄົນອື່ນ ແລະ ມີຄວາມສຸກທີ່ໄດ້ເຫັນຜູ້ຈັດລ້ຽງອາຫານທີ່ໜ້າສົງສານ ຕ້ອງຄັດແຍກເອັມແອນເອັມເທື່ອລະເມັດແມ່ນ ຫຼື ບໍ່
ຕອນນັ້ນສັນຍາເລື່ອງເອັມແອນເອັມຮົ້ວໄຫຼຮອດສື່ມວນຊົນຜູ້ຄົນເຫັນວ່າມັນເປັນຕົວຢ່າງຄວາມຈູ້ຈີ້ເກີນຄວນ ແຕ່ລາວກໍອະທິບາຍວ່າ “ຄວາມຈິງແລ້ວມັນບໍ່ແມ່ນແນວນັ້ນເລີຍ”
ການສະແດງຂອງວົງ Van Halen ນັ້ນຍິ່ງໃຫຍ່ອາລັງການຫຼາຍທັ້ງສາກເວທີໃຫຍ່ມະຫຶມາ ລະບົບສຽງກະຫຶ່ມ ແລະ ເອຟເຟກແສງໄຟທີ່ໜ້າຕື່ນຕາຕື່ນໃຈ ອຸປະກອນເຫຼົ່ານີ້ຕ້ອງອາໄສຄວາມແຂງແຮງຂອງໂຄງສ້າງເວທີພະລັງງານໄຟຟ້າມະຫາສານ ແລະ ສິ່ງອື່ນໆ
ແຕ່ສະຖານທີ່ພວກເຂົາໄປສະແດງກັບລ້າສະໄໝ David Lee Roth ເລົ່າວ່າ “ເວທີພວກນັ້ນບໍ່ມີແມ້ແຕ່ທາງເຂົ້າອອກທີ່ກວ້າງພໍ ຫຼື ບໍລິເວນຂົນຍ້າຍອຸປະກອນທີ່ສາມາດຮອງຮັບ ການສະແດງອັນລ້ຳຍຸກ ແລະ ຍິ່ງໃຫຍ່ຂອງວົງ Van Halen“
ດັ່ງນັ້ນ ສັນຍາເພີ່ມເຕີມໜາ 53 ໜ້າຈຶ່ງເປັນສິ່ງຈຳເປັນ ສັນຍາເພີ່ມເຕີມນັ້ນລະບຸລາຍລະອຽດສຳຄັນໆ ແບບຈຸດຕໍ່ຈຸດເພື່ອໃຫ້ແນ່ໃຈວ່າຜູ້ຈັດການສະແດງໄດ້ຈັດກຽມພື້ນທີ່ຢ່າງເໝາະສົມ ດູແລເລື່ອງຄວາມສະອາດ ການຮອງຮັບນ້ຳໜັກ ແລະ ມີພະນັກງານໄຟຟ້າພຽງພໍ ວົງ Van Halen ຕ້ອງການຄວາມໝັ້ນໃຈວ່າຈະບໍ່ມີໃຜເສຍຊີວິດຈາກເຫດການເວທີຖະລົ່ມ ຫຼື ເສົາໄຟສ່ອງສະວ່າງລັດວົງຈອນ
ແຕ່ວົງ Van Halen ຈະແນ່ໃຈໄດ້ແນວໃດວ່າ ຜູ້ຈັດການສະແດງໃນເມືອງທີ່ພວກເຂົາກຳລັງຈະຂຶ້ນສະແດງໄດ້ອ່ານສັນຍາເພີ່ມເຕີມ ແລະ ເຮັດຕາມສັນຍານເຫຼົ່ານັ້ນ ເພື່ອຄວາມປອດໄພທັ້ງໝົດ
ເອັມແອນເອັມເມັດສີນ້ຳຕານເຂົ້າມາມີບົດບາດບ່ອນນີ້ເອງ ເມື່ອ David Lee Roth ເດີນທາງມາຮອດສະຖານທີ່ຈັດງານລາວຈະໄປທີ່ຫຼັງເວລທີ ແລະ ກວດສອບຖ້ວຍໃສ່ເອັມແອນເອັມ ຖ້າມີເມັດສີນ້ຳຕານຢູ່ໃນນັ້ນລາວກໍຈະຮູ້ທັນທີ່ວ່າຜູ້ຈັດການສະແດງບໍ່ໄດ້ອ່ານສັນຍາເພີ່ມເຕີມຢ່າງລະອຽດ ແລະ ຮູ້ວ່າ “ເຮົາຕ້ອງກວດສອບຢ່າງຈິງຈັງ”
ດັ່ງນັ້ນ ເທົ່າກັບວ່າທັ້ງ David Lee Roth ແລະ King Solomon ລ້ວນໄດ້ຮັບປະໂຫຍດຈາກທິດສະດີເກມ ຫຼື ສີລະປະໃນການເອົາຊະນະຄູ່ແຂ່ງດ້ວຍການເດົາຄວາມເຄື່ອນໄຫວຂອງອີກຝ່າຍ
ວິທີໂນ້ມນ້າວຄົນທີ່ຍຶດໝັ່ນໃນຄວາມຄິດຕົວເອງ
ຄົນທີ່ຄິດພິລຶກຍ່ອມຕົກເປັນເປົ້າໂຈມຕີຂອງຄົນອື່ນເປັນຄັ້ງຄາວ ຄຳຖາມຂອງທ່ານອາດຊວນໃຫ້ຮູ້ສຶກທ້າທາຍທີ່ກ່ຽວຂ້ອງກັບເລື່ອງທີ່ບໍ່ຄວນເຕະຕ້ອງ ຜູ້ຄົນຈຶ່ງເວົ້າຈາດູຖູກທ່ານ ແລະ ອາດປິດສາກໂຕ້ຖຽງຢ່າງທີ່ສຸດ
ໃນກໍລະນີນີ້ທ່ານຄວນເຮັດແນວໃດ?
ຄຳແນະນຳທີ່ດີທີ່ສຸດຂອງເຮົາກໍຄືທ່ານຍິ້ມ ແລະ ປ່ຽນເລື່ອງລົມໄປເລີຍ ການພະຍາຍາມຫາວິທີແກ້ໄຂບັນຫາໂດຍໃຊ້ຄວາມຄິດສ້າງສັນນັບເປັນເລື່ອງຍາກ
ແຕ່ປະກົບການສອນໃຫ້ເຮົາໄດ້ຮູ້ວ່າ ການໂນ້ມນ້າວຄົນທີ່ຍຶດໝັ່ນໃນຄວາມຄິດຕົວເອງນັ້ນຍາກກວ່າກັນຫຼາຍ
ເມື່ອໃດກໍຕາມທີ່ພະຍາຍາມໂນ້ມນ້າວໃຜ ທ່ານຕ້ອງຈື່ໄວ້ສະເໝີວ່າທ່ານເປັນພຽງຜູ້ສະເໜີຂໍ້ໂຕ້ແຍ້ງ ໃນລະຫວ່າງທີ່ອີກຝ່າຍເປັນຄົນກຸມຄະແນນສຽງສຳຄັນ ແມ້ຂໍ້ໂຕ້ແຍ້ງຂອງທ່ານຈະສົມບູນແບບຫຼາຍສະຈົນບໍ່ມີຈຸດອ່ອນ ແລະ ບໍ່ສາມາດປະຕິເສດໄດ້ເລີຍຕາມຫຼັກຄວາມເປັນຈິງ ແຕ່ຖ້າອີກຝ່າຍບໍ່ໄດ້ເຫັນດີນຳ ຫຼື ຄອຍຕາມ ທ່ານກໍບໍ່ມີທາງໄປໃສໄດ້ໄກ
- ຢ່າອວດວ່າຂໍ້ໂຕ້ແຍ້ງຂອງທ່ານສົມບູນແບບ
ຫາກທ່ານບອກວ່າວິທີແກ້ໄຂບັນຫາຂອງຕົວເອງ “ສົມບູນແບບ” ອີກຝ່າຍກໍຈະນຳສະເໜີິວິທີແກ້ໄຂທີ່ “ສົມບູນແບບ” ຂອງຕົວເອງເຊັ່ນກັນ
- ຍອມຮັບຈຸດແຂງໃນຂໍ້ໂຕ້ແຍ້ງຂອງຝ່າຍກົງຂ້າມ
ຖ້າທ່ານກຳລັງພະຍາຍາມໂນ້ມນ້າວໃຜ ເປັນຫຍັງທ່່ານຈຶ່ງຕ້ອງຮັບຂໍ້ໂຕ້ແຍ້ງຂອງເຂົາດ້ວຍ ເຫດຜົນກໍຄືຂໍໂຕ້ແຍ້ງຂອງເຂົາຍ່ອມມີຄຸນຄ່າ ແລະ ຄຸນຄ່າກໍສາມາດຮຽນຮູ້ມັນ ເພື່ອນຳມາສະໜັບສະໜູນຂໍ້ໂຕ້ແຍ້ງຂອງຕົວເອງໃຫ້ມີນ້ຳໜັກຫຼາຍຂຶ້ນໄດ້
ເລື່ອງນີ້ອາດຟັງເບິ່ງບໍ່ໜ້າເຊື່ອເພາະທ່ານຍຶດໝັ່ນໃນຄວາມຄິດຕົວເອງຫຼາຍ ແຕ່ຢ່າລືມວ່າເຮົາເບິ່ງບໍ່ເຫັນຄວາມມືດບອດຂອງຕົວເອງ ແລະ ບໍ່ມີໃຜມີພູມຄຸ້ມກັນຕໍ່ຈຸດອ່ອນນີ້ ເພາະມັນເກີດຈາກອະຄະຕິ ແມ້ແຕ່ຕົວເຮົາເອງ ແລະ ເຂົາເອງກໍຍັງເບິ່ງບໍ່ເຫັນ
- ເຫດຜົນທີ່ທ່ານຄວນເລົ່າເລື່ອງ
ເຮົາເກັບວິທີໂນ້ມນ້າວທີ່ຊົງພະລັງທີ່ສຸດເທົ່າທີ່ເຮົາຮູ້ຈັກໄວ້ເປັນລຳດັບສຸດທ້າຍ ແມ່ນຢູ່ວ່າການຍອມຮັບຈຸດບົກພ່ອງໃນຂໍ້ໂຕ້ແຍ້ງຂອງຕົວເອງ ແລະ ເກັບຄຳດູຖູກໄວ້ໃນໃຈເປັນເລື່ອງສຳຄັນ
ແຕ່ຖ້າທ່ານຢາກໂນ້ມນ້າວຄົນທີ່ຍຶດໝັ່ນໃນຄວາມຄິດຕົວເອງແທ້ໆ ທ່ານກໍຄວນໃຊ້ວິທີບອກເລົ່າເລື່ອງລາວ ມັນຈະເຮັດໃຫ້ເຮົາເຫັນພາບລວມດ້ວຍການໃຊ້ຂໍ້ມູນທາງສະຖິຕິ ຫຼື ຂໍ້ມູນປະເພດອື່ນໆ
ຫາກບໍ່ມີຂໍ້ມູນເຫຼົ່ານັ້ນ ເຮົາກໍຈະບໍ່ຮູ້ເລີຍວ່າເລື່ອງລາວນັ້ນໆ ກ່ຽວຂ້ອງຢ່າງໃດກັບສິ່ງອື່ນໆທີ່ຍິ່ງໃຫຍ່ກວ່າ ແຕ່ໃຫ້ຮູ້ໄວ້ວ່າ ເລື່ອງລາວບໍ່ໄດ້ຖືກຕ້ອງເປັນຈິງໄປສະທັ້ງໝົດ


Leave a Reply