ສະຫຼຸບ 20 ຂໍ້ຄິດທີ່ໄດ້ອ່ານຈາກປື້ມ Home Run แพ้กี่ครั้งไม่สำคัญขอตีโฮมรันครั้งเดียว

Categories:

ອ່ານເພີນເລີຍຫົວນີ້ ແອດ ມາປ້າຍຢາ 🤣

ຜິດຫວັງຈັກເທື່ອບໍ່ສຳຄັນ ຂໍ home run ເທື່ອດຽວພໍ ເຮີຍ ຂົນລຸກ 555

💡ສະຫຼຸບ 20 ຂໍ້ຄິດທີ່ ແອດ ໄດ້ອ່ານຈາກປື້ມ Home Run แพ้กี่ครั้งไม่สำคัญขอตีโฮมรันครั้งเดียวพอ | ຜູ້ຂຽນ ธนา เธียรอัจฉริยะ | PodSum EP 05

ຖ້າຢາກເຮັດທຸລະກິດຕ້ອງຫາຄຳຕອບໃຫ້ໄດ້ວ່າເປັນຫຍັງຕ້ອງເປັນເຮົາ

ແອດວ່າເປັນຄຳຖາມທີ່ຊົງພະລັງຂະໜາດຄົນເຮັດທຸລະກິດຍັງຕອບບໍ່ໄດ້ເລີຍ ເຮີຍ! 😮

ໂອກາດປະສົບຜົນສຳເລັດນ້ອຍແຮງ ເພາະວ່າລູກຄ້າຈະຖາມກັບວ່າເປັນຫຍັງເຂົາຕ້ອງຊື້ເຮົາ

ມີຫຍັງດີ ຫາຈຸດເດັ່ນ, ຂໍ້ແຕກຕ່າງໃຫ້ພົບແລ້ວຫາຄຳຕອບຈາກມັນ

ເວລາຈະຕັດສິນໃຈລອງຄິດວ່າຮູ້ສຶກແນວໃດຫຼັງຈາກ 10 ນາທີ 10 ເດືອນ ແລະ 10 ປີ ຕໍ່ຈາກນີ້

ຄວາມຄາດຫວັງຂອງລູກຄ້າປ່ຽນໄປຕະຫຼອດເວລາ

ຖ້າເຮົາເຮັດຄືເກົ່າທີ່ເຮົາເຄີຍປະສົບຜົນສຳເລັດ ເຮົາອາດຈະກັບມາ ຜິດຫວັງກໍໄດ້ຢ່າຍຶດຕິດກັບທ່າໄມ້ຕາຍເກົ່າ ເພາະວ່າໂລກເຮົາປ່ຽນຢູ່ຕະຫຼອດເວລາ

ໂລກໃບນີ້ບໍ່ໄດ້ມີຄຳຕອບດຽວ

ບັນຫາເຖິງຈະມີອັນດຽວກັນແຕ່ກໍບໍ່ໄດ້ແປວ່າຈະມີຄຳຕອບດຽວສະເໝີ ບໍລິບົດຕ່າງກັນ ຮູບແບບຕ່າງກັນບໍ່ຄືກັນຈັກເລື່ອງ

ຖ້າຄວາມຜິດຫວັງຂ້າເຮົາບໍ່ໄດ້ເຮົາຈະ Strong ຂຶ້ນ

ເພາະຄວາມຜິດຫວັງມັນຄືເພື່ອນຂອງເຮົາຮຽນຮູ້ຈາກມັນຈົນເຮັດໃຫ້ເຮົາເຕີບໂຕເກັ່ງຂຶ້ນ

ສິ່ງທີ່ຖືກຕ້ອງຄືຖືກຕ້ອງເຖິງແມ້ວ່າຈະບໍ່ມີໃຜເຮັດສິ່ງນັ້ນສິ່ງທີ່ຜິດຄືຜິດ

ເຮີຍເຫັນທຸກຄົນເຮັດສິ່ງນັັ້ນມັນກໍບໍ່ເຫັນຜິດເດໃຜໆກໍເຮັດທັ້ງນັ້ນ ແຕ່ຮູ້ບໍ່ວ່າສິ່ງເຫຼົ່ານັ້ນລະມັນອາດຜິດ ສະນັ້ນ ຖືກຫຼືຜິດ ບໍ່ກຽວກັບຈຳນວນຄົນເຮັດ

ຢ່າເຊື່ອພຽງເພາະວ່າສິ່ງນັ້ນເຄີຍເຮັດຕໍ່ໆກັນມາລຸ່ນຕໍ່ລຸ່ນ

ບາງທີສິ່ງທີ່ເຮັດມາໃນອະດີດມັນອາດຈະມີເຫດຜົນບາງຢ່າງ ເຊິ່ງໂລກມັນປ່ຽນໄປແລ້ວກັບ 10 ປີທີ່ແລ້ວ ກັບຕອນນີ້ມັນບໍ່ຄືກັນແລ້ວ

ຖາມຕົວເອງວ່າເຮັດດີທີ່ສຸດແລ້ວ ຫຼື ຍັງ?

ລົງມືເຮັດເຕັມທີ່ແລ້ວມັນກໍບໍ່ມີຫຍັງໃຫ້ເສຍດາຍ ບໍ່ມີເລື່ອງໃຫ້ເສຍໃຈແຕ່ຖາມຕົວເອງວ່າຕອນນີ້ເຮົາ ເຮັດດີທີ່ສຸດແລ້ວ ຫຼື ຍັງ ຂໍ້ນີ້ ປິນ ໃຊ້ປອບໃຈໝູ່ທຸກຄັ້ງທີ່ເຂົ້າມາຂໍຄຳປຶກສາ ຖືວ່າຊ່ວຍໄດ້ປະມານ 80% ຊ່ວຍຫຼຸດຄວາມເສຍໃຈໃນການຄາດຫວັງບາງຢ່າງ ຄວາມທໍ້ແທ້

ຄູ່ແຂ່ງຂອງເຮົາບໍ່ແມ່ນຄົນອື່ນ ແຕ່ເປັນນິໄສບໍ່ດີຂອງຕົວເຮົາເອງ

ພັດວັນ ບໍ່ມັກເຮັດ ເຮັດບໍ່ແລ້ວ ຫຼື ບໍ່ຮັບຜິດຊອບ ກິນອາຫານ junk food

ສະນັ້ນ ສົນໃຈພຽງແຕ່ຕົວເຮົາເອງນີ້ລະ ພັດທະນາຕົວໃຫ້ມັນໄວຂຶ້ນ ຟັງ podcast ອ່ານປື້ມດີໆຈັກເຫຼັມ ອ່ານບົດຄວາມດີ ເຊັ່ນ page BakGer ແຮ່ ຂາຍຊ່ອງຕົວເອງ 555

“พลังที่ยิ่งใหญ่ มาพร้อมกับความรับผิดชอบที่ยิ่งใหญ่” – ປີເຕີ Parker (Tobey Maguire) Spider-Man (2002) 555

ຄວາມມຸ່ງໝັ່ນສຳຄັນກວ່າພອນສະຫວັນ

ສົມມຸດວ່າມີພອນສະຫວັນແລ້ວບໍ່ເຝິກຊ້ອມເຫັນໃຜແຕ່ທີ່ປະສົບຜົນສຳເລັດໜ້ອຍທີ່ສຸດຖ້າມີ ບາງຄົນມີຄວາມມຸ່ງໝັ່ນເຝິກຊ້ອມເອົາສະຈົນເກັ່ງໄປເລີຍ

ໄຟຂອງຄວາມຜິດຫວັງໃນເລີ່ມການສູ້ຕໍ່ໃໝ່ມັນແຮງກວ່າໄຊຊະນະ – aimmuno

ບໍ່ວ່າຈະແພ້ ຫຼື ຊະນະມັນກໍເປັນພຽງແຕ່ແຕ້ມດຽວ

ໃຫ້ໂຟກັດແຕ້ມຖັດໄປຢ່າຍຶດຕິດກັບມັນຈົນເຮັດໃຫ້ຫົວເສຍພຽງເພາະແຕ້ມດຽວຈົນເຮັດໃຫ້ ເກມນັ້ນ

ເພພັງລົງທັນທີ ການທີ່ໄດ້ ຫຼື ບໍ່ໄດ້ອີຫຍັງ ຊະນະ ຫຼືື ແພ້ ມັນກໍຄືຈຸດດຽວຂອງຊີວິດໂຟກັດທີ່ step ຖັດໄປ

ເຮັດຫຍັງໃຫ້ໄດ້ 100% ງ່າຍກວ່າເຮັດ 98%

ຖ້າເຮົາເຮັດ 100% ໂຟກັດເຮັດສິ່ງນັ້ນແບບ 100%

ມັນຈະກາຍເປັນນິໄສເຮົາໄປເລີຍແຕ່ຖ້າເກີດ 98%

ສົມມຸດວ່າມີມື້ໜຶ່ງໝູ່ຊວນໄປກິນເຂົ້າກັບໝູ່ມັນຈະຫຼຸດລົງງ່າຍແຮງຈາກ 98% ອາດຫຼົງລົງ 80% – 70%

ຖ້າເຮັດ 100% ມັນຈະພິຈາລະນາໄດ້ໄວ ບໍ່ຕ້ອງຄິດໃຫ້ຫຼາຍເພາະມັນເປັນນິໄສເຮົາໄປແລ້ວ

ການລົງທຶນໃຫ້ກັບຕົວເອງຈະໃຫ້ຜົນຕອບແທນໄດ້ຫຼາຍທີ່ສຸດ

ເພາະຕົວເອງນີ້ລະຈະນຳຕົວເອງໄປທາງໜ້າ ອ່ານປື້ມ ຟັງ podcast

ສະນັ້ນຫາເວລາມາພັດທະນາຕົວເອງເລີ່ມພຽງແຕ່ 15 ນາທີຕໍ່ມື້ທຸກມື້ ກໍພໍແລ້ວ

ສຳຫຼັບເລີ່ມຕົ້ນ

ການພົບເຈີກັບໃຜຄົນນັ້ນມັນເກີດຂຶ້ນໄດ້ພຽງແຕ່ເທື່ອດຽວເທົ່ານັ້ນ

ໃຫ້ຄວາມສົນໃຈກັບຄົນທີ່ເຮົາພົບເຈີໃຫ້ຫຼາຍທີ່ສຸດ

ເຮົາພົບຄັ້ງຕໍ່ໄປຈະບໍ່ຄືເກົ່າ 100% ໃຫ້ເຂົ້າໃຈ ງ່າຍໆບົດສົນທະນາຕອນຄັ້ງທຳອິດທີ່ພົບກັບພົບກັນຄັ້ງຖັດໄປບົດສົນທະນາຈະບໍ່ຄືເກົ່າ 100% ຜິດປ່ຽນໄປຢ່າງແນ່ນອນ

ສະນັ້ນ ການພົບໃຜພົບຄັ້ງນັ້ນຄັ້ງດຽວໃຫ້ຄວາມສົນໃຈກັບຄົນນັ້ນເຕັມທີ່

ຢາກຮຽນຮູ້ຫຍັງໃຫ້ໃຊ້ເວລາກັບສິ່ງນັ້ນ

ຖ້າເວລາຫຼາຍພໍເຮົາຈະເກັ່ງສິ່ງນັ້ນເອງ

ຢ່າໄປສົນໃຈວ່າເຮົາຈະຕີລູກບໍ່ຖືກຈັກເທື່ອເຮົາຂໍພຽງແຕ່ຕີ “Home Run” ພໍ

home run ເປັນກິລາ [Baseball] ຈະມີຄົນໂຍນລູກກັບຄົນຕີ

ຖ້າເກີດຄົນໂຍນແລ້ວຄົນດີບໍ່ໄດ້ຄົນໂຍນຊະນະ

ຖ້າຄົນຕີໄດ້ “Home Run” ຄືຕີອອກນອກສະໜາມຄົນຕີກໍຈະຊະນະ

ໂຈດຄື ເຮົາຕີບໍ່ຖືກບໍ່ເປັນຫຍັງຄືຄົນໂຍນມັນຊະນະ ແຕ່ເຮົາມີໂອກາດມາຕີໃໝ່ ບໍ່ແມ່ນເຮົາຕີເທື່ອທຳອິດລະຈົບ

ຖ້າປຽບທຽບກັບທຸລະກິດເຮັດເທື່ອທຳອິດຜິດຫວັງບໍ່ເປັນຫຍັງ ຂໍໃຫ້ກັບມາເຮັດໃໝ່ມັນຈະມີເທື່ອໜຶ່ງທີ່ເຮົາຕີ home run ແລ້ວກໍລວຍຊີວິດກໍສະບາຍ

ຢາກເກັ່ງຂຶ້ນໃຫ້ຕັ້ງເປົ້າໝາຍທີ່ທ້າທາຍກວ່າສິ່ງທີ່ເຮົາເຮັດໄດ້

ແອດ ອ່ານປື້ມຫຼາຍໜີບໍ່ພົ້ນກັບຄຳທີ່ວ່າ “ຄວາມທ້າທ້າຍ” ເປັນບໍ່ເກີດແຫ່ງຄວາມປະສົບສຳເລັດ ຖ້າເກີດເຮົາຕັ້ງເປົ້າໝາຍໃນສິ່ງທີ່ເຮົາເຮັດໄດ້ຢູ່ແລ້ວ ມັນກໍບໍ່ໄປໃສຢູ່ບ່ອນເກົ່າບໍ່ເກີດການຮຽນຮູ້ໃໝ່ໆເລີຍ

ອາຈານ Shion Kabasawa ນັກຈິດຕະແພດຊື່ດັ່ງ ຄົນຍີ່ປຸ່ນໄດ້ເວົ້າເອົາໄວ້ໃນປື້ມ the power of output

ເຊັ່ນກັນ ມະນຸດເຮົາຈະເລິ່່ມພັດທະນາຕົວເອງກໍ່ຕໍ່ເມື່ອລົງມືເຮັດສິ່ງທີ່ທ້າທ້າຍ

ຫາອ່ານສະຫຼຸບໄດ້ແລ້ວເດີ້

ສະຫຼຸບປຶຶ້ມ The Power of Output

ຢາກມີຄວາມສຸກຄວນມີຄວາມຄາດຫວັງຕໍ່າ ແລະ ສົມເຫດສຳຜົນຕໍ່ຕົວເອງ

ຖ້າເກີດຄາດຫວັງແບບສູງເວີ ສົມມຸດວ່າເປັນນັກສຶກສາຕົວເອງບໍ່ເກັ່ງພໍແຕ່ຢາກໄດ້ເກຣດ ເຕັມທຸກວິຊາກໍຈະເລີ່ມມີຄວາມທຸກແລ້ວຕັ້ງຄວາມຫວັງໄວ້ສູງເກີນເວີເກີນ

ຖ້າເກີດມີຄວາມຄາດຫວັງລົງມາຕໍ່າລົງສົມເຫດສົມຜົນ 80% ກໍພໍແລ້ວຈະມີຄວາມສຸກໄດ້ງ່າຍ

ເຮົາຕ່າງກໍເປັນພະເອກນາງເອກໃນເລື່ອງເລົ່າຂອງຕົນເອງ

ເຈົ້າລອງສັງເກດເລື່ອງເລົ່າທີ່ເຈົ້າເລົ່າໃຫ້ຄົນອື່ນຟັງເຈົ້າອາດຈະເຂົ້າຂ້າງຕົວເອງ ທັ້ງໆຄວາມຈິງມະນຸດມີຈຸດອ່ອນ ແລະ ຈຸດແຂງ ຈຸດອ່ອນຫຼາກຫຼາຍຮູບແບບ

ບັນຫາຂອງຄົນອື່ນກັບໃຊ້ຫົວບັນຫາຕົວເອງກັບໃຊ້ໃຈ

ມັນຄືຄວາມຈິງເລີຍ ສົມມຸດວ່າບັນຫາເລື່ອງຄູ່ຊີວິດ

ຖ້າໝູ່ເຮົາມາຂໍຄຳແນະນຳເລື່ອງແຟນເຈົ້າຈະໃຊ້ຫົວທັນທີເລີຍວ່າຕ້ອງຄ່ອຍຟັງແຟນບອກແນວນັ້ນແນວນີ້ດ້ວຍເຫດຜົນຢ່າງເຕັມທີ່ແຕ່ບັນຫາຂອງຕົວເອງພໍແຟນຕົວເອງເວົ້າແບບນີ້ເຈົ້າລຸຍເລີຍ ເອົ້າ! ແລ້ວທີ່ແນະນຳໝູ່ກັບບໍ່ໃຊ້

Subscribe

Comments

Leave a Reply

Discover more from BAKGER

Subscribe now to keep reading and get access to the full archive.

Continue reading