ສະຫຼຸບ What The Duck 2025 (ທີ່ຫາເບິ່ງຍ້ອນຫຼັງບໍ່ໄດ້ແລ້ວ)

Categories:

     ເຮັດວຽກໜັກມາທັັ້ງຊີວິດ ແຕ່ບໍ່ຮູ້ດ້ວຍສ້ຳວ່າຊິວິດຍັງຢູ່ບ່ອນເກົ່າ

ສະຫຼຸບຂໍ້ຄິດຈາກ Live ແຫ່ງຊີວິດ 1 ປີຂອງແອດທອຍ (ທີ່ຫາເບິ່ງຍ້ອນຫຼັງບໍ່ໄດ້ແລ້ວ)

ແອດທອຍ ເລິ່ມ Live ດ້ວຍປະໂຫຍກ “Don’t believe, Think”

ໃນປະໂຫຍກນີ້ແອດທອຍ ບໍ່ຢາກໃຫ້ເຊື່ອທຸກຢ່າງທີ່ Live ທັນທີ ແຕ່ໃຫ້ຄິດພິຈາລະນາຕາມວ່າ ສິ່ງໃດຄືສິ່ງທີ່ເຮົາຄວນເລືອກທີ່ຈະເຊື່ອ

ເຊັ່ນດຽວກັບບົດຄວາມສະຫຼຸບນີ້ຢ່າຟ້າວເຊື່ອທຸກຕົວອັກສອນທີ່ເຈົ້າອ່ານ ແຕ່ໃຫ້ເຮົາຄິດຕາມວ່າມັນໜ້າເຊື່ອແທ້ ຫຼື ບໍ່?

ໃນ Topic Live ນີ້ຄື “Money

ບົດຄວາມນີ້ແອດຂຽນສະຫຼຸບ Live ນີ້ມາໃຫ້ໄດ້ອ່ານແລ້ວ ອ່ານຈົບເກັ່ງເລີຍ ລຸຍ💪

ສິ່ງທີ່ແອດທອຍຕື່ນເຊົ້າ ແລະ ກ່ອນເຂົ້ານອນເຮັດທຸກມື້ຄື:

     ອ່ານໜັງສືໃຊ້ເວລາ 1 ຊົ່ວໂມງ ເຊື່ອວ່າເຮັດສິ່ງທີ່ຖືກຕ້ອງຊີວິດກໍຈະຢູ່ລອດ ແອດທອຍເຮັດຢ່າງຕໍ່ເນື່ອງມາເປັນ 160 ອາທິດ ( 3 ປີ ) ເຮີຍສຸດຍອດແຮງ ໃນຄວາມຄິດເຫັນສ່ວນຕົວຂອງແອດເອງ ການເລືອກສິ່ງທີ່ດີໃຫ້ຊີວິດເຊັ່ນຕື່ນເຊົ້າມາອອກກຳລັງກາຍ, ຟັງ Podcast ດີໆຈັກເລື່ອງໜຶ່ງ ຂໍສາລະພາບວ່າຄວາມຈິງແລ້ວແອດ ຕື່ນເຊົ້າມາເຮັດເປັນປະຈຳຄືອ່ານໜັງສື 30 ນາທີ, ອອກກຳລັງກາຍ 30 ນາທີ, ເຝິກເວົ້າພາສາ 30 ນາທີ ກ່ອນນອນຈະຂຽນ Journal ໃສ່ເຈ້ຍ A4 ຂຽນສິ່ງທີ່ເຮັດມາໝົດມື້ (ກິດຈະກຳ ຫຼື ວຽກ) ລົງໃສ່ເຈ້ຍ ຂໍບອກວ່າມັນຊ່ວຍໄດ້ຫຼາຍແຮງ ທັ້ງຊ່ວຍລົດຄວາມຄຽດ, ວິຕົກກັງວົນ

picture: Continue reading the book.

ແລະ ອີກໜຶ່ງສິ່ງທີ່ ແອດ ເຮັດເປັນປະຈຳທຸກມື້ເລີຍຄື ເຂົ້າເຝິກພາສານຳແອັບ Duolingo 5 ນາທີ ເຮັດຕໍ່ເນື່ອງ 878 ມື້ 28 ເດືອນ ( 2 ປີ ) ແອດ ເຊື່ອວ່າເຮັດສິ່ງທີ່ດີສະໝ່ຳສະເໝີ ເປັນປະຈຳແບບນີ້ໄດ້ທັ້ງຮັບຄວາມຮູ້ທຸກເຊົ້າ ແລະ ເພື່ອສຸຂະພາບດ້ວຍດີຫຼາຍ.

picture: Continue training.

Seek Truth ຄວາມຈິງມີຫຼາຍແບບ:

     ເຈົ້າອ່ານບົດຄວາມນີ້ຄືຄົນອື່ນໆ ແຕ່ເຈົ້າສຳຜັດປະສົບການບໍ່ຄືກັນ ແລະ ປະສົບຂອງແຕ່ລະຄົນກໍບໍ່ຄືກັນ, ຫາຄວາມຈິງໄດ້ຈາກໃສ? ໃຫ້ແຍງແວ່ນແລ້ວຖາມຕົວເອງ ເຮົາແມ່ນໃຜ? ເຮົາຕ້ອງການຫຍັງ, ເຮົາເປັນຫຼາຍກວ່ານີ້ບໍ່ໄດ້, ຫາເງິນຫຼາຍກວ່ານີ້ບໍ່ໄດ້ ທີ່ເວົ້າມານັ້ນຄືຕົວເຈົ້າເອງສາມາດເຮັດໄດ້ຂຶ້ນກັບຕົວເຈົ້າເອງ.

ຈົ່ງເປັນຄົນ ທີ່ຄົນອື່ນສ່ວນນ້ອຍຍ່າງ:

     ທາງທີ່ຄົນບໍ່ຍ່າງຄືທາງແຫ່ງຄວາມສຳເລັດ ແຕ່ມັນໂຄດຍາກ (ເສັ້ນທາງທີ່ຍາກມີຄວາມໝາຍສະເໝີ) ແອດທອຍ ສັກລາຍໃສ່ແຂນເບື້ອງຊ້າຍວ່າ “The obstacle is the way” ແອດທອຍ ເຊື່ອວ່າໃນເສັ້ນທາງຍ່າງ ເລືອກເສັ້ນທາງທີ່ຍາກໄວ້ກ່ອນສະເໝີ ຂົນລຸກກ 😮

Picture: AdToy DataRockie

ຄວາມຈິງຈະເຮັດໃຫ້ເຈົ້າເປັນອິດສະຫຼະ:

     ແອັດທອຍເຄີຍຄິດວ່າ “ເຮົາຕ້ອງຕື່ນເຊົ້າ ຈຶ່ງຈະມີຊິວິດທີ່ດີໄດ້” ແຕ່ຕອນນີ້ ແອດທອຍ ໄດ້ພົບກັບຄວາມຈິງໃໝ່ ຖ້າເຮົາຕື່ນ 5 ໂມງເຊົ້າ ແຕ່ກັບມາຫຼິ້ນໂທລະສັບເຊັ່ນ ໄຖຕິກຕ໋ອກ 555 ຢອກໆ ຊິວິດເຮົາກໍຈະດີຂຶ້ນຈັກໂມງ 🤣 ຄວາມໝາຍຄື ແທ້ຈິງແລ້ວ ການຕື່ນເຊົ້າບໍ່ໄດ້ເຮັດໃຫ້ເຮົາ ເປັນຄົນດີຂຶ້ນ ຈະຕື່ນຕອນໃດກໍໄດ້ ຂໍພຽງແຕ່ “ຕື່ນມາເຮັດສິ່ງທີ່ມີຄວາມໝາຍ” ຊີວິດເຮົາກໍຈະດີຂຶ້ນ.

Agency ຄື:

     ທັກສະທີ່ເຮົາສາມາດເຮັດໃນສິ່ງທີ່ເຮົາເລືອກເອງ ເຮັດໃນສິ່ງທີ່ຕ້ອງເຮັດ ສິ່ງທີ່ດີ ແລະ ມີຄວາມໝາຍ

High agency ຄື ຄົນທີ່ເລືອກເປົ້າໝາຍໃຫ້ຕົວເອງ -> ເຮົາຄວນເປັນແບບນີ້ ສະນັ້ນ ຈົ່ງຄິດເພື່ອຕົວເອງດ້ວຍຕົນເອງນີ້ຄື Frist principle

ວິກິດໃນອະນາຄົດບໍ່ມີໃຜໜີວິກິດທີ່ຈະເກີດຂຶ້ນໃນອະນາຄົດໄດ້ສິ່ງທີ່ເຮັດໄດ້ຄື:

     ເຮັດຕົວໃຫ້ strong ເພື່ອຮັບມືກັບວິກິດພວກນັ້ນ

ເຮົາຄວນເຮັດວຽກໜັກກັບຕົວເອງ ບໍ່ແມ່ນ ເຮັດວຽກໜັກກັບການ Asset ໃຫ້

     ລອງຖາມຕົວເອງເຮົາຢາກມີອະນາຄົດທີ່ສົດໃສ ຫຼື ຢາກມີວຽກທີ່ດີເຮັດ

The Frist Principle ຂອງການໃຊ້ຊິວິດກໍຄື:

     ການຄິດ (Thinking) ມະນຸດຕ່າງຈາກສິ່ງທີ່ມີຊິວິດອື່ນ ບ່ອນທີ່ວ່າເຮົາຄິດວິເຄາະແຍກແຍະເອງໄດ້ ເຮົາຄວນໃຊ້ເວລາເພື່ອຄິດໃຫ້ຫຼາຍ ເພື່ອເຂົ້າໃຈໂລກໃບນີ້ໃຫ້ຫຼາຍຂຶ້ນ

     ເພື່ອເຮົາຄິດ (Thinking) ຫຼາຍຂຶ້ນ ເຮົາຈະໄດ້ລົງມືເຮັດ (Doing) ໄດ້ດີຂຶ້ນ ແລະ ກາຍເປັນ (Becoming) ຄົນທີ່ດີຍິ່ງຂຶ້ນ ຈົນໄປເຖິງຕົວຕົນທີ່ດີທີ່ສຸດ (Eudaimonia)

     ແຕ່ສິ່ງທີ່ໜ້າເສົ້າຄື ພວກເຮົາຂາດຄວາມຮູ້ ແລະ ຄວາມຈິງ ເຊິ່ງສິ່ງທີ່ຊ່ວຍປິດຊ່ອງໂຫວ່ນັ້ນຄື “Skill”

     ການເຮັດວຽກໜັກກັບຕົວເອງກັບ ສິ່ງທີ່ເຮົາເລືອກເອງ ລົງທຶນກັບຕົວເອງ ເພື່ອໃຫ້ເຮົາເປັນຄົນທີ່ດີຍິ່ງຂຶ້ນ

ຄົນສ່ວນໃຫຍ່ມັກຈະຖາມວ່າໃນອະນາຄົດມີຫຍັງແດ່ທີ່ຈະປ່ຽນ

     Jeff Bezos ເລືອກທີ່ຈະຖາມກັບວ່າ ສິ່ງທີ່ຈະບໍ່ປ່ຽນ ໂລກຈະບໍ່ປ່ຽນໄປໃສ ແນວໃດລຸກຄ້າກໍຕ້ອງການພຽງແຕ່ 3 ສິ່ງ

1) ສິນຄ້າດີ

2) ສົ່ງໄວ

3) ລາຄາຖືກ

Picture: Jeff Bezos

ເປັນຕົວເອງ version ທີ່ດີດ້ວຍ 5 ກົດນີ້:

1) Control The Frame

     ເຮົາຄວບຄຸມສິ່ງທີ່ຈະເກີດຂຶ້ນບໍ່ໄດ້ ແຕ່ເຮົາເລືອກໄດ້ວ່າຈະ “ຕອບສະໜອງ” ຕໍ່ເຫດການຕ່າງໆແນວໃດ

2) Energy Beats Time

     ເຮົາຍຶດ ຫຼື ເລັ່ງເວລາບໍ່ໄດ້ ແຕ່ເລືອກໄດ້ວ່າຈະ “ໃຊ້ພະລັງງານແບບໃດ” ກັບແຕ່ລະຊ່ວງເວລາ

3) Direction Beats speed

     ຄວາມໄວຄວນຖືກ “ໃຊ້ເພື່ອຈຳເປັນເທົ່ານັ້ນ” ຖ້າເຮົາເລືອກທິດທາງໃສ່ສຸດໄປ ກໍມີແຕ່ເຈັບຕົວ

4) Externalize cognition ( Second Brain )

     ສະໝອງຖືກສ້າງມາເພື່ອຄິດ ແລະ ຕັດສິນໃຈ ແຕ່ເຮົາມັກເອົາໄປຈື່ ຈົນສ່ວນທີ່ຕັດສິນໃຈມັນຫຼຸດລົງ

     ດັ່ງນັ້ນ ເຮົາຄວນຈົດໄອເດຍທາງນອກ (Second Brain) ແລ້ວຄ່ອຍໃຊ້ສະໝອງເຊື່ອມໂຍງ ແລະ ສ້າງສັນຈາກໄອເດຍເຫຼົ່ານັ້ນ

5) Asymmetry or Death

     ເຮັດສິ່ງທີ່ໃຊ້ຕົ້ນທຶນນ້ອຍ ແຕ່ໄດ້ຜົນຕອບແທນຫຼາຍ (Leverage) ເຊັ່ນ ການໃຊ້ເວລາ 4-5 ປີ ເພື່ອສ້າງລະບົບທີ່ຕອບແທນເຮົາສາມາດໄປໄດ້ 30 ປີ ນັ້ນຄືທາງອອກຂອງໂລກອະນາຄົດ

ມາຮອດຊ່ວງ Climax ແລ້ວ

ເຮົາມີຫົນທາງຫາເງິນ 3 ແບບ

1) Sidewalk – ທາງທີ່ບໍ່ມີມື້ລວຍ

2) Slowlane – ທາງທີ່ລວຍໄດ້ຍາກ

3) Fastlane – ທາງລວຍທີ່ເປັນໄປໄດ້ທີ່ສຸດ

Sidewalk – ທາງທີ່ບໍ່ມີມື້ລວຍ

Wealth = Income + Debt

     ຊີວິດທີ່ຄົນສ່ວນໃຫຍ່ເລືອກໃຊ້

ໄດ້ເງິນມາ -> ເອົາໄປໃຊ້ຈ່າຍ

ເງິນໝົດ -> ກູ້ຢືມມາໃຊ້ເພີ່ມ

     ໃຊ້ເດືອນຊົນເດືອນແນວໃດກໍບໍ່ມີທາງລວຍ

Slowlane – ທາງທີ່ລວຍໄດ້ຍາກ

Wealth = Job + Investment

     Job ມາຈາກລາຍໄດ້ຕໍ່ຊົ່ວໂມງ x ຊົ່ວໂມງທີ່ເຮັດວຽກ Investment ມາຈາກເງິນຕົ້ນ x ດອກເບ້ຍທົບຕົ້ນ

     ແອດທອຍ ລອງເປີດ google sheet ຄຳນວນຊີວິດແບບ Slowlane ໃຫ້ເບິ່ງ

     ສົມມຸດເຮົາເຮັດວຽກຕອນອາຍຸ 20 ປີ ດ້ວຍເງິນເດືອນ 15, 000 ບາດ

     ໂດຍເງິນເດືອນຂຶ້ນປີລະ 5% ອອມ 10% ດອກເບ້ຍ 3% ກະສຽນຕອນ ອາຍຸ 60 ປີ ເຮັດວຽກໜັກມາທັັ້ງຊີວິດ ແຕ່ບໍ່ຮູ້ດ້ວຍສ້ຳວ່າຊິວິດຍັງຢູ່ບ່ອນເກົ່າ

     ສຸດທ້າຍເຮົາມີເງິນເກັບ 5 ລ້ານບາດ😓 ເຊິ່ງເມື່ອຫານດ້ວຍຈຳນວນຊົ່ວໂມງ ທີ່ເຮົາເຮັດວຽກລາຍໄດ້ສະເລ່ຍຕໍ່ຊົ່ວໂມງ ຄິດໄລ່ໄດ້ພຽງແຕ່ 50 ບາດຕໍ່ຊົ່ວໂມງເທົ່ານັ້ນເອງ ປີ (ເຮັດວຽກໄປ 40 ປີ)

ປັນຫາທີ 1 ຂອງທາງເລືອກນີ້ ຄື ທັງສອງປັດໄຈຂຶ້ນຢູ່ກັບ “ເວລາ”

ເງິນເດືອນ -> ຂຶ້ນກັບຊົ່ວໂມງທີ່ເຮັດວຽກ

ການລົງທຶນ -> ຂຶ້ນກັບເວລາທີ່ລົງທຶນ

ປັນຫາທີ 2 ຄືເຮົາຄວບຄຸມອີຫຍັງບໍ່ໄດ້ເລີຍ

ເງິນເດືອນ -> ຂຶ້ນກັບເຈົ້ານາຍ

ດອກເບ້ຍ -> ຂຶ້ນກັບທະນາຄານ ແລະ ສະພາບເສດຖະກິດ

     ຕົວເລກຄ່າສະເລ່ຍນັ້ນບໍ່ໄດ້ຜິດ ແຕ່ມັນສະທ້ອນວ່າ ຊີວິດແບບ Slowlane ອາດແລກກັບອິດສະຫຼະພາບທັ້ງຊີວິດ

Fastlane – ທາງລວຍທີ່ເປັນໄປໄດ້ທີ່ສຸດ

Wealtht = Net profit + Asset value

Asset value ຄື ມູນຄ່າບໍລິສັດ (ຖ້າເຮົາຈະຂາຍ)

Net profit ຄື Unit sold x Unit profit

     ຂາຍໄດ້ຈັກອັນ ກຳໄລຕໍ່ອັນເປັນເທົ່າໃດ ນັ້ນກໍຄືເງິນທັ້ງໝົດທີ່ເຮົາຈະໄດ້ ຜູ້ຂຽນໃຫ້ນິຍາມຂອງ Fastlane ຜ່ານ Model ຊື່ວ່າ CENTS

CENTS:

1) Control = ຕ້ອງຄວບຄຸມທຸກຢ່າງໃນທຸລະກິດໄດ້

2) Entry = ເປັນສິ່ງທີ່ຍາກຄົນອື່ນເຂົ້າມາເຮັດຕາມບໍ່ໄດ້

3) Need = ສ້າງໃນສິ່ງທີ່ຕະຫຼາດຕ້ອງການ ບໍ່ແມ່ນເຮາົຕ້ອງການ

4) Time = ສ້າງທຸລະກິດທີ່ ເຮັດເງິນໄດ້ໂດຍບໍ່ຂຶ້ນກັບເວລາຂອງເຮົາ

5) Scale = The Law of Effection

     The Law of Effection ບອກວ່າຖ້າເຈົ້າແກ້ໄຂບັນຫາ ໃຫ້ຄົນລາຍຄົນໄດ້ ເຈົ້າກໍຈະກາຍເປັນ Milionaire

     ເຮົາເລືອກໄດ້ວ່າຈະເພີ່ມອັນໃດ ເພີ່ມຈຳນວນລູກຄ້າ ເພີ່ມລາຄາສິນຄ້າ ຫຼື ເພີ່ມທັ້ງແບບຄູ່ ເຮົາຄຸມເອງໄດ້ໝົດເປືອກ

ທັງໝົດນີ້ ຄື ສະຫຼຸບຈາກ Live ຂອງແອດທອຍ

ຟັງຈົບແທບຈະຍ່າງໄປຍື່ນໃບລາອອກເລີຍ 555 ຢ່າ…… 🤣

ຫຼັງຈາກອ່ານສະຫຼຸບນີ້ ທຸກຄົນຄິດວ່າຕົວເອງກຳລັງໃຊ້ຊິວີດຢູ່ເລນໃດ “ເຊື່ອ” ຫຼື “ບໍ່ເຊື່ອ” ຫຍັງ

ລອງຄອມເມ້ນ ມາເມົ້າມອຍກັນໄດ້ເດີ້ ແອດອ່ານທຸກເມ້ນເລີຍ ຮັກຄົນເມ້ນ 😊

Subscribe

Comments

2 responses to “ສະຫຼຸບ What The Duck 2025 (ທີ່ຫາເບິ່ງຍ້ອນຫຼັງບໍ່ໄດ້ແລ້ວ)”

  1. Chat GPT Avatar

    ເນື້ອຫາໂຄດດີແຮງ ອ້າຍປິນ

    1. BakGer Avatar

      ລຸຍນ້ອງ

Leave a Reply

Discover more from BAKGER

Subscribe now to keep reading and get access to the full archive.

Continue reading