Category: Bootcamp

  • ຖ້າຮູ້ຈັກ Gemini CLI ໄວກວ່ານີ້ເຮັດວຽກມີໄຊໄປເຄິ່ງ (ຮູ້ກ່ອນ)ເຕີບໂຕກ່ອນ

    ຖ້າຮູ້ຈັກ Gemini CLI ໄວກວ່ານີ້ເຮັດວຽກມີໄຊໄປເຄິ່ງ (ຮູ້ກ່ອນ)ເຕີບໂຕກ່ອນ

    ແອດມີໂອກາດໄດ້ເຂົ້າຮຽນ Bootcampe Datarockie ເປັນ Class ພິເສດ ຜູ້ສອນ Add Toy ຄົນດີຄົນເດີມ

    ແອດຈະມາ share ເຕັກນິກຕ່າງໆກ່ຽວ Gemini CLI 101 ອ່ານຈົບເຮັດເປັນແນ່ນອນ💪

    Table of Contents

    ການຕິດຕັ້ງ Gemini CLI

    Step1: ກ່ອນທີ່ຈະລົງ Gemini CLI ໃຫ້ເຂົ້າມາທີ່ Node

    Select Executable Type ເພື່ອກຽມຄວາມພ້ອມຂອງ Development Environment

    ສຳຫຼັບຄອມແອດໃຊ້ Windows

    💡tip: ແນະນຳໃຊ້ຄອມສ່ວນຕົວຈະດີແຮງ ເພາະວ່າຄອມບໍລິສັດອາດຖືກບ໋ອກໄດ້

    ວິທີການຕິດຕັ້ງ Node

    Step2: ຫຼັງຈາກຕິດຕັ້ງ Node ແລ້ວໃຫ້ກົດເຂົ້າມາ Gemini CLI

    coppy ຄຳສັ່ງນີ້:

    npm install -g @google/gemini-cli

    Step3: ເປີດ Terminal ຂຶ້ນມາ ນຳຄຳສັ່ງທີ່ coppy ມາວາງ

    ເພື່ອຕິດຕັ້ງ Gemini CLI

    ການໃຊ້ງານຜ່ານ Terminal e.g. -p “prompt”

    ການໃຊ້ Gemini ມີຢູ່ 2 ແບບຄື

    ການຂຽນ prompt ແລ້ວ (Single Command / One-liner)

    ຕົວຢ່າງ ເລີ່ມຄຳສັ່ງ gemini -p “(ຕາມດ້ວຍ prompt)”

    ການຂຽນ prompt Interactive (REPL)

    ໃຫ້ສ້າງ folder GeminiCLI101 ແລະ cd ໃຫ້ຕົວເອງເຂົ້າໄປຢູ່ໃນ Folder ດັ່ງກ່າວກ່ອນ

    ໃຫ້ພິມຄຳວ່າ “gemini” ຄັ້ງທຳອິດມັນຈະຂໍໃຫ້ເຮົາ sign in

    ຮອບນີ້ແອດແນະນຳໃຫ້ login Gemail ແບບ free plan ມີໃຫ້ 1000 request ຕໍ່ມື້ ຖ້າແບບ pro plan 120 request ພາຍໃນ 1 ນາທີ

    ❗ຖ້າເກີດບໍ່ເຫັນໜ້າ Login ໃຫ້ພິມຄຳສັ່ງນີ້ ” /auth login “

    ຫຼັງຈາກທີ່ Login ແລ້ວ ກົດ R ຮອບ 1 ເພື່ອ restart

    ຕົວຢ່າງແອດພິມຄຳສັ່ງ

    “what is the free quota for gemini cli personal plan”

    ຜົນທີ່ໄດ້ຮັບ:

    Gemini CLI keyboard shortcuts

    Clear screen :ກົດ Ctrl + L

    Newline: ກົດ Ctrl + Enter

    (ເພີ່ມເຕີມ)

    save files

    ຕົວຢ່າງຄຳສັ່ງ

    save cities in cities.txt

    ມັນຈະຂໍສິດເຮົາໃນການເຂົ້າໄປຂຽນ file ໃນ folder ນີ້

    1 Allow once ມັນຈະຖາມເຮົາທຸກຄັ້ງ

    2 Allow for this session ທຸກຄັ້ງທີ່ມັນເອີ້ນໃຊ້ໂໝດ WriteFile ມັນຈະຂຽນເລີຍໂດຍບໍ່ຖາມ

    3 Modify with external editor: ເລືອກທີ່ຈະແກ້ໄຂ ຫຼື ຄຳສັ່ງນັ້ນດ້ວຍໂປຣແກຣມແກ້ໄຂອື່ນ e.g VS Code ຫຼື Notepad ກ່ອນທີ່ຈະກົດຢືນຢັນ run

    ແອດແນະນຳໃຫ້ໃຊ້ ແບບທີ “1 Allow once ມັນຈະຖາມເຮົາທຸກຄັ້ງ”

    ຜົນທີ່ໄດ້ຮັບ:

    ການໃຊ້ງານຕ່າງໆ ຊ່ວຍຫາຂໍ້ມູນ,​ ສະຫຼຸບເອກະສານ,​ສ້າງເອກະສານ,​ເຮັດ presentation ໄດ້ໝົດ

    AI ມັນບໍ່ພຽງແຕ່ຖາມ-ຕອບ ຄືແຕ່ກ່ອນແລ້ວ ຂະໜາດພາຍໃນ 3 ປິມັນສາມາດ execute ວຽກໃຫ້ເຮົາໄດ້ແລ້ວຢ່າງໂຫດ

    ສະຫຼຸບຂໍ້ມູນ

    ຕົວຢ່າງ ແອດຢາກໃຫ້ມັນສະຫຼຸບ ແລະ ອ້າງອີງໄປໄວ້ file samsung_s26.md

    prompt @(ຕາມດ້ວຍ ຊື່file)

    ຜົນທີ່ໄດ້ຮັບ:

    ❗ຄຳເຕືອນຖ້າ persional plan ຢ່າໃສ່ຂໍ້ມູນ setsitive ມັນຈະເກັບໄວ້ໃນ folder ນັ້ນ ເພາະວ່າມັນຈະສົ່ງຂໍ້ມູນໄປທີ could google ມັນຈະເກັບຂໍ້ມູນນັ້ນໄວ້ ຄວນເປັນຂໍ້ມູນທີ່ສາມາດເຜີຍແຜ່ໄດ້ຈະດີທີ່ສຸດ

    ນຳໄປໃຊ້ກັບ Tools

    ພິມ “/tools ” ຄືກັນກັບ ຄຳສັ່ງ command

    tools ຄືເຄື່ອງມືທີ່ AI Agent Gemini ສາມາດເອີ້ນໃຊ້ງານເຄື່ອງມືພວກນີ້ໄດ້

    e.g ນຳໃຊ້ Tools WebFetch

    ຕົວຢ່າງ ແອດນຳໄປໃຊ້ກັບ Tools ທີ່ເອີ້ນວ່າ WebFetch

    WebFectch ຄືມັນແລ່ນໄປເວັບໄຊນັ້ນແລ້ວມັນກໍຈະ Fectch Data ຈາກເວັບໄຊນັ້ນ ກໍຄືການເຮັດ web scraping ງ່າຍໆ

    e.g ແອດນຳເວັບ Bakger.com ແລະ Coppy URL

    ຄຳສັ່ງ:

    use web_fetch get data from this url (ຕາມດ້ວຍ url)

    ມັນຈະຂໍໃຊ້ WebFetch ຮອບນີ້ແອດໃຊ້ໂໝດ 2 Allow for this session ເພາະວ່າ WebFetch ບໍ່ໄດ້ອັນຕະລາຍຫຼາຍ

    ທຸກຄັ້ງທີ່ມັນແລ່ນໄປທາງນອກແອດຈະໃຫ້ມັນ Allow ບອກມັນວ່າຮອບໜ້າ ຖ້າໃຊ້ WebFecth ໃຫ້ມັນເຮັດໄປເລີຍບໍ່ຕ້ອງຖາມແລ້ວ

    ຜົນທີ່ໄດ້ຮັບ

    e.g ໃສ່ຄຳສັ່ງ

    can you translate the 10 point in lao

    💡tip: ແອດແນະນຳໃຊ້ເປັນພາສາອັງກິດເວລາຂຽນ prompt ມັນຈະດີກວ່າ ເພາະປະເທດລາວມີພຽງ 7 ລ້ານຄົນໃຊ້ ສ່ວນພາອັງກິດ ມີເປັນ 1000 ລ້ານຄົນທີ່ໃຊ້

    ເຊິ່ງໃຫ້ຜົນລັບກັບມາດີກວ່າ

    shell mode enabled

    ເວລາ List files ໃນ folder ຄຳສັ່ງທົ່ວໄປ ມັນຂ້ອນຂ້າງຍາວ

    ຄຳສັ່ງ:

    “List files in this folder”

    ຈຶ່ງມີອີກວິທີທີ່ງ່າຍຂຽນສັ້ນໆ (short cut)

    ພິມຄຳສັ່ງ “ ! ” ມັນຈະຂຶ້ນ shell mode enabled ເຊິ່ງເຮົາສາມາດໃຊ້ command line ໃນການສ້າງ file (ລວມເຖິງຄຳສັ່ງອື່ນໆ ທີ່ເປັນ command line)ໄດ້ເຊັ່ນກັນ

    e.g ຄຳສັ່ງ ls

    ສາມາດໃຫ້ Gemini ຈັດການ File ໃນ Folder

    e.g ແອດບອກໃຫ້ມັນ group file ທີ່ເປັນນາມສະກຸນ .md ໃນ Folder ໃໝ່ຊື່ວ່າ MD folder ແລະ group file Text folder

    ຄຳສັ່ງ

    group .md files into MD folder,
    group .txt files into TEXT folder,
    Lest's go!

    ຜົນທີ່ໄດ້ຮັບ

    ຕອນນີ້ມັນຍ້າຍ file ໃຫ້ແລ້ວ

    highlight ສຳຄັນ

    ລອງນຶກພາບວ່າເຮົາມີ Folder ເຮົາມີຕາກ້ອງ ເຮົາເປັນຊ່າງຖ່າຍຮູບ ເຮົາມີຮູບປະມານ 1, 000 ຮູບໄປຖ່າຍງານຮັບປະລິນຍາມາ ເຮົາສາມາດສັ່ງ Gemini ວ່າ group ຮູບຕາມວັນທີ່ໄດ້ເລີຍ

    ມັນສາມາດອ່ານຮູບພາບໄດ້

    Gemini CLI ຍັງໃຫ້ມັນສ້າງຮູບພາບໃຫ້ບໍ່ໄດ້ຕ້ອງເອີ້ນໃຊ້ nano banana ມາຊ່ວຍ

    ແຕ່ຕອນນີ້ແອດຈະທົດລອງໃຫ້ມັນອ່ານ File ພາບໃບບິນແລ້ວໃຫ້ມັນສະກັດ (extract) ຂໍ້ມູນແຕ່ລະໃບບິນສະຫຼຸບຕົວເລກເຂົ້າດ້ວຍກັນ

    ຊື່ file receipts.png

    ຄຳສັ່ງ

    ” read the @(ຕາມດ້ວຍຊື່ file) and extract the items in each receipt, and then sum the total spending for me “

    ຜົນທີ່ໄດ້ຮັບ

    ຜົນລວມໄດ້: $394.85

    Agentic Ai

    ລອງນຶກພາບ ຖ້າເຮົາມີໃບບິນ 100 ໃບເຮົາບອກ gemini ວ່າຊ່ວຍເຂົ້າມາ folder ນີ້ແລ້ວອ່ານເທື່ອລະ file ເລີຍ

    Concept ນີ້ເອີ້ນວ່າ Agentic ຄືເຮົາສັ່ງວຽກຄັ້ງ 1 ຕົວ gemini ມັນຈະຄິດ plan ຂຶ້ນມາແລ້ວມັນຈະດຳເນີນການ (Execute) ຕາມ plan ນີ້

    e.g ແອດຈະນຳໃຊ້ 2 ພາບນີ້

    ຄຳສັ່ງ

    Let's do three steps.
    1. group .png file into IMAGE folder
    2. extract data from each receipt in the IMAGE folder
    3. I want to see the item tables, and please sum all the expense
    Make sure the calculation is correct.

    ຜົນທີ່ໄດ້ຮັບ

    ຜົນລວມຈາກ 2 ຮູບ(ໃບບິນ)

    ຄຳສັ່ງໃນການ Check ຫຼື Setting ຕ່າງໆ

    Check Token

    ຫາກຢາກກວດສອບວ່າເຮົາໃຊ້ token ໄປແລ້ວເທົ່າໃດ

    ຄຳສັ່ງ

    > /stats session

    Slash Commands

    ຖ້າພິມ “/” ຈະມີຄຳສັ່ງຕ່າງໆໃຫ້ເລືອກຫຼາຍ ເພື່ອເອີ້ນໃຊ້ລາຍການຄຳສັ່ງທີ່ລະບົບກຽມໄວ້ໃຫ້

    ຫາກຕ້ອງການເລືອກ model ຂອງ gemini ໃຫ້ເລືອກ /model

    Create presentation

    ສາມາດໃຫ້ມັນສ້າງ presentation e.g ບົດສະຫຼຸບ insight ຂອງ file csv ທີ່ໃຫ້ gemini CLI gen ຂຶ້ນມາ

    ຄຳສັ່ງ

    “turn insight.md into a web presentation using reveal.js, create 2 charts using chart.js and this chart to the slide as well. I want modern dark theme, cool fonts, think using google san fonts for this project is cool.”

    ຜົນທີ່ໄດ້ຮັບ

    ເຊິ່ງສາມາດໃຊ້ gemini CLI ເປີດ slides

     start (ຕາມດ້ວຍຊື່ file)

    ຜົນທີ່ໄດ້ຮັບ

    e.g slides ທັ້ງໝົດທີ່ໄດ້ມາ

    Chat log

    ເມື່ອເຮົາໃຊ້ງານ Gemini CLI ແລ້ວເຮົາຢາກຈະ save file ແຊັດທີ່ລົມກັບ Gemini CLI

    ຄຳສັ່ງ

    Log out of Gemini CLI

    ຄຳສັ່ງ

    /quit

    ຫຼັງຈາກອອກຈາກ Gemini CLI ແລ້ວ ຖ້າຢາກ resume ກັບມາທີ່ Chat log ເມື່ອກີ້

  • ຢ່າຮຽນແບບນີ້ ຖ້າຢາກຍົກລະດັບພາສາໃຫ້ເກັ່ງຂຶ້ນ

    ຢ່າຮຽນແບບນີ້ ຖ້າຢາກຍົກລະດັບພາສາໃຫ້ເກັ່ງຂຶ້ນ

    ແອດຈະມາສະຫຼຸບ ສິ່ງທີ່ໄດ້ຮຽນຈາກ Additional English class (Bootcam Datarockie)| PodSum Ep 07

    Class ນີ້ເປັນ Class ເສີມ ຂອງ Bootcam Datarockie ແອດ Toy ຮັບເຊີນແຂກສຸດພິເສດມາຮ່ວມສອນ ນັ້ນກໍຄື ອາຈານ Kana ຈາກ Farangangmor

    Picture: Kana

    ທີ່ແອດເຂົ້າມາຮຽນເພາະອາຈານນ່າຮັກ ເອີ໋ຍບໍ່ແມ່ນ 555

    ສະຫຼຸບ ເຄັດລັບທີ່ແອດໄດ້ຮຽນຈາກ Additional English class (Bootcam Datarockie)

    People use tools for communication

    ມີຫຼາຍຄົນທີ່ຮຽນພາສາອັງກິດແລ້ວເວົ້າບໍ່ໄດ້ຈັກເທື່ອ ເຖິງແມ້ຈະຮຽນມາຫຼາຍປີແລ້ວ

    ຫຍິ່ງໃນຍຸກປັດຈຸບັນສະດວກສະບາຍໃນການໃຊ້ເຄື່ອງມື AI ສື່ສານແທນ ພຽງແຕ່ໂຫຼດມາຕິດເຄື່ອງກໍພ້ອມໃຊ້ງານໄດ້ແລ້ວ

    Picture: Use tools for communication

    Everyone has different goals

    ເປົ້າໝາຍຂອງແຕ່ລະຄົນກໍບໍ່ຄືກັນ ບາງຄົນຮຽນພາສາອັງກິດເພື່ອເອົາຕົວຫຼອດ ໄປທ່ຽວຕ່າງປະເທດ, ຊື້ເຄື່ອງ, ຈອງໂຮງແຮມ, ສັ່ງອາຫານໄດ້ ກໍພໍແລ້ວ

    Picture: Everyone has different goals

    ແຕ່ຮູ້ບໍ່ວ່າ ການໃຊ້ເຄື່ອງມື AI ເພື່ອສື່ສານມັນກໍດີ ແຕ່ຖ້າຢາກອະທິບາຍຜົນງານທີ່ເຮົາຮວບຮວມເປັນຢ່າງດີຢາກຈະອະທິບາຍໄອເດຍທາງເຊິງເລິກ ການໃຊ້ເຄື່ອງມືນັ້ນເພື່ອສື່ສານມັນຈະຄວາມໝາຍແປກໆ

    picture: Use AI Tools for communication

    ຕົວຢ່າງຝຣັ່ງເວົ້າວ່າ “It’s a beautiful day” ເຊິ່ງໃນບ້ານເຮົາຈະບໍ່ເວົ້າ ມັນເປັນມື້ທີ່ສວຍງາມ ມັນເບິ່ງຄືແປກໆ ໃນບ້ານເຮົາແດດອອກຄືຮ້ອນ

    ຖ້າເຮົາບໍ່ເຂົ້າໃຈວັດທະນາທຳຂອງເຂົາ ເຮົາຍາກຈະສື່ສານໄປເລິກກວ່ານີ້ເຊັ່ນ ອະທິບາຍວັດທະທຳໜຶ່ງໃຫ້ອີກຄົນວັດທະນາທຳອື່ນເຂົ້າໃຈໂດຍການໃຊ້ເຄື່ອງມື Translate ເຊັ່ນເຮົາຕ້ອງໄດ້ອະທິບາຍໃຫ້ AI ເຂົ້າໃຈເທື່ອໜຶ່ງ ກ່ອນຈະສື່ໃຫ້ຄົນອື່ນ ໃຫ້ໃຊ້ມັນສົ່ງອີເມວແທນ ແລະ ອື່ນໆ

    ຖ້າເປັນຕົວເຮົາເຮັດເອງສື່ສານເອງມັນຈະເປັນສະເໜ່ອີກແບບໜຶ່ງຂອງເຮົາ

    English ≠Talent

    It’s a System

    ຖ້າເຮົາເບິ່ງ English ເປັນທັກສະ ເຮົາສາມາດປັບວິທີຕ່າງໆ ແລະ ເຂົ້າໃຈທັ້ງຕົວເອງ

    Ever feel like you just can’t remember, no matter how hard you try?

    ທ່ານເຄີຍເປັນບໍ່? ຮຽນເທົ່າໃດກໍຈື່ບໍ່ໄດ້

    ຄົນສ່ວນໃຫຍ່ຍັງຕິດກັບດັກວິທີການຮຽນຮູ້ທີ່ຜິດໆມາໂດຍຕະຫຼອດ

    • Learning Goals

    Accuracy vs Fluency

    Picture: Accuracy Vs Fluency
    • Accuracy

    ຫຼາຍຄົນເຄີຍເປັນບໍ່ເຮົາຮຽນພາສາແບບເນ້ນ Accuracy ຄື ໂຄງສ້າງເປັນແນວໃດຜັນ verb ຕ້ອງເປັນແບບນີ້ ລຽງປະໂຫຍກແນວໃດ ເຮົາຕ້ອງເຮັດຕາມໂຄງສ້າງເປະໆ ເຊິ່ງເຮົາໃຊ້ເວລາໄປກັບ Accuracy ຄ້ອນຂ້າງຫຼາຍ ຕັ້ງແຕ່ຢູ່ສະໄຫມມັດທະຍົມຈົນມໍປາຍເຮົາເນ້ນຄວາມຖືກຕ້ອງ

    • Fluency

    ມີສິ່ງໜຶ່ງທີ່ເຮົາບໍ່ຄ່່ອຍໃຫ້ເວລາກັບມັນຫຼາຍນັ້ນຄື Fluency ຄືຄວາມຄ່ອງໃນການໃຊ້ພາສາ ບາງຄົນເຮັດໂຈດ Grammar ຕອບຖືກໝົດແຕ່ເວລາເອົາມາໃຊ້ງານແທ້ ສື່ສານຕົວຈິງມັນດັນຕິດຂັດໃນຫົວ ເຮົາໃຊ້ເວລາໄປກັບ Accuracy ຫຼາຍ

    ຄືພາສາລາວເຮົາ ເຮົາເກີດມາເວົ້າເປັນ ເກີດຈາກຟັງຈາກພໍ່ແມ່, ເອື້ອຍອ້າຍ, ຄົນຂ້າງບ້ານ ເຂົ້າໃຈແລ້ວເອົາມາເວົ້າຈົນເປັນ ເຊິ່ງເຮົາຮຽນພາສາອັງກິດຮຽນແບບ Accuracy ຈົນເກີນໄປ ບໍ່ໄດ້ຮຽນແບບພາສາເກີດຕົນເອງ

    Cram, exam, forget

    ຮຽນເພື່ອເສັງເມື່ອເສັງແລ້ວລືມ

    ແອດກໍເປັນຮາຮາ ເສັງເອົາຄະແນນ

    man in a varsity jacket
    Photo by Andy Barbour on Pexels.com

    ຕອນນັ້ນຄື ແອດໄດ້ເຂົ້າຮ່ວມສອບເສັງນັກຮຽນເກັ່ງມໍ 4 (ມີນາ 2017 ) ວິຊາ Eng ເປັນເດັກນ້ອຍບ້ານນອກຄົນໜຶ່ງທີ່ເຂົ້າມາແຂ່ງກັບຄົນໃນເມືອງຫຼວງ ແຕ່ບໍ່ໄດ້ຫຍັງຕິດມືກັບບ້ານ ຕອນນັ້ນອາດກໍບໍ່ໄດ້ຄາດຫວັງຫຍັງຫຼາຍ ພຽງແຕ່ມາເອົາປະສົບການຊື່ໆ

    Picture: Provincial-level academic excellence competition 2017

    Applying your learning to real life: How-to?

    It’s Not you.

    It’s the way you Learned.

    ຮຽນເທົ່າໃດກໍບໍ່ເກັ່ງຈັກເທື່ອ ບໍ່ວ່າຈະພົບບັນຫາຫຍັງມາກໍຕາມ ບໍ່ແມ່ນວ່າສະໝອງເຮົາບໍ່ເໝາະກັບພາສາອັງກິດ

    You can

    change the way you learn.

    ເຮົາສາມາດປ່ຽນວິທີການຮຽນຮູ້ຂອງເຮົາໄດ້

    What’s Your Fluency Goals?

    ອາຈານ Kana ປ້າຍຢາປື້ມເຫຼັມ

    Fluency Goals ຄືຫຍັງ?

    ຫຼາຍຄົນທີ່ມາປຶກສາ ອຈ Kana ຢາກເກັ່ງພາສາເຮັດແນວໃດ

    ອຈ ຖາມຄືນ ເກັ່ງໄປເພື່ອຫຍັງ

    ບາງຄົນຢາກຮຽນຕໍ່ຕ່າງປະເທດ, ໄປທ່ຽວ, ເຮັດວຽກຕ່າງປະເທດ, ຫາແຟນຝຣັ່ງ 5555

    ກ່ອນຈະຮຽນພາສາອັງກິດຄູ Kana ຊວນຕອບຄຳຖາມ 3 ສິ່ງນີ້ໃຫ້ໄດ້ກ່ອນ ວ່າເປົ້າໝາຍຂອງແຕ່ລະຄົນເປັນແນວໃດ

    • Where: ໃຊ້ພາສາອັງກິດໃນສະຖານທີ່ໃດ
    • With whom : ກັບໃຜ (ເພື່ອນຮ່ວມງານ, ເພື່ອນຄົນຕ່າງປະເທດ ອື່ນໆ)
    • What: ຢາກເວົ້າ ຫຼື ເຮັດຫຍັງດ້ວຍຄວາມໝັ່ນໃຈແດ່
    Picture: What’s Your Fluency Goals

    Maintain consistency

    ການເຮັດຢ່າງຕໍ່ເນື່ອງເຊັ່ນເບິ່ງວິດິີໂອ ຊໍ້າໆ ວົນກັບມາເບິ່ງເປັນ 7 ມື້ ຫຼື 10 ມື້ ມັນຈະເລີ່ມຮູ້ສຶກໄດ້ວ່າ ເອະເປັນຫຍັງຄືເຂົ້າໃຈ ເປັນຫຍັງຢູ່ດີໆເບິ່ງຮູ້ເລື່ອງ ມີຄຳສັບໃນຫົວ

    “You do not rise to the level of your goals. You fall to the level of your systems. Your goal is your desired outcome. Your system is the collection of daily habits that will get you there.”

    Goals

    ບາງທີ່ເຮົາຕັ້ງເປົ້າໝາຍເທົ່າໃດ ຖ້າສິ່ງທີ່ເຮົາກຳລັງເຮັດນ້ອຍໆ ມັນບໍ່ໄດ້ເອື້ອຕໍ່ການປ່ຽນແປງນັ້ນມັນກໍຈະບໍ່ໄດ້ຮອດເປົ້າໝາຍນັ້ນ

    Systems

    ເຮົາຄວນສ້າງນິໄສຊິວິດປະຈຳວັນ ຫຼື ສິ່ງທີ່ກ່ຽວຂ້ອງກັບເປົ້າໝາຍຕົວເອງ ຫຼື ເຊັ່ນມັກການເຮັດການປຸງແຕ່ງອາຫານ ເຮົາກໍໄປເບິ່ງແນວກ່ຽວກັບອາຫານອາດເປັນບົດຄວາມ ອ່ານໂຊຊ່ຽວຜ່ານການຣີວິວ ຫຼື ລົມກັບຄົນທີ່ມັກເຮັດອາຫານ

    ແຕ່ຖ້າຢາກເບິ່ງວິດີໂອຫຼາຍໆຮູບແບບໃຫ້ເຂົ້າໃຈເຊັ່ນ ແນວປັດສະຍາ ຊີວະ ເຄມີ ເຮົາຕ້ອງຫາອ່ານສິ່ງທີ່ມັນກ່ຽວຂ້ອງກັບພວກນ້້ນ

    ອາຈານ Kana ມາປ້າຍຢາປື້ມອີກແລ້ວເຢ້…. ເລີຟໆ

    The I O C Principle of Effective Learning

    ຫຼັກການຮຽນຮູ້ຂອງI + O + C ທີ່ຈະຊ່ວຍຍົກລະດັບພາສາໃຫ້ດີຍິ່ງຂື້ນ

    ຖ້າຖາມວ່າແມ່ນຫຍັງຊ່ວຍໃຫ້ເກັ່ງພາສາມີພຽງ 3 ຢ່າງນີ້

    Input + Output + Consistency

    Picture: The IOC Principle
    • Input

    Input ຄືການປ້ອນຂໍ້ມູນ: ການອ່ານ, ຟັງ

    ເຮົາຄວນເລືອກ Input ທີ່ກົງກັບເປົ້າໝາຍຂອງເຮົາ

    ເຊັ່ນ ເຮົາສົນໃຈເລື່ອງນັ້ນໆ, ມັນບໍ່ຈຳເປັນຕ້ອງມາຮຽນແບບຈິງຈັງ ຖ້າເຮົາຢາກເຮັດອາຫານ ເຮົາກໍໄດຫາຄົ້ນຫາໃນເນັດເປັນພາສາອັງກິດ ວິທີການເຮັດ ຕ່າງໆ

    Input ທີ່ດີຄື ບໍ່ຍາກເກີນໄປ ແລະ ບໍ່ງ່າຍເກີນໄປ ຈັບຕ໋ອງໄດ້ ສາມາດເຮັດກັບມັນເປັນປະຈຳໄດ້, ມ່ວນ

    Picture: Power of Input
    • Output

    Output ຄືການສະແດງຜົນ: ການເວົ້າ, ຂຽນ, ປະຕິບັດ

    ອັດຕາສ່ວນທີ່ດີທີ່ສຸດຂອງການເຮັດ Input: Output ຄື 3:7

    ຈາກປື້ມ The power of output ປື້ມເຫຼັ່ມນີ້ດີແຮງ ເປັນເຫຼັ່ມທີ່ປ່ຽນຊີວິດແອດເລີຍ

    ເຂົາມີການວິໄຈ ກຸ່ມ 1 ໃຫ້ທ່ອງຈຳຫຼາຍ ແລະ ເຮັດເຝິກຫັດໜ້ອຍໜຶ່ງ ກັບ ອີກກຸ່ມໜຶ່ງ ທ່ອງຈຳໜ້ອຍໜຶ່ງ ແຕ່ໃຫ້ເຮັດແບບເຝິກຫັດຫຼາຍ

    ຜົນປາກົດວ່າກຸ່ມທີ່ເຮັດໄດ້ຜົນທີ່ໄດ້ຮັບທີ່ດີທີ່ສຸດແມ່ນ ກຸ່ມ ທີ່ໃຫ້ທ່ອງຈຳໜ້ອຍໜຶ່ງ ເຮັດບົດເຝິກຫັດຫຼາຍ

    Picture: Power of output

    💡Tip: ໃຫ້ເຮົາຈັບຄູ່ກັນ Input & Output

    ທຸກຄັ້ງທີ່ເຮັດ Input ເຮົາຄວນເຮັດ Output ທັນທີ ເຊັ່ນ ຫຼັງຈາກເບິ່ງໜັງ ໃຫ້ລີວິວຂຽນບົດຄວາມ ຫຼື ເລົ່າໃຫ້ໝູ່ຟັງ ຫຼື ຕົວຢ່າງ ເບິ່ງວິດີໂອເປັນພາສາ ກົດຢຸດເວົ້າຕາມທັນທີ

    ຕົວຢ່າງແອດ ເວລາຟັງ Podcast ຫຼື ຮຽນຫຍັງຈົບ ແອດມັກຈະຈົດໃສ່ Note (notion tool) , ຂຽນບົດຄວາມເຊິ່ງເປັນການທວນບົດຮຽນສະຫຼຸບສິ່ງທີ່ຕົວເອງໄດ້ຮຽນມາ ເພື່ອໃຫ້ຕົວເອງໄດ້ອ່ານ ແລະ ແບ່ງປັນເພື່ອເປັນປະໂຫຍດໃຫ້ຄົນອື່ນໆອີກດ້ວຍ

    Picture: Tip Input & Output

    ສ່ວນຫຼາຍທີ່ຄົນເວົ້າບໍ່ໄດ້ເກີດຈາກ ເຮົາໄປໂຟກັດທີ່ ຂະບວນການຂອງໄວຍາກອນຫຼາຍຈົນເກີນໄປ ຢ້ານແຕ່ເວົ້າມາແລ້ວບໍ່ສົມບູນ

    ອຈ Kana ແນະນຳວ່າ ເຮັດແນວໃດກໍໄດ້ໃຫ້ຄຳໃນຫົວຂອງເຮົາອອກມາເປັນຄຳເວົ້າຂອງເຮົາເລື່ອຍໆກ່ອນ ແລ້ວຜົນທີ່ໄດ້ຮັບມາຈະຄ່ອຍຕາມມາ ເຊັ່ນ What you eat ເວົ້າອອກມາບໍ່ຕ້ອງຖືກເປະໆ ພໍພຽງເວົ້າໃຫ້ຄ່ອງ ເລື່ອງສຳນຽງ ຫຼັກການຕ່າງໆຄ່ອຍປັບປຸງພາຍຫຼັງໄດ້

    ທີ່ຈິງເຮົາຄວນຮຽນແບບເປັນເດັກນ້ອຍ ເຊິ່ງເດັກນ້ອຍມັນບໍ່ຮູ້ສຶກຢ້ານຫຍັງວ່າສິ່ງທີ່ຄິດວ່າເປັນກອບຂອງເຮົາກ່ອນ ເພາະເດັກນ້ອຍບໍ່ໄດ້ກັງວົນວ່າເວົ້າຖືກ ຫຼື ບໍ່ ເຂົາພຽງຢາກສື່ສານສິ່ງທີ່ຢູ່ໃນຫົວ ເຊັ່ນ: ຫິວ, ນົມ….

    ຖ້າເກີດວ່າເຮົາມົວແຕ່ກັງວົນ ເຊັ່ນ ຂ້ອຍຫິວ s + v + o ຕ້ອງລຽງໃຫ້ເປະໆເດີ້ ມັນຈະເກີດຜົນທີ່ໄດ້ຮັບຍາກ

    • Consistency

    ຄວາມສະໝ່ຳສະເໝີ: ບາງຄົນອັດໃສ່ລວດດຽວເລີຍ ມື້ນີ້ໄດ້ອ່ານບົດຄວາມນີ້ Input ຈັດເຕັມໄປເລີຍ 8 ຊົ່ວໂມງ Output ອອກໄປລົມນຳຝຣັ່ງເລີຍ1 ມື້ເຕັມ ແຕ່ເຮັດໄດ້ 2 ມື້ ເຊື່ອບໍ່ວ່າໝົດໄຟ ໝົດແຮງໃນການຮຽນ

    ວິທີຮຽນແບບ Cramming Vs Distributed Learning

    Cramming ອັດໃສ່ລວດດຽວ

    Distributed Learning ຮຽນເທື່ອລະໜ້ອຍ

    ແຕ່ໃຊ້ເວລາເທົ່າກັນ ຜົນອອກມາຄືກັນ

    ມີງານວິໄຈໜຶ່ງໃຫ້ 3 ຄົນຮຽນເລື່ອງດຽວກັນໝົດເລີຍ ຖ້າຢາກຈື່ໄດ້ຫຼາຍຈື່ໄດ້ດົນນານຄິດວ່າໃຜຈະໄດ້ຄະແນນດີທີ່ສຸດ

    ຄົນທີ 1 ຮຽນ ແບ່ງເວລາ 30ນາທີເປັນເວລາ 8 ມື້

    ຄົນທີ 2 ແບ່ງ 4 ມື້ລະ 1 ຊົ່ວໂມງ

    ຄົນທີ 3 ແບ່ງເວລາ ຮຽນລວດດຽວ 4 ຊົ່ວໂມງ

    Picture: Cramming Vs Distributed Learning

    ຜົນປາກົດວ່າ ຄົນທີ 1 ເຮັດຄະແນນໄດ້ດີທີ່ສຸດ

    ເພາະວ່າມັນຈະມີຊ່ອງວ່າງ ທີ່ເຮັດໃຫ້ເຮົາມີເວລາກັບໄປທົບທວນ ຖ້າເຮົາອັດລວດດຽວນັ່ງຍາວ ຖ້າຖາມຫຼັງຈາກ 5 ນາທີ ຍັງຕອບເອີໆ ອ່າໆ ສະແດງວ່າປະສິດທິພາບໃນການຈົດຈຳບໍ່ມີຄຸນນະພາບ ພໍຜ່ານໄປ 1 ອາທິດມັນຈະລືມໝົດເລີຍ

    Picture: Cramming Vs Learing

    ແອດກໍເຄິຍເປັນ ຕອນນັ້ນເວົ້າກັບຕົວເອງເອົາວະແນວໃດກໍເລີ່ມຮຽນອັງກິດແລ້ວທ່ອງຈຳສັບໄປເລີຍ 50 ຄຳຕໍ່ມື້ ພໍມື້ທີ 5 ໝົດແຮງຂີ້ຄ້ານບໍ່ຢາກເຮັດຕໍ່ໝົດໄຟໃນທີ່ສຸດ ແອດເລີຍປ່ຽນວິທີໃໝ່ ເກັບສັບມື້ລະ 5 ຄຳພໍ ເນັ້ນຄຸນນະພາບໃຫ້ຫຼາຍກວ່າປະລິມານ ແລ້ວກໍເຮັດມັນໄດ້ຢ່າງຕໍ່ເນື່ອງ

    ຕອນນີ້ແອດຮຽນເຝິກເວົ້າ ຮຽນຄຳສັບນຳໃຊ້ແອັດ Duolingo ມາເປັນ 910 ວັນ (2 ປີ 130 ອາທິດ) ເຢ້….. ເຝິກມື້ລະ 15 ນາທີ ກ່ອນນອນທຸກມື້

    Picture: Consistently active from 2023 through 2026
    Picture: The 1,000-Day Challenge

    ແອດເຊື່ອວ່າ ຖ້າເຮົາຢາກເລິ່ມເຮັດຫຍັງບາງຢ່າງຕໍ່ເນື່ອງໃຫ້ ເລິ່ມຈາກສິ່ງງ່າຍໆ ສາມາດເຮັດມັນເປັນປະຈຳໄດ້ບໍ່ວ່າຈະປ່ວຍກໍສາມາດເຝິກມັນໄດ້

    Picture: Pomodoro Technique

    💡Tip: ເຮົາຄວນໃຊ້ຫຼັກການ Pomodoro ຮຽນ 25 ພັກ 5 ແບບນີ້ 4 ຮອບ ລວມເປັນ 2 ຊົ່ວໂມງ ແລ້ວພັກຍາວ 25 ນາທີ ຫຼື 30 ນາທີ ສຳຫຼັບຄົນຫາກໍເລີ່ມເຮັດ ແລະ ສາມາດປັບແຕ່ງເວລາໄດ້ຕາມໜ້າງານ

    ບໍ່ແມ່ນ ຮຽນ 5 ພັກ 25 ຢ່າຫາທຳ 5555

    ຫຼາຍຄົນຖາມວ່າແອດຄືຮຽນໄດ້ຫຼາຍຢ່າງແທ້ເອົາເວລາໃດນອນ 555 ແອດໃຊ້ຫຼັກການນີ້ໃນການຮຽນ course Udyme ໃນການຂຽນ Code ເລື່ອງທີ່ມັນຍາກໆ , ເຮັດໂປຣເຈັກ, ຮຽນ Bootcamp ຫຼື ຮຽນເລື່ອງອື່ນໆ ມັນຊ່ວຍເປັນຢາກດີເລີຍ ທັ້ງບໍ່ຄຽດຈົນເກີນໄປມີເວລາພັກແບບພັກອີຫຼີໄປຍ່າງຊົມວິວອາກາດທາງນອກ, ນອນ ແລ້ວກໍກັບມາຮຽນ

    Picture: use pomodoro Technique

    ມີງານວິໄຈແບ່ງກຸ່ມໜຶ່ງເຮັດວຽກຕໍ່ເນື່ອງດົນນານ 50 ນາທີ ສ່ວນອີກກຸ່ມເຮັດວຽກມີການຢຸດພັກຜ່ອນສັ້ນໆ

    ຜົນປາກົດວ່າ ກຸ່ມທີ່ຢຸດພັກ ສາມາດຮັກສາຄຸນນະພາບການເຮັດວຽກ ແລະ ເຮັດໃຫ້ສະມາທິດີ ລະຫວ່າງອີກກຸ່ມທີ່ເຮັດຢ່າງຕໍ່ເນື່ອງໂດຍບໍ່ມີການຢຸດພັກຜ່ອນ ຄຸນນະພາບກັບດິ່ງລົງຢ່າງວ່ອງໄວຫຼັງຈາກຜ່ານໄປຊ່ວງໜຶ່ງ

    ສະນັ້ນການນຳໃຊ້ເຕັກນິກ Pomodoro Technique ບໍ່ແມ່ນໃຊ້ໄດ້ສະເພາະຮຽນພາສາອັງກິດເທົ່ານັ້ນ ຍັງສາມາດນຳມາໃຊ້ໃນການແກ້ໄຂບັນຫາຕ່າງໆທີ່ໄດ້ໃຊ້ສະມາທິ ຫຼື ນັ່ງຈົດຈໍ່ເປັນເວລາດົນນານເຊັ່ນ Dev Developer, ວຽກທີ່ຫນ້າເບື່ອເຊັ່ນອ່ານເມວຕອບເມວ, ພັດວັນ (Procrastination), ຄວາມເມື່ອຍລ້າຈາກການເຮັດວຽກ(Burnout) ແລະ ອື່ນໆເປັນຕົ້ນ

    Al Tools to Level up Your English

    ແອດມາແຖມ ເຄື່ອງມືທີ່ໃຊ້ຊ່ວຍໃນການເຝິກເວົ້າພາສາໃຫ້ເກັ່ງຂຶ້ນ

    ໃຊ້ Chat GPT ໃນເຝິກເວົ້າທີ່ແອດໄດ້ສະຫຼຸບຈາກ THE STANDARD knd (คำนี้ดี)

    ແຈກ Prompt 5 ວິທີເຝິກເວົ້າອັງກິດ free ກັບ Chat GPT

    Prompt ຄື ສິ່ງທີ່ເຮົາຢາກໃຫ້ AI ເຮັດຫຍັງໃຫ້ເຮົົາ ຫຼື ຄາດຫວັງໃຫ້ AI ຊ່ວຍຫຍັງເຮົາ

    ສາມາດຕິດຕັ້ງ Chat GPT ລົງເຄື່ອງຜ່ານໂທລະສັບ ຫຼື ໃຊ້ຜ່ານເວັບກໍໄດ້

    ງ່າຍໆດ້ວຍຄິກ 2-3 ຂັ້ນຕອນກໍໃຊ້ງານໄດ້ແລ້ວດັ່ງນີ້:

    ເລີ່ມຈາກ ຫຼັງລົງທະບຽນ Chat GPT ແລ້ວ

    ສາມາດເລືອກສຽງ AI ໂດຍໃຫ້ໄປທີ່

    ໜ້າ Profile ແລ້ວເລືອກ Setting

    ເລືອກ General ເລືອກ Voice

    ເລີ່ມເວົ້າໂດຍກົດທີ່ຮູບ icon ສຽງໃກ້ໆຮູບໄມ

    ເລີ່ມນຳໃຊ້ Prompt

    ສາມາດເວົ້າ ຫຼື ຄັດລອກ Prompt ມາວາງໄດ້ເລີຍ

    • Enunciate

    ເວົ້າໃຫ້ຈະແຈ້ງ

    • Strong Connection

    ຫາສັນຍານທີ່ແຮງພໍ

    5 prompt ໃຊ້ເຝິກເວົ້າ ພາສາອັງກິດ

    • Simple Conversations: ເວົ້າທົ່ວໄປ
    • Vocab Quiz: ເຝິກຄຳສັບ
    • Pronunciation & Fluency: ເຝິກອອກສຽງ ເນັ້ນຄວາມລື່ນໄຫຼ
    • Practice Real-Life Scenarios: ຈຳລອງສະຖານະການ
    • Deep Talk: ເຝິກເວົ້າເຈາະເລິກ
    • Simple Conversations

    ເວົ້າທົ່ວໄປ

    Picture: Simple Conversations

    Prompt 1 : Simple Conversation

    “Hi! My name is […]. Can we be friends?”

    “I’m looking to practice my English speaking skills. Can we have a friendly chat where you ask me questions and keep the conversation going?”

    • Vocab Quiz

    ເຝິກຄຳສັບ

    Picture: Vocab Quiz

    Prompt 2: ທວາຍຄຳສັບກັບ AI

    “I’m a beginner at English language.”

    “I want you to quiz me on English vocabulary that I will get to use in the office.”

    “Give me the definition, and I will guess what it means.

    • Pronunciation & Fluency

    ເຝິກອອກສຽງ ເນັ້ນຄວາມລື່ນໄຫຼ

    Picture: Pronunciation & Fluency

    Prompt 3: ເຝິກອອກສຽງ

    “I want you to be my English-speaking coach and help me improve my English pronunciation and fluency.”

    “I want you to generate one English sentence at a time and wait for me to repeat after you.”

    “The sentence should be random about everyday life and include some useful English expressions.”

    “And after that, you can rate me on a scale of 1-10. How well do I do?”

    • Practice Real-Life Scenarios

    ຈຳລອງສະຖານະການ

    Picture: Practice Real-Life Scenarios

    Prompt 4: ເຝິກຈຳລອງສະຖານະການລົມກັບຄົນແປກໜ້າ

    “I want you to act as a talkative stranger and ask me some general questions to get to know each other.”

    “So you can start by saying hi to me and then just go on with the conversation.

    Do not use fancy words and keep your reply short, okay?”

    “Now, I want you to act as my job interviewer and ask me some of the most common interview questions about my qualifications and experience for a [specific position]?”

    • Deep Talk

    ເຝິກເວົ້າເຈາະເລິກ

    picture: Deep Talk

    Prompt 5: ເຝິກ Deep Talk

    “Now, I want to have a deep conversation or deep talk with you.

    So I want to ask you about religion, and I have heard someone talk about them being atheists.

    Can you tell me what that means exactly?”

    Extra Prompts

    Prompts ເພີ່ມເຕີມ

    Prompt 1: ຕໍ່ຍອດບົດສົນທະນາ

    “Can you give me some examples of blockbuster movies from your perspective?”

    Prompt 2: ຂໍຄຳແນະນຳດ້ານພາສາ

    “Can you correct my sentence?”

    Prompt 3: ເຊັກການອອກສຽງ

    “How’s my pronunciation?”

    “Is there any word that you can detect that I pronounced wrong. Can you fix it for me?”

    Prompt 4: ເຮັດໃຫ້ພາສາເປັນທຳມະຊາດຫຼາຍຂຶ້ນ

    “Was there any sentence that I can rephrase to make it sound more natural?”

  • ສະຫຼຸບ What The Duck 2025 (ທີ່ຫາເບິ່ງຍ້ອນຫຼັງບໍ່ໄດ້ແລ້ວ)

    ສະຫຼຸບ What The Duck 2025 (ທີ່ຫາເບິ່ງຍ້ອນຫຼັງບໍ່ໄດ້ແລ້ວ)

         ເຮັດວຽກໜັກມາທັັ້ງຊີວິດ ແຕ່ບໍ່ຮູ້ດ້ວຍສ້ຳວ່າຊິວິດຍັງຢູ່ບ່ອນເກົ່າ

    ສະຫຼຸບຂໍ້ຄິດຈາກ Live ແຫ່ງຊີວິດ 1 ປີຂອງແອດທອຍ (ທີ່ຫາເບິ່ງຍ້ອນຫຼັງບໍ່ໄດ້ແລ້ວ)

    ແອດທອຍ ເລິ່ມ Live ດ້ວຍປະໂຫຍກ “Don’t believe, Think”

    ໃນປະໂຫຍກນີ້ແອດທອຍ ບໍ່ຢາກໃຫ້ເຊື່ອທຸກຢ່າງທີ່ Live ທັນທີ ແຕ່ໃຫ້ຄິດພິຈາລະນາຕາມວ່າ ສິ່ງໃດຄືສິ່ງທີ່ເຮົາຄວນເລືອກທີ່ຈະເຊື່ອ

    ເຊັ່ນດຽວກັບບົດຄວາມສະຫຼຸບນີ້ຢ່າຟ້າວເຊື່ອທຸກຕົວອັກສອນທີ່ເຈົ້າອ່ານ ແຕ່ໃຫ້ເຮົາຄິດຕາມວ່າມັນໜ້າເຊື່ອແທ້ ຫຼື ບໍ່?

    ໃນ Topic Live ນີ້ຄື “Money

    ບົດຄວາມນີ້ແອດຂຽນສະຫຼຸບ Live ນີ້ມາໃຫ້ໄດ້ອ່ານແລ້ວ ອ່ານຈົບເກັ່ງເລີຍ ລຸຍ💪

    ສິ່ງທີ່ແອດທອຍຕື່ນເຊົ້າ ແລະ ກ່ອນເຂົ້ານອນເຮັດທຸກມື້ຄື:

         ອ່ານໜັງສືໃຊ້ເວລາ 1 ຊົ່ວໂມງ ເຊື່ອວ່າເຮັດສິ່ງທີ່ຖືກຕ້ອງຊີວິດກໍຈະຢູ່ລອດ ແອດທອຍເຮັດຢ່າງຕໍ່ເນື່ອງມາເປັນ 160 ອາທິດ ( 3 ປີ ) ເຮີຍສຸດຍອດແຮງ ໃນຄວາມຄິດເຫັນສ່ວນຕົວຂອງແອດເອງ ການເລືອກສິ່ງທີ່ດີໃຫ້ຊີວິດເຊັ່ນຕື່ນເຊົ້າມາອອກກຳລັງກາຍ, ຟັງ Podcast ດີໆຈັກເລື່ອງໜຶ່ງ ຂໍສາລະພາບວ່າຄວາມຈິງແລ້ວແອດ ຕື່ນເຊົ້າມາເຮັດເປັນປະຈຳຄືອ່ານໜັງສື 30 ນາທີ, ອອກກຳລັງກາຍ 30 ນາທີ, ເຝິກເວົ້າພາສາ 30 ນາທີ ກ່ອນນອນຈະຂຽນ Journal ໃສ່ເຈ້ຍ A4 ຂຽນສິ່ງທີ່ເຮັດມາໝົດມື້ (ກິດຈະກຳ ຫຼື ວຽກ) ລົງໃສ່ເຈ້ຍ ຂໍບອກວ່າມັນຊ່ວຍໄດ້ຫຼາຍແຮງ ທັ້ງຊ່ວຍລົດຄວາມຄຽດ, ວິຕົກກັງວົນ

    picture: Continue reading the book.

    ແລະ ອີກໜຶ່ງສິ່ງທີ່ ແອດ ເຮັດເປັນປະຈຳທຸກມື້ເລີຍຄື ເຂົ້າເຝິກພາສານຳແອັບ Duolingo 5 ນາທີ ເຮັດຕໍ່ເນື່ອງ 878 ມື້ 28 ເດືອນ ( 2 ປີ ) ແອດ ເຊື່ອວ່າເຮັດສິ່ງທີ່ດີສະໝ່ຳສະເໝີ ເປັນປະຈຳແບບນີ້ໄດ້ທັ້ງຮັບຄວາມຮູ້ທຸກເຊົ້າ ແລະ ເພື່ອສຸຂະພາບດ້ວຍດີຫຼາຍ.

    picture: Continue training.

    Seek Truth ຄວາມຈິງມີຫຼາຍແບບ:

         ເຈົ້າອ່ານບົດຄວາມນີ້ຄືຄົນອື່ນໆ ແຕ່ເຈົ້າສຳຜັດປະສົບການບໍ່ຄືກັນ ແລະ ປະສົບຂອງແຕ່ລະຄົນກໍບໍ່ຄືກັນ, ຫາຄວາມຈິງໄດ້ຈາກໃສ? ໃຫ້ແຍງແວ່ນແລ້ວຖາມຕົວເອງ ເຮົາແມ່ນໃຜ? ເຮົາຕ້ອງການຫຍັງ, ເຮົາເປັນຫຼາຍກວ່ານີ້ບໍ່ໄດ້, ຫາເງິນຫຼາຍກວ່ານີ້ບໍ່ໄດ້ ທີ່ເວົ້າມານັ້ນຄືຕົວເຈົ້າເອງສາມາດເຮັດໄດ້ຂຶ້ນກັບຕົວເຈົ້າເອງ.

    ຈົ່ງເປັນຄົນ ທີ່ຄົນອື່ນສ່ວນນ້ອຍຍ່າງ:

         ທາງທີ່ຄົນບໍ່ຍ່າງຄືທາງແຫ່ງຄວາມສຳເລັດ ແຕ່ມັນໂຄດຍາກ (ເສັ້ນທາງທີ່ຍາກມີຄວາມໝາຍສະເໝີ) ແອດທອຍ ສັກລາຍໃສ່ແຂນເບື້ອງຊ້າຍວ່າ “The obstacle is the way” ແອດທອຍ ເຊື່ອວ່າໃນເສັ້ນທາງຍ່າງ ເລືອກເສັ້ນທາງທີ່ຍາກໄວ້ກ່ອນສະເໝີ ຂົນລຸກກ 😮

    Picture: AdToy DataRockie

    ຄວາມຈິງຈະເຮັດໃຫ້ເຈົ້າເປັນອິດສະຫຼະ:

         ແອັດທອຍເຄີຍຄິດວ່າ “ເຮົາຕ້ອງຕື່ນເຊົ້າ ຈຶ່ງຈະມີຊິວິດທີ່ດີໄດ້” ແຕ່ຕອນນີ້ ແອດທອຍ ໄດ້ພົບກັບຄວາມຈິງໃໝ່ ຖ້າເຮົາຕື່ນ 5 ໂມງເຊົ້າ ແຕ່ກັບມາຫຼິ້ນໂທລະສັບເຊັ່ນ ໄຖຕິກຕ໋ອກ 555 ຢອກໆ ຊິວິດເຮົາກໍຈະດີຂຶ້ນຈັກໂມງ 🤣 ຄວາມໝາຍຄື ແທ້ຈິງແລ້ວ ການຕື່ນເຊົ້າບໍ່ໄດ້ເຮັດໃຫ້ເຮົາ ເປັນຄົນດີຂຶ້ນ ຈະຕື່ນຕອນໃດກໍໄດ້ ຂໍພຽງແຕ່ “ຕື່ນມາເຮັດສິ່ງທີ່ມີຄວາມໝາຍ” ຊີວິດເຮົາກໍຈະດີຂຶ້ນ.

    Agency ຄື:

         ທັກສະທີ່ເຮົາສາມາດເຮັດໃນສິ່ງທີ່ເຮົາເລືອກເອງ ເຮັດໃນສິ່ງທີ່ຕ້ອງເຮັດ ສິ່ງທີ່ດີ ແລະ ມີຄວາມໝາຍ

    High agency ຄື ຄົນທີ່ເລືອກເປົ້າໝາຍໃຫ້ຕົວເອງ -> ເຮົາຄວນເປັນແບບນີ້ ສະນັ້ນ ຈົ່ງຄິດເພື່ອຕົວເອງດ້ວຍຕົນເອງນີ້ຄື Frist principle

    ວິກິດໃນອະນາຄົດບໍ່ມີໃຜໜີວິກິດທີ່ຈະເກີດຂຶ້ນໃນອະນາຄົດໄດ້ສິ່ງທີ່ເຮັດໄດ້ຄື:

         ເຮັດຕົວໃຫ້ strong ເພື່ອຮັບມືກັບວິກິດພວກນັ້ນ

    ເຮົາຄວນເຮັດວຽກໜັກກັບຕົວເອງ ບໍ່ແມ່ນ ເຮັດວຽກໜັກກັບການ Asset ໃຫ້

         ລອງຖາມຕົວເອງເຮົາຢາກມີອະນາຄົດທີ່ສົດໃສ ຫຼື ຢາກມີວຽກທີ່ດີເຮັດ

    The Frist Principle ຂອງການໃຊ້ຊິວິດກໍຄື:

         ການຄິດ (Thinking) ມະນຸດຕ່າງຈາກສິ່ງທີ່ມີຊິວິດອື່ນ ບ່ອນທີ່ວ່າເຮົາຄິດວິເຄາະແຍກແຍະເອງໄດ້ ເຮົາຄວນໃຊ້ເວລາເພື່ອຄິດໃຫ້ຫຼາຍ ເພື່ອເຂົ້າໃຈໂລກໃບນີ້ໃຫ້ຫຼາຍຂຶ້ນ

         ເພື່ອເຮົາຄິດ (Thinking) ຫຼາຍຂຶ້ນ ເຮົາຈະໄດ້ລົງມືເຮັດ (Doing) ໄດ້ດີຂຶ້ນ ແລະ ກາຍເປັນ (Becoming) ຄົນທີ່ດີຍິ່ງຂຶ້ນ ຈົນໄປເຖິງຕົວຕົນທີ່ດີທີ່ສຸດ (Eudaimonia)

         ແຕ່ສິ່ງທີ່ໜ້າເສົ້າຄື ພວກເຮົາຂາດຄວາມຮູ້ ແລະ ຄວາມຈິງ ເຊິ່ງສິ່ງທີ່ຊ່ວຍປິດຊ່ອງໂຫວ່ນັ້ນຄື “Skill”

         ການເຮັດວຽກໜັກກັບຕົວເອງກັບ ສິ່ງທີ່ເຮົາເລືອກເອງ ລົງທຶນກັບຕົວເອງ ເພື່ອໃຫ້ເຮົາເປັນຄົນທີ່ດີຍິ່ງຂຶ້ນ

    ຄົນສ່ວນໃຫຍ່ມັກຈະຖາມວ່າໃນອະນາຄົດມີຫຍັງແດ່ທີ່ຈະປ່ຽນ

         Jeff Bezos ເລືອກທີ່ຈະຖາມກັບວ່າ ສິ່ງທີ່ຈະບໍ່ປ່ຽນ ໂລກຈະບໍ່ປ່ຽນໄປໃສ ແນວໃດລຸກຄ້າກໍຕ້ອງການພຽງແຕ່ 3 ສິ່ງ

    1) ສິນຄ້າດີ

    2) ສົ່ງໄວ

    3) ລາຄາຖືກ

    Picture: Jeff Bezos

    ເປັນຕົວເອງ version ທີ່ດີດ້ວຍ 5 ກົດນີ້:

    1) Control The Frame

         ເຮົາຄວບຄຸມສິ່ງທີ່ຈະເກີດຂຶ້ນບໍ່ໄດ້ ແຕ່ເຮົາເລືອກໄດ້ວ່າຈະ “ຕອບສະໜອງ” ຕໍ່ເຫດການຕ່າງໆແນວໃດ

    2) Energy Beats Time

         ເຮົາຍຶດ ຫຼື ເລັ່ງເວລາບໍ່ໄດ້ ແຕ່ເລືອກໄດ້ວ່າຈະ “ໃຊ້ພະລັງງານແບບໃດ” ກັບແຕ່ລະຊ່ວງເວລາ

    3) Direction Beats speed

         ຄວາມໄວຄວນຖືກ “ໃຊ້ເພື່ອຈຳເປັນເທົ່ານັ້ນ” ຖ້າເຮົາເລືອກທິດທາງໃສ່ສຸດໄປ ກໍມີແຕ່ເຈັບຕົວ

    4) Externalize cognition ( Second Brain )

         ສະໝອງຖືກສ້າງມາເພື່ອຄິດ ແລະ ຕັດສິນໃຈ ແຕ່ເຮົາມັກເອົາໄປຈື່ ຈົນສ່ວນທີ່ຕັດສິນໃຈມັນຫຼຸດລົງ

         ດັ່ງນັ້ນ ເຮົາຄວນຈົດໄອເດຍທາງນອກ (Second Brain) ແລ້ວຄ່ອຍໃຊ້ສະໝອງເຊື່ອມໂຍງ ແລະ ສ້າງສັນຈາກໄອເດຍເຫຼົ່ານັ້ນ

    5) Asymmetry or Death

         ເຮັດສິ່ງທີ່ໃຊ້ຕົ້ນທຶນນ້ອຍ ແຕ່ໄດ້ຜົນຕອບແທນຫຼາຍ (Leverage) ເຊັ່ນ ການໃຊ້ເວລາ 4-5 ປີ ເພື່ອສ້າງລະບົບທີ່ຕອບແທນເຮົາສາມາດໄປໄດ້ 30 ປີ ນັ້ນຄືທາງອອກຂອງໂລກອະນາຄົດ

    ມາຮອດຊ່ວງ Climax ແລ້ວ

    ເຮົາມີຫົນທາງຫາເງິນ 3 ແບບ

    1) Sidewalk – ທາງທີ່ບໍ່ມີມື້ລວຍ

    2) Slowlane – ທາງທີ່ລວຍໄດ້ຍາກ

    3) Fastlane – ທາງລວຍທີ່ເປັນໄປໄດ້ທີ່ສຸດ

    Sidewalk – ທາງທີ່ບໍ່ມີມື້ລວຍ

    Wealth = Income + Debt

         ຊີວິດທີ່ຄົນສ່ວນໃຫຍ່ເລືອກໃຊ້

    ໄດ້ເງິນມາ -> ເອົາໄປໃຊ້ຈ່າຍ

    ເງິນໝົດ -> ກູ້ຢືມມາໃຊ້ເພີ່ມ

         ໃຊ້ເດືອນຊົນເດືອນແນວໃດກໍບໍ່ມີທາງລວຍ

    Slowlane – ທາງທີ່ລວຍໄດ້ຍາກ

    Wealth = Job + Investment

         Job ມາຈາກລາຍໄດ້ຕໍ່ຊົ່ວໂມງ x ຊົ່ວໂມງທີ່ເຮັດວຽກ Investment ມາຈາກເງິນຕົ້ນ x ດອກເບ້ຍທົບຕົ້ນ

         ແອດທອຍ ລອງເປີດ google sheet ຄຳນວນຊີວິດແບບ Slowlane ໃຫ້ເບິ່ງ

         ສົມມຸດເຮົາເຮັດວຽກຕອນອາຍຸ 20 ປີ ດ້ວຍເງິນເດືອນ 15, 000 ບາດ

         ໂດຍເງິນເດືອນຂຶ້ນປີລະ 5% ອອມ 10% ດອກເບ້ຍ 3% ກະສຽນຕອນ ອາຍຸ 60 ປີ ເຮັດວຽກໜັກມາທັັ້ງຊີວິດ ແຕ່ບໍ່ຮູ້ດ້ວຍສ້ຳວ່າຊິວິດຍັງຢູ່ບ່ອນເກົ່າ

         ສຸດທ້າຍເຮົາມີເງິນເກັບ 5 ລ້ານບາດ😓 ເຊິ່ງເມື່ອຫານດ້ວຍຈຳນວນຊົ່ວໂມງ ທີ່ເຮົາເຮັດວຽກລາຍໄດ້ສະເລ່ຍຕໍ່ຊົ່ວໂມງ ຄິດໄລ່ໄດ້ພຽງແຕ່ 50 ບາດຕໍ່ຊົ່ວໂມງເທົ່ານັ້ນເອງ ປີ (ເຮັດວຽກໄປ 40 ປີ)

    ປັນຫາທີ 1 ຂອງທາງເລືອກນີ້ ຄື ທັງສອງປັດໄຈຂຶ້ນຢູ່ກັບ “ເວລາ”

    ເງິນເດືອນ -> ຂຶ້ນກັບຊົ່ວໂມງທີ່ເຮັດວຽກ

    ການລົງທຶນ -> ຂຶ້ນກັບເວລາທີ່ລົງທຶນ

    ປັນຫາທີ 2 ຄືເຮົາຄວບຄຸມອີຫຍັງບໍ່ໄດ້ເລີຍ

    ເງິນເດືອນ -> ຂຶ້ນກັບເຈົ້ານາຍ

    ດອກເບ້ຍ -> ຂຶ້ນກັບທະນາຄານ ແລະ ສະພາບເສດຖະກິດ

         ຕົວເລກຄ່າສະເລ່ຍນັ້ນບໍ່ໄດ້ຜິດ ແຕ່ມັນສະທ້ອນວ່າ ຊີວິດແບບ Slowlane ອາດແລກກັບອິດສະຫຼະພາບທັ້ງຊີວິດ

    Fastlane – ທາງລວຍທີ່ເປັນໄປໄດ້ທີ່ສຸດ

    Wealtht = Net profit + Asset value

    Asset value ຄື ມູນຄ່າບໍລິສັດ (ຖ້າເຮົາຈະຂາຍ)

    Net profit ຄື Unit sold x Unit profit

         ຂາຍໄດ້ຈັກອັນ ກຳໄລຕໍ່ອັນເປັນເທົ່າໃດ ນັ້ນກໍຄືເງິນທັ້ງໝົດທີ່ເຮົາຈະໄດ້ ຜູ້ຂຽນໃຫ້ນິຍາມຂອງ Fastlane ຜ່ານ Model ຊື່ວ່າ CENTS

    CENTS:

    1) Control = ຕ້ອງຄວບຄຸມທຸກຢ່າງໃນທຸລະກິດໄດ້

    2) Entry = ເປັນສິ່ງທີ່ຍາກຄົນອື່ນເຂົ້າມາເຮັດຕາມບໍ່ໄດ້

    3) Need = ສ້າງໃນສິ່ງທີ່ຕະຫຼາດຕ້ອງການ ບໍ່ແມ່ນເຮາົຕ້ອງການ

    4) Time = ສ້າງທຸລະກິດທີ່ ເຮັດເງິນໄດ້ໂດຍບໍ່ຂຶ້ນກັບເວລາຂອງເຮົາ

    5) Scale = The Law of Effection

         The Law of Effection ບອກວ່າຖ້າເຈົ້າແກ້ໄຂບັນຫາ ໃຫ້ຄົນລາຍຄົນໄດ້ ເຈົ້າກໍຈະກາຍເປັນ Milionaire

         ເຮົາເລືອກໄດ້ວ່າຈະເພີ່ມອັນໃດ ເພີ່ມຈຳນວນລູກຄ້າ ເພີ່ມລາຄາສິນຄ້າ ຫຼື ເພີ່ມທັ້ງແບບຄູ່ ເຮົາຄຸມເອງໄດ້ໝົດເປືອກ

    ທັງໝົດນີ້ ຄື ສະຫຼຸບຈາກ Live ຂອງແອດທອຍ

    ຟັງຈົບແທບຈະຍ່າງໄປຍື່ນໃບລາອອກເລີຍ 555 ຢ່າ…… 🤣

    ຫຼັງຈາກອ່ານສະຫຼຸບນີ້ ທຸກຄົນຄິດວ່າຕົວເອງກຳລັງໃຊ້ຊິວີດຢູ່ເລນໃດ “ເຊື່ອ” ຫຼື “ບໍ່ເຊື່ອ” ຫຍັງ

    ລອງຄອມເມ້ນ ມາເມົ້າມອຍກັນໄດ້ເດີ້ ແອດອ່ານທຸກເມ້ນເລີຍ ຮັກຄົນເມ້ນ 😊

  • ສະຫຼຸບຄອສ One Person Business 101 DataRockie

    ສະຫຼຸບຄອສ One Person Business 101 DataRockie

         One Person Business – ເຮັດທຸລະກິດດ້ວຍຕົວຄົນດຽວ ປິນໄດ້ໄປລົງຄອສ Bootcamp ຈາກ datarockie.com ແລ້ວໄປພົບ ຄອສກ່ຽວກັບການເຮັດທຸລະກິດດ້ວຍຕົວຜູ້ດຽວ ແອດ ບໍ່ປ່ອຍເສີຍໂອກາດ ລົງສະໝັກຄອສຮຽນປຸ໋ບປັບ ເກັ່ງປັບ ຍັ໋ງງງ (Kasidis Toy) ຈະບໍ່ໃຫ້ສະໝັກໄດ້ແນວໃດ ຄອສຟຣີ ອີກດ້ວຍ 555

          ແອດ ໄດ້ຮຽນຈົບຄອສພໍດີ ດຽວຈະສະຫຼຸບໃຫ້ ເຢ້

         ຜູ້ສອນ Benz Arnun  ໄວໜຸ່ມທີ່ເຮັດທຸລະກິດດ້ວຍປັດຊະຍາຕົວເອງ Build ທຸລະກິດຈາກ 0-8 ຫຼັກມາແລ້ວ 5 ບໍລິສັດ Benz Arnun  ລອງເຮັດທຸລະກິດ ເຈ໊ງແດ່ ປະສົບຜົນສໍາເລັດແດ່ ມາຕັ້ງຫຼາຍ

         ຮັບຊ່ວງດູແລວຽກກໍ່ສ້າງທີ່ເຮືອນ… ເບື່ອໜ່າຍກັບການບໍລິຫານຄົນຫຼາຍໆ  ແບກຄ່າໃຊ້ຈ່າຍໜັກໆທຸກເດືອນ ຄຽດສະສົມ ເລີຍຜັນຕົວມາເປັນ One Person Business (OPB)

    picture: Benz Arnun

         ອີກໜຶ່ງທ່ານເປັນໃຜໄປບໍ່ໄດ້ ອາຈານຂອງແອດເອງ ແອດທອຍ FBKasidis Toy ຈາກ datarockie.com 2 ບຸກຄົນນີ້ມາຊ່ວຍກັນສອນໃນຄອສນີ້ ເນື້ອຫາຫຼັກ ເວົ້າເຖິງການກ້າລົງມືເຮັດທຸລະກິດຕົວຄົນດຽວ ດ້ວຍປັດຊະຍາອັນຊົງພະລັງ, ແອດ ຄິດວ່າ ນັກສຶກສາຫຼາຍຄົນໃກ້ຈະຈົບ ອາດມີແນວຄິດໃນຫົວ ວ່າຈະໄປຮຽນສາຍໃດຕໍ່, ເຮັດວຽກຢູ່ໃສ ຫຼື ກັງວົນຫຼົງທາງບໍ່ຮູ້ວ່າຈະໄປທາງໃດຕໍ່

    picture: Kasidis Toy DataRockie

         ແອດ ໄດ້ສະຫຼຸບຂໍ້ຄິດສໍາຄັນໄວ້ ເພື່ອເປັນກໍາລັງໃຈໃຫ້ຫຼາຍໆຄົນ ຢາກເຮັດທຸລະກິດດ້ວຍຕົວຄົນດຽວ ດັ່ງນີ້:

    ຢ່າເຊື່ອທຸກຢ່າງທີ່ເຮົາເຫັນ ຢ່າເຊື່ອສິ່ງທີ່ຄົນສ່ວນໃຫຍ່ເຊື່ອ ແລະ ຢ່າເຊື່ອທຸກຢ່າງທີ່ສະໝອງເຮົາຄິດວ່າເປັນເລື່ອງຈິງ.

         our brains hallucinate our conscious reality ເພາະສະໝອງເຮົາກໍພາເກີດພາບຫຼອນ (hallucinate) ຫຼື ການຮັບຮູ້ເຖິງສິ່ງທີ່ບໍ່ມີຢູ່ຈິງ ຜ່ານປະສາດສໍາຜັດຢູ່ຕະຫຼອດ – Benz Arnun

    Asking the right questions allows you to SEE

         ເຝິກຕັ້ງຄໍາຖາມ ເພາະຄໍາຖາມຈະພາເຮົາເຂົ້າໃກ້”ຄວາມຈິງ” – Kasidis Toy

    ເປົ້າໝາຍສຳຄັນທີ່ສຸດຂອງຊີວິດຄື

         ການຕາມຫາຄວາມຈິງ seek truths, not opinions – Kasidis Toy

    ຕ້ອງລຸ້ນວ່າເງິນເກັບຈະພໍໃຊ້ຈົນຕາຍ ຫຼື ບໍ່? [Status Quo]

         ຄ່ານິຍົມທີ່ພໍ່ແມ່ ສັງຄົມບອກໃຫ້ເຮົາເຮັດຕັ້ງແຕ່ເຮົາເກີດ – “ຕັ້ງໃຈຮຽນຈົບເກດດີໆ ສະໝັກວຽກ ເຮັດວຽກໃນລະບົບ 40 ປິ ເກັບເງິນໄວ້ໃຊ້ຊີວິດຕອນກະສຽນ… ແລ້ວຕ້ອງລຸ້ນວ່າເງິນເກັບຈະພໍໃຊ້ຈົນຕາຍ ຫຼື ບໍ່? [Status Quo] – Kasidis Toy

    ຊີວິດມີເສັ້ນທາງໃຫ້ເດີນຫຼາຍກວ່າ

         ຊີວິດມີເສັ້ນທາງໃຫ້ເດີນຫຼາຍກວ່າ ພຽງແຕ່ເຮັດວຽກໃນ office (ຄວາມຈິງຕ້ອງຕັ້ງຄຳຖາມວ່າ “ວຽກ” ຄືຫຍັງ ຕັ້ງແຕ່ທໍາອິດ) – Kasidis Toy

    ເຮັດວຽກ [office] ໜັກຂຶ້ນ

         ເຮັດວຽກ [office] ໜັກຂຶ້ນ ໃຊ້ເວລາເພີ່ມຂຶ້ນສອງເທົ່າ ລາຍໄດ້ເພີ່ມຂຶ້ນ “ສອງເທົ່າ” ຄືກັນບໍ່? – Kasidis Toy

    ຖ້າຢາກຫາເງິນໄດ້ຫຼາຍໆ

         ຖ້າຢາກຫາເງິນໄດ້ຫຼາຍໆ ລາຍໄດ້ຕ້ອງບໍ່ສໍາພັນກັບຈໍານວນຊົ່ວໂມງເຮັດວຽກ ແຕ່ຂຶ້ນຢູ່ກັບພະລັງຄວາມຄິດ Earn with your MIND, not your time” – Naval (2017)

    ເຮົາເຮັດບໍ່ໄດ້ດອກ?

         ທຶນນິຍົມ.. ຈະສ້າງທຸລະກິດ ຕ້ອງມີເງິນທຶນ “ບໍ່ມີເງິນ” ເຮົາເຮັດບໍ່ໄດ້ດອກ? ຢາກເຮັດ SME ຕ້ອງກູ້ທະນາຄານ ຢາກເຮັດ Startup ໃຫ້ປະສົບຜົນສຳເລັດ ຕ້ອງຂໍລະດົມທຶນ (raise funds) …ຄວາມສໍາເລັດຂຶ້ນຢູ່ກັບເງິນແມ່ນບໍ່? – Kasidis Toy

    ການກູ້ເງິນທະນາຄານ ຫຼື ລະດົມທຶນ..

         ການກູ້ເງິນທະນາຄານ ຫຼື ລະດົມທຶນ.. “ບໍ່ແມ່ນ” ສິ່ງທີ່ຈຳເປັນໃນການສ້າງທຸລະກິດ.. ມີພຽງແຕ່ສອງມື ໜຶ່ງສະໝອງ + ອິນເທີເນັດ ເທົ່ານີ້ກໍ່ຫາເງິນໄດ້ແລ້ວ… -Kasidis Toy ວຽກແບບນີ້ເລີຍ ບ້າເອີ້ຍ 555+

    ໝັ່ນຄົງແນ່ນະວິ

         ເຮົາບໍ່ເໝາະເຮັດທຸລະກິດ ເຮົາມັກວຽກ office ເຮົາມັກຄວາມໝັ່ນຄົງ… – Kasidis Toy ມັນຄົງ ແນ່ນະວິ? 555

    ວຽກທີ່ໝັ່ນຄົງ

         ວຽກທີ່ໝັ່ນຄົງທີ່ສຸດຄືວຽກທີ່ເຮົາສ້າງມັນຂຶ້ນມາເອງ Don’t get a job, Make a job – Kasidis Toy

    ຮຽນຈົບ ມີ degree ຈາກມະຫາວິທະຍາໄລ.. ບໍ່ໄດ້ກາລັນຕີ

         ຮຽນຈົບ ມີ degree ຈາກມະຫາວິທະຍາໄລ.. ບໍ່ໄດ້ກາລັນຕີວ່າ ເຮົາຈະລອດອີກຕໍ່ໄປແລ້ວ ໂລກອະນາຄົດຮຽກຮ້ອງຜູ້ທີ່ມັກການຮຽນຮູ້ຕະຫຼອດຊີວິດ – Kasidis Toy ແອດເສົ້າແປບ ຫັນແນ່ 🤣

         ຖ້າທຸກຄົນຍອມຮັບ “ຄວາມຈິງ” (truths) ຈາກຂໍ້ 4-12 (ເປີດໃຈຍອມຮັບວ່ານີ້ຄື ຄວາມຈິງ)… ປະຕູສູ່ເສັ້ນທາງໃໝ່ທາງໃໝ່ຈະເປີດຂຶ້ນທັນທີ

         ສອງມື ໜຶ່ງສະໝອງທີ່ເຕັມໄປດ້ວຍຄວາມຮູ້ ແລະ ທັກສະ ໃຊ້ internet ຢ່າງຖືກວິທີ.. ເຮົາສາມາດສ້າງວຽກ ເພີ່ມລາຍໄດ້ຂອງຕົວເອງໄດ້ທັນທີ ເຂົ້າສູ່ ແນວຄວາມຄິດຫຼັກ (paradigm) ໂລກການເຮັດວຽກຮູບແບບໃໝ່ ທີ່ເຮັດໄດ້ດ້ວຍຕົວຄົນດຽວ ບໍ່ຕ້ອງມີພະນັກງານຫຼາຍໆ… work less, earn more, enjoy life – ເຮັດວຽກໜ້ອຍລົງ, ຫາເງິນໄດ້ຫຼາຍຂຶ້ນ, ມີຄວາມສຸກກັບຊີວິດ – Kasidis Toy

    ເຮົາໄດ້ໃຊ້ຊີວິດແລ້ວບໍ່? ນັ້ນຄືຄຳຖາມທີ່ຕ້ອງຄິດ

        Is there life before death? That is the question – ກ່ອນຈະຕາຍ, ເຮົາໄດ້ໃຊ້ຊີວິດແລ້ວບໍ່? ນັ້ນຄືຄຳຖາມທີ່ຕ້ອງຄິດ – Kasidis Toy

    ນັກວິເຄາະ Skill Stack

         ນັກວິເຄາະ Skill Stack ພົບວ່າທຸກຄົນມີສອງທັກສະ ທີ່ຄືກັນ 💯 ຄື:

    • Reading ຄືການເກັບ input

    • Writing ຄືການຄິດ ແລະ ສ້າງ output

         ເຮົາອາດຈະເຫັນຫຼາຍຄົນເຮັດຊ່ອງ YouTube ເນັ້ນງານວິດີໂອ ແຕ່ “ກ່ອນຈະເຮັດວິດີໂອໄດ້ ພວກເຂົາຂຽນ script ກັນຈົນຫຍຸ້ງເຕັມເຈ້ຍ” ບໍ່ແມ່ນຕື່ນນອນມາ ເປີດກ້ອງ ແລ້ວຈະອັດ content ໄດ້ເລີຍເດີ້ ຍັ໋ງງງ ຂໍຢືມມຸກ ແອັດທອຍ (Kasidis Toy) 555+

    ບໍ່ແມ່ນດ້ວຍເວລາ.

         Earn with your MIND, not your time. – Naval Ravikant – ຫາລາຍໄດ້ດ້ວຍສະໝອງ, ບໍ່ແມ່ນດ້ວຍເວລາ.

    ເປັນໄປໄດ້ບໍ່ທີ່ເຮົາຈະສ້າງທຸລະກິດ

         ເປັນໄປໄດ້ບໍ່ທີ່ເຮົາຈະສ້າງທຸລະກິດທີ່ໃຊ້ຊັບພະຍາກອນໜ້ອຍທີ່ສຸດ (minimum mindset) ຫາອີຫຍັງທີ່ເຮັດໄດ້ດ້ວຍຕົວຄົນດຽວ ແລະ ມີລາຍໄດ້ພຽງພໍທີ່ຈະລ້ຽງຕົວເອງ ແລະ ຄອບຄົວ… ໄດ້ໃຊ້ຊິວິດໃນແບບນີ້ເຮົາຕ້ອງການ? – Benz Arnun

    ພັດທະນາທັກສະ ຄວາມຄິດສ້າງສັນ (creativity) – Benz Arnun

         ພັດທະນາທັກສະ ຄວາມຄິດສ້າງສັນ (creativity) – Benz Arnun ພັດທະນາທັກສະ ຄວາມຄິດສ້າງສັນ (creativity) – Benz Arnun :

         1. Asking the RIGHT questions – ແບບທີ່ແອັດທອຍໄດ້ບອກມາ ເຝິກຕັ້ງຄໍາຖາມ ກັບສິ່ງທີ່ເຮົາເຮັດ ຕັ້ງຄຳຖາມກັບວິທີຄິດຂອງເຮົາ… ວ່າສິ່ງທີ່ເຮັດຢູ່ຕອນນີ້ມັນຖືກຕ້ອງ ແລະ ດີກັບຊີວິດຈິງ ຫຼື ບໍ່

         2.ອ່ານຫຼາຍໆ ອ່ານຈົນຕາຕີ່ – ເປີດຮັບຄວາມຮູ້ໃໝ່ ໜັງສືດີໆ ໃນໂລກມີຫຼາຍແຮງ ຫຼື ບົດຄວາມຟຣີໃນໂລກອອນລາຍ ເຊັ່ນບົດຄວາມນີ້ ຂາຍຕົວເອງກ່ອນ ຫັນແນ່ 555+ 🤯

         3. ຮຽນຫຼາຍໆ ຄ້າຍໆຂໍ້ 2 ແຕ່ກວ້າງກວ່າພຽງແຕ່ການອ່ານໜັງສື

         e.g. ລົງ ຄອສອອນໄລ ຊື້ workshop ໄປງານ event ເຂົ້າຮ່ວມ community ດີໆ ແລກປ່ຽນຄວາມຄິດກັບໝູ່ເພື່ອນທີ່ຢູ່ໃນເສັ້ນທາງດຽວກັນ (Road to OPB)

    “Tiago forte” ໄດ້ຂຽນໃນໜັງສື Building A Second Brain ບອກວ່າ:

    picture: Tiago forte

    • ຮຽນເພື່ອແກ້ປັນຫາ ບໍ່ແມ່ນຮຽນເພື່ອຮູ້ຢ່າງດຽວ… ຄວາມຮູ້ບໍ່ມີປະໂຫຍດໃດໆ ຖ້າມັນບໍ່ຖືກນຳມາໃຊ້

    • ຍິ່ງເຮົາຂຽນຫຼາຍ ຍິ່ງຕົກຜຶກຄວາມຮູ້ນັ້ນໄດ້ດີຫຍິ່ງຂຶ້ນ.

    ສະຫຼຸບ Framework ທີ່ Benz Arnun ໃຊ້ (ແລ້ວ Work!)

    • Ask – ຕັ້ງຄຳຖາມກັບສິ່ງທີ່ເຮົາເຮັດ

    • Learn – ຮຽນຮູ້ສິ່ງໃໝ່ສະໝ່ຳສະເໝີ

    • Write – ລົງມືເຮັດ ຍິ່ງເຮັດຫຼາຍ ຍິ່ງມີ data points ໃຫ້ຮຽນຮູ້ຫຼາຍເຊັ່ນກັນ

    • Get Feedback – ເພື່ອປັບປຸງ… ແລ້ວວົນກັບໄປຂໍ້ທຳອິດ

    ຖ້າເຈົ້າມີໄອເດຍ

         ຖ້າເຈົ້າມີໄອເດຍ, ແຕ່ບໍ່ສາມາດສະແດງອອກມາໄດ້, “ຈົ່ງຂຽນ” – Dan Koe.

    picture: Dan Koe

    ຊີວິດຄືການເຮັດຊໍ້າ

         ຊີວິດຄືການເຮັດຊໍ້າ (iterate) ວົນໄປເລື່ອຍໆ ເພື່ອໃຫ້ຜົນທີ່ໄດ້ຮັບດີຂຶ້ນທຸກມື້ – Kasidis Toy

    ຈົ່ງຮຽນຮູ້

         ຈົ່ງຮຽນຮູ້ເພື່ອໃຫ້ກາຍເປັນໂຕເອງໃນແບບທີ່ດີກວ່າ ແລະເຮັດໃຫ້ຕົວເອງເປັນສິນຄ້າ – Benz Arnun

    ວິຖີຊີວິດທີ່ເຮົາເລືອກເດີນຄື

         The One Thing (2013) ບອກວ່າຖ້າຊີວິດຄືການຕັ້ງ “ຄຳຖາມ” ວິຖີຊີວິດທີ່ເຮົາເລືອກເດີນຄື “ຄຳຕອບ” – Kasidis Toy

    Million Dollar Weekend – Noah Kagan ສະຫຼຸບ

    ປື້ມ Million Dollar Weekend ຂາຍດີ

    1. ແນມຫາບັນນຫາທີ່ຄົນສ່ວນໃຫຍ່ມີ ແລະ ເຮົາສາມາດແກ້ໄຂບັນຫານັ້ນໄດ້ (Profitable problem)

    2. ອອກແບບ product / service: ເຮັດ market research ເພື່ອອອກແບບ solution ທີ່ລູກຄ້າພ້ອມຈ່າຍ ຄຳນວນເງິນໃຫ້ມັນຮອດ $1M

    3. ທົດສອບ solution ແບບບໍ່ຕ້ອງໃຊ້ເງິນຈັກກີບ.. ດ້ວຍການຂາຍກ່ອນແລ້ວຄ່ອຍສ້າງ i.e. pre-selling it before you build it

         Why Pre-Selling Work – ເປັນຫຍັງຂາຍລ່ວງໜ້າຈຶ່ງໄດ້ຜົນດີ : Noah ບອກວ່າຍັງບໍ່ຕ້ອງສ້າງສິນຄ້າໃດໆ ຫຍິບໂທລະສັບຂຶ້ນມາໂທໄປເລົ່າ concept ໃຫ້ ກຸ່ມລູກຄ້າເປົ້າໝາຍ (potential customers) ຟັງແລ້ວຖາມວ່າ ອ້າຍສົນໃຈໄອເດຍນີ້ບໍ່ ຖ້າສົນໃຈໂອນເງິນມາເລີຍ 1 000, 000 ກີບ

    • ຖ້າພວກເຂົາຍິນດີຈ່າຍ ໂອນເງິນມາ ແປວ່າ idea ເຮົາ “ເສັງຜ່ານ” ພໍມີແກ່ນສຳຄັນທີ່ສາມາດພັດທະນາຕໍ່ໄດ້.

    • ແຕ່ຖ້າພວກເຂົາບໍ່ຢາກຈ່າຍ ຄິດດົນ ນ້ຳສຽງເບິ່ງບໍ່ໝັ່ນໃຈ ກົດວາງສາຍຖິ້ມ ແປວ່າ idea ນັ້ນ “ເສັງຕົກ”

    ໃຈຄືທຸກສິ່ງທຸກກຢ່າງ

         ໃຈຄືທຸກສິ່ງທຸກກຢ່າງ. ຄິດສິ່ງໃດ, ເຈົ້າກໍຈະກາຍເປັນສິ່ງນັ້ນ – Buddha

    ເຊື່ອວ່າເຮົາເຮັດໄດ້

         ເຊື່ອວ່າເຮົາເຮັດໄດ້… ເຮົາກໍຈະເຮັດໄດ້, ເຊື່ອວ່າເຮົາເຮັດບໍ່ໄດ້… ເຮົາກໍເຮັດບໍ່ໄດ້ – Ristotle, Marcus Aurelius,The Kybalion.

    ມັກຫັນໄປໂຟກັສທີ່ເງິນ

         ແຕ່ຫຼາຍຄົນມັກຫັນໄປໂຟກັສທີ່ເງິນ (ຜິດຈຸດ) ລະເລີຍທັກສະ ບໍ່ຍອມພັດທະນາຕົວເອງ. – Kasidis Toy

    ເຮົາຄວນໃຫ້ຄວາມສຳຄັນຫຍັງກ່ອນ?

         ໃຫ້ຄວາມສຳຄັນກັບທັກນະຫຼາຍກວ່າເງິນ ຊີວິດຈະດີຂຶ້ນຕາມລຳດັບ 💯 – Kasidis Toy

    ຄວາມຫຍິ່ງໃຫຍ່

          ຄວາມຫຍິ່ງໃຫຍ່ຄືທາງເລືອກ. ທາງເລືອກເປັນຂອງເຈົ້າ ຈົ່ງເລືອກຢ່າງສະຫຼາດ – Kasidis Toy

    ຖ້າໂລກມີບັນຫາລ້ານແປດ

         ຖ້າໂລກມີບັນຫາລ້ານແປດ ໂລກກໍຕ້ອງການລ້ານແປດ skills ເຊັ່ນກັນ – Kasidis Toy

    ຖ້າຢາກຫາເງິນໄດ້ຫຼາຍໆ

         ຖ້າຢາກຫາເງິນໄດ້ຫຼາຍໆ ເຮົາຕ້ອງຫຍັບ level ໃຫ້ສູງຂຶ້ນ ເກມຂອງ OPB ແບ່ງເປັນ 3 level – Kasidis Toy:

    • Level 01: skill

    • Level 02: product

    • Level 03: system

         Skill: ຮຽນຮູ້ skill, ຂາຍ skill (time dependent)

         Product: ສ້າງມັນອອກມາຂາຍ ເປັນອີຫຍັງກໍໄດ້ເຊັ່ນ: book, ebook, web, app, code, course…

         System: ເຮົາບໍ່ໄດ້ສ້າງພຽງແຕ່ product ຄືກັນກັບ level 2 ແຕ່ສ້າງ system ທີ່ສ້າງ product ໃໝ່ໆໄດ້ເລີຍ.

    ຖ້າຕ້ອງໃຫ້ເລືອກທີມ

         ຖ້າຢາກໄປໄວ ໃຫ້ໄປຄົນດຽວ, ຖ້າຢາກໄປໄກ ໃຫ້ໄປນໍາກັນ – Kasidis Toy

    ຄຳວ່າໂຊກມີແທ້ບໍ່?

         ບໍ່ມີໂຊກ, ມີແຕ່ເຫດ ແລະ ຜົນ – Kasidis ToyKasidis Toy