ສະຫຼຸບຄອສ One Person Business 101 DataRockie

Categories:

     One Person Business – ເຮັດທຸລະກິດດ້ວຍຕົວຄົນດຽວ ປິນໄດ້ໄປລົງຄອສ Bootcamp ຈາກ datarockie.com ແລ້ວໄປພົບ ຄອສກ່ຽວກັບການເຮັດທຸລະກິດດ້ວຍຕົວຜູ້ດຽວ ແອດ ບໍ່ປ່ອຍເສີຍໂອກາດ ລົງສະໝັກຄອສຮຽນປຸ໋ບປັບ ເກັ່ງປັບ ຍັ໋ງງງ (Kasidis Toy) ຈະບໍ່ໃຫ້ສະໝັກໄດ້ແນວໃດ ຄອສຟຣີ ອີກດ້ວຍ 555

      ແອດ ໄດ້ຮຽນຈົບຄອສພໍດີ ດຽວຈະສະຫຼຸບໃຫ້ ເຢ້

     ຜູ້ສອນ Benz Arnun  ໄວໜຸ່ມທີ່ເຮັດທຸລະກິດດ້ວຍປັດຊະຍາຕົວເອງ Build ທຸລະກິດຈາກ 0-8 ຫຼັກມາແລ້ວ 5 ບໍລິສັດ Benz Arnun  ລອງເຮັດທຸລະກິດ ເຈ໊ງແດ່ ປະສົບຜົນສໍາເລັດແດ່ ມາຕັ້ງຫຼາຍ

     ຮັບຊ່ວງດູແລວຽກກໍ່ສ້າງທີ່ເຮືອນ… ເບື່ອໜ່າຍກັບການບໍລິຫານຄົນຫຼາຍໆ  ແບກຄ່າໃຊ້ຈ່າຍໜັກໆທຸກເດືອນ ຄຽດສະສົມ ເລີຍຜັນຕົວມາເປັນ One Person Business (OPB)

picture: Benz Arnun

     ອີກໜຶ່ງທ່ານເປັນໃຜໄປບໍ່ໄດ້ ອາຈານຂອງແອດເອງ ແອດທອຍ FBKasidis Toy ຈາກ datarockie.com 2 ບຸກຄົນນີ້ມາຊ່ວຍກັນສອນໃນຄອສນີ້ ເນື້ອຫາຫຼັກ ເວົ້າເຖິງການກ້າລົງມືເຮັດທຸລະກິດຕົວຄົນດຽວ ດ້ວຍປັດຊະຍາອັນຊົງພະລັງ, ແອດ ຄິດວ່າ ນັກສຶກສາຫຼາຍຄົນໃກ້ຈະຈົບ ອາດມີແນວຄິດໃນຫົວ ວ່າຈະໄປຮຽນສາຍໃດຕໍ່, ເຮັດວຽກຢູ່ໃສ ຫຼື ກັງວົນຫຼົງທາງບໍ່ຮູ້ວ່າຈະໄປທາງໃດຕໍ່

picture: Kasidis Toy DataRockie

     ແອດ ໄດ້ສະຫຼຸບຂໍ້ຄິດສໍາຄັນໄວ້ ເພື່ອເປັນກໍາລັງໃຈໃຫ້ຫຼາຍໆຄົນ ຢາກເຮັດທຸລະກິດດ້ວຍຕົວຄົນດຽວ ດັ່ງນີ້:

ຢ່າເຊື່ອທຸກຢ່າງທີ່ເຮົາເຫັນ ຢ່າເຊື່ອສິ່ງທີ່ຄົນສ່ວນໃຫຍ່ເຊື່ອ ແລະ ຢ່າເຊື່ອທຸກຢ່າງທີ່ສະໝອງເຮົາຄິດວ່າເປັນເລື່ອງຈິງ.

     our brains hallucinate our conscious reality ເພາະສະໝອງເຮົາກໍພາເກີດພາບຫຼອນ (hallucinate) ຫຼື ການຮັບຮູ້ເຖິງສິ່ງທີ່ບໍ່ມີຢູ່ຈິງ ຜ່ານປະສາດສໍາຜັດຢູ່ຕະຫຼອດ – Benz Arnun

Asking the right questions allows you to SEE

     ເຝິກຕັ້ງຄໍາຖາມ ເພາະຄໍາຖາມຈະພາເຮົາເຂົ້າໃກ້”ຄວາມຈິງ” – Kasidis Toy

ເປົ້າໝາຍສຳຄັນທີ່ສຸດຂອງຊີວິດຄື

     ການຕາມຫາຄວາມຈິງ seek truths, not opinions – Kasidis Toy

ຕ້ອງລຸ້ນວ່າເງິນເກັບຈະພໍໃຊ້ຈົນຕາຍ ຫຼື ບໍ່? [Status Quo]

     ຄ່ານິຍົມທີ່ພໍ່ແມ່ ສັງຄົມບອກໃຫ້ເຮົາເຮັດຕັ້ງແຕ່ເຮົາເກີດ – “ຕັ້ງໃຈຮຽນຈົບເກດດີໆ ສະໝັກວຽກ ເຮັດວຽກໃນລະບົບ 40 ປິ ເກັບເງິນໄວ້ໃຊ້ຊີວິດຕອນກະສຽນ… ແລ້ວຕ້ອງລຸ້ນວ່າເງິນເກັບຈະພໍໃຊ້ຈົນຕາຍ ຫຼື ບໍ່? [Status Quo] – Kasidis Toy

ຊີວິດມີເສັ້ນທາງໃຫ້ເດີນຫຼາຍກວ່າ

     ຊີວິດມີເສັ້ນທາງໃຫ້ເດີນຫຼາຍກວ່າ ພຽງແຕ່ເຮັດວຽກໃນ office (ຄວາມຈິງຕ້ອງຕັ້ງຄຳຖາມວ່າ “ວຽກ” ຄືຫຍັງ ຕັ້ງແຕ່ທໍາອິດ) – Kasidis Toy

ເຮັດວຽກ [office] ໜັກຂຶ້ນ

     ເຮັດວຽກ [office] ໜັກຂຶ້ນ ໃຊ້ເວລາເພີ່ມຂຶ້ນສອງເທົ່າ ລາຍໄດ້ເພີ່ມຂຶ້ນ “ສອງເທົ່າ” ຄືກັນບໍ່? – Kasidis Toy

ຖ້າຢາກຫາເງິນໄດ້ຫຼາຍໆ

     ຖ້າຢາກຫາເງິນໄດ້ຫຼາຍໆ ລາຍໄດ້ຕ້ອງບໍ່ສໍາພັນກັບຈໍານວນຊົ່ວໂມງເຮັດວຽກ ແຕ່ຂຶ້ນຢູ່ກັບພະລັງຄວາມຄິດ Earn with your MIND, not your time” – Naval (2017)

ເຮົາເຮັດບໍ່ໄດ້ດອກ?

     ທຶນນິຍົມ.. ຈະສ້າງທຸລະກິດ ຕ້ອງມີເງິນທຶນ “ບໍ່ມີເງິນ” ເຮົາເຮັດບໍ່ໄດ້ດອກ? ຢາກເຮັດ SME ຕ້ອງກູ້ທະນາຄານ ຢາກເຮັດ Startup ໃຫ້ປະສົບຜົນສຳເລັດ ຕ້ອງຂໍລະດົມທຶນ (raise funds) …ຄວາມສໍາເລັດຂຶ້ນຢູ່ກັບເງິນແມ່ນບໍ່? – Kasidis Toy

ການກູ້ເງິນທະນາຄານ ຫຼື ລະດົມທຶນ..

     ການກູ້ເງິນທະນາຄານ ຫຼື ລະດົມທຶນ.. “ບໍ່ແມ່ນ” ສິ່ງທີ່ຈຳເປັນໃນການສ້າງທຸລະກິດ.. ມີພຽງແຕ່ສອງມື ໜຶ່ງສະໝອງ + ອິນເທີເນັດ ເທົ່ານີ້ກໍ່ຫາເງິນໄດ້ແລ້ວ… -Kasidis Toy ວຽກແບບນີ້ເລີຍ ບ້າເອີ້ຍ 555+

ໝັ່ນຄົງແນ່ນະວິ

     ເຮົາບໍ່ເໝາະເຮັດທຸລະກິດ ເຮົາມັກວຽກ office ເຮົາມັກຄວາມໝັ່ນຄົງ… – Kasidis Toy ມັນຄົງ ແນ່ນະວິ? 555

ວຽກທີ່ໝັ່ນຄົງ

     ວຽກທີ່ໝັ່ນຄົງທີ່ສຸດຄືວຽກທີ່ເຮົາສ້າງມັນຂຶ້ນມາເອງ Don’t get a job, Make a job – Kasidis Toy

ຮຽນຈົບ ມີ degree ຈາກມະຫາວິທະຍາໄລ.. ບໍ່ໄດ້ກາລັນຕີ

     ຮຽນຈົບ ມີ degree ຈາກມະຫາວິທະຍາໄລ.. ບໍ່ໄດ້ກາລັນຕີວ່າ ເຮົາຈະລອດອີກຕໍ່ໄປແລ້ວ ໂລກອະນາຄົດຮຽກຮ້ອງຜູ້ທີ່ມັກການຮຽນຮູ້ຕະຫຼອດຊີວິດ – Kasidis Toy ແອດເສົ້າແປບ ຫັນແນ່ 🤣

     ຖ້າທຸກຄົນຍອມຮັບ “ຄວາມຈິງ” (truths) ຈາກຂໍ້ 4-12 (ເປີດໃຈຍອມຮັບວ່ານີ້ຄື ຄວາມຈິງ)… ປະຕູສູ່ເສັ້ນທາງໃໝ່ທາງໃໝ່ຈະເປີດຂຶ້ນທັນທີ

     ສອງມື ໜຶ່ງສະໝອງທີ່ເຕັມໄປດ້ວຍຄວາມຮູ້ ແລະ ທັກສະ ໃຊ້ internet ຢ່າງຖືກວິທີ.. ເຮົາສາມາດສ້າງວຽກ ເພີ່ມລາຍໄດ້ຂອງຕົວເອງໄດ້ທັນທີ ເຂົ້າສູ່ ແນວຄວາມຄິດຫຼັກ (paradigm) ໂລກການເຮັດວຽກຮູບແບບໃໝ່ ທີ່ເຮັດໄດ້ດ້ວຍຕົວຄົນດຽວ ບໍ່ຕ້ອງມີພະນັກງານຫຼາຍໆ… work less, earn more, enjoy life – ເຮັດວຽກໜ້ອຍລົງ, ຫາເງິນໄດ້ຫຼາຍຂຶ້ນ, ມີຄວາມສຸກກັບຊີວິດ – Kasidis Toy

ເຮົາໄດ້ໃຊ້ຊີວິດແລ້ວບໍ່? ນັ້ນຄືຄຳຖາມທີ່ຕ້ອງຄິດ

    Is there life before death? That is the question – ກ່ອນຈະຕາຍ, ເຮົາໄດ້ໃຊ້ຊີວິດແລ້ວບໍ່? ນັ້ນຄືຄຳຖາມທີ່ຕ້ອງຄິດ – Kasidis Toy

ນັກວິເຄາະ Skill Stack

     ນັກວິເຄາະ Skill Stack ພົບວ່າທຸກຄົນມີສອງທັກສະ ທີ່ຄືກັນ 💯 ຄື:

• Reading ຄືການເກັບ input

• Writing ຄືການຄິດ ແລະ ສ້າງ output

     ເຮົາອາດຈະເຫັນຫຼາຍຄົນເຮັດຊ່ອງ YouTube ເນັ້ນງານວິດີໂອ ແຕ່ “ກ່ອນຈະເຮັດວິດີໂອໄດ້ ພວກເຂົາຂຽນ script ກັນຈົນຫຍຸ້ງເຕັມເຈ້ຍ” ບໍ່ແມ່ນຕື່ນນອນມາ ເປີດກ້ອງ ແລ້ວຈະອັດ content ໄດ້ເລີຍເດີ້ ຍັ໋ງງງ ຂໍຢືມມຸກ ແອັດທອຍ (Kasidis Toy) 555+

ບໍ່ແມ່ນດ້ວຍເວລາ.

     Earn with your MIND, not your time. – Naval Ravikant – ຫາລາຍໄດ້ດ້ວຍສະໝອງ, ບໍ່ແມ່ນດ້ວຍເວລາ.

ເປັນໄປໄດ້ບໍ່ທີ່ເຮົາຈະສ້າງທຸລະກິດ

     ເປັນໄປໄດ້ບໍ່ທີ່ເຮົາຈະສ້າງທຸລະກິດທີ່ໃຊ້ຊັບພະຍາກອນໜ້ອຍທີ່ສຸດ (minimum mindset) ຫາອີຫຍັງທີ່ເຮັດໄດ້ດ້ວຍຕົວຄົນດຽວ ແລະ ມີລາຍໄດ້ພຽງພໍທີ່ຈະລ້ຽງຕົວເອງ ແລະ ຄອບຄົວ… ໄດ້ໃຊ້ຊິວິດໃນແບບນີ້ເຮົາຕ້ອງການ? – Benz Arnun

ພັດທະນາທັກສະ ຄວາມຄິດສ້າງສັນ (creativity) – Benz Arnun

     ພັດທະນາທັກສະ ຄວາມຄິດສ້າງສັນ (creativity) – Benz Arnun ພັດທະນາທັກສະ ຄວາມຄິດສ້າງສັນ (creativity) – Benz Arnun :

     1. Asking the RIGHT questions – ແບບທີ່ແອັດທອຍໄດ້ບອກມາ ເຝິກຕັ້ງຄໍາຖາມ ກັບສິ່ງທີ່ເຮົາເຮັດ ຕັ້ງຄຳຖາມກັບວິທີຄິດຂອງເຮົາ… ວ່າສິ່ງທີ່ເຮັດຢູ່ຕອນນີ້ມັນຖືກຕ້ອງ ແລະ ດີກັບຊີວິດຈິງ ຫຼື ບໍ່

     2.ອ່ານຫຼາຍໆ ອ່ານຈົນຕາຕີ່ – ເປີດຮັບຄວາມຮູ້ໃໝ່ ໜັງສືດີໆ ໃນໂລກມີຫຼາຍແຮງ ຫຼື ບົດຄວາມຟຣີໃນໂລກອອນລາຍ ເຊັ່ນບົດຄວາມນີ້ ຂາຍຕົວເອງກ່ອນ ຫັນແນ່ 555+ 🤯

     3. ຮຽນຫຼາຍໆ ຄ້າຍໆຂໍ້ 2 ແຕ່ກວ້າງກວ່າພຽງແຕ່ການອ່ານໜັງສື

     e.g. ລົງ ຄອສອອນໄລ ຊື້ workshop ໄປງານ event ເຂົ້າຮ່ວມ community ດີໆ ແລກປ່ຽນຄວາມຄິດກັບໝູ່ເພື່ອນທີ່ຢູ່ໃນເສັ້ນທາງດຽວກັນ (Road to OPB)

“Tiago forte” ໄດ້ຂຽນໃນໜັງສື Building A Second Brain ບອກວ່າ:

picture: Tiago forte

• ຮຽນເພື່ອແກ້ປັນຫາ ບໍ່ແມ່ນຮຽນເພື່ອຮູ້ຢ່າງດຽວ… ຄວາມຮູ້ບໍ່ມີປະໂຫຍດໃດໆ ຖ້າມັນບໍ່ຖືກນຳມາໃຊ້

• ຍິ່ງເຮົາຂຽນຫຼາຍ ຍິ່ງຕົກຜຶກຄວາມຮູ້ນັ້ນໄດ້ດີຫຍິ່ງຂຶ້ນ.

ສະຫຼຸບ Framework ທີ່ Benz Arnun ໃຊ້ (ແລ້ວ Work!)

• Ask – ຕັ້ງຄຳຖາມກັບສິ່ງທີ່ເຮົາເຮັດ

• Learn – ຮຽນຮູ້ສິ່ງໃໝ່ສະໝ່ຳສະເໝີ

• Write – ລົງມືເຮັດ ຍິ່ງເຮັດຫຼາຍ ຍິ່ງມີ data points ໃຫ້ຮຽນຮູ້ຫຼາຍເຊັ່ນກັນ

• Get Feedback – ເພື່ອປັບປຸງ… ແລ້ວວົນກັບໄປຂໍ້ທຳອິດ

ຖ້າເຈົ້າມີໄອເດຍ

     ຖ້າເຈົ້າມີໄອເດຍ, ແຕ່ບໍ່ສາມາດສະແດງອອກມາໄດ້, “ຈົ່ງຂຽນ” – Dan Koe.

picture: Dan Koe

ຊີວິດຄືການເຮັດຊໍ້າ

     ຊີວິດຄືການເຮັດຊໍ້າ (iterate) ວົນໄປເລື່ອຍໆ ເພື່ອໃຫ້ຜົນທີ່ໄດ້ຮັບດີຂຶ້ນທຸກມື້ – Kasidis Toy

ຈົ່ງຮຽນຮູ້

     ຈົ່ງຮຽນຮູ້ເພື່ອໃຫ້ກາຍເປັນໂຕເອງໃນແບບທີ່ດີກວ່າ ແລະເຮັດໃຫ້ຕົວເອງເປັນສິນຄ້າ – Benz Arnun

ວິຖີຊີວິດທີ່ເຮົາເລືອກເດີນຄື

     The One Thing (2013) ບອກວ່າຖ້າຊີວິດຄືການຕັ້ງ “ຄຳຖາມ” ວິຖີຊີວິດທີ່ເຮົາເລືອກເດີນຄື “ຄຳຕອບ” – Kasidis Toy

Million Dollar Weekend – Noah Kagan ສະຫຼຸບ

ປື້ມ Million Dollar Weekend ຂາຍດີ

1. ແນມຫາບັນນຫາທີ່ຄົນສ່ວນໃຫຍ່ມີ ແລະ ເຮົາສາມາດແກ້ໄຂບັນຫານັ້ນໄດ້ (Profitable problem)

2. ອອກແບບ product / service: ເຮັດ market research ເພື່ອອອກແບບ solution ທີ່ລູກຄ້າພ້ອມຈ່າຍ ຄຳນວນເງິນໃຫ້ມັນຮອດ $1M

3. ທົດສອບ solution ແບບບໍ່ຕ້ອງໃຊ້ເງິນຈັກກີບ.. ດ້ວຍການຂາຍກ່ອນແລ້ວຄ່ອຍສ້າງ i.e. pre-selling it before you build it

     Why Pre-Selling Work – ເປັນຫຍັງຂາຍລ່ວງໜ້າຈຶ່ງໄດ້ຜົນດີ : Noah ບອກວ່າຍັງບໍ່ຕ້ອງສ້າງສິນຄ້າໃດໆ ຫຍິບໂທລະສັບຂຶ້ນມາໂທໄປເລົ່າ concept ໃຫ້ ກຸ່ມລູກຄ້າເປົ້າໝາຍ (potential customers) ຟັງແລ້ວຖາມວ່າ ອ້າຍສົນໃຈໄອເດຍນີ້ບໍ່ ຖ້າສົນໃຈໂອນເງິນມາເລີຍ 1 000, 000 ກີບ

• ຖ້າພວກເຂົາຍິນດີຈ່າຍ ໂອນເງິນມາ ແປວ່າ idea ເຮົາ “ເສັງຜ່ານ” ພໍມີແກ່ນສຳຄັນທີ່ສາມາດພັດທະນາຕໍ່ໄດ້.

• ແຕ່ຖ້າພວກເຂົາບໍ່ຢາກຈ່າຍ ຄິດດົນ ນ້ຳສຽງເບິ່ງບໍ່ໝັ່ນໃຈ ກົດວາງສາຍຖິ້ມ ແປວ່າ idea ນັ້ນ “ເສັງຕົກ”

ໃຈຄືທຸກສິ່ງທຸກກຢ່າງ

     ໃຈຄືທຸກສິ່ງທຸກກຢ່າງ. ຄິດສິ່ງໃດ, ເຈົ້າກໍຈະກາຍເປັນສິ່ງນັ້ນ – Buddha

ເຊື່ອວ່າເຮົາເຮັດໄດ້

     ເຊື່ອວ່າເຮົາເຮັດໄດ້… ເຮົາກໍຈະເຮັດໄດ້, ເຊື່ອວ່າເຮົາເຮັດບໍ່ໄດ້… ເຮົາກໍເຮັດບໍ່ໄດ້ – Ristotle, Marcus Aurelius,The Kybalion.

ມັກຫັນໄປໂຟກັສທີ່ເງິນ

     ແຕ່ຫຼາຍຄົນມັກຫັນໄປໂຟກັສທີ່ເງິນ (ຜິດຈຸດ) ລະເລີຍທັກສະ ບໍ່ຍອມພັດທະນາຕົວເອງ. – Kasidis Toy

ເຮົາຄວນໃຫ້ຄວາມສຳຄັນຫຍັງກ່ອນ?

     ໃຫ້ຄວາມສຳຄັນກັບທັກນະຫຼາຍກວ່າເງິນ ຊີວິດຈະດີຂຶ້ນຕາມລຳດັບ 💯 – Kasidis Toy

ຄວາມຫຍິ່ງໃຫຍ່

      ຄວາມຫຍິ່ງໃຫຍ່ຄືທາງເລືອກ. ທາງເລືອກເປັນຂອງເຈົ້າ ຈົ່ງເລືອກຢ່າງສະຫຼາດ – Kasidis Toy

ຖ້າໂລກມີບັນຫາລ້ານແປດ

     ຖ້າໂລກມີບັນຫາລ້ານແປດ ໂລກກໍຕ້ອງການລ້ານແປດ skills ເຊັ່ນກັນ – Kasidis Toy

ຖ້າຢາກຫາເງິນໄດ້ຫຼາຍໆ

     ຖ້າຢາກຫາເງິນໄດ້ຫຼາຍໆ ເຮົາຕ້ອງຫຍັບ level ໃຫ້ສູງຂຶ້ນ ເກມຂອງ OPB ແບ່ງເປັນ 3 level – Kasidis Toy:

• Level 01: skill

• Level 02: product

• Level 03: system

     Skill: ຮຽນຮູ້ skill, ຂາຍ skill (time dependent)

     Product: ສ້າງມັນອອກມາຂາຍ ເປັນອີຫຍັງກໍໄດ້ເຊັ່ນ: book, ebook, web, app, code, course…

     System: ເຮົາບໍ່ໄດ້ສ້າງພຽງແຕ່ product ຄືກັນກັບ level 2 ແຕ່ສ້າງ system ທີ່ສ້າງ product ໃໝ່ໆໄດ້ເລີຍ.

ຖ້າຕ້ອງໃຫ້ເລືອກທີມ

     ຖ້າຢາກໄປໄວ ໃຫ້ໄປຄົນດຽວ, ຖ້າຢາກໄປໄກ ໃຫ້ໄປນໍາກັນ – Kasidis Toy

ຄຳວ່າໂຊກມີແທ້ບໍ່?

     ບໍ່ມີໂຊກ, ມີແຕ່ເຫດ ແລະ ຜົນ – Kasidis ToyKasidis Toy

Subscribe

Comments

Leave a Reply

Discover more from BAKGER

Subscribe now to keep reading and get access to the full archive.

Continue reading