ມື້ນີ້ ແອດມາປ້າຍຢາ ທຸກຄົນ 555 ອ່ານເພີນແຮງມ່ວນກັບປຶ້ມ
The power of Output – ສີລະປະຂອງການປ່ອຍຂອງ ປື້ມແນວ How to
ປ່ຽນໂລກແຫ່ງຄວາມເປັນຈິງໃຫ້ທຸກສິ່ງເປັນໄປໄດ້ ຜ່ານຫຼັກ ການຄິດ -> ເວົ້າ -> ຂຽນ -> ປະຕິບັດ
ຂົນລຸກກ ປື້ມອາຈານໂຄດດີເລີຍ😮
Shion Kabasawa ເປັນຈິດຕະແພດຄົນຍີ່ປຸ່ນທີ່ເຜີຍແພ່ຂໍ້ມູນຫຼາຍທີ່ສຸດໃນຍີ່ປຸ່ນ ໂດຍໃຫ້ຄວາມຮູ້ ແລະ ຂໍ້ມູນດ້ານຈິດຕະເວດ ຈິດວິທະຍາ ແລະ ປະສາດວິທະຍາທີ່ເຂົ້າໃຈງ່າຍແກ່ຜູ້ຕິດຕາມທາງ Sosial Media E-Magazine ແລະ YouTube ນອກຈາກນີ້ມີຜົນງານຂຽນອື່ນໆ ເຊັ່ນ
The Power of Input
The Three Happinesses Discovered by a Psychiatrist
Lifting the Ten-Ton Rock: The Power of Words to Transform Your Lif
Stress Free ຄຽດ – ຢູ່- ໄດ້
ແລະ ອີກຫຼາກຫຼາຍເຫຼັ່ມ

ແອດມີປື້ມ The Power of Input ນຳດຽວໄວ້ຮອບໜ້າ ແອດສະຫຼຸບມາໃຫ້ທຸກຄົນອ່ານເດີ້ 😊
ສະຫຼຸບ ເຕັກນິກທີ່ສຳຄັນທີ່ແອດໄດ້ຄົ້ນພົບຈາກການອ່ານ ແລະນຳໄປໃຊ້ ອ່ານຈົບເກັ່ງທັນທີ ລຸຍ
ເປັນຫຍັງ Output ຈຶ່ງສຳຄັນ?
Shion Kabasawa ອ່ານປື້ມບໍ່ຕ່ຳກວ່າ 20 ເຫຼັ່ມຕໍ່ເດືອນ ເພິ່ນຮູ້ສຶກວ່າ ຍິ່ງ ” ເພີ່ມ Input ຫຼາຍເທົ່າໃດກໍບໍ່ເຫັນພັດທະນາຂຶ້ນເລີຍ “ ຫາກບໍ່ມີການສ້າງ Output ຫຼື ລົງມື ປະຕິບັດ ສິ່ງສຳຄັນບໍ່ໄດ້ຢູ່ທີ່ປະລິມານ ແຕ່ Output ຕ່າງຫາກທີ່ຊ່ວຍໃຫ້ພັດທະນາໄປໄດ້
ສິ່ງທີ່ອາຈານມັກເຮັດ
1) ເບິ່ງໜັງເດືອນລະ 10 ເລື່ອງຂຶ້ນໄປ
2) ໄປ Fitness ອາທິດລະ 4-5 ຄັ້ງ
3) ໄປດື່ມສ້າງສັນເດືອນລະ 10 ຄັ້ງຂຶ້ນໄປ
4) ໄປທ່ຽວຕ່າງປະເທດປີລະ 30 ມື້ຂຶ້ນໄປ
ແອດເຫັນແລ້ວ ເອະເຮັດໄດ້ແນວໃດ ແອດອ່ານໜັງສື 5 ເຫຼັ່ມຕໍ່ເດືອນເກືອບບໍ່ໄຫວແລ້ວ 555 ແລ້ວ ອາຈານຄືໂຫດແຮງມີເວລາໄປທ່ຽວ, ເຮັດສິ່ງທີ່ຢາກເຮັດດ້ວຍ ເອີ້ນໄດ້ວ່າທ່ຽວຫຼິ້ນຫຼາຍກວ່າຄົນທົ່ວໄປ 3 ເທົ່າ ເພາະວ່າ ອາຈານມີວິທີການສ້າງ Output ປັບຄວາມສົມດຸນຂອງ Input ແລະ Output ຈົນປະສົບຜົນສຳເລັດ ຂົນລຸກເລີຍ
ນິຍາມຂອງ Input ແລະ Output
Input ຄືການປ້ອນຂໍ້ມູນ: ການອ່ານ, ຟັງ ສ່ວນ Output ຄືການສະແດງຜົນ: ການເວົ້າ, ຂຽນ, ປະຕິບັດ
ຢາກປ່ຽນແປງຄວາມຈິງທີ່ຢູ່ຕໍ່ໜ້າຕ້ອງ ເວົ້າ -> ຂຽນ -> ປະຕິບັດໃຫ້ຫຼາຍ
ກົດພື້ນຖານຂອງ Output
ມີ 4 ກົດດັ່ງນີ້:
1) ຂໍ້ມູນທີ່ນຳມາໃຊ້ 3 ຄັ້ງພາຍໃນ 2 ອາທິດຈະກາຍເປັນຄວາມຈຳໄລຍະຍາວ
2) ຄັນໄດ ວົນແຫ່ງການພັດທະນາ
ການເຮັດ Input ແລະ Output ສະລັບວົນໄປເລື່ອຍໆເປັນແກ່ນແທ້ຂອງກິດຈະກຳການຜະລິດທາງປັນຍາ
3) ການຕັ້ງຄຳຖາມ
ເປັນເລື່ອງທີ່ງ່າຍທີ່ສຸດ ແລະ ຍັງເປັນວິທີການສ້າງ Output ທີ່ມີປະສິດທິພາບທີ່ສຸດອີກດ້ວຍເຊັ່ນ: ອາຈານ ເວລາຈັດງານສຳມະນາຈະໃຫ້ທຸກຄົນເຮັດແບບສອບຖາມກ່ອນ ຕົວຢ່າງມື້ນີ້ສຳມະນາຫົວຂໍ້ Output ຂຽນຄຳຖາມໃຫ້ທຸກຄົນໄດ້ຕອບອອກມາ ແບບນີ້ຈະເຮັດໃຫ້ຂະເຈົ້າ ຫັນຄວາມສົນໃຈເມື່ອຜູ້ບັນຍາຍເວົ້າເຖິງເລື່ອງນັ້ນ ເຂົາກໍຈະມີສະມາທິຂຶ້ນໃນການຮັບຟັງ
4) ການຂຽນດ້ວຍມື
ຍິ່ງຂຽນສະໝອງຍິ່ງເຮັດວຽກ ເພາະວ່າການຂຽນຊ່ວຍກະຕຸ້ນລະບົບຕື່ນຕົວ
RAS (Reticular Activating System) ຕໍ່ໃຫ້ມີການເຮັດ Input ດີເທົ່າໃດຖ້າບໍ່ເຮັດ Output ພໍເວລາຜ່ານໄປກໍ່ລືມ
ການເຮັດ Output ທີ່ດີທີ່ສຸດຄື ຕອນສະໝອງຍັງຈື່ຈຳຂໍ້ມູນໄດ້ຫຼາຍທີ່ສຸດແມ່ນຫຼັງເຮັດ Input ທັນທີໂດຍການຂຽນທຸກຢ່າງທີ່ຄິດໄດ້ອອກມາໃສ່ເຈ້ຍ
ສິ່ງທີ່ອາຈານບໍ່ເຮັດວຽກຫຼັງຈາກ
ວຽກໝົດມື້ກໍໜັກຢູ່ແລ້ວ ຄົນສ່ວນໃຫຍ່ເວລາວຽກບໍ່ແລ້ວມັກຈະນຳກັບມາເຮັດຢູ່ທີ່ບ້ານ ຄືແອດເລີຍວຽກບໍ່ແລ້ວກິນເຂົ້າແລງບໍ່ແຊບແທ້ໆ 555 ແອດເວົ້າກັບຕົວເອງຊ່າງມັນເທາະ ວຽກນີ້ມັນບໍ່ສຳຄັນຂະໜາດນັ້ນໄວ້ກັບມາເຮັດຕອນຕື່ນເຂົ້າລະກັນ
ແຕ່ອາຈານ ຈະບໍ່ເຮັດວຽກໃດໆຫຼັງຈາກ 6 ໂມງແລງ ພັກສະໝອງ, ພັກກາຍ ແລະ ໃຈ ເພື່ອໃຫ້ມີແຮງໃນການເລີ່ມເຮັດວຽກມື້ຖັດໄປໃຫ້ດີຂຶ້ນ ການທີ່ໝົກມຸ້ນກັບວຽກທີ່ບໍ່ແລ້ວ ບໍ່ໄດ້ເຮັດໃຫ້ຜົນງານອອກມາດີເລີຍ ຍັງເຮັດໃຫ້ເວລາພັກຜ່ອນໜ້ອຍອີກ ສະພາບຈິດໃຈກໍຫຼຸດລົງ

ການຂຽນ To Do List
ແອດ ຂໍສາລະພາບເລີຍຊ່ວງ ແອດ ຮຽນມະຫາໄລປີ 2 ປື້ມເຫຼັ່ມນີ້ປ່ຽນຊີວິດແອດເລີຍ ທັ້ງແຕ່ການເຂົ້ານອນຕື່ນມາເຮັດວຽກ ກິດຈະກຳຕ່າງໆບໍ່ດີແຮງ ແຕ່ກີ້ຮຽນໜັກແຮງຮຽນແບບສອດແຈ້ງ ບໍ່ມີການຈັດເວລາວາງແຜນອີຫຍັງທີ່ຊັດເຈນ, ເວລາແອດເຮັດວຽກແລ້ວ ກ່ອນຈະໄປເຮັດວຽກຖັດໄປໃຊ້ເວລາຄິດດົນວ່າຈະເຮັດວຽກຫຍັງຕໍ່ ບາງທີກໍໃຊ້ເວລາກັບວຽກທີ່ບໍ່ເກີດປະໂຫຍດເອົາສະເລີຍ ແມ້ແຕ່ກິນເຂົ້າຍັງຄິດບໍ່ອອກເລີຍວ່າຈະກິນຫຍັງ 555 ວຽກມັນຫຼາຍແຮງ ເພາະບໍ່ມີການຈັດແຜນອີຫຍັງໄວ້

ແອດໄດ້ພົບສິ່ງໃໝ່ທີ່ຊ່ວຍຈັດແຜນສິ່ງທີ່ຕ້ອງເຮັດໃນແຕ່ລະມື້ ນັ້ນກໍຄື ການຂຽນ To do list ເປັນສິ່ງທີ່ປ່ຽນຊິວິດແອດເລີຍຕັ້ງແຕ່ອ່ານປື້ມເຫຼັ່ມນີ້ມາ ການຂຽນ To do list ຊ່ວຍໄດ້ຫຼາຍກວ່າທີ່ຄິດຊ່ວຍຈັດລະບຽບການເຮັດວຽກໃນມື້ນັ້ນວ່າເຮົາຄວນເຮັດຫຍັງແດ່ 3 ຢ່າງທຳອິດທີ່ຕື່ນມາ
ແອດພາມາເບິ່ງຂໍ້ດີຂອງ To Do List:

1) ເຫັນພາບລວມການເຮັດວຽກໃນມື້ນັ້ນ
ກ່ອນນອນສິ່ງທີ່ຄວນເຮັດຄື ຂຽນ To do list (ສິ່ງທີ່ເຮັດ) ຫຼື ຈະຕື່ນມາຂຽນຕອນເຊົ້າ ການທີ່ເຮົາໄດ້ເລີ່ມຕົ້ນເຮັດສິ່ງທີ່ດີເລັກໆນ້ອຍສຳເລັດໃນມື້ເຊົ້ານັ້ນ ຊ່ວຍໃຫ້ເຮົາເລີ່ມມື້ໃໝ່ທີ່ດີ ແລະ ມັນສົ່ງຜົນການເຮັດໝົດມື້ຂອງເຮົາໃນແງ່ດີດ້ວຍ
2) ບໍ່ເສຍສະມາທິ
ຄົນທີ່ບໍ່ໄດ້ກຽມຂຽນ To do list ເມື່ອເຮັດວຽກໜຶ່ງແລ້ວຈະຄິດວ່າຕ້ອງເຮັດຫຍັງຕໍ່ສະໝອງຈະຖືກ reset ເປັນສູນກວ່າສະມາທິກັບມາໄດ້ນັ້ນຕ້ອງໃຊ້ເວລາຫຼາຍນາທີ ເທົ່າກັບເຮົາຈະເສຍເວລາໄປລະລ້າ
ລອງຄິດເບິ່ງຖ້າຂຽນ To do list ພຽງແຕ່ເຮົາຫັນເບິ່ງ 1 ວິນາທີກໍຮູ້ແລ້ວວ່າຕ້ອງເຮັດວຽກຫຍັງຕໍ່ໄປ
3) ຫຼຸດຄວາມຜິດພາດການເຮັດວຽກ
ລືມມເວລາເຂົ້າປະຊຸມ ຫຼື ລືມ Dad Line ທີ່ຕ້ອງສົ່ງເອກະສານ ຖ້າເຮົາເຮັດວຽກໄປ ແລະ ຄ່ອຍເບີ່ງ To do list ນຳກໍຈະຊ່ວຍລົດຄວາມຜິດພາດໃນການເຮັດວຽກໄດ້
4) ເພີ່ມປະສິດທິພາບ Working memory ແລະ ປະລິມານໃນການເຮັດວຽກ
ປະລິມານທີ່ສະໝອງຄົນເຮົາຈັດການໄດ້ພ້ອມກັນຢູ່ 3 ຢ່າງເທົ່ານັ້ນ ຫາກເກີດມີເລື່ອງໃຫ້ຄິດໃນຫົວເຕັມໄປຫຼາກຫຼາຍເລື່ອງເຮັດໃຫ້ສະໝອງເຮັດວຽກວຽກຫຼຸດຫຼົງ ການຂຽນທຸກຢ່າງເຊັ່ນ: ວຽກທີ່ຕ້ອງເຮັດ, ກຳນົດການ, ວຽກທີ່ຍັງຄ້າງຢູ່ລົງໃສ່ To do list ຈະເຮັດໃຫ້ Working memory ມີປະສິດທິພາບຫຼາຍຂຶ້ນ
ການໃຈລອຍ
ການໃຈລອຍຊ່ວຍໃຫ້ສະໝອງເຮັດວຽກຄົນສ່ວນໃຫຍ່ຄິດວ່າການໃຈລອຍເປັນການໃຊ້ເວລາໂດຍໄຮ້ປະໂຫຍດຈຶ່ງມັກໃຊ້ເວລາວ່າງໄປກັບມືຖື, ເກມ, ຕິກຕ໋ອກ 555 ການໃຊ້ສະໝອງໂດຍບໍ່ພັກເລີຍຈະສ້າງຜົນເສຍເຮັດໃຫ້ສະໝອງເມື່ອຍລ້າ ແລະ ເປັນເຫດໃຫ້ສະໝອງຢຸດເຮັດວຽກໄດ້

ເລິ່ມໃຈລອຍ ຫຼື ເອີ້ນຫຼັກການນີ້ວ່າ Default mode network ປຽບສະເໝືອນການກະກຽມຄວາມພ້ອມເຮັດໜ້າທີ່ (Standby) ຂອງສະໝອງ. ສະໝອງຄິດເຖິງຄວາມຊົງຈຳຄືພາບເຫດການຕ່າງໆນາໆເຊັ່ນ: ຕໍ່ຈາກນີ້ໄປຈະເກີດຫຍັງຂຶ້ນກັບຕົວເອງ, ຮຽບຮຽງປະສົບການ ຫຼື ຄວາມຊົງຈຳໃນອະດີດຂອງຕົວເອງ ແລະ ວິເຄາະສະຖານະການທີ່ຕົນເອງກຳລັງປະເຊີນຢູ່ເປັນຕົ້ນ
ການຈົດ Note
ບາງຄົນຈົດເອົາເປັນເອົາຕາຍພໍຖາມກັບຕອບບໍ່ໄດ້ ເຮົາບໍ່ຄວນຈົດເນື້ອຫາທີ່ຮູ້ຢູ່ແລ້ວ ແຕ່ຄວນມີສະມາທິກັບການຟັງສິ່ງຜູ້ບັນຍາຍເວົ້າເມື່ອຟັງແລ້ວເຫັນຈຸດໃດສຳຄັນຈຶ່ງຄ່ອຍຈົດ
ການເຮັດຢ່າງຕໍ່ເນື່ອງ
ຫາກບໍ່ມີການເຮັດຢ່າງຕໍ່ເນື່ອງເຖິງ 3 ເດືອນກໍຍ່ອມບໍ່ມີທາງເຂົ້າໃກ້ຜົນສຳເລັດໄດ້ ຖ້າຈະເອີ່ຍເຖິງກົດສຳຄັນໃນການສ້າງຄວາມສຳເລັດທາງທຸລະກິດປະສະຈາກບໍ່ໄດ້ ສິ່ງນັ້ນຄື ການລົງມືເຮັດຢ່າງຕໍ່ເນື່ອງ
ສິ່ງທີ່ ອາຈານ Shion kabasawa ເຮັດຕໍ່ເນື່ອງທຸກມື້, ທຸກອາທິດ, ທຸກເດືອນ ຫຼື ທຸກປີເຊັ່ນ: ສົ່ງ E-Maguzinee ທຸກມື້ມາເປັນ 13 ປີ, ອັບເດດ facebook ທຸກມື້ມາ 8 ປີດ, ອັບເດດ youtube ທຸກມື້ມາ 8 ປີ, ອອກກຳລັງກາຍແບບ kusatsu (ທຸກອາທິດ) ມາ 8 ປີ, ເປີດສຳມະນາຫົວຂໍ້ໃໝ່ໆເດືອນລະ 1 ຄັ້ງມາ 9 ປີ, ຂຽນປື້ມປີລະ 2 ເຫຼັມມາ 1 ປິ
ເຕັກນິກການລົງມືເຮັດຢ່າງຕໍ່ເນື່ອງ
ການລົງມືຢ່າງຕໍ່ເນື່ອງດ້ວຍ 5 ເຕັກນິກດັ່ງນີ້:

1) ພຽງແຕ່ຄິດວ່າຈະເຮັດມື້ນີ້
ບາງມື້ອາຈານ ບໍ່ຄ່ອຍສະບາຍ ແລະ ຮູ້ສຶກບໍ່ຢາກໄປ Gym ເລີຍ ອາຈານ ຈະຊຸກຍູ້ຕົວເອງລອງໄປເບິ່ງຫຼິ້ນປະມານ 5 ນາທີພໍຫຼິ້ນແລ້ວກັບຮູ້ສຶກດີຂຶ້ນ ເຮັດໃຫ້ຫຼິ້ນຕໍ່ເນື່ອງ 30 ນາທີຈາກນັ້ນຫຼິ້ນເກີນ1 ຊົ່ວໂມງໄປເລີຍ
ຍິ່ງເຮົາຄິດແຕ່ເລື່ອງທາງໜ້າໃຊ້ເວລາຫຼາຍເທົ່າໃດຈະຍິ່ງເປັນການຢຽບແບກການລົງມືເຮັດຢ່າງຕໍ່ເນື່ອງຫຼາຍເທົ່ານັ້ນ ເພາະສະນັ້ນໃຫ້ພຽງແຕ່ຄິດວ່າຈະເຮັດມື້ນີ້ກໍພໍ
2) ມ່ວນໄປກັບການລົງມືເຮັດ
ການເບິ່ງວິດີໂອ ຫຼື ເກມ ເປັນເລື່ອງທີ່ເຮັດຕໍ່ເລື່ອງໄດ້ທຸກມື້ໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມເລີຍ Dopamine (ສານແຫ່ງຄວາມສຸກ) ຈະຫຼັ່ງອອກມາຫາກຮູ້ສຶກມ່ວນແຕ່ກົງກັນຂ້າມເວລາທີ່ເຮົາບໍ່ຮູ້ສຶກມ່ວນ, ເມື່ອຍ, ທໍລະມານ Hormone ຄວາມຄຽດຈະຖືກຫຼັ່ງອອກມາຈະເຮັດໃຫ້ຄວາມຕັ້ງໃຈຂອງເຮົາຫຼຸດລົງ ແລະ ຢາກຢຸດເຮັດສິ່ງນັ້ນ
3) ແບ່ງອອກເປັນເປົ້າໝາຍຍ່ອຍ
ຄົນສ່ວນໃຫຍ່ມັກເວົ້າວ່າໃຫ້ຕັ້ງເປົ້າໝາຍໃຫຍ່ເຂົ້າໄວ້ ສົມມຸດວ່າຕັ້ງເປົ້າໄວ້ຈະຂຽນປື້ມ 1 ເຫຼັ່ມໃຫ້ແລ້ວພາຍໃນ 1 ເດືອນ ສະໝອງຈະບໍ່ຫຼັ່ງ Dopamine ອອກມາພ້ອມບອກວ່າເຮັດບໍ່ໄດ້ດອກ
ອາຈານ ເລິຍບອກວ່າຄັນຊັ້ນປ່ຽນເປົ້າໝາຍເປັນຍ່ອຍໆວ່າຈະຂຽນປື້ມມື້ລະ 10 ໜ້າຖ້າຫາກຂຽນໄດ້ເທົ່າກັບຂຽນປຶ້ມແລ້ວພາຍໃນ 1 ເດືອນແລະ ຍັງຊ່ວຍໃຫ້ມີກຳລັງໃຈຫຼາຍຂຶ້ນດ້ວຍ
4) ບັນທຶກຜົນການເຮັດວຽກ
ຫາກຢາກເຮັດເປົ້າໝາຍຫຍັງຈັກຢ່າງໃຫ້ປະສົບຜົນສຳເລັດ ອາຈານແນະນຳໃຫ້ຈົດບັນທຶກທຸກມື້ເຊັ່ນ: ໝົດມື້ນີ້ເຮົາໄດ້ເຮັດຫຍັງມາຄວາມສຳເລັດເລັກໆນ້ອຍກໍເອີ້ນຄວາມສຳເລັດໄດ້ເຮົາຈົດລົງສະໝຸດບັນທຶກ, ເຈ້ຍ ຫຼື ແພັດຟອມຕ່າງໆຕາມສະດວກ
ຕົວຢ່າງ ແຕ່ລະມື້ໄດ້ມາອອກກຳລັງກາຍໃຊ້ເວລາເທົ່າໃດ ຮອບຕໍ່ໄປຈົດບັນທຶກອີກວ່າເຮັດເວລາໄດ້ເທົ່ານີ້ຈະຊ່ວຍໃຫ້ເຮົາມີກຳລັງໃຈໃນການອອກກຳລັງກາຍຫຼາຍຂຶ້ນເມື່ອເຫັນສະຖິຕິຕົວເລກເວລາເພີ່ມຂຶ້ນ
5) ໃຫ້ລາງວັນເມື່ອເຮັດສຳເລັດ
ການໄດ້ຮັບລາງວັນເມື່ອເຮັດສິ່ງໃດສຳເລັດຕາມເປົ້າໝາຍຈະຍິ່ງເຮັດໃຫ້ Dopamine ຫຼັ່ງອອກມາຫຼາຍຂຶ້ນ ເປົ້າໝາຍຍ່ອຍໆບໍ່ເປັນຫຍັງ ແຕ່ເປົ້າໝາຍກາງໆ ຫຼື ເປົ້າໝາຍໃຫຍ່ຖ້າຫາກເຮັດສຳເລັດເຮົາຄວນໃຫ້ລາງວັນກັບຕົວເອງ
ການສອນ
ວິທີການສ້າງ Output ທີ່ດີທີສຸດ ແລະ ສົ່ງຜົນຕໍ່ການພັດທະນາຕົນເອງໄດ້ດີທີ່ສຸດສັ່ງນັ້ນຄືການສອນ
ມີການຄົ້ນຄວ້າໜຶ່ງໃນມະຫາວິທະຍາໄລລອນດອນທີ່ໜ້າສົນໃຈຫຼາຍໂດຍແບ່ງອອກເປັນ 2 ກຸ່ມກຸ່ມທຳອິດໃຫ້ທ່ອງຈື່ໃຫ້ດີ ແລ້ວຈະໃຫ້ສອບເສັງ ແລະ ອີກກຸ່ມທ່ອງຈື່ໃຫ້ດີແລ້ວຈະໃຫ້ໄປສອນຄົນອື່ນ

ຜົນຈາກການໃຫ້ເວລາທ່ອງຈື່ເທົ່າກັນ ແລະ ໃຫ້ທັ້ງ 2 ກຸ່ມເຮັດຂໍ້ສອບແບບດຽວກັນແມ້ສຸດທ້າຍແລ້ວຈະບໍ່ໄດ້ໃຫ້ສອນແທ້ກໍຕາມ ແຕ່ກຸ່ມທີ່ບອກວ່າຈະໃຫ້ສອນເຮັດຄະແນນເສັງໄດ້ດີກວ່າ
ຄົນທີ່ເຄີຍສອນບາງຢ່າງຈະເຂົ້າໃຈດີວ່າຖ້າບໍ່ທຳຄວາມເຂົ້າໃຈໃຫ້ດີໆເຮົາຈະສອນຄົນອື່ນບໍ່ໄດ້ ມັນເປັນທັ້ງ Output –> Feedback ແລະ ຍັງເປັນ Input ອີກດ້ວຍ
ການໂຟກັດສິ່ງໃດສິ່ງໜຶ່ງ
ສະໝອງຂອງຄົນເຮົາເຮັດວຽກແບບ Multitask ບໍ່ໄດ້ ຕົວຢ່າງການຮຽນໜັງສືພ້ອມກັບເຮັດຢ່າງອື່ນເຊັ່ນ: ເບິ່ງໂທລະທັດນຳເຮັດວຽກບ້ານໄປນຳແທ້ຈິງແລ້ວບໍ່ໄດ້ແປວ່າເຮົາ ເບິ່ງໂທລະທັດນຳເຮັດວຽກບ້ານໄປພ້ອມກັນໃນເວລາດຽວ ແຕ່ສະໝອງສະຫຼັບກັນໄປມາຊ້ຳໆ ເຮັດໃຫ້ສະໝອງຕ້ອງເຮັດວຽກໜັກຈຶ່ງສົ່ງຜົນໃຫ້ຄວາມສາມາດໃນການປະມວນຜົນຫຼຸດລົງ

ຜົນວິໄຈຍັງຊີ້ໃຫ້ເຫັນວ່າການເຮັດວຽກແບບ Multitask ໂດຍບໍ່ໂຟກັດກັບວຽກໃດໜຶ່ງເຮັດໃຫ້ຕ້ອງເສຍເວລາໃນການເຮັດວຽກເພີ່ມຂຶ້ນເຖິງ 50% ແລະ ປະສິດທິພາບຫຼຸດລົງເຖິງ 80% – 95%
ສະນັ້ນຢ່າເຮັດສິ່ງນັ້ນສິ່ງນີ້ພ້ອມກັນ ແຕ່ຄວນເລືອກເຮັດໃຫ້ແລ້ວໄປເທື່ອລະຢ່າງ
ຖ້າບໍ່ເຮັດສິ່ງທ້າທ້າຍກໍບໍ່ມີວັນພັດທະນາຕົວເອງ
ຄົນສ່ວນໃຫຍ່ມັກຄິດວ່າການລົງມືເຮັດສິ່ງໃໝ່ໆ ຖ້າຫາກທ້າທາຍແລ້ວຕ້ອງສ່ຽງກັບຄວາມລົ້ມເຫຼວ
“ຈົ່ງລົງມືເຮັດສິ່ງທີ່ຍາກສະເໝີ” – AdToy ອາຈານຂອງແອດ AdToy Datarockie ເຊື່ອວ່າຖ້າເຮົາເຮັດສິ່ງທີ່ຍາກທ້າທາຍຕົວເອງມື້ທາງໜ້າຈະງ່າຍ ແລະ ມັກມີຄວາມໝາຍສະເໝີ AdToy ສັກລາຍໃສ່ໄວ້ບ່ອນແຂນວ່າ The obstacle is the way
ເພາະການທີ່ບໍ່ເຮັດສິ່ງທ້າທ້າຍເລີຍເຮັດໃຫ້ບໍ່ມີທາງພັດທະນາຕົວເອງໄດ້ ຄົນເຮົາຈະເລີ່ມພັດທະນາຕົວເອງກໍຕໍ່ເມື່ອລົງມືເຮັດສິ່ງທີ່ທ້າທາຍ

ການເລິ່ມລົງມືປະຕິບັດ
ແອດ ເຊື່ອວ່າຫຼາຍຄົນມີບັນຫາເລີ່ມລົງມືເຮັດບໍ່ໄດ້ຈັກເທື່ອ ເລິ່ມຕັ້ງໃຈອ່ານໜັງສືບໍ່ໄດ້ເລີຍ ຫາກຈະຖ້າໃຫ້ມີຄວາມຕັ້ງໃຈກ່ອນແລ້ວຄ່ອຍລົງມືເຮັດວຽກນັ້ນ ຫຼື ອ່ານໜັງສືຕໍ່ໃຫ້ເວລາຜ່ານໄປເທົ່າໃດຄວາມຕັ້ງໃຈກໍບໍ່ເກີດດອກ ໃຫ້ລອງເລີ່ມຕົ້ນຈາກການເຮັດວຽກງ່າຍໆແລ້ວພະຍາຍາມພຽງໃຊ້ເວລາ 5 ນາທີທຳອິດກ່ອນ ຖ້າຄິດວ່າສິ່ງນັ້ນດີໃຫ້ຄິດໃນໃຈ 3 ວີນາທີລົງມືເຮັດເລີຍ – Khunkhao Sindhusen Khaejornbut ເປັນອີກອາຈານ ທ່ານໜຶ່ງທີ່ປ່ຽນຊີວິດແອດເລີຍ

ຊ່ວງຕອນແອດ ຍັງຮຽນຢູ່ ມໍ7 ໂຫ້ດົນນານເຫຼືອເກີນ ແອດ 555 ແອດສັບສົນກັບຕົວເອງອີຫຍັງກໍຢາກເຮັດໄປໝົດ ແຕ່ກັງວົນກັບຕົວເອງຖ້າຫາກລົງມືເຮັດແລ້ວຢ້ານແຮງຄວາມສ່ຽງຄວາມລົ້ມເຫຼວມັນຈະເກີດຂຶ້ນກັບຕົວເອງບໍ່ມີຄວາມໝັ່ນໃຈກັບຕົວເອງໃນການທີ່ຈະເຮັດສິ່ງໃໝ່ໆຈັກເລື່ອງໜຶ່ງຕອນນັ້ນບໍ່ແອດບໍ່ຄ່ອຍໄດ້ອ່ານໜັງສືແບບຈິງໆຈັງໆ ໝາຍເຖິງໜັງສືແນວໃຫ້ຂໍ້ຄິດ ຫຼື ແນວສອນ ນອກຈາກຕຳລາຮຽນ 555
ແອດ ມີໝູ່ຄົນໜຶ່ງທີ່ຮຽນບ່ອນດຽວກັນ ຊື່ Inthava ຊື່ຫຼິ້ນ ງຸ່ມ ແອດເຫັນມັນຮຽນພາສາອັງກິດເກັ່ງແຮງຕອນນັ້ນມັນເປັນຄູ່ແຂ່ງເສັງນັກຮຽນເກັ່ງພາສາອັງກິດກັບແອດ ແອດເລີຍຕັດສິນໃຈຖາມໄປວ່າ ເຮີຍ ງຸ່ມ ມີວິທີການຮຽນພາສາອັງກິດແນວໃດຄືເກັ່ງແທ້ ຊ່ວຍບອກວິທີໃຫ້ຂ້ອຍໄດ້ບໍ່ ງຸ່ມ ບອກວ່າການທີ່ຈະເຮັດຫຍັງໃຫ້ສຳເລັດຕ້ອງມີວິໄນ ແອດຖາມຕໍ່ແລ້ວຈະເຮັດແນວໃດໃຫ້ມີວິໄນ ງຸ່ມບອກກັບແອດວ່າແນະນຳເຈົ້າເລີ່ມລອງຟັງ podcast ແມ້ມັນຊ່ວຍໃຫ້ໃຈສະຫງົບແຖມຂອງຟຣີດີໆມີຫຼາຍແຮງໃນ youtube ໄປຫາຟັງ
ແອດຂໍໃຫ້ງຸ່ມຊ່ວຍແນະນຳໃຫ້ແດ່ ງຸ່ມກໍແນະນຳ podcast ຂອງ ອາຈານ Khunkhao Sindhusen Khaejornbut ໃຫ້ແອດຟັງ ງຸ່ມບອກອີກວ່າລາວຟັງທຸກມື້ເລີຍໃດ ເວລາສະຕິຫຼຸດຈະກັບມາຟັງທຸກຄັ້ງ ແລະ ງຸ່ມຈົນໂຫຼດເປັນ file mp3 ໄວ້ຟັງເລີຍ ເຊິ່ງຊື່ podcast ມີຊື່ວ່າ วิธี “สร้างวินัย” ให้ตัวเอง | ขุนเขา สินธุเสน เขจรบุตร ລອງໄປເບິ່ງໄປຟັງເບິ່ງເດີ້ຂອງໂຄດດີເລີຍ
ແອດຮັກອາຈານທ່ານນີ້ແຮງປ່ຽນຊີວິດແອດໄປເລີຍ ແລະ ໝູ່ຂອງແອດແນະນຳໃຫ້ອ່ານໜັງສືຫຼາຍໆ ເພື່ອຈະໄດ້ມີສະມາທິຈົດຈໍ່ກັບສິ່ງນັ້ນໄດ້ດົນ ລາວເລີຍແນະໜັງສື The Power Of Output ເຫຼັ່ມທີ່ນຳສະໜີຢູ່ຕອນນີ້ ໃຫ້ກັບແອດ ນີ້ຄືຈຸດເລີ່ມຕົ້ນຂອງແອດທີ່ເຮັດໃຫ້ຫັນໜ້າເຂົ້າມາໃຫ້ຄວາມສົນໃຈກັບການອ່ານຫຼາຍຂຶ້ນ ແລະ ເປັນຈຸດປ່ຽນຊີວິດແອດເລີຍໃນຊ່ວງເວລານັ້ນ
ການຕັດສິນໃຈ
ການຕັດສິນໃຈເປັນເລື່ອງທີ່ທຸກຄົນລັງເລທີ່ຈະຕັດສິນໃຈບໍ່ໄດ້ຈັກເທື່ອ ບໍ່ຮູ້ວ່າຈະເລືອກອັນໃດດີສຸດທ້າຍກໍຢາກຕັດສິນໃຈໃໝ່ ເຕັກນິກຂອງ ອາຈານ ຄື:
ຕັດສິນໃຈພາຍໃນ 5 ນາທີ –> ເລືອກອັນທີ່ຕົວເອງຮູ້ສຶກຕື່ນເຕັ້ນ –> ເລືອກອັນທີ່ຄິດຂຶ້ນໄດ້ກ່ອນ
ສະແດງຄວາມຮູ້ສຶກດ້ວຍ (ການຂຽນ)
ຄວາມເມື່ອຍລ້າອຶດອັດ ຫຼື ຄວາມເຈັບປວດຂອງເຮົາຈະເບົາບາງລົງເຊັ່ນ: ການຂຽນລະບາຍຄວາມຮູ້ສຶກ, ຄວາມອຶດອັດ ຫຼື ເມື່ອຍລາລົງໃນສະໝຸດຫາກເປັນໄປໄດ້ຄວນຂຽນເປັນ Diary ປະຈຳທຸກມື້ ແອດຢາກເຊີຍທຸກຄົນຄວນເຮັດ ສິ່ງແອດເຮັດເປັນປະຈຳກ່ອນນອນຄືການຂຽນ journal ກ່ອນນອນທຸກຄືນ ຂຽນສິ່ງທີ່ເຮົາໄດ້ເຮັດມາໝົດມື້ນັ້ນລົງໃສ່ເຈ້ຍ ເພາະມັນຈະຊ່ວຍຫຼດຄວາມວິຕົກກັງວົນ, ຄວາມອຶດອັດ ລະບາຍຄວາມຮູ້ຂອງຕົວເອງອອກມາທຸກມື້ຈະຊ່ວຍລ້າງພິດທີ່ຢູ່ໃນໃຈອອກໄປໄດ້
ການນອນ
ຫຼາຍຄົນທີ່ເຮັດວຽກໃນຫ້ອງການຕ້ອງແຂ່ງຂັນກັນໃນຊ່ວງເສດຖະກິດທີ່ບໍ່ຄ່ອຍດີ ວຽກຫົວໜ້າມອບໃຫ້ເຮັດບໍ່ແລ້ວນຳກັບມາເຮັດຕໍ່ຢູ່ບ້ານ ແທນທີ່ຈະເອົາເວລາມາພັກຜ່ອນ ຟື້ນຟູຮ່າງກາຍໃຫ້ກັບມາເຮັດວຽກໃນມື້ໃໝ່ ວຽກແທນທີ່ຈະອອກມາດີແຕ່ກັບວຽກບໍ່ແລ້ວແຖມຜົນງານອອກມາບໍ່ດີອີກດ້ວຍ ຄວາມຄຽດສະສົມສົ່ງຜົນໃຫ້ການນອນບໍ່ຫຼັບ

ອາຈານ ຫຼັງ 6 ໂມງແລງເພິ່ນຈະບໍ່ເຮັດຫຍັງ ໃຊ້ເວລາກັບການພັກຜ່ອນ ຫົວໃຈຫຼັກຂອງການເຮັດວຽກຫຼັກໆມາຈາກການນອນໃຫ້ພຽງພໍ ຖ້າເກີດນອນໜ້ອຍ ຄວາມຈຳຫຼຸດລົງການເຮັດວຽກໄດ້ບໍ່ເຕັມທີ່, ເມື່ອຍງ່າຍ ຄວນນອນມື້ລະ 7 ຊົ່ວໂມງ
ຕອນແອດ ຮຽນມະຫາໄລ ປີທີ3 ແອດຮຽນໜັກແຮງເພາະຕອນນັ້ນຢູ່ໃນຊ່ວງກຳລັງເສັງທ້າຍພາກ ເຊິ່ງຕາຕະລາງເສັງແມ່ນເສັງຕິດຕໍ່ກັນແບບບໍ່ພັກ ແອດຮຽນສາຍວິທະຍາສາດຄອມພິວເຕີ ມີທັ້ງໂປຣເຈັກນອກ ເວລາພັກຜ່ອນມີໜ້ອຍ ເບິ່ງໜັງສືແຕ່ເຊົ້າຈົນສອດແຈ້ງ 555 ແຕ່ພໍມາເສັງແທນທີ່ຜົນຈະອອກມາດີກັບໂຫດຮ້າຍສ້ຳ ຄະແນນອອກມາບໍ່ໄດ້ດີເທົ່າທີ່ຕັ້ງເປົ້າໄວ້ເລີຍ
ບາງທີກໍມີໄດ້ຕາມເປົ້າແດ່ ເພາະບາງວິຊາບໍ່ໄດ້ໃຊ້ສະໝອງເກີນໄປ ວິຊາທີ່ໃຊ້ສະໝອງຄິດ ສະໝອງທີ່ບໍ່ໄດ້ນອນພັກຜ່ອນໃຫ້ພຽງພໍສົ່ງຜົນໃຫ້ການປະມວນຜົນ ຫຼື ການຄິດບໍ່ຄ່ອຍດີ ແລະ ຊ່ວງນັ້ນແອດ ທັ້ງຮຽນ ທັ້ງອອກໄປຖ່າຍວິດີໂອກັບທິມງານເປັນຊ່ອງທີມງານຖ່າຍທຳ ບອກເລີຍວ່າ ຮຽນເຊົ້າ ຄ່ຳມາມີຮຽນພິເສດ ຫຼັງຈາກເລິກຮຽນ ກໍອອກໄປເຮັດວຽກຕັດຕໍ່ຢູ່ຫ້ອງທີມງານ ຕົກດຶກມານອນບໍ່ຫຼັບນອນໜ້ອຍ
ສົ່ງຜົນເຮັດການເລີ່ມຕົ້ນມື້ໃໝ່ບໍ່ມີສະມາທິຈົດຈໍ່ກັບການຮຽນ ຫຼື ວຽກທີ່ເຮັດ ສະພາບຕອນນັ້ນຊຸດໂຊມ ເລີຍຕັດສິນໃຈບອກທີມງານວ່າຂໍບໍ່ເຮັດວຽກເດິກໄດ້ບໍ່ ເພາະສະພາບຮ່າງກາຍບໍ່ໄຫວ ທີມງານບອກໄດ້ ແຕ່ພໍເວລາຜ່ານໄປທີມງານກໍໃຫ້ເຮັດວຽກເດິກຫຼາຍຂຶ້ນ ເພາະຊ່ວງນັ້ນແຕ່ລະຄົນຕ້ອງໄປເຝິກງານແລ້ວຈະບໍ່ມີເວລາຖ່າຍວິດີໂອນຳກັນແລ້ວຈຳເປັນຕ້ອງຖ່າຍວິດີໂອດອງໄວ້ໂພສ
ພໍເຮັດຜ່ານວັນຜ່ານຄືນໄປເລື່ອຍໆ ແອດກໍເລີ່ມບໍ່ໄຫວ ແອດເລີຍຖ້າເຮັດວຽກເດີກແບບນີ້ຕໍ່ໄປຂໍບໍ່ເຮັດທີມນຳເດີ້ ເພາະວ່າຮ່າງກາຍສະພາບຈິດໃຈບໍ່ໄຫວ ນອນເດິກແຖມ ຕ້ອງຕື່ນມາຮຽນ ເຮັດວຽກໃນຕອນເຊົ້າບໍ່ມີສະມາທິ ທີມງານກໍເຂົ້າໃຈ ຈາກແອດກໍອອກຈາກທີມ ບໍ່ແມ່ນວ່າບໍ່ມັກວຽກນີ້ ແຕ່ດ້ວຍສຸຂະພາບບໍ່ໄຫວ, ກົດດັນກັບທີມງານເມື່ອເຮັດວຽກບໍ່ໄດ້ເຕັມທີ່ຄືແຕ່ກ່ອນ
ຈາກນັ້ນມາ ແອດຈຶ່ງມີສະຕິກັບມາ ສິ່ງສຳຄັນທີ່ສຸດຂອງການເຮັດວຽກຄືການນອນໃຫ້ພຽງພໍ
ການເລີ່ມຕົ້ນມື້ໃໝ່ທີ່ດີຄືການເລິ່ມເຂົ້ານອນ ແອດເຂົ້ານອນຊ່ວງ 21-22 ໂມງ ອ່ານໜັງສື ຂຽນ journal ກ່ອນນອນທຸກຄືນເວລາ ມີວຽກຫຼາຍບໍ່ແລ້ວ ແອດຈະນຳເອົາມາເຮັດຕອນແທນ ແອດເຮັດເປັນປະຈຳຄື ຕື່ນມາອ່ານໜັງສື ຊ່ວງ 4ໂມງ ໃຊ້ເວລາ 30 ນາທີ ບັນຍາກາດງຽບນິ່ງ ຈິດໃຈສະຫງົບ ແລະ ແອດຈະໄປຍ່າງອອກກຳລັງຈັກ 30 ນາທີ ເຝິກເວົ້າພາສາ 30 ນາທີ ກ່ອນໄປເຮັດວຽກ
ການຕື່ນມາຈະຕື່ນຕອນໃດກໍໄດ້ ຂໍພຽງເຮົາຕື່ນມາເຮັດສິ່ງທີ່ມີຄວາມໝາຍນັ້ນເຮົາຄວນເຮັດ – AdToy
ການອອກກຳລັງກາຍ
ຄົນສ່ວນໃຫຍູ່ຄິດວ່າ ຄວາມສາມາດຂອງແຕ່ລະຄົນເປັນສິ່ງທີ່ມີມາຕັ້ງແຕ່ເກີດ ແຕ່ຄວາມຈິງແລ້ວບໍ່ແມ່ນເລີຍ
ຫາກເຮົາມີ Hormone ຄວາມຄຽດສະສົມເປັນໄລຍະເວລາດົນຈະເຮັດໃຫ້ຄວາມຈຳບໍ່ດີ ແລະ ຫຼົງລືມໄດ້ງ່າຍຢາກຢາກຫົວດີການອອກກຳລັງກາຍຄືທາງເລືອກທີ່ດີ
ເວລາເຮົາຄິດວິຕົກກັງວົນເລື່ອງຕ່າງໆ ຄິດຫຼາຍ ແອດບອກເລີຍວ່າມັນຊ່ວຍ ແອດໄດ້ເລີຍດ້ວຍການອອກກຳລັງກາຍ ສົມມຸດວ່າ ເຮົາກັງວົນຄິດຫຼາຍ ໃຫ້ລອງໄປແລ່ນເບິ່ງປະມານ 15ນາທີ ຫຼື 25 ແບບບໍ່ຢຸດພັກ ໃນຫົວຍັງຈະຄິດກັງວົນກັບເລື່ອງນັ້ນຢູ່ບໍ່ ສະໝອງມັນຈະສັ່ງໃຫ້ປ່ຽນຈຸດໂຟກັດມາທີ່ລົມຫາຍໃຈ ເວລາເຮົາເມື່ຶອຍຈະຕາຍຢູ່ແລ້ວ ແອດຖາມຍັງຈະຄິດກັງວົນກັບເລື່ອງວຽກ ຫຼື ເລື່ອງອື່ນໆຢູ່ບໍ່
ສະໝອງຈະເລັງມາທີ່ລົມຫາຍໃຈ ພະຄູບາອາຈານເພິ່ນສອນໃຫ້ເຮົາມີສະຕິ ເວລາມີເລື່ອງເດືອດຮ້ອນໃຈ ໃຫ້ເຝິກລົມຫາຍໃຈເຂົ້າອອກ ພຸດໂທ ພຸດໂທ ມັນຄືຫຼັກການ ຊີວະວິທະຍາ ເວລາເຮົາເມື່ອຍກໍເຊັ່ນກັນສິ່ງສຳຄັນຄື ລົມຫາຍໃຈຖ້າບໍ່ຫາຍໃຈໃຫ້ດີ ເວລາແລ່ນອາດລົ້ມເປັນລົມໄດ້ເລີຍ

ແອດເຊຍໃຫ້ທຸກຄົນອອກກຳລັງກາຍມັນຊ່ວຍຫຼັ່ງສານ Dopamine ເຮັດໃຫ້ມີຄວາມສຸກ ການອອກກຳລັງກາຍແບບ ຄາດິໂອຄັ້ງລະ 1 ຊົ່ວໂມງ ອາທິດລະ 2 ຄັ້ງ
ເຮີຍ ແອດຄິດກັງວົນກໍໄປດື່ມສ້າງສັນລະວ່ະ ແອດກໍເຫັນດີນຳຊວນແອດແດ່ 555 ດຽວໆ ມັນດີຕໍ່ໃຈ ແຕ່ບໍ່ດີຕໍ່ສຸຂະພາບການທີ່ເຮົາໄປດື່ມມັນຈະດີໃນຊ່ວງໄລຍະສັ້ນແຕ່ໄລຍະຍາວມັນສະສົມ ອ້າວ! ແອດ ແບບນີ້ເຮົາໄປອອກກຳລັງກາຍເອົາກໍໄດ້ບໍ່ເປັນຫຍັງ

ແອດບໍ່ໄດ້ບອກວ່າການດື່ມມັນບໍ່ດີ ແຕ່ແອດຢາກໃຫ້ເລືອກການອອກກຳລັງຊ່ວຍໃຫ້ເຮົາແກ້ໄຂອາດຈະບໍ່ແກ້ໄຂໃຫ້ຕົ້ນບັນຫາຫາຍ 100% ແຕ່ມັນຊ່ວຍໃຫ້ເຮົາຫົວດີ ສຸຂະພາບດີດີຕໍ່ໃຈ ດີຕໍ່ສຸຂະພາບອີກດ້ວຍ ແຕ່ກົງກັນຂ້າມຖ້າດື່ມຫຼາຍເກີນໄປເພາະສະສົມຄວາມຄຽດຢາກມາລະບາຍດ້ວຍການດື່ມໃຫ້ລືມມັນຈະຊ່ວຍໃຫ້ເຮົາລືມຊ່ວງເວລາເຮົາດື່ມ ແຕ່ມັນສົ່ງຜົນຕໍ່ສະໝອງຂອງເຮົາເຮັດໃຫ້ສະໝອງຊ້າ ຄວາມຈຳຫຼຸດລົງໃນການຮຽນຮູ້ສິ່ງໃໝ່ໆ ນ້ຳຕານສະສົມໃນຮ່າງກາຍ ສຳຫຼັບແອດເອງກໍດື່ມຄືກັນແຕ່ຈະດື່ມໃນປະລິມານທີ່ພໍເໝາະ ມັນອາດເປັນທາງເລືອກທີ່ບໍ່ຄ່ອຍດີ

ແອດຍັງເຫັນດີກັບ ອາຈານ Shion Kabasawa ການອອກກຳລັງກາຍ ແອດເລືອກວິທີດ້ວຍການອອກໄປຍ່າງຫຼິ້ນ 30 ນາທີໃນຕອນເຊົ້າທຸກມື້ ແລະ ບາງມື້ເລິກຈາກວຽກຫົວຄ່ຳກໍຈະອອກມາແລ່ນ ເພື່ອຜ່ອນຄາຍສະໝອງ ການອອກກຳລັງກາຍຊ່ວຍໃຫ້ຫົວດີ, ມີສະມາທິ, ສະໝອງພັດທະນາ ໃຜທີ່ນອນບໍ່ຫຼັບ ແອດເຊຍໃຫ້ມາອອກກຳລັງກາຍອີຫຍັງກໍໄດ້ 15 ນາທີ ຫຼື 25 ນາທີ ກໍພຽງພໍແລ້ວ
ການບໍລິຫານເວລາ
ຫຼາຍຄົນຈົ່ມກັບຕົວເອງວ່າບໍ່ມີເວລາໄປອອກກຳລັງກາຍ, ອ່ານໜັງສື ບໍ່ມີເວລາດອກວຽກກໍຫຼາຍພໍແຮງແລ້ວ ແອດບໍ່ເຊື່ອດອກ ແອດເຊື່ອວ່າເອົາເວລາໄປເຮັດສິ່ງທີ່ບໍ່ມີຄ່າຫຼາຍກວ່າ ເຊັ່ນ ໄຖຕິກຕ໋ອກ 555 ເອົາເວລາໄປເສບຕິດກັບສິ່ງທີ່ບໍ່ມີຄ່າ ແລ້ວມາຖາມວ່າເຮັດແນວໃດຈຶ່ງຈະເຮັດ Output ໃຫ້ອອກມາດີໄດ້, ຢາກມີລາຍໄດ້ຫຼາຍໆ ຖ້າຍັງບໍ່ເຊົາເສບຕິດສິ່ງທີ່ບໍ່ມີຄ່າ

ການບໍລິການເວລາທີ່ດີດ້ວຍ 3 ວິທີດັ່ງນີ້:
1) ເຮັດ Output 15 ນາທີ ເລີ່ມຈາກເຮັດ Output 1 ຢ່າງທີ່ມີຄວາມໝາຍ
ຕົວຢ່າງກຳນົດວ່າຈະ Review ປື້ມພາຍໃນເວລາ 15 ນາທີ ແລ້ວຕັ້ງສະມາທິເຮັດ Output ອອກມາພາຍໃນ 15 ນາທີ ຕໍ່ໃຫ້ເຈົ້າວຽກຫຍຸ້ງເທົ່າໃດ ໃຊ້ເວລາພຽງແຕ່ມື້ລະ 15 ນາທີເຈົ້າກໍໜ້າຈະຫາເວລາມາເຮັດໄດ້
2) ໃຊ້ເວລາວ່າງໃຫ້ເກີດປະໂຫຍດ
ນັກທຸລະກິດທີ່ມີວຽກຫຍຸ່ງຄົງຫາເວລານັ່ງຫັນໜ້າເຂົ້າໂຕະສຳຫຼັບການຮຽນເພື່ອຕົວເອງໄດ້ຍາກ ເວລາກັບຮອດບ້ານກໍຈະເມື່ອຍຈາກການເຮັດວຽກຈົນບໍ່ມີເວລາຮຽນໜັງສືເພີ່ມຕື່ມອີກ
ວິທີຫາເວລາຮຽນໜັງສືເພື່ອຕົວເອງ ທີ່ດີທີ່ສຸດທີ່ເຮັດໄດ້ທຸກມື້ສຳຫຼັບນັກທຸລະກິດທີ່ມີວຽກຫຍູ່ງຕະຫຼອດກໍຄືການໃຊ້ເວລາວ່າງໃນທີ່ນີ້ໄດ້ແກ່ ເວລານັ່ງລົດໄຟ, ນັ່ງລົດເທັກຊີ ຫຼື ລົດໂດຍສານອື່ນໆ, ເວລາທີ່ເຫຼືອຈາກການພັກຕອນທ່ຽງ, ເວລານັດພົບເປັນຕົ້ນ ໂດຍສະເພາະທີ່ເຮົາກຳລັງນັ່ງລົດ ເຮົາຈະມີເວລາດົນນານທີ່ສຸດ
ເວລານີ້ເໝາະສົມແກ່ການເຮັດ Input ແລະ Output ຫຼື ໃຊ້ເປັນເວລາໃນການລົງທຶນເພື່ອຕົວເອງຫຼາຍທີ່ສຸດ
3) ໃຊ້ໂທລະສັບເປັນເຄື່ອງມືໃນການເຮັດ Output
ຄົນສ່ວນຫຼາຍໃຊ້ໂທລະສັບໃນການເຮັດ Input ເຊັ່ນ ເບິ່ງ social media ຂອງໝູ່ອ່ານບົດຄວາມ ຫຼື ຂ່າວໃນອິນເຕີເນັດ ມີຫຼາຍຄົນທີ່ມັກເບິ່ງໂທລະສັບໄປເລື່ອຍໆໃນລະຫວ່າງເດີນທາງໄປເຮັດວຽກ
ການເຮັດ Input ແຕ່ບໍ່ເຮັດ output ການເບິ່ງໂທລະສັບຢ່າງດຽວເປັນການໃຊ້ເວລາໂດຍໄຮ້ປະໂຫຍດທີ່ສຸດ
ຂໍ້ດີຂອງໂທລະສັບຄືເຮົາປ້ອນຂໍ້ມູນບ່ອນໃດເມື່ອໃດກໍໄດ້ ເຮົາຄວນເຮັດ Output Review ໜັງສື, ໜັງສື ຫຼື ສິ່ງທີ່ເຮົາຄົ້ນພົບໄດ້ຈາກການຮຽນ ຫາກຄິດໄດ້ຈັກ 3 ແຖວ ຫຼື 3 ປະເດັນ ພຽງແຕ່ມີເວລາ 5 ນາທີກໍຂຽນໄດ້ແລ້ວ ຫາກເຮົາໃຊ້ປະໂຫຍກຈາກໂທລະສັບໃຫ້ເປັນ ເຮົາກໍຈະ Output ໄດ້ທຸກທີ່ທຸກເວລາ
ເວລາຄິດໄອເດຍອອກໃຫ້ຮິບຈົດລົງໃສ່ໂທລະສັບ ຫຼື ເຈ້ຍໄວ້ ແອດເຮັດເປັນປະຈຳ
ອາດເປັນເພາະເຮົາຄິດໄປວ່າການຈະເຮັດ Output ຕ້ອງມີເວລາ 30 ນາທີ ຫຼື 1 ຊົ່ວໂມງເຮັດໃຫ້ເຮົາເຮັດບໍ່ໄດ້ຈັກເທື່ອ ດັ່ງນັ້ນກ່ອນອື່ນໃຫ້ລອງເຮັດໃນເວລາ 5 ນາທີກໍພໍ ຖ້າເປັນໄປໄດ້ກໍຄວນມີເວລາຈັກ 15 ນາທີ
ຖ້າລອງເຮັດທັັ້ງ 3 ວິທີນີ້ບໍ່ໄດ້ຜົນໃຫ້ຫຼຸດເວລາ Input ລົງ


Leave a Reply