ຢ່າຮຽນແບບນີ້ ຖ້າຢາກຍົກລະດັບພາສາໃຫ້ເກັ່ງຂຶ້ນ

Categories:

ແອດຈະມາສະຫຼຸບ ສິ່ງທີ່ໄດ້ຮຽນຈາກ Additional English class (Bootcam Datarockie)| PodSum Ep 07

Class ນີ້ເປັນ Class ເສີມ ຂອງ Bootcam Datarockie ແອດ Toy ຮັບເຊີນແຂກສຸດພິເສດມາຮ່ວມສອນ ນັ້ນກໍຄື ອາຈານ Kana ຈາກ Farangangmor

Picture: Kana

ທີ່ແອດເຂົ້າມາຮຽນເພາະອາຈານນ່າຮັກ ເອີ໋ຍບໍ່ແມ່ນ 555

ສະຫຼຸບ ເຄັດລັບທີ່ແອດໄດ້ຮຽນຈາກ Additional English class (Bootcam Datarockie)

People use tools for communication

ມີຫຼາຍຄົນທີ່ຮຽນພາສາອັງກິດແລ້ວເວົ້າບໍ່ໄດ້ຈັກເທື່ອ ເຖິງແມ້ຈະຮຽນມາຫຼາຍປີແລ້ວ

ຫຍິ່ງໃນຍຸກປັດຈຸບັນສະດວກສະບາຍໃນການໃຊ້ເຄື່ອງມື AI ສື່ສານແທນ ພຽງແຕ່ໂຫຼດມາຕິດເຄື່ອງກໍພ້ອມໃຊ້ງານໄດ້ແລ້ວ

Picture: Use tools for communication

Everyone has different goals

ເປົ້າໝາຍຂອງແຕ່ລະຄົນກໍບໍ່ຄືກັນ ບາງຄົນຮຽນພາສາອັງກິດເພື່ອເອົາຕົວຫຼອດ ໄປທ່ຽວຕ່າງປະເທດ, ຊື້ເຄື່ອງ, ຈອງໂຮງແຮມ, ສັ່ງອາຫານໄດ້ ກໍພໍແລ້ວ

Picture: Everyone has different goals

ແຕ່ຮູ້ບໍ່ວ່າ ການໃຊ້ເຄື່ອງມື AI ເພື່ອສື່ສານມັນກໍດີ ແຕ່ຖ້າຢາກອະທິບາຍຜົນງານທີ່ເຮົາຮວບຮວມເປັນຢ່າງດີຢາກຈະອະທິບາຍໄອເດຍທາງເຊິງເລິກ ການໃຊ້ເຄື່ອງມືນັ້ນເພື່ອສື່ສານມັນຈະຄວາມໝາຍແປກໆ

picture: Use AI Tools for communication

ຕົວຢ່າງຝຣັ່ງເວົ້າວ່າ “It’s a beautiful day” ເຊິ່ງໃນບ້ານເຮົາຈະບໍ່ເວົ້າ ມັນເປັນມື້ທີ່ສວຍງາມ ມັນເບິ່ງຄືແປກໆ ໃນບ້ານເຮົາແດດອອກຄືຮ້ອນ

ຖ້າເຮົາບໍ່ເຂົ້າໃຈວັດທະນາທຳຂອງເຂົາ ເຮົາຍາກຈະສື່ສານໄປເລິກກວ່ານີ້ເຊັ່ນ ອະທິບາຍວັດທະທຳໜຶ່ງໃຫ້ອີກຄົນວັດທະນາທຳອື່ນເຂົ້າໃຈໂດຍການໃຊ້ເຄື່ອງມື Translate ເຊັ່ນເຮົາຕ້ອງໄດ້ອະທິບາຍໃຫ້ AI ເຂົ້າໃຈເທື່ອໜຶ່ງ ກ່ອນຈະສື່ໃຫ້ຄົນອື່ນ ໃຫ້ໃຊ້ມັນສົ່ງອີເມວແທນ ແລະ ອື່ນໆ

ຖ້າເປັນຕົວເຮົາເຮັດເອງສື່ສານເອງມັນຈະເປັນສະເໜ່ອີກແບບໜຶ່ງຂອງເຮົາ

English ≠Talent

It’s a System

ຖ້າເຮົາເບິ່ງ English ເປັນທັກສະ ເຮົາສາມາດປັບວິທີຕ່າງໆ ແລະ ເຂົ້າໃຈທັ້ງຕົວເອງ

Ever feel like you just can’t remember, no matter how hard you try?

ທ່ານເຄີຍເປັນບໍ່? ຮຽນເທົ່າໃດກໍຈື່ບໍ່ໄດ້

ຄົນສ່ວນໃຫຍ່ຍັງຕິດກັບດັກວິທີການຮຽນຮູ້ທີ່ຜິດໆມາໂດຍຕະຫຼອດ

  • Learning Goals

Accuracy vs Fluency

Picture: Accuracy Vs Fluency
  • Accuracy

ຫຼາຍຄົນເຄີຍເປັນບໍ່ເຮົາຮຽນພາສາແບບເນ້ນ Accuracy ຄື ໂຄງສ້າງເປັນແນວໃດຜັນ verb ຕ້ອງເປັນແບບນີ້ ລຽງປະໂຫຍກແນວໃດ ເຮົາຕ້ອງເຮັດຕາມໂຄງສ້າງເປະໆ ເຊິ່ງເຮົາໃຊ້ເວລາໄປກັບ Accuracy ຄ້ອນຂ້າງຫຼາຍ ຕັ້ງແຕ່ຢູ່ສະໄຫມມັດທະຍົມຈົນມໍປາຍເຮົາເນ້ນຄວາມຖືກຕ້ອງ

  • Fluency

ມີສິ່ງໜຶ່ງທີ່ເຮົາບໍ່ຄ່່ອຍໃຫ້ເວລາກັບມັນຫຼາຍນັ້ນຄື Fluency ຄືຄວາມຄ່ອງໃນການໃຊ້ພາສາ ບາງຄົນເຮັດໂຈດ Grammar ຕອບຖືກໝົດແຕ່ເວລາເອົາມາໃຊ້ງານແທ້ ສື່ສານຕົວຈິງມັນດັນຕິດຂັດໃນຫົວ ເຮົາໃຊ້ເວລາໄປກັບ Accuracy ຫຼາຍ

ຄືພາສາລາວເຮົາ ເຮົາເກີດມາເວົ້າເປັນ ເກີດຈາກຟັງຈາກພໍ່ແມ່, ເອື້ອຍອ້າຍ, ຄົນຂ້າງບ້ານ ເຂົ້າໃຈແລ້ວເອົາມາເວົ້າຈົນເປັນ ເຊິ່ງເຮົາຮຽນພາສາອັງກິດຮຽນແບບ Accuracy ຈົນເກີນໄປ ບໍ່ໄດ້ຮຽນແບບພາສາເກີດຕົນເອງ

Cram, exam, forget

ຮຽນເພື່ອເສັງເມື່ອເສັງແລ້ວລືມ

ແອດກໍເປັນຮາຮາ ເສັງເອົາຄະແນນ

man in a varsity jacket
Photo by Andy Barbour on Pexels.com

ຕອນນັ້ນຄື ແອດໄດ້ເຂົ້າຮ່ວມສອບເສັງນັກຮຽນເກັ່ງມໍ 4 (ມີນາ 2017 ) ວິຊາ Eng ເປັນເດັກນ້ອຍບ້ານນອກຄົນໜຶ່ງທີ່ເຂົ້າມາແຂ່ງກັບຄົນໃນເມືອງຫຼວງ ແຕ່ບໍ່ໄດ້ຫຍັງຕິດມືກັບບ້ານ ຕອນນັ້ນອາດກໍບໍ່ໄດ້ຄາດຫວັງຫຍັງຫຼາຍ ພຽງແຕ່ມາເອົາປະສົບການຊື່ໆ

Picture: Provincial-level academic excellence competition 2017

Applying your learning to real life: How-to?

It’s Not you.

It’s the way you Learned.

ຮຽນເທົ່າໃດກໍບໍ່ເກັ່ງຈັກເທື່ອ ບໍ່ວ່າຈະພົບບັນຫາຫຍັງມາກໍຕາມ ບໍ່ແມ່ນວ່າສະໝອງເຮົາບໍ່ເໝາະກັບພາສາອັງກິດ

You can

change the way you learn.

ເຮົາສາມາດປ່ຽນວິທີການຮຽນຮູ້ຂອງເຮົາໄດ້

What’s Your Fluency Goals?

ອາຈານ Kana ປ້າຍຢາປື້ມເຫຼັມ

Fluency Goals ຄືຫຍັງ?

ຫຼາຍຄົນທີ່ມາປຶກສາ ອຈ Kana ຢາກເກັ່ງພາສາເຮັດແນວໃດ

ອຈ ຖາມຄືນ ເກັ່ງໄປເພື່ອຫຍັງ

ບາງຄົນຢາກຮຽນຕໍ່ຕ່າງປະເທດ, ໄປທ່ຽວ, ເຮັດວຽກຕ່າງປະເທດ, ຫາແຟນຝຣັ່ງ 5555

ກ່ອນຈະຮຽນພາສາອັງກິດຄູ Kana ຊວນຕອບຄຳຖາມ 3 ສິ່ງນີ້ໃຫ້ໄດ້ກ່ອນ ວ່າເປົ້າໝາຍຂອງແຕ່ລະຄົນເປັນແນວໃດ

  • Where: ໃຊ້ພາສາອັງກິດໃນສະຖານທີ່ໃດ
  • With whom : ກັບໃຜ (ເພື່ອນຮ່ວມງານ, ເພື່ອນຄົນຕ່າງປະເທດ ອື່ນໆ)
  • What: ຢາກເວົ້າ ຫຼື ເຮັດຫຍັງດ້ວຍຄວາມໝັ່ນໃຈແດ່
Picture: What’s Your Fluency Goals

Maintain consistency

ການເຮັດຢ່າງຕໍ່ເນື່ອງເຊັ່ນເບິ່ງວິດິີໂອ ຊໍ້າໆ ວົນກັບມາເບິ່ງເປັນ 7 ມື້ ຫຼື 10 ມື້ ມັນຈະເລີ່ມຮູ້ສຶກໄດ້ວ່າ ເອະເປັນຫຍັງຄືເຂົ້າໃຈ ເປັນຫຍັງຢູ່ດີໆເບິ່ງຮູ້ເລື່ອງ ມີຄຳສັບໃນຫົວ

“You do not rise to the level of your goals. You fall to the level of your systems. Your goal is your desired outcome. Your system is the collection of daily habits that will get you there.”

Goals

ບາງທີ່ເຮົາຕັ້ງເປົ້າໝາຍເທົ່າໃດ ຖ້າສິ່ງທີ່ເຮົາກຳລັງເຮັດນ້ອຍໆ ມັນບໍ່ໄດ້ເອື້ອຕໍ່ການປ່ຽນແປງນັ້ນມັນກໍຈະບໍ່ໄດ້ຮອດເປົ້າໝາຍນັ້ນ

Systems

ເຮົາຄວນສ້າງນິໄສຊິວິດປະຈຳວັນ ຫຼື ສິ່ງທີ່ກ່ຽວຂ້ອງກັບເປົ້າໝາຍຕົວເອງ ຫຼື ເຊັ່ນມັກການເຮັດການປຸງແຕ່ງອາຫານ ເຮົາກໍໄປເບິ່ງແນວກ່ຽວກັບອາຫານອາດເປັນບົດຄວາມ ອ່ານໂຊຊ່ຽວຜ່ານການຣີວິວ ຫຼື ລົມກັບຄົນທີ່ມັກເຮັດອາຫານ

ແຕ່ຖ້າຢາກເບິ່ງວິດີໂອຫຼາຍໆຮູບແບບໃຫ້ເຂົ້າໃຈເຊັ່ນ ແນວປັດສະຍາ ຊີວະ ເຄມີ ເຮົາຕ້ອງຫາອ່ານສິ່ງທີ່ມັນກ່ຽວຂ້ອງກັບພວກນ້້ນ

ອາຈານ Kana ມາປ້າຍຢາປື້ມອີກແລ້ວເຢ້…. ເລີຟໆ

The I O C Principle of Effective Learning

ຫຼັກການຮຽນຮູ້ຂອງI + O + C ທີ່ຈະຊ່ວຍຍົກລະດັບພາສາໃຫ້ດີຍິ່ງຂື້ນ

ຖ້າຖາມວ່າແມ່ນຫຍັງຊ່ວຍໃຫ້ເກັ່ງພາສາມີພຽງ 3 ຢ່າງນີ້

Input + Output + Consistency

Picture: The IOC Principle
  • Input

Input ຄືການປ້ອນຂໍ້ມູນ: ການອ່ານ, ຟັງ

ເຮົາຄວນເລືອກ Input ທີ່ກົງກັບເປົ້າໝາຍຂອງເຮົາ

ເຊັ່ນ ເຮົາສົນໃຈເລື່ອງນັ້ນໆ, ມັນບໍ່ຈຳເປັນຕ້ອງມາຮຽນແບບຈິງຈັງ ຖ້າເຮົາຢາກເຮັດອາຫານ ເຮົາກໍໄດຫາຄົ້ນຫາໃນເນັດເປັນພາສາອັງກິດ ວິທີການເຮັດ ຕ່າງໆ

Input ທີ່ດີຄື ບໍ່ຍາກເກີນໄປ ແລະ ບໍ່ງ່າຍເກີນໄປ ຈັບຕ໋ອງໄດ້ ສາມາດເຮັດກັບມັນເປັນປະຈຳໄດ້, ມ່ວນ

Picture: Power of Input
  • Output

Output ຄືການສະແດງຜົນ: ການເວົ້າ, ຂຽນ, ປະຕິບັດ

ອັດຕາສ່ວນທີ່ດີທີ່ສຸດຂອງການເຮັດ Input: Output ຄື 3:7

ຈາກປື້ມ The power of output ປື້ມເຫຼັ່ມນີ້ດີແຮງ ເປັນເຫຼັ່ມທີ່ປ່ຽນຊີວິດແອດເລີຍ

ເຂົາມີການວິໄຈ ກຸ່ມ 1 ໃຫ້ທ່ອງຈຳຫຼາຍ ແລະ ເຮັດເຝິກຫັດໜ້ອຍໜຶ່ງ ກັບ ອີກກຸ່ມໜຶ່ງ ທ່ອງຈຳໜ້ອຍໜຶ່ງ ແຕ່ໃຫ້ເຮັດແບບເຝິກຫັດຫຼາຍ

ຜົນປາກົດວ່າກຸ່ມທີ່ເຮັດໄດ້ຜົນທີ່ໄດ້ຮັບທີ່ດີທີ່ສຸດແມ່ນ ກຸ່ມ ທີ່ໃຫ້ທ່ອງຈຳໜ້ອຍໜຶ່ງ ເຮັດບົດເຝິກຫັດຫຼາຍ

Picture: Power of output

💡Tip: ໃຫ້ເຮົາຈັບຄູ່ກັນ Input & Output

ທຸກຄັ້ງທີ່ເຮັດ Input ເຮົາຄວນເຮັດ Output ທັນທີ ເຊັ່ນ ຫຼັງຈາກເບິ່ງໜັງ ໃຫ້ລີວິວຂຽນບົດຄວາມ ຫຼື ເລົ່າໃຫ້ໝູ່ຟັງ ຫຼື ຕົວຢ່າງ ເບິ່ງວິດີໂອເປັນພາສາ ກົດຢຸດເວົ້າຕາມທັນທີ

ຕົວຢ່າງແອດ ເວລາຟັງ Podcast ຫຼື ຮຽນຫຍັງຈົບ ແອດມັກຈະຈົດໃສ່ Note (notion tool) , ຂຽນບົດຄວາມເຊິ່ງເປັນການທວນບົດຮຽນສະຫຼຸບສິ່ງທີ່ຕົວເອງໄດ້ຮຽນມາ ເພື່ອໃຫ້ຕົວເອງໄດ້ອ່ານ ແລະ ແບ່ງປັນເພື່ອເປັນປະໂຫຍດໃຫ້ຄົນອື່ນໆອີກດ້ວຍ

Picture: Tip Input & Output

ສ່ວນຫຼາຍທີ່ຄົນເວົ້າບໍ່ໄດ້ເກີດຈາກ ເຮົາໄປໂຟກັດທີ່ ຂະບວນການຂອງໄວຍາກອນຫຼາຍຈົນເກີນໄປ ຢ້ານແຕ່ເວົ້າມາແລ້ວບໍ່ສົມບູນ

ອຈ Kana ແນະນຳວ່າ ເຮັດແນວໃດກໍໄດ້ໃຫ້ຄຳໃນຫົວຂອງເຮົາອອກມາເປັນຄຳເວົ້າຂອງເຮົາເລື່ອຍໆກ່ອນ ແລ້ວຜົນທີ່ໄດ້ຮັບມາຈະຄ່ອຍຕາມມາ ເຊັ່ນ What you eat ເວົ້າອອກມາບໍ່ຕ້ອງຖືກເປະໆ ພໍພຽງເວົ້າໃຫ້ຄ່ອງ ເລື່ອງສຳນຽງ ຫຼັກການຕ່າງໆຄ່ອຍປັບປຸງພາຍຫຼັງໄດ້

ທີ່ຈິງເຮົາຄວນຮຽນແບບເປັນເດັກນ້ອຍ ເຊິ່ງເດັກນ້ອຍມັນບໍ່ຮູ້ສຶກຢ້ານຫຍັງວ່າສິ່ງທີ່ຄິດວ່າເປັນກອບຂອງເຮົາກ່ອນ ເພາະເດັກນ້ອຍບໍ່ໄດ້ກັງວົນວ່າເວົ້າຖືກ ຫຼື ບໍ່ ເຂົາພຽງຢາກສື່ສານສິ່ງທີ່ຢູ່ໃນຫົວ ເຊັ່ນ: ຫິວ, ນົມ….

ຖ້າເກີດວ່າເຮົາມົວແຕ່ກັງວົນ ເຊັ່ນ ຂ້ອຍຫິວ s + v + o ຕ້ອງລຽງໃຫ້ເປະໆເດີ້ ມັນຈະເກີດຜົນທີ່ໄດ້ຮັບຍາກ

  • Consistency

ຄວາມສະໝ່ຳສະເໝີ: ບາງຄົນອັດໃສ່ລວດດຽວເລີຍ ມື້ນີ້ໄດ້ອ່ານບົດຄວາມນີ້ Input ຈັດເຕັມໄປເລີຍ 8 ຊົ່ວໂມງ Output ອອກໄປລົມນຳຝຣັ່ງເລີຍ1 ມື້ເຕັມ ແຕ່ເຮັດໄດ້ 2 ມື້ ເຊື່ອບໍ່ວ່າໝົດໄຟ ໝົດແຮງໃນການຮຽນ

ວິທີຮຽນແບບ Cramming Vs Distributed Learning

Cramming ອັດໃສ່ລວດດຽວ

Distributed Learning ຮຽນເທື່ອລະໜ້ອຍ

ແຕ່ໃຊ້ເວລາເທົ່າກັນ ຜົນອອກມາຄືກັນ

ມີງານວິໄຈໜຶ່ງໃຫ້ 3 ຄົນຮຽນເລື່ອງດຽວກັນໝົດເລີຍ ຖ້າຢາກຈື່ໄດ້ຫຼາຍຈື່ໄດ້ດົນນານຄິດວ່າໃຜຈະໄດ້ຄະແນນດີທີ່ສຸດ

ຄົນທີ 1 ຮຽນ ແບ່ງເວລາ 30ນາທີເປັນເວລາ 8 ມື້

ຄົນທີ 2 ແບ່ງ 4 ມື້ລະ 1 ຊົ່ວໂມງ

ຄົນທີ 3 ແບ່ງເວລາ ຮຽນລວດດຽວ 4 ຊົ່ວໂມງ

Picture: Cramming Vs Distributed Learning

ຜົນປາກົດວ່າ ຄົນທີ 1 ເຮັດຄະແນນໄດ້ດີທີ່ສຸດ

ເພາະວ່າມັນຈະມີຊ່ອງວ່າງ ທີ່ເຮັດໃຫ້ເຮົາມີເວລາກັບໄປທົບທວນ ຖ້າເຮົາອັດລວດດຽວນັ່ງຍາວ ຖ້າຖາມຫຼັງຈາກ 5 ນາທີ ຍັງຕອບເອີໆ ອ່າໆ ສະແດງວ່າປະສິດທິພາບໃນການຈົດຈຳບໍ່ມີຄຸນນະພາບ ພໍຜ່ານໄປ 1 ອາທິດມັນຈະລືມໝົດເລີຍ

Picture: Cramming Vs Learing

ແອດກໍເຄິຍເປັນ ຕອນນັ້ນເວົ້າກັບຕົວເອງເອົາວະແນວໃດກໍເລີ່ມຮຽນອັງກິດແລ້ວທ່ອງຈຳສັບໄປເລີຍ 50 ຄຳຕໍ່ມື້ ພໍມື້ທີ 5 ໝົດແຮງຂີ້ຄ້ານບໍ່ຢາກເຮັດຕໍ່ໝົດໄຟໃນທີ່ສຸດ ແອດເລີຍປ່ຽນວິທີໃໝ່ ເກັບສັບມື້ລະ 5 ຄຳພໍ ເນັ້ນຄຸນນະພາບໃຫ້ຫຼາຍກວ່າປະລິມານ ແລ້ວກໍເຮັດມັນໄດ້ຢ່າງຕໍ່ເນື່ອງ

ຕອນນີ້ແອດຮຽນເຝິກເວົ້າ ຮຽນຄຳສັບນຳໃຊ້ແອັດ Duolingo ມາເປັນ 910 ວັນ (2 ປີ 130 ອາທິດ) ເຢ້….. ເຝິກມື້ລະ 15 ນາທີ ກ່ອນນອນທຸກມື້

Picture: Consistently active from 2023 through 2026
Picture: The 1,000-Day Challenge

ແອດເຊື່ອວ່າ ຖ້າເຮົາຢາກເລິ່ມເຮັດຫຍັງບາງຢ່າງຕໍ່ເນື່ອງໃຫ້ ເລິ່ມຈາກສິ່ງງ່າຍໆ ສາມາດເຮັດມັນເປັນປະຈຳໄດ້ບໍ່ວ່າຈະປ່ວຍກໍສາມາດເຝິກມັນໄດ້

Picture: Pomodoro Technique

💡Tip: ເຮົາຄວນໃຊ້ຫຼັກການ Pomodoro ຮຽນ 25 ພັກ 5 ແບບນີ້ 4 ຮອບ ລວມເປັນ 2 ຊົ່ວໂມງ ແລ້ວພັກຍາວ 25 ນາທີ ຫຼື 30 ນາທີ ສຳຫຼັບຄົນຫາກໍເລີ່ມເຮັດ ແລະ ສາມາດປັບແຕ່ງເວລາໄດ້ຕາມໜ້າງານ

ບໍ່ແມ່ນ ຮຽນ 5 ພັກ 25 ຢ່າຫາທຳ 5555

ຫຼາຍຄົນຖາມວ່າແອດຄືຮຽນໄດ້ຫຼາຍຢ່າງແທ້ເອົາເວລາໃດນອນ 555 ແອດໃຊ້ຫຼັກການນີ້ໃນການຮຽນ course Udyme ໃນການຂຽນ Code ເລື່ອງທີ່ມັນຍາກໆ , ເຮັດໂປຣເຈັກ, ຮຽນ Bootcamp ຫຼື ຮຽນເລື່ອງອື່ນໆ ມັນຊ່ວຍເປັນຢາກດີເລີຍ ທັ້ງບໍ່ຄຽດຈົນເກີນໄປມີເວລາພັກແບບພັກອີຫຼີໄປຍ່າງຊົມວິວອາກາດທາງນອກ, ນອນ ແລ້ວກໍກັບມາຮຽນ

Picture: use pomodoro Technique

ມີງານວິໄຈແບ່ງກຸ່ມໜຶ່ງເຮັດວຽກຕໍ່ເນື່ອງດົນນານ 50 ນາທີ ສ່ວນອີກກຸ່ມເຮັດວຽກມີການຢຸດພັກຜ່ອນສັ້ນໆ

ຜົນປາກົດວ່າ ກຸ່ມທີ່ຢຸດພັກ ສາມາດຮັກສາຄຸນນະພາບການເຮັດວຽກ ແລະ ເຮັດໃຫ້ສະມາທິດີ ລະຫວ່າງອີກກຸ່ມທີ່ເຮັດຢ່າງຕໍ່ເນື່ອງໂດຍບໍ່ມີການຢຸດພັກຜ່ອນ ຄຸນນະພາບກັບດິ່ງລົງຢ່າງວ່ອງໄວຫຼັງຈາກຜ່ານໄປຊ່ວງໜຶ່ງ

ສະນັ້ນການນຳໃຊ້ເຕັກນິກ Pomodoro Technique ບໍ່ແມ່ນໃຊ້ໄດ້ສະເພາະຮຽນພາສາອັງກິດເທົ່ານັ້ນ ຍັງສາມາດນຳມາໃຊ້ໃນການແກ້ໄຂບັນຫາຕ່າງໆທີ່ໄດ້ໃຊ້ສະມາທິ ຫຼື ນັ່ງຈົດຈໍ່ເປັນເວລາດົນນານເຊັ່ນ Dev Developer, ວຽກທີ່ຫນ້າເບື່ອເຊັ່ນອ່ານເມວຕອບເມວ, ພັດວັນ (Procrastination), ຄວາມເມື່ອຍລ້າຈາກການເຮັດວຽກ(Burnout) ແລະ ອື່ນໆເປັນຕົ້ນ

Al Tools to Level up Your English

ແອດມາແຖມ ເຄື່ອງມືທີ່ໃຊ້ຊ່ວຍໃນການເຝິກເວົ້າພາສາໃຫ້ເກັ່ງຂຶ້ນ

ໃຊ້ Chat GPT ໃນເຝິກເວົ້າທີ່ແອດໄດ້ສະຫຼຸບຈາກ THE STANDARD knd (คำนี้ดี)

ແຈກ Prompt 5 ວິທີເຝິກເວົ້າອັງກິດ free ກັບ Chat GPT

Prompt ຄື ສິ່ງທີ່ເຮົາຢາກໃຫ້ AI ເຮັດຫຍັງໃຫ້ເຮົົາ ຫຼື ຄາດຫວັງໃຫ້ AI ຊ່ວຍຫຍັງເຮົາ

ສາມາດຕິດຕັ້ງ Chat GPT ລົງເຄື່ອງຜ່ານໂທລະສັບ ຫຼື ໃຊ້ຜ່ານເວັບກໍໄດ້

ງ່າຍໆດ້ວຍຄິກ 2-3 ຂັ້ນຕອນກໍໃຊ້ງານໄດ້ແລ້ວດັ່ງນີ້:

ເລີ່ມຈາກ ຫຼັງລົງທະບຽນ Chat GPT ແລ້ວ

ສາມາດເລືອກສຽງ AI ໂດຍໃຫ້ໄປທີ່

ໜ້າ Profile ແລ້ວເລືອກ Setting

ເລືອກ General ເລືອກ Voice

ເລີ່ມເວົ້າໂດຍກົດທີ່ຮູບ icon ສຽງໃກ້ໆຮູບໄມ

ເລີ່ມນຳໃຊ້ Prompt

ສາມາດເວົ້າ ຫຼື ຄັດລອກ Prompt ມາວາງໄດ້ເລີຍ

  • Enunciate

ເວົ້າໃຫ້ຈະແຈ້ງ

  • Strong Connection

ຫາສັນຍານທີ່ແຮງພໍ

5 prompt ໃຊ້ເຝິກເວົ້າ ພາສາອັງກິດ

  • Simple Conversations: ເວົ້າທົ່ວໄປ
  • Vocab Quiz: ເຝິກຄຳສັບ
  • Pronunciation & Fluency: ເຝິກອອກສຽງ ເນັ້ນຄວາມລື່ນໄຫຼ
  • Practice Real-Life Scenarios: ຈຳລອງສະຖານະການ
  • Deep Talk: ເຝິກເວົ້າເຈາະເລິກ
  • Simple Conversations

ເວົ້າທົ່ວໄປ

Picture: Simple Conversations

Prompt 1 : Simple Conversation

“Hi! My name is […]. Can we be friends?”

“I’m looking to practice my English speaking skills. Can we have a friendly chat where you ask me questions and keep the conversation going?”

  • Vocab Quiz

ເຝິກຄຳສັບ

Picture: Vocab Quiz

Prompt 2: ທວາຍຄຳສັບກັບ AI

“I’m a beginner at English language.”

“I want you to quiz me on English vocabulary that I will get to use in the office.”

“Give me the definition, and I will guess what it means.

  • Pronunciation & Fluency

ເຝິກອອກສຽງ ເນັ້ນຄວາມລື່ນໄຫຼ

Picture: Pronunciation & Fluency

Prompt 3: ເຝິກອອກສຽງ

“I want you to be my English-speaking coach and help me improve my English pronunciation and fluency.”

“I want you to generate one English sentence at a time and wait for me to repeat after you.”

“The sentence should be random about everyday life and include some useful English expressions.”

“And after that, you can rate me on a scale of 1-10. How well do I do?”

  • Practice Real-Life Scenarios

ຈຳລອງສະຖານະການ

Picture: Practice Real-Life Scenarios

Prompt 4: ເຝິກຈຳລອງສະຖານະການລົມກັບຄົນແປກໜ້າ

“I want you to act as a talkative stranger and ask me some general questions to get to know each other.”

“So you can start by saying hi to me and then just go on with the conversation.

Do not use fancy words and keep your reply short, okay?”

“Now, I want you to act as my job interviewer and ask me some of the most common interview questions about my qualifications and experience for a [specific position]?”

  • Deep Talk

ເຝິກເວົ້າເຈາະເລິກ

picture: Deep Talk

Prompt 5: ເຝິກ Deep Talk

“Now, I want to have a deep conversation or deep talk with you.

So I want to ask you about religion, and I have heard someone talk about them being atheists.

Can you tell me what that means exactly?”

Extra Prompts

Prompts ເພີ່ມເຕີມ

Prompt 1: ຕໍ່ຍອດບົດສົນທະນາ

“Can you give me some examples of blockbuster movies from your perspective?”

Prompt 2: ຂໍຄຳແນະນຳດ້ານພາສາ

“Can you correct my sentence?”

Prompt 3: ເຊັກການອອກສຽງ

“How’s my pronunciation?”

“Is there any word that you can detect that I pronounced wrong. Can you fix it for me?”

Prompt 4: ເຮັດໃຫ້ພາສາເປັນທຳມະຊາດຫຼາຍຂຶ້ນ

“Was there any sentence that I can rephrase to make it sound more natural?”

Subscribe

Comments

Leave a Reply

Discover more from BAKGER

Subscribe now to keep reading and get access to the full archive.

Continue reading