ຊື່ປື້ມ The Antidote: Happiness for People Who Can’t Stand Positive Thinking
ສະບັບໄທ “คู่มือถอนพิษโลกสวย” ເປັນປື້ມທີ່ເປີດໂລກ ເປີດມຸມມອງໃໝ່ໆ | ຜູ້ຂຽນ Oliver Burkeman | PodSum EP 06
ສະຫຼຸບ 30 ຂໍ້ຄິດ ທີ່ແອດໄດ້ອ່ານຈາກປື້ມ คู่มือถอนพิษโลกสวย (The Antidote: Happiness for People Who Can’t Stand Positive Thinking)
ຄວາມພະຍາຍາມທີ່ຢາກຈະເຮັດໃຫ້ທຸກຢ່າງຖືກຕ້ອງເປັນສ່ວນສຳຄັນຂອງບັນຫາ
ຟັງອາດຈະດີ ແຕ່ Keyword ຄືມັນບໍ່ມີທີ່ທຸກຢ່າງຈະຖືກຕ້ອງ ແລ້ວທ່ານຈະພາຍະຍາມເຮັດໃຫ້ທຸກຢ່າງຕ້ອງຖືກຕ້ອງທ່ານຈະຍິ່ງທຸກ ຈະຍິ່ງຮູ້ສຶກບໍ່ດີເລີຍ ທັ້ງໆທີ່ມັນເປັນການກະທຳທີ່ມັນດີງາມໃດ ການທີ່ເຮັດທຸກຢ່າງໃຫ້ຖືກຕ້ອງລອງນຶກພາບທ່ານທີ່ເປັນພໍ່ແມ່ຮັກລູກຢາກໃຫ້ລູກເຮັດທຸກຢ່າງໃຫ້ດີ ແລ້ວຄວາມສຳພັນມັນຈະເກີດຫຍັງຂຶ້ນຖົກຖຽງກັນ
ເພາະຄຳວ່າດີຂອງແຕ່ລະຄົນບໍ່ຄືກັນ ດີຂອງລູກເປັນແບບນີ້ ດີຂອງພໍ່ແມ່ເປັນແບບໜຶ່ງ ຫຼື ຕໍ່ໃຫ້ດີຂອງລູກກັບດີຂອງພໍ່ແມ່ຄືກັນບາງທີລູກກໍບໍ່ໄດ້ຢາກດີ ເອົາຄວາມຈິງເຂົາກໍມີຊີວິດຂອງເຂົາ ເຂົາບໍ່ໄດ້ຢາກເປັນຜ້າພັບໄວ້ ຫຼື ຖືກພໍ່ແມ່ຂີດເສັ້ນໃຫ້ເປັນແບບ 1 2 3 4 5 ແບບນີ້ ແຕ່ທ່ານພະຍາຍາມເຮັດໃຫ້ທຸກຢ່າງຖືກຕ້ອງ ເມື່ອຍບໍ່?

ເວລາເຮົາພະຍາຍາມຈະຢູ່ເໜືອນ້ຳເຮົາຈະຈົມ ເວລາເຮົາພະຍາຍາມຈະຈົມເຮົາຈະລອຍ
ຄວາມໝາຍຄື Oliver Burkeman ປຽບທຽບ ຍິ່ງເຮົາຈະຄິດບວກຄິດບວກ ມັນຈະຍິ່ງຄິດລົບ ສົມມຸດວ່າ ຫ້າມຄິດເຖິງເລື່ອງທີ່ມີຂ່າວ ແລ້ວທ່ານຄິດບໍ່… ຄິດເລີຍທັນທີ ຫ້າມຄິດກໍຍິ່ງຄິດ ຫ້າມຄິດລົບຄິດເລີຍ

ຄວາມບໍ່ໝັ່ນຄົງຄືຜົນຂອງຄວາມພະຍາຍາມທີ່ຈະຮູ້ສຶກໝັ່ນຄົງ
ມັນກົງກັນຂ້າມກັນເລີຍ Oliver Burkeman ເລີຍບອກວ່າເວລາເຮົາຄິດບວກບາງທີມັນພາເຮົາຄິດລົບ ເພາະຮູ້ວ່າຂ້ອຍຈະຕ້ອງໝັ່ນຄົງ ຂ້ອຍຈະຕ້ອງແນວນັ້ນແນວນີ້ ມັນຍິ່ງເຮັດໃຫ້ເຮົາຮູ້ສຶກບໍ່ໝັ່ນຄົງ ມີປື້ມເຫຼັ່ມໜຶ່ງຊື່ວ່າ DARE ເວົ້າເຖິງອາການ Panic ເພິ່ນບອກວ່າອາການນີ້ ມັນຄືການຕົກໃຈ, ຢ້ານກັບສິ່ງທີ່ບໍ່ຄວນຢ້ານ

ວີທີການຄົນສ່ວນໃຫຍ່ຂອງຄົນທີ່ເປັນຈະເວົ້າກັບຕົວເອງວ່າບໍ່ຕ້ອງຢ້ານ ທ່ານຮູ້ບໍ່ຖ້າຍິ່ງທ່ານເວົ້າກັບຕົວເອງວ່າບໍ່ຕ້ອງຢ້ານທ່ານຍິ່ງຢ້ານ ເພາະວ່າ ທ່ານຍິ່ງເວົ້າວ່າບໍ່ຕ້ອງຢ້ານໃຈມັນຢ້ານ ມັນຄືຫຼອກຕົວເອງ ແຕ່ໃຈມັນຈະຍິ່ງຢ້ານໜັກຂຶ້ນ
ປື້ມເຫຼັ່ມນັ້ນບອກວ່າເວລາເກີດອາການ Panic ທ່ານບໍ່ຕ້ອງບອກວ່າບໍ່ຕ້ອງຢ້ານ ໃຫ້ທ່ານປ່ອຍເລີຍຢ້ານໄປເລີຍ ເພາະຖ້າຍິ່ງໄປຝືນສະໝອງມັນຍິ່ງເຮັດໃຫ້ຄິດວ່າເປັນເລື່ອງ Attacks ຕໍ່ເຮົາ
ຍິ່ງພະຍາຍາມຈະເຮັດຫຍັງດ້ວຍຄວາມຕັ້ງໃຈຫຼາຍເທົ່າໃດ ເຮົາຈະຍິ່ງເຮັດເລື່ອງນັ້ນປະສົບຜົນສຳເລັດໜ້ອຍລົງເທົ່ານັ້ນ
ຂັດແຍ່ງແຮງ ແຕ່ຖ້າມັນເກີນຈຸດໆໜຶ່ງໄປຕົວຢ່າງເລື່ອງກິລາ ສົມມຸດວ່າເວົ້າກັບຕົວເອງ ຮອບນີ້ຂ້ອຍຕ້ອງບໍ່ແພ້ ຮອບນີ້ຂ້ອຍຈະຕ້ອງຊະນະ ຄິດເວີ໋ເກີນໄປ ທ່ານເຊື່ອບໍ່ເວລາທ່ານຕັ້ງໃຈຈະຊະນະທ່ານຈະຕີ (badminton ຫຼື ກິລາອື່ນໆ) ຜິດພາດແລ້ວເກມນັ້ນຈະຫຼິ້ນອອກມາບໍ່ດີນະຕອນນັ້ນ ແຕ່ສິ່ງທີ່ທ່ານຄວນເຮັດຄືຫຼິ້ນບໍ່ຕ້ອງກົດດັນຕົວເອງຫຼາຍ ຫຼິ້ນດ້ວຍຄວາມສະນຸກສະໜານແລ້ວຈະເຮັດອອກມາໄດ້ດີ

ຍິ່ງເຮົາພະຍາຍາມກົດຄວາມຄິດ ຫຼື ພຶດຕິກຳບາງຢ່າງກໍຈະຍິ່ງສົ່ງຜົນເຮັດໃຫ້ເກີດຄວາມຄິດ ແລະ ພຶດຕິກຳນັ້ນເກີດຂຶ້ນເລື່ອຍໆ
ຢ່າງທີ່ໄດ້ບອກໄປຈາກຂໍ້ 2 ຫ້າມຄິດເລື່ອງທີ່ມີຂ່າວ (ຄິດເລີຍໃນຫົວ) ຫ້າມຄິດລົບໆ ຄິດເລີຍ ເພາະສະນັ້ນ ບາງທີມັນເກີດຜົນ (effect) ກົງກັນຂ້າມ
ຄົນທີ່ປະເຊີນຄວາມສູນເສຍແລ້ວພະຍາຍາມຈະຫຼີກຫຼ່ຽງຄວາມທຸກໃຫ້ຫຼາຍທີ່ສຸດ ມັກຈະໃຊ້ເວລາຢຽວຢາຈິດໃຈຕົວເອງດົນນານທີ່ສຸດ
ຫຼີກຫຼ່ຽງຄວາມຄິດ ຫຼື ຫຼີກຫຼ່ຽງຄວາມທຸກເຊັ່ນບາງທີ່ຫຼອກຕົວເອງສົມມຸດວ່າຖືກ Layoff ດີໃຈເດຖືກເລິກຈ້າງ ມັນບໍ່ມີຫຍັງເກີດຂຶ້ນເລີຍ ເຊື່ອບໍ່ວ່າທ່ານພະຍາຍາມຈະກົດອາລົມ ພະຍາຍາມໄປຫຼີກຫຼ່ຽງມັນທ່ານຈະຟື້ນຕົວຈາກສິ່ງນັ້ນໄດ້ຊ້າ ແຕ່ຖ້າທ່ານຍອມຮັບວ່າມັນເສຍໃຈມັນເສົ້າມັນຮູ້ສຶກ bad ມັນທຸກ ເຮົາຈະຢຽວຢາຕົວເອງໄດ້ໄວກວ່າ

ການພະຍາຍາມໂນ້ມນ້າວຕົວເອງໃຫ້ເຊື່ອໄປທາງບວກຈະຍິ່ງເຮັດໃຫ້ຄວາມຄິດລົບຂອງເຮົາຈະແຈ້ງຂຶ້ນ

ສັງເກດວ່າທຸກຂໍ້ທີ່ໄດ້ນຳສະເໜີມາມັນເປັນຜົນ (effect) ກົງກັນຂ້າມ ຄືພະຍາຍາມ ເຮົາຕ້ອງດີໆ ກາຍເປັນວ່າຄວາມຈິງແລ້ວເລິກໆມັນຄືເຮົາບໍ່ດີ ເຮົາຕ້ອງຄິດບວກ ເຮົາຕ້ອງມີຄວາມສຸກ ເລິກໆຄືມີຄວາມທຸກ ແອດບໍ່ໄດ້ບອກວ່າສິ່ງທີ່ແອດນຳສະເໜີວ່າປື້ມເຫຼັ່ມໃດຖືກເຫຼັ່ມໃດຜິດ ແຕ່ແອດວ່າ Keyword ຢູ່ທີ່ “ເກີນໄປ” ຫຼັງຈາກອ່ານປື້ມເຫຼັ່ມນີ້ຈົບ ແອດຍັງເຊື່ອໃນວິທີການທີ່ແອດເຮັດຜ່ານມາໃນການທີ່ບໍ່ຈົມຢູ່ກັບຄວາມຄິດລົບໆ ແອດເປັນຄົນໜຶ່ງທີ່ຄິດບວກໄວ້ກ່ອນສະເໝີເວລາພົບເລື່ອງຮ້າຍໆໂຖມເຂົ້າມາ
ແຕ່ແອດກໍຍັງເຊື່ອວ່າທຸກຢ່າງມັນມີ limit ມັນບໍ່ໄດ້ແປວ່າຄິດບວກກັນທຸກເລື່ອງ ແອດຍັງບອກວ່າຕົວເອງເວລາເສຍໃຈຄືເສຍໃຈຢ່າໄປຫຼອກຕົວເອງວ່າບໍ່ເສຍໃຈ ຄົນມັກຄິດວ່າການຄິດບວກຄືຕ້ອງຫຼອກຕົວເອງບໍ່ແມ່ນ ເຊິ່ງປື້ມເຫຼັ່ມນີ້ເຂົາກໍບອກວ່າ ການຫຼອກຕົວເອງມັນບໍ່ຊ່ວຍ ຫຼອກຕົວເອງມັນແຮງ bad ຜູ້ຂຽນ Oliver Burkeman ບໍ່ມັກການຫຼອກຕົວເອງເວົ້າງ່າຍໆ
ເພາະສະນັ້ນທີ່ແອດນຳສະເໜີແຕ່ຕົ້ນຈົນຮອດຂໍ້ 7 ຄວາມຈິງມັນເວົ້າເຖິງການຫຼອກຕົວເອງ ມັນເວົ້າເຖິງການຄິດບວກແບບຂ້ອຍທຸກຢ່າງຈະຕ້ອງດີໝົດ ເຊິ່ງມັນບໍ່ແມ່ນ ສ່ວນນັ້ນແອດເຫັນນຳ ແຕ່ແອດບໍ່ໄດ້ບອກວ່າ ສະນັ້ນທຸກຄົນຕ້ອງຄິດລົບ ແຕ່ລະມື້ມີຄວາມແຄ້ນໃຫ້ຜູ້ນັ້ນຜູ້ນີ້ ແອດກໍບໍ່ເຊື່ອແບບນັ້ນ
ວິທີເຮັດໃຫ້ຕົວເອງສະບາຍຄືການຢຸດແລ່ນຕາມຫາຄວາມສຸກ
ບາງຄົນຖ້າບໍ່ມີຄວາມສຸກມື້ນີ້ຮູ້ສຶກວ່າເປັນມື້ຜິດພາດ ແອດວ່ານີ້ມັນບໍ່ແມ່ນ ເຊິ່ງຊີວິດມະນຸດເຮົາມີທັ້ງສຸກ ແລະ ທຸກມັນບໍ່ມີໃຜທີ່ຄິດວ່າຂ້ອຍຈະມີແຕ່ຄວາມສຸກເທົ່ານັ້ນ ແລ້ວຖ້າເກີດເຮົາໃຫ້ຊີວິດເຮົາມີແຕ່ສຸກເທົ່ານັ້ນຊີວິດທ່ານຈະເມື່ອຍ
ເພາະສະນັ້ນຢາກສະບາຍ ບໍ່ຈຳເປັນຕ້ອງໄປແລ່ນຫາຄວາມສຸກ ຄວາມສຸກມັນຈະແລ່ນຫາເຮົາ ກໍຕໍ່ເມື່ອເຮົາຄວນປ່ອຍວາງໃນສິ່ງທີ່ປ່ອຍວາງໄດ້ ສິ່ງມັນຄວບຄຸມບໍ່ໄດ້ແລ້ວຄວາມສຸກ ແລະ ຄວາມສະຫງົບມັນຈະແລ່ນເຂົ້າມາ

ການເຮັດສິ່ງທີ່ເບິ່ງຄືສົມເຫດສົມຜົນຈະເຮັດໃຫ້ເກີດຜົນທີ່ກົງກັນຂ້າມ
ອັນນີ້ຕ້ອງເຮັດແບບນີ້ ເຮົາຄວນເຮັດທຸກຢ່າງໃຫ້ຖືກຕ້ອງ ແອດບໍ່ໄດ້ບອກວ່າເຮັດຫຍັງຕ້ອງບໍ່ສົມເຫດສົມຜົນ ຄືຢ່າໄປສຸດເກີນເຫດດ້ານໃດດ້ານໜຶ່ງ ສົມເຫດສົມຜົນທຸກເລື່ອງທຸກຢ່າງຄຽດຕາຍກັນພໍດີເລີຍ

ການເອົາແຕ່ເບິ່ງອະນາຄົດໃນແງ່ດີຫຼາຍເກີນໄປຈະເຮັດໃຫ້ເຮົາຕົກໃຈເວລາເກີດຄວາມຜິດພາດຂຶ້ນມາ
ສົມມຸດວ່າທ່ານລົງທຶນແລ້ວທ່ານຄິດວ່າທຸລະກິດນີ້ມັນຈະຕ້ອງພາໄປຮ້ອຍລ້ານນີ້ຄືການຄິດບວກຫຼາຍເກີນໄປ ມອງໂລກໃນແງ່ດີຫຼາຍເກີນໄປ ພໍລົງມືເຮັດໄປຜົນທີ່ຄາດຫວັງໄວ້ມັນກັບບໍ່ເປັນຢ່າງທີ່ຕັ້ງໃຈໄວ້

ສັດຕູຂອງຄົນຄືການປັບຕົວກັບ Pleasure ເພາະເຮົາຈະເຄີຍຊິນກັບຄວາມສຸກທີ່ໄດ້ມາ
ມະນຸດເປັນແບບນີ້ແທ້ ເຮົາເຄີຍຄິດວ່າຖ້າເຮົາມີເງິນເດືອນລະ 10 ລ້ານເຮົາຈະມີຄວາມສຸກ ຕອນທຳອິດຍັງບໍ່ໄດ້ເຮັດວຽກຍັງບໍ່ມີເງິນ ແຕ່ມື້ທີ່ໄດ້ເຮັດວຽກເງິນເດືອນລະ 10 ລ້ານ ພັກໜຶ່ງອາດຈະຮູ້ສຶກເສີຍໆ ໂອ້ເປັນຫຍັງຄົນອື່ນຄືໄດ້ 20 ລ້ານຖ້າມື້ໜຶ່ງຂ້ອຍໄດ້ 20 ລ້ານແບບນີ້ຂ້ອຍຈະສະບາຍເຫຼືອໆເລີຍ ເຊື່ອບໍ່ວ່າພໍໄປຮອດ 20 ລ້ານ ທ່ານດີໃຈແຕ່ທ່ານຈະເລີ່ມປັບຕົວກັບເງິນ 20 ລ້ານອີກ ມັນຮູ້ສຶກ 20 ລ້ານມັນບໍ່ເຫັນຫຼາຍເລີຍທ່ານຈະວົນໄປແບບນີ້ເລື່ອຍໆ
ຖ້າທ່ານເປັນແບບນີ້ຄວາມສຸກມັນຈະບໍ່ເກີດ ເພາະທ່ານຈະຕ້ອງແລ່ນໄລ່ 30-40 ລ້ານ ມັນຈະແລ່ນໄລ່ຢູ່ຕະຫຼອດເວລາ

ຕົ້ນຕໍຂອງຄວາມທຸກຄືການຍຶດຕິດຄວາມປາດຖະໜາໃນບາງສິ່ງ
ຂ້ອຍຈະຕ້ອງມີສິ່ງນີ້ ຈະຕ້ອງໄດ້ສິ່ງນີ້ ຂ້ອຍຈະເອົາແບບນີ້ ພວກນີ້ລະຄືຄວາມທຸກ
ຖ້າທ່ານບໍ່ຍຶດຕິດແຕ່ມະນຸດມັນຈະບອກວ່າບໍ່ຍຶດຕິດເລີຍມັນຍາກ
ແຕ່ວ່າຖ້າຍຶດຕິດໃຫ້ໜ້ອຍລົງຄວາມສຸກກໍຈະເຂົ້າມາຫາເຮົາໄດ້ງ່າຍຂຶ້ນ

ຄວາມເຈັບປວດເປັນສິ່ງທີ່ເຮົາຫຼີກຫຼ່ຽງບໍ່ໄດ້ ແຕ່ເຮົາຫຼີກຫຼ່ຽງຄວາມທຸກທໍລະມານໄດ້
ເພາະຄວາມທຸກທໍລະມານເກີດຈາກການຍຶດຕິດຂອງເຮົາ ສົມມຸດທ່ານຍ່າງຕຳໂຕະເຈັບ ທ່ານຫຼີກຫຼ່ຽງບໍ່ໄດ້ໃດເພາະກໍບໍ່ຮູ້ເຮົາບໍ່ໄດ້ຕັ້ງໃຈຕຳມັນ ແຕ່ເຮົາເຈັບໃດ ກົງກັນຂ້າມທຸກທໍລະມານຄື ເປັນຫຍັງຊີວິດຂ້ອຍມັນຕ້ອງເປັນແບບນີ້ ເປັນຫຍັງຂ້ອຍຕ້ອງເຮັດແບບນີ້ ເປັນຫຍັງຄົນນັ້ນບໍ່ເຮັດແບບນີ້ ເປັນຫຍັງຂ້ອຍຕ້ອງຍ່າງຕຳໂຕະ ພວກນີ້ຄືເລີກໄດ້
ຖ້າເຮົາບໍ່ຄິດແບບນີ້ ມັນຈະເກີດການຍຶດຕິດວ່າຂ້ອຍຕ້ອງມີຄວາມສຸກຕະຫຼອດເວລາ ຂ້ອຍຈະຕ້ອງເຮັດຫຍັງໃຫ້ປະສົບຜົນສຳເລັດຕະຫຼອດເວລາ ອັນນີ້ຄືຄວາມທຸກທໍລະມານ ທຸກທໍລະມານເປັນ choice ເລືອກໄດ້ ແຕ່ເຈັບປວດຍ່າງຕຳໂຕະແບບນີ້ທ່ານເຈັບມັນທຳມະຊາດ

ເວລານັ່ງສະມາທິຢ່າພະຍາຍາມຫາສະພາວະທີ່ຜ່ອນຄາຍ
ເພາະຈະຍິ່ງເຮັດໃຫ້ເຮົາກະວົນກະວາຍ ກົງກັນຂ້າມ ທ່ານລອງຄິດເບິ່ງຄົນນັ່ງສະມາທິ ຂ້ອຍຈະຕ້ອງຜ່ອນຄາຍຈະຕ້ອງຜ່ອນຄາຍ ທ່ານຄິດແບບນີ້ ທ່ານກະວົນກະວາຍແນ່ນອນ ຫຼື ຂ້ອຍຈະຕ້ອງບໍ່ໃຈລອຍ (Mind-wandering) ຂ້ອຍຕ້ອງຫ້າມໃຈລອຍ ພຽງແຕ່ທ່ານຄິດກັບຕົວເອງວ່າຈະບໍ່ຄິດໃຈລອຍ ໃຈກໍຈະລອຍມັນຈະເປັນແບບນັ້ນ ປື້ມເຫຼັ່ມນີ້ບອກວ່າໃຫ້ປ່ອຍໄປມັນເລີຍຈິດມັນຈະໄປໃສ ໃຈລອຍກໍປ່ອຍໃຫ້ມັນໄປ ພຽງແຕ່ເຮົາຮູ້ຕົວແລ້ວກໍກັບມາ ແຕ່ຢ່າໄປຫ້າມຕົວເອງຫ້າມໃຈລອຍທ່ານຫ້າມບໍ່ໄດ້

ປຽບທຽບຈິດໃຈຄືດັ່ງຟ້າ ສິ່ງທີ່ເກີດໃນຈິດໃຈຄືສະພາບອາກາດເຊິ່ງມາແລ້ວກໍໄປ
ຟ້າບາງທີ່ມີກ້ອນເມກປົກຄົມມັນບໍ່ໄດ້ມີຕະຫຼອດ ດຽວມັນກໍໄປບາງທີມີພາຍຸ ລົມ ຝົນ ດຽວກໍໄປ ຟ້າບໍ່ເຄີຍຍຶດຕິດກັບສະພາບອາກາດ ຈະມີເມກ ຫຼື ຈະບໍ່ມີເມກ ຈະແດດອອກ ຝົນຕົກບໍ່ຍຶດຕິດ ແລະ ບໍ່ຈຳເປັນຕ້ອງກຳຈັດອາກາດທີ່ບໍ່ດີອອກໄປດ້ວຍສ້ຳ ເພາະຟ້າຮູ້ວ່າດຽວມາແລ້ວກໍໄປ
ແອດວ່າຈິດໃຈເປັນແບບນັ້ນອາລົມກໍຄືດັ່ງກັບສະພາບອາກາດມື້ນີ້ເສົ້າແຕ່ບໍ່ໄດ້ເສົ້າຕະຫຼອດດອກ ດຽວມັນກໍຫາຍເສົ້າ ຄວາມເສົ້າມັນແລ່ນເຂົ້າມາດຽວມັນກໍໄປ
ມື້ນີ້ເຮົາອາດຈະສະນຸກສະໜານຊົດໃສ ມື້ນີ້ເຮົາອາດຈະໂມໂຫຢາກຮ້າຍ ຫຼາກຫຼາຍອາລົມເຊິ່ງມັນມາແລ້ວກໍໄປ
ເຊິ່ງແອດວ່າມັນເຮັດໃຫ້ເຮົາເຫັນອາລົມຕົວເອງໄດ້ງ່າຍວ່າ ຕອນເບື່ອ ເຊັງ ເສົ້າ ຕື່ນເຕັ້ນ ແຕ່ດຽວມາແລ້ວກໍໄປ

ເຮົາຍອມຮັບໄດ້ໂດຍບໍ່ຈຳເປັນຕ້ອງຍອມແພ້
ການຍອມຮັບວ່າສິ່ງນີ້ມັນຈະເກີດຂຶ້ນ ຍອມຮັບວ່າສິ່ງນີ້ມັນເຮັດໃຫ້ເຮົາຮູ້ສຶກຜິດພາດມັນບໍ່ໄດ້ແປວ່າເຮົາຕ້ອງຍອມແພ້ສະເໝີໄປ ຄົນລະເລື່ອງກັນ

ຖ້າເຮັດໃຫ້ເກີດອາລົມທີ່ວ່າສິ່ງນີ້ແມ່ນວ່ະ ເຮົາຈະເຮັດຫຍັງກໍໄດ້
ເພະສະນັ້ນຖ້າເຮົາເກີດຄວາມຮູ້ສຶກທີ່ວ່າສິ່ງນີ້ແມ່ນວ່ະ ຄວາມຮູ້ສຶກແບບນີ້ມັນກໍຈະເຮັດເຮົາກ້າທີ່ຈະລົງມືເຮັດ ເຮັດຫຍັງກໍໄດ້ແຕ່ບໍ່ໄດ້ແປວ່າຕ້ອງເຮັດໃຫ້ປະສົບຜົນສຳເລັດທຸກຢ່າງໃດ ແຕ່ຖ້າເຮົາວ່າສິ່ງນັ້ນມັນແມ່ນວ່ະ ເຮົາກໍກ້າທີ່ຈະເຮັດ ແລະ ມ່ວນພ້ອມມີຄວາມສຸກທີ່ຈະເຮັດ

ລະວັງການໄລ່ຕາມເປົົ້າໝາຍ (Goal Fixation) ທີ່ຍຶດຕິດກັບເປົ້າໝາຍຢ່າງເຂັ້ມງວດເກີນໄປຈົນບໍ່ເຫັນໂອກາດທາງໜ້າ
Oliver Burkeman ໄດ້ຕົວຢ່າງການຕັ້ງເປົ້າໝາຍປີນພູ Everest ຈະຕ້ອງຂຶ້ນໃຫ້ໄດ້ ຈຸດສົນໃຈຂອງການປີນພູຄືມີຄົນເສຍຊີວິດຈັງຫວະຂາລົງຈາກພູຫຼາຍທີ່ສຸດ ບໍ່ແມ່ນຂາຂຶ້ນ ກົດລະບຽບປີນພູຄື ຖ້າບ່າຍ 2 ບໍ່ຮອດຍອດພູຄືທ່ານຕ້ອງຢຸດ ເພາະວ່າບໍ່ໍຊັ້ນຂາລົງມັນຈະເກີດພາຍຸ ແລະ ມືດກ່ອນລົງມາ
ສະນັ້ນມັນກໍຈະເກີດອັນຕະລາຍຕໍ່ຊີວິດຢ່າງຮ້າຍແຮງໃນຂາລົງ ແຕ່ບາງທີ ຄົນຄິດວ່າເຮີຍ! ຕອນນີ້ຈະບ່າຍ 2 ແລ້ວແຕ່ມັນເຫຼືອອີກຊົ່ວໂມງດຽວຈະຮອດຍອດເຂົາແລ້ວ
ຖ້າປຽບກັບຊີວິດບາງທີຢາກລວຍ ຕົວຢ່າງເຮົາແລ່ນຕາມເປົ້າໝາຍໂດຍທີ່ແບບອຸທິດຕົນທຸກຢ່າງຂອງເຮົາແມ້ແຕ່ສຸຂະພາບ ຄວາມສຳພັນຍອມເພື່ອທີ່ຈະໄຂວ່ຄວ້າຄວາມລວຍ ຖາມຕົວເອງວ່າມັນແມ່ນບໍ່ ອາດຈະບໍ່ຮູ້ສ້ຳ ບາງທີອາດຈະບໍ່ຮອດຈຸດນັ້ນດ້ວຍສ້ຳ ຫຼື ຮອດແລ້ວມັນຄຸ້ມ ຫຼື ບໍ່ ເປັນອີກເລື່ອງ

ການຍຶດຕິດກັບເປົ້າໝາຍໃຫ້ໜ້ອຍລົງຈະເຮັດໃຫ້ພະນັກງານເຮັດວຽກໄດ້ດີຫຼາຍຂຶ້ນ
ເປົ້າໝາຍກໍຄື ຢ່າງທີ່ໄດ້ນຳສະເໜີຜ່ານມາໃນຂໍ້ 4 ຂ້ອຍຕ້ອງເຮັດເປົ້ານີ້ໃຫ້ມັນໄດ້ ຂ້ອຍຕ້ອງຊະນະເກມນີ້ໃຫ້ໄດ້ ຂ້ອຍຕ້ອງບໍ່ແພ້ ເພາະຖ້າຫຼິ້ນດ້ວຍຄວາມກົດດັນການຫຼິ້ນກິລານັ້ນມັນຈະບໍ່ຄືເກົ່າ ຫຼິ້ນບໍ່ເປັນທຳມະຊາດເພາະມັນເກງ ທີ່ຍຶດຕິດກັບເປົ້າໝາຍຫຼາຍຈົນເກີນໄປ ແຕ່ຍຶດຕິດກັບເປົ້າໝາຍໃຫ້ມັນໜ້ອຍລົງ ພະນັກງານກໍຄືກັນໄປກົດດັນເປົ້າໝາຍຫຼາຍເກີນໄປບາງທີ່ຄຽດເຮັດວຽກໄດ້ບໍ່ດີ

ຜູ້ປະກອບການທີ່ປະສົບຜົນສຳເລັດຈະຮູ້ຈັກປັບຕົວຕາມສະຖານະການແບບດົ້ນສົດ
ດົ້ນສົດຄືບໍ່ໄດ້ເຮັດຕາມແຜນຫຍັງ ບໍ່ແມ່ນວ່າຜູ້ປະກອບການບໍ່ມີແຜນການເຂົາມີແຕ່ຖ້າຍັງຍຶດຕິດກັບແຜນ ແຜນນັ້ນບໍ່ມີທາງເປັນໄປໄດ້ 100% ດຽວກໍພົບອີຫຍັງບາງຢ່າງທີ່ມັນຜິດແຜນ ພົບສິ່ງທີ່ມັນຈະເຂົ້າມາເຊີໄພ້ ພົບສິ່ງທີ່ບໍ່ເປັນໄປຕາມແຜນ
ດັ່ງນັ້ນ ຄົນທີ່ປະສົບຜົນສຳເລັດບໍ່ແມ່ນວ່າ ມີແຜນ 1 2 3 4 5 ເຮັດຕາມແຜນສຳເລັດເລີຍໂລກບໍ່ງ່າຍແບບນັ້ນ

ແທນທີ່ຈະຄິດວ່າຈາກຜົນແມ່ນຫຍັງ ໃຫ້ເຮົາຄິດວ່າສິ່ງທີ່ເຮົາມີຢູ່ແລ້ວຈະເຮັດໃຫ້ສິ່ງນັ້ນເກີດຫຍັງໄດ້ແດ່
ບາງທີຊີວິດມັນກຽມຕົວບໍ່ໄດ້ 100% ແຕ່ໃຫ້ເຮົາເບິ່ງສິ່ງທີ່ເຮົາມີຢູ່ຕອນນີ້ວ່າເຮົາມີຫຍັງແດ່ ເຮົາມີອາຊີບນີ້ ເຮົາມີຄວາມສາມາດນີ້ ແລ້ວມັນເອົາໄປເຮັດຫຍັງໄດ້ແດ່ ເຮົາອາດຈະເລີ່ມຕົ້ນຈາກສິ່ງທີ່ເຮົາມີຢູ່ຕອນນີ້ກ່ອນ

ຄວາມບໍ່ແນ່ນອນເຮັດໃຫ້ເຮົາ ສາມາດຄົ້ນພົບພະລັງທີ່ເຮົາມີ
ເພາະວ່າຄວາມບໍ່ແນ່ນອນມັນເຮັດໃຫ້ເຮົາຕ້ອງສູ້ ຖ້າທຸກຢ່າງແນ່ນອນມັນກໍຄື ການກຽມຕົວໄວ້ໝົດແລ້ວ
ຕົວຢ່າງ ທ່ານຫຼົງທາງ ມັນເຮັດໃຫ້ຮູ້ວ່າຕົວເອງມີຄວາມສາມາດຫາຫົນທາງໄດ້ ຕ້ອງໄປຖາມຄົນແຖວນີ້ ຕ້ອງໂທຫາຄົນມາຮັບ ໃຊ້ GPT ແລະ ຊອກຫາວິທີອື່ນໆ ນີ້ຄືຄວາມບໍ່ແນ່ນອນເຮັດໃຫ້ເຮົາຄົ້ນພົບວ່າເຮົາບໍ່ເຄີຍຮູ້ວ່າເຮົາມີມັນຢູ່

ເວລາຄືພາບລວງຕາສິ່ງທີ່ເຮົາມີຄືປັດຈຸບັນຕອນນີ້ເທົ່ານັ້ນ
ສະນັ້ນຈະເປັນໃນອະດີດມັນບໍ່ມີຢູ່ແລ້ວ ໃນອະນາຄົດກໍຍັງບໍ່ເກີດຂຶ້ນ ສິ່ງທີ່ປັດຈຸບັນຕອນນີ້ຄື ທ່ານກຳລັງອ່ານບົດຄວາມນີ້ຢູ່ ນີ້ຄືສິ່ງທີ່ມັນເກີດຂຶ້ນ

ການຊ່ວຍເຫຼືອຄົນອື່ນສ້າງຄວາມສຸກໄດ້ຫຼາຍກວ່າການສົນໃຈແຕ່ຕົນເອງພຽງຢ່າງດຽວ
ບໍ່ແມ່ນວ່າມີເງິນເທົ່າໃດກໍເອົາໄປຊ່ວຍເຫຼືອຈົນໝົດ ແຕ່ລອງເບິ່ງວ່າການຊ່ວຍເຫຼືອຄົນອື່ນ ຫຼາຍໆເທື່ອມີຄວາມສຸກຫຼາຍກວ່າສົນໃຈຕົນເອງ ບໍ່ໄດ້ແປວ່າຫ້າມສົນໃຈຕົວເອງ

ຄວາມລົ້ມເຫຼວມີຢູ່ທຸກບ່ອນຢູ່ທຸກຈັງຫວະເລີຍ ແຕ່ເປັນເຮົານີ້ລະທີ່ຫຼີກຫຼ່ຽງການປະເຊີນໜ້າກັບຄວາມລົ້ມເຫຼວນັ້ນ
ບໍ່ຍອມຮັບຄວາມຈິງ ລົ້ມເຫຼວກໍເຮັດເປັນບໍ່ລົ້ມເຫຼວ ຫຼື ພະຍາຍາມຫຼີກຫຼ່ຽງຄວາມລົ້ມເຫຼວ ເອົາຄວາມຈິງຄົນທີ່ຢ້ານລົ້ມເຫຼວຫຼາຍໆຈະບໍ່ໄດ້ເຮັດຫຍັງເລີຍຈັກຢ່າງ ເພາະວ່າທຸກຢ່າງທີ່ທ່ານເລີ່ມເຮັດມີໂອກາດລົ້ມເຫຼວຢູ່ແລ້ວ

ການຍອມຮັບຄວາມລົ້ມເຫຼວບໍ່ແມ່ນພຽງແຕ່ອົດທົນ
ເພາະວ່າເປັນຄັນໄດແຫ່ງຄວາມປະສົບຜົນສຳເລັດຈະເຮັດໃຫ້ເຮົາຜ່ອນຄາຍ ຍອມຮັບຄວາມລົ້ມເຫຼວມັນລົ້ມກໍຄືລົ້ມ ບາງຄົນອາດຈະເວົ້າວ່າລົ້ມເພາະວ່າມັນເປັນສ່ວນໜຶ່ງຂອງຄວາມປະສົບຜົນສຳເລັດທ່ານຄິດແບບນັ້ນ ທ່ານກໍຍັງຮູ້ສຶກບໍ່ຜ່ອນຄາຍບໍ່ສະບາຍໃຈຢູ່ດີ
ບາງທີລົ້ມເຫຼວເຮົາຄວນທີ່ຈະລົ້ມເລີກ ມັນກໍຈະເຮັດໃຫ້ເຮົາເບົາຂຶ້ນ ແອດວ່າແລ້ວແຕ່ສະຖານະການ ແອດກໍເປັນຄົນໜຶ່ງທີ່ເຊື່ອວ່າລົ້ມເຫຼວລຸກຂຶ້ນມາແລ້ວກໍສູ້ຕໍ່ ເພາະວ່າຖ້າເປົ້າໝາຍຄືເປົ້າໝາຍທີ່ເຮົາຕ້ອງການ
ແຕ່ປື້ມເຫຼັ່ມນີ້ ເຮີຍ! ທ່ານບໍ່ຈຳເປັນຕ້ອງລົ້ມແລ້ວລຸກສູ້ຕໍ່ ທ່ານລົ້ມເລີກມັນໄປກໍໄດ້ໃດ ແບບນີ້ບາງທີມັນອາດຈະເປັນທາງທີ່ດີກວ່າການລົ້ມແລ້ວລຸກເພື່ອສູ້ຕໍ່ກໍບໍ່ຜິດ

ຄວນຍ້ອງລູກທີ່ຄວາມພະຍາຍາມແທນທີ່ຈະຍ້ອງສະຕິປັນຍາ
ເປັນຫຍັງຕ້ອງຍ້ອງຄວາມພະຍາຍາມ ເພາະຄວາມພະຍາຍາມເຂົາສາມາດເຮັດໄດ້ ສະຕິປັນຍາມັນຕິດຢູ່ກັບຕົວ ສົມມຸດວ່າລູກຂອງທ່ານໄດ້ເກດສະເລ່ຍ 4,00 ແມ່ຍ້ອງວ່າເກັ່ງທີ່ສຸດໃນໂລກເລີຍ ຮອບໜ້າເຂົາຈະບໍ່ກ້າຮຽນກັບວິຊາຍາກໆ ເພາະຢ້ານຈະບໍ່ໄດ້ເກດ 4 ແລະ ຈະກາຍເປັນວ່າເວລາທີ່ໄດ້ເກດ 4 ແມ່ບອກວ່າເກັ່ງທີ່ສຸດ ຖ້າບໍ່ໄດ້ເກຣດ 4 ແປວ່າໂງ່ຫຼາຍ ເຂົາກໍຈະບໍ່ຢາກເຮັດມັນ
ແຕ່ຖ້າເກີດວ່າໄດ້ເກດ 4 ໂອ້ພໍ່ພູມໃຈໃນຄວາມພະຍາຍາມຂອງລູກແທ້ໆ ເຂົາຈະບໍ່ສົນໃຈວ່າຮອບຕໍ່ໄປຈະໄດ້ເກດ 4 ຫຼື ບໍ່ໄດ້ ແຕ່ລາວພະຍາຍາມ ພໍ່ຍ້ອງຢູ່ແລ້ວ ເພາະຄວາມພະຍາຍາມມັນຢູ່ໃນມືເຮົາ ໂດຍທຳມະຊາດພະຍາຍາມຫຼາຍສ່ວນຫຼາຍກໍຈະເກີດຜົນໄດ້ຮັບທີ່ດີ ແຕ່ຖ້າຍ້ອງທີ່ຜົນໄດ້ຮັບ ເຂົາຈະບໍ່ກ້າເຮັດຫຍັງທີ່ທ້າທາຍ

ສິ່ງທີ່ຢ້ານຫຼາຍທີ່ສຸດເປັນຄວາມຈິງເຮົາກໍຍັງຢູ່ໄດ້ເດ ຄວາມຄິດນີ້ຈະມອບຄວາມໝັ່ນຄົງທາງຈິດໃຈໃຫ້ເຮົາ
ທ່ານຢ້ານເລື່ອງໃດ ຢ້ານເລື່ອງຕົກວຽກບໍ່ ຖ້າສິ່ງທີ່ຢ້ານຫຼາຍທີ່ສຸດຄືການຕົກວຽກແລ້ວມັນເປັນຄວາມຈິງອີກໃດ ເຮົາກໍຍັງຢູ່ໄດ້ ທ່ານກໍຈະບໍ່ຢ້ານຫຍັງ ຄວາມໝັ່ນຄົງທາງຈິດໃຈຈະເຂົ້າມາ ເພາະວ່າການທີ່ຢ້ານການຕົກວຽກທ່ານກໍຍັງຢູ່ໄດ້ເລີຍ ແລ້ວທ່ານຈະຢ້ານຫຍັງ?

ການຮຽນຮູ້ວ່າຊີວິດເຮົາມີຢ່າງຈຳກັດ
ເຮົາຈະຫ່ວງຊີວິດເຮົາ ເຮົາຈະບໍ່ປ່ອຍຊີວິດໄປເລື່ອຍເປື່ອຍ ໃຊ້ເວລາຢ່າງຄຸ້ມຄ້າ


Leave a Reply