ມື້ນີ້ ແອດມາປ້າຍຢາ ທຸກຄົນ ອ່ານເພີນແຮງມ່ວນກັບປຶ້ມ
“The power of Input” – ສີລະປະຂອງການເລືອກ + ຮັບ + ຮູ້
ປື້ມ “The Power of Output” ເປັນປື້ມທີ່ເວົ້າເຖິງການເຮັດ Output ກ່ອນທີ່ຈະມີປື້ມເຫຼັ່ມທີ 2 ນີ້ຄື “The Power of Input” ຄວາມໜາຂອງປື້ມ 300 ກວ່າໜ້າ
ຜູ້ຂຽນ Shion Kabasawa | PodSum EP 08
ເປັນຈິດຕະແພດຄົນຍີ່ປຸ່ນທີ່ເຜີຍແພ່ຂໍ້ມູນຫຼາຍທີ່ສຸດໃນຍີ່ປຸ່ນ ໂດຍໃຫ້ຄວາມຮູ້ ແລະ ຂໍ້ມູນດ້ານຈິດຕະເວດ ຈິດວິທະຍາ ແລະ ປະສາດວິທະຍາທີ່ເຂົ້າໃຈງ່າຍ (ເພີ່ມເຕີມ)

ສະຫຼຸບ 6 ເຄັດລັບທີ່ແອດໄດ້ຄົ້ນພົບຈາກການອ່ານປື້ມ The Power of Input ອ່ານຈົບເຮັດ Input ເກັ່ງຂຶ້ນແນ່ນອນ
ໝາຍເຫດ: ສິ່ງທີ່ແອດສະຫຼຸບເປັນຫົວຂໍ້ທີ່ແອດສົນໃຈເທົ່ານັ້ນ ສ່ວນເນື້ອຫາອື່ນໆສາມາດຫາຊື້ມາອ່ານເພີ່ມໄດ້ເດີ້ 😊
table of content
ນິຍາມຂອງ Input ແລະ Output
Input ຄືການປ້ອນຂໍ້ມູນ: ການອ່ານ, ຟັງ ສ່ວນ Output ຄືການສະແດງຜົນ: ການເວົ້າ, ຂຽນ, ປະຕິບັດ
ກົດພື້ນຖານຂອງ Input
Input ສຳຄັນຢູ່ທີ “ຄຸນນະພາບ” ຫຼາຍກວ່າ “ປະລິມານ”
ໃນການເຮັດ Input ຄຸນນະພາບສຳຄັນທີ່ສຸດ. ແຕ່ຄົນສ່ວນໃຫຍ່ກັບຕັ້ງເປົ້າໝາຍໄປທີ່ປະລິມານ ໂດຍບໍ່ສົນໃຈເລື່ອງຂອງ “ຄຸນນະພາບ” ນີ້ອາດເປັນສາເຫດໜຶ່ງທີ່ເຮັດໃຫ້ຕົວເອງຍັງພັດທະນາບໍ່ໄດ້.
ເຮັດແນວໃດຈຶ່ງຈະເພີ່ມຄວາມຖືກຕ້ອງໃນການ Input ໄດ້
ຖ້າຈະຖິ້ມຂໍ້ມູນອື່ນນອກຈາກ “ຂໍ້ມູນ” ທີ່ຈຳເປັນແທ້ໆ
- ກົດຂອງ Input ມີດັ່ງນີ້
1. ຫ້າມອ່ານ, ຟັງ ຫຼື ເບິ່ງ “ເພື່ອຈົບໄປເທົ່ານັ້ນ” (ອ່ານພໍໃຫ້ມັນຈົບໆໄປ)
ຄຳວ່າ ตะแกรง = ເຂົ້າຫູຊ້າຍ ອອກຫູຂວາ
ສິ່ງທີ່ຄວນເຮັດ

2. ຈັບ Input ກັບການກຳນົດເປົ້າໝາຍໃຫ້ເປັນ set ຄູ່ກັນ
- ທິດທາງ ແລະ ການຕັ້ງເປົ້າໝາຍ

💡tipກ່ອນເຮັດ Input ໃຫ້ໃຊ້ເວລາ 10 ວິນາທີຄິດວ່າ “ຈະເຮັດໄປເພື່ອຫຍັງ”
3. Input ແລະ Output ຄ້າຍຄືກັບຫຼຽນທີ່ມີ 2 ດ້ານ
ການເຮັດ Input -> Output -> feed back ວົນໄປເລື່ອຍໆ ຈະເຮັດໃຫ້ເຮົາພັດທະນາຕົນເອງໄດ້ນີ້ຖືວ່າເປັນ ກົດຂອງການພັດທະນາຕົນເອງ
ເຕັກນິກການເຮັດ Input ໃຫ້ເກີດ Output

1. ຕັ້ງ Output ລ່ວງໜ້າ
ເມື່ອເຮັດ Input ແລ້ວໃຫ້ເຮົາເຮັດ Output ຢ່າງນ້ອຍ 3 ຄັ້ງພາຍໃນ 2 ອາທິດ ການຕັ້ງ Output ລ່ວງໜ້າຈະເຮັດໃຫ້ເຮົາຈື່ຈຳຂໍ້ມູນໄດ້ງ່າຍຂຶ້ນ
ສົມມຸດວ່າຫົວໜ້າສົ່ງເຮົາໄປເບິ່ງວຽກທີ່ຍີ່ປຸ່ນ ທ່ານຄິດວ່າໄດ້ໄປຕ່າງປະເທດດ້ວຍວຽກຈະທ່ຽວໃຫ້ເຕັມທີ່ໄປເລີຍ ແຕ່ຫົວໜ້າບອກວ່າ “ກັບມາ” ແລ້ວຕ້ອງລາຍງານການໄປເບິ່ງວຽກຄັ້ງນີ້ ຕໍ່ໜ້າພະນັກງານ 100 ຄົນເປັນເວລາ 1 ຊົ່ວໂມງ ທ່ານຄືສິບໍ່ມີເວລາຄິດຈະທ່ຽວອີກແທ້
2. ການຕັ້ງ Output ລ່ວງໜ້າຊ່ວຍເພີ່ມຄຸນນະພາບຂອງ Input ໄດ້ເຖິງ 100 ເທົ່າ
Shion Kabasawa ຖາມຄົນທີ່ຫາກໍໄປເບິ່ງງານສີລະປະມື້ວານນີ້ວ່າ “ງານສີລະປະນີ້ເປັນແນວໃດແດ່” ເຂົາຕອບວ່າ “ດີຫຼາຍ!” ພໍຖາມວ່າ “ດີແນວໃດ” ເຂົາກໍຕອບວ່າ “ກໍດີຫຼາຍຢ່າງໃດ ປະທັບໃຈຫຼາຍເລີຍ!” ປະລິມານຂອງ Output ທີ່ໄດ້ຈາກການເບິ່ງງານສີລະປະເປັນເວລາ 2 ຊົ່ວໂມງ ຈົບລົງພາຍໃນ “3 ວິນາທີ”
ປະລິມານຂອງ Output ຈະເທົ່າກັບປະລິມານຂອງ Input ນັ້ນແປວ່າປະລິມານ Input ຂອງຄົນຄົນນີ້ມີພຽງແຕ່ “3 ວິນາທີ” ເທົ່ານັ້ນ
ເປັນຫຍັງນັກຮຽນຂອງໂຮງຮຽນສອນພິເສດ Shion Kabasawa ຈຶ່ງເວົ້າສະແດງຄວາມຄິດເຫັນໄດ້ເຖິງ 5 ນາທີ ເພາະວ່າໃນມື້ນັ້ນ Shion Kabasawa ບອກໃຫ້ພວກເຂົາວ່າ “ທຸກຄົນຕ້ອງເວົ້າຄວາມຮູ້ສຶກຂອງຕົວເອງໃນງານສະແດງຄວາມຄິດເຫັນ” ພວກເຂົາຈຶ່ງຮູ້ເຖິງ “ການຕັ້ງ Output ລ່ວງໜ້າ” ນັ້ນເອງ
ດ້ວຍເຫດນີ້ພວກເຂົາຈຶ່ງເບິ່ງງານສະແດງ ພາຍໃຕ້ຄວາມກົດດັນວ່າ “ເຮົາຕ້ອງຄົ້ນພົບອີຫຍັງຈັກຢ່າງໃນແບບຂອງຕົວເອງຈາກງານນີ້ເພື່ອເອົາໄປເວົ້າສະແດງຄວາມຄິດເຫັນ”
5 ນາທີເທົ່າກັບ 300 ສິນາທີ ຫຼື 100 ເທົ່າຂອງ 3 ວິນາທີ ກ່າວໄດ້ວ່າພຽງແຕ່ເຮົາຄຳນຶງເຖິງ “ການຕັ້ງ Output ລ່ວງໜ້າ” ຈະຊ່ວຍເພີ່ມປະລິມານຂອງ Input ໄດ້ເຖິງ 100 ເທົ່າ ເມື່ອປຽບທຽບກັບການ “ເບິ່ງໄປເລື່ອຍເປື່ອຍ” ຫຼື “ເບິ່ງພໍຈົບໄປເທົ່ານັ້ນ”
ຫຼັງຈາກທີ່ໄປເບິ່ງໜັງ ຫຼື ໄປເບິ່ງງານສະແດງສີລະປະການຕັ້ງ Output ລ່ວງໜ້າເຮົາຈະມີສະມາທິວ່າ “ເຮົາຕ້ອງຄົ້ນພົບ” ອີກຈັກຢ່າງ
ເກັບສະເພາະຂໍ້ມູນທີ່ຈຳເປັນ
- ວິທີການເກັບສະເພາະຂໍ້ມູນທີ່ຈຳເປັນ
1. ແບ່ງແຍກຂໍ້ມູນທີ່ສຳຄັນສຳຫຼັບຕົວເອງໂດຍອັດຕະໂນມັດ
Cocktail party effect ເວລາຢູ່ໃນງານລ້ຽງທີ່ມີສຽງດັງຄຶກຄື້ນ ການທີ່ໄດ້ຍິນຄົນເອີ້ນຊື່ຕົວເອງ ຫຼື Keyword ຂອງສິ່ງທີ່ເຮົາສົນໃຈໄດ້ໂດຍອັດຕະໂນມັດ
ໃນສະໝອງເຮົາມີສະມາທິເລືອກສານເອີ້ນໃຫ້ເຂົ້າໃຈງ່າຍໆຄື “ເສົາອາກາດຄວາມມັກ ຫຼື ຄວາມສົນໃຈ” (Reticular Activating System (RAS) ມັນຄືກຸ່ມຂອງເຊປະສາດບໍລິເວນກ້ານຂອງສະໝອງ ເຮັດໜ້າທີ່ເປັນ “ຕົວກອງຂໍ້ມູນ” (Filter) ແລະ ສູນຄວາມຄຸມຄວາມຕື່ນຕົວຂອງສະໝອງ
ຈົ່ງຍົກຫົວຂໍ້ຂອງສິ່ງທີ່ເຮົາມັກ ຫຼື ສົນໃຈຂຶ້ນມາ 3 ຢ່າງ
2. ເພີ່ມຄວາມຮູ້ສຶກໄວດ້ວຍການ “ຖາມເອງຕອບເອງ” ແລະ “ຕັ້ງ Output ລ່ວງໜ້າ”
ການຕັ້ງເສົາອາກາດຄວາມມັກ ຫຼື ຄວາມສົນໃຈຊ່ວຍໃຫ້ສະໝອງເລືອກຮວບຮວມສະເພາະຂໍ້ມູນທີ່ຈຳເປັນໄດ້ໂດຍອັດຕະໂນມັດ.
- ວິທີການຊ່ວຍໃຫ້ຕັ້ງເສົາອາກາດມີ 4 ວິທີດັ່ງນີ້
- ຂຽນ Keyword ໃນສິ່ງທີ່ຕົວເອງມັກ ຫຼື ສົນໃຈ
- ກຳນົດເປົ້າໝາຍ ແລະ ຫົວຂໍ້ໃຫ້ຊັດເຈນ
- ຕັ້ງຄຳຖາມກັບຕົວເອງ
- ຕັ້ງ Output ລ່ວງໜ້າ
ເພີ່ມຄວາມສາມາດໃນການຈື່ຈຳໂດຍໃຊ້ກົນໄກຂອງສະໝອງ
ເວລາອ່ານປື້ມຕຳລາຮຽນ 1 ຮອບ ອາດຈື່ຫຍັງເກືອບບໍ່ໄດ້ເລີຍ ແຕ່ກົງກັນຂ້າມພໍເປັນປື້ມກາຕູນທີ່ມັກທັ້ງທີ່ອ່ານຮອບດຽວຄືກັນ ກັບຈື່ເນື້ອເລື່ອງໄດ້ຢ່າງລະອຽດແມ້ຈະຜ່ານໄປຫຼາຍປີ ວິທີໃດລະທີ່ເຮັດໃຫ້ການອ່ານໜ້າສົນໃຈ ແລະ ເພີດເພີນ

ດັ່ງນັ້ນ, ວິທີການຄືການກະຕຸ້ນອາລົມດ້ວຍເຕັກນິກການເຮັດ Output
- ສ້າງເປັນເນື້ອເລື່ອງ [ອ່ານປື້ມທີ່ກ່ຽວຂ້ອງກັບທຸລະກິດທີ່ສ້າງໃນຮູບແບບກາຕູນ ຫຼື ນິຍາຍ]
- ໃຫ້ຄວາມສຳຄັນກັບຄວາມຢາກຮູ້ຢາກເຫັນຮຽນຮູ້ໃນສິ່ງທີ່ເຮັດໃຫ້ຮູ້ສຶກຕື່ນເຕັ້ນ
- ເມື່ອຊື້ປື້ມມາແລ້ວໃຫ້ອ່ານທັນທີຮິບອ່ານຕັ້ງແຕ່ຕອນທີ່ເຮົາຍັງຮູ້ສຶກວ່າ “ຢາກອ່ານ”
- ເວລາທີ່ເກີດຂໍ້ສົງໄສວ່າ “ບໍ່ເຂົ້າໃຈ” ໃຫ້ຫາຄຳຕອບທັນທີ
- ສະແດງອອກເທິງເວທີໃຫຍ່ [“ຄວາມຕື່ນເຕັ້ນ”, “ການສອນ” ຈະຊ່ວຍເນັ້ນຍ້ຳຄວາມຈຳ]
- ເຊື່ອມໂຍງ “ຄວາມປະທັບໃຈ” ແລະ “ການຮຽນຮູ້” ເຂົ້າດ້ວຍກັນເຊັ່ນ ເບິ່ງປື້ມ ຫຼື ງານສີລະປະ
- ຮຽນຮູ້ຈາກການທ່ອງທ່ຽວ [ຕື່ນເຕັ້ນລະທຶກໃຈປະທັບໃຈ]
ວິທີການອ່ານປື້ມໃຫ້ຈື່ໄດ້ຕາມຫຼັກການວິທະຍາສາດ
ການອ່ານປື້ມຄື “ກ້າວທຳອິດຂອງການຮຽນຮູ້”
ຄວນຮຽນຮູ້ໄປຕາມຂັ້ນຕອນສົມມຸດວ່າຈະໄປຮຽນ course English ໃຫ້ຮຽນຮູ້ໂດຍໄປຊື້ປື້ມອ່ານດ້ວຍຕົນເອງ, ເຝິກສົນທະນາເອງ ກ່ອນໄປເຂົ້າ course ເພາະວ່າບາງຄົນທີ່ບໍ່ຮູ້ຄຳສັບ ຕົວຢ່າງ Apple ແປວ່າ ແອັບເປີ້ນ ແມ້ວ່າຈະເຂົ້າຮຽນ course ຕົວຕໍ່ຕົວຊົ່ວໂມງລະ 1 ລະ 50 ພັນກິີບ ເວລາກໍຈະໝົດໄປດ້ວຍການຮຽນຮູ້ພື້ນຖານກ່ອນເຂົ້າບົດສົນທະນາຢູ່ດີເທົ່າກັບການເສຍເວລາໄປຢ່າງໜ້າເສຍດາຍ
ດັ່ງນັ້ນ, “ການອ່ານປື້ມ” ຈຶ່ງເປັນຂັ້ນຕອນທຳອິດແຫ່ງການຮຽນຮູ້

ອ່ານໂດຍລະອຽດ
ສິ່ງສຳຄັນບໍ່ໄດ້ຢູ່ທີ່ອ່ານໄວ,ອ່ານໃຫ້ຫຼາຍ ແຕ່ມັນຄື ການອ່ານໃຫ້ເລິກເຊິ່ງ ຫຼື ທີ່ເອີ້ນວ່າ “ອ່ານໂດຍລະອຽດ”
ອ່ານໃຫ້ໄວ, ອ່ານໃຫ້ຫຼາຍ vs ອ່ານໂດຍລະອຽດ

💡tip ກ່ອນອື່ນຕ້ອງເຝິກ “ອ່ານໂດຍລະອຽດກ່ອນ”! ແລ້ວຄ່ອຍອ່ານໃຫ້ໄວ ຫຼື ອ່ານໃຫ້ຫຼາຍຕາມຫຼັງ
ອ່ານໂດຍຄິດລ່ວງໜ້າວ່າຕ້ອງຂຽນ review
ຊ່ວຍໃຫ້ເຮົາອ່ານຈົນເຖິງລະດັບທີ່ອະທິບາຍໃຫ້ຄົນຟັງໄດ້ ການອ່ານ (Input) ກັບຂຽນ (review) (Output) ຄືກັບຫຼຽນທີ່ມີ 2 ເບື້ອງການອ່ານຢ່າງດຽວຈະເຮັດໃຫ້ເຮົາລືມທັນທີ ແຕ່ທ່າອ່ານແລ້ວຂຽນອອກມາຊ່ວຍໃຫ້ເຮົາຈື່ໄດ້

ເລືອກປື້ມ
ການເລືອກປຶ້ມຖືວ່າສຳຄັນຫຍິ່ງກວ່າວິທີການອ່ານປື້ມສະອີກຕໍ່ໃຫ້ເຮົາອ່ານລະອຽດເຂົ້າໃຈເລິກເຊິິ່ງ ແຕ່ປື້ມນັ້ນບໍ່ໄດ້ມີເນື້ອຫາສາລະຫຍັງ ຫຼື ມີແຕ່ຄວາມຮູ້ທີ່ບໍ່ຈຳເປັນສຳຫຼັບເຮົາກໍບໍ່ຊ່ວຍໃຫ້ເຮົາພັດທະນາຕົວເອງໄດ້ເລີຍ
ອ່ານຢ່າງມີຄຸນນະພາບ
ກ່ອນອື່ນເຮົາຕ້ອງຈັບປະເດັນລວມຂອງປື້ມທັ້ງເຫຼັ່ມໃຫ້ໄດ້ກ່ອນແລ້ວຈຶ່ງຄ່ອຍອ່ານໂດຍລະອຽດ ການທຳຄວາມເຂົ້າໃຈ “ພາບລວມ” ກ່ອນແລ້ວຄ່ອຍເບິ່ງ “ລາຍລະອຽດ” ເປັນວິທີອາ່ນທີ່ເຂົ້າກັບກົນໄກການເຮັດວຽກຂອງສະໝອງຈຶ່ງຊ່ວຍໃຫ້ຈື່ຈຳໄດ້ງ່າຍຂຶ້ນ
- ວິທີການອ່ານຂ້າມໄປມາ ເພື່ອໃຫ້ເຂົ້າໃຈພາບລວມຂອງປື້ມທັ້ງເຫຼັ່ມດັ່ງນີ້
1. ຕັ້ງເປົ້າໝາຍຂອງການຊື້ປື້ມຫົວນັ້ນໃຫ້ຈະແຈ້ງ
ເຊັ່ນຢາກຮູ້ປະຫວັດຂອງການເຮັດເຂົ້າໜົມທຸກເລື່ອງກ່ຽວກັບຂະໜົມ
2. ເບິ່ງສາລະບານ ແລະ ເລືອກ 3 ຫົວຂໍ້ທີ່ເຮົາສົນໃຈ
ຕົວຢ່າງ ສາລະບານ
- ທີ່ມາຂອງຄຳວ່າເຂົ້າໜົມ
- ຂະໜົມກັບການປະຕີບັດການຜະລິດ
- ການແຜ່ຫຼາຍເຂົ້າມາໃນຍີ່ປຸ່ນ
3. ຄົ້ນຫາເນື້ອຫາຕາມຂໍ້ 1 ແລະ 2
ໂດຍການພິກອ່ານຂ້າມໄປມາ
4. ເນັ້ນທີ່ “ບົດສະຫຼຸບ” ຕອນທ້າຍຂອງແຕ່ລະບົດ
ເພື່ອຈົບໃຈຄວາມໂດຍລວມທັ້ງໝົດ
ອ່ານເພື່ອແກ້ໄຂບັນຫາ
ຕົວຢ່າງເຊັ່ນ ທ່ານມີເລື່ອງກຸ້ມໃຈວ່າ ເຂົ້າກັບຫົວບໍ່ຄ່ອຍໄດ້ ເວລານີ້ໃຫ້ໄປຮ້ານປື້ມຫາແນວກ່ຽວກັບ “ວິທີການແກ້ໄຂບັນຫາຄວາມສຳພັນລະຫວ່າງບຸກຄົນ”
ຫາກຄວາມສຳພັນເກົ່າທ່ານຢູ່ທີ -100 ເມື່ອເຮັດຕາມວິທີໃນປື້ມແລ້ວແມ້ຈະບໍ່ກັບມາເປັັນ “0” ທັນທີ ແຕ່ກໍໜ້າຈະປ່ຽນປະມານ -70 ຫຼື -50 ການປ່ຽນແປງພຽງເທົ່ານີ້ກໍຊ່ວຍໃຫ້ເຮົາສະບາຍໃຈຂຶ້ນໄດ້ຫຼາຍພໍແລ້ວ

ວິທີການຟັງເພື່ອການຮຽນຮູ້ຢ່າງເລິກເຊິ່ງ
ກຽມຄຳຖາມລ່ວງໜ້າກ່ອນການຟັງ
ພຽງແຕ່ຂຽນຂໍ້ສົງໄສ ຫຼື ຄຳຖາມໄວ້ສ່ວນທີ່ເຮົາບໍ່ເຂົ້າໃຈຢູ່ໃສ ເຮັດໃຫ້ເຮົາມີສະມາທິ ແລະ ຕັ້ງໃຈຟັງຫຼາຍຂຶ້ນ ສົ່ງຜົນໃຫ້ເຂົ້າໃຈເນື້ອຫາໄດ້ຫຼາຍຂຶ້ນດ້ວຍ
Shion Kabasawa ກ່ອນຈັດງານສຳມະນາ Shion Kabasawa ຈະໃຫ້ນັກຮຽນເຮັດແບບສອບຖາມເຊັ່ນ ສິ່ງທີ່ຢາກຮູ້ກ່ຽວກັບ Input ເປັນຫຍັງຈຶ່ງສຳຄັນແລ້ວໃຫ້ນັກຮຽນຂຽນຄຳຕອບໄວ້ຄ່າວໆ ພໍຮອດໂມງສຳມະນາ ຈະເຮັດໃຫ້ມີສະມາທິຫຼາຍຂຶ້ນ ເມື່ອຜູ້ບັນຍາຍເອີ່ຍເຖິງຂໍ້ນັ້ນ ເຮີຍ! ຂໍ້ນີ້ໜ້າສົນໃຈ ເປັນຂໍ້ທີ່ເຮົາຕັ້ງຄຳຖາມໄວ້ເລີຍ

ຟັງໄປພ້ອມກັບຈົດກາຍໄວ້ພ້ອມ
ການຈົດ note ມີຜົນຕໍ່ການເພີ່ມສະມາທິ ແລະ ຮຽບຮຽງເລື່ອງລາວໃນຫົວ ແຕ່ການຈົດນີ້ບໍ່ໄດ້ຈົດເພື່ອມາເບິ່ງຊ້ຳອີກຮອບ ພຽງແຕ່ຈົດໃຫ້ລຽງລຳດັບໃນຫົວກັນລືມ

ຟັງເພງ
ການຟັງເພງກ່ອນເລີ່ມຮຽນໜັງສືຊ່ວຍສົ່ງຜົນໃຫ້ຄວາມຈຳໄດ້ດີໃຊ້ກ່ອນເລີ່ມຮຽນປະມານ 10 – 15 ນາທີ ຫຼັງຈາກນັ້ນປິດເພງຢູ່ກັບຄວາມສະຫງົບຈະຊ່ວຍໃຫ້ມີສະມາທິ
ກົງກັນຂ້າມຖ້າຟັງເພງໄປພ້ອມກັບຮຽນສະໝອງຂອງມະນຸດເຮັດວຽກ 2 ຢ່າງໃນເວລາດຽວກັນ ຫຼື ເອີ້ນວ່າ Multitask ເບິ່ງຄືກຳລັງຕິວໜັງສື ແລະ ຟັງເພງໄປພ້ອມ ແຕ່ຄວາມຈິງແລ້ວໃນສະໝອງກຳລັງເຮັດສິ່ງເຫຼົ່ານີ້ສະຫຼັບກັນໄປມາເຮັດໃຫ້ສະໝອງເຮັດວຽກໜັກຂຶ້ນ ຄຸນນະພາບໃນການຮຽນຮູ້ຫຼຸດລົງຢ່າງເຫັນໄດ້ຈະແຈ້ງ
ມີການວິໄຈໜຶ່ງສະຫຼຸບອອກມາວ່າດົນຕີສົ່ງຜົນດີຕໍ່ວຽກທີ່ເຮັດຕາມຂັ້ນຕອນ ແລະ ມີການກະກຽມທີ່ຈະແຈ້ງຢູ່ແລ້ວ ຫຼື ວຽກງ່າຍໆທີ່ບໍ່ຕ້ອງໃຊ້ຄວາມຄິດຫຼາຍ
ດົນຕີຈຶ່ງສົ່ງຜົນດີຕໍ່ການເຮັດວຽກໃຊ້ມື, ການອອກກຳລັງກາຍ, ແຕ່ສົ່ງຜົນເສຍຕໍ່ “ການຮຽນ”, “ການຈື່ຈຳ” ຈົ່ງໃຊ້ປະໂຫຍດຈາກດົນດີໃຫ້ຖືກວີທີ

ນອກຈາກນີ້ດົນດີຍັງສາມາດຄວບຄຸມອາລົມໃຫ້ຮູ້ສຶກຜ່ອນຄາຍ ຫຼື ກະຕຸ້ນອາລົມໄດ້ຂຶ້ນຢູ່ກັບວ່າເຮົາເລືອກຟັງດົນດີແບບໃດ ການຟັງດົນດີ Classic ເຊັ່ນ Wolfgang Amadeus Mozart, Johann Sebastian Bach ຊ່ວຍໃຫ້ເຮົາຜ່ອນຄາຍນັ້ນເອງ

ຄົນທີ່ບໍ່ຖະນັດການເວົ້າຕໍ່ໜ້າຄົນຈົນຫົວໃຈເຕັ້ນຫາກຟັງເພງຂອງ Mozart ກ່ອນນຳສະເໜີ (Presentation) ຈະຊ່ວຍໃຫ້ຮູ້ສຶກສະບາຍສະຫງົບລົງໄດ້ ກົງກັນຂ້າມຫາກຢາກມີນຳສະເໜີວຽກດ້ວຍອາລົມຄຶກຄື້ນໃຫ້ຟັງເພງດົນດີ hard rock ແທນ

ຍັງມີອີກການວິໄຈທີ່ພົບວ່າການຟັງດົນຕີ Classic ກ່ອນນອນເປັນເວລາ 45 ນາທີ ເຮັດໃຫ້ຄຸນນະພາບການນອນຂອງກຸ່ມທົດລອງດີຂຶ້ນ 86% ການຟັງເພງດົນດີ Classic ດົນດີບຳບັດ ຫຼື ສຽງເປັນສຽງທຳມະຊາດກ່ອນນອນຈະເພີ່ມຄື້ນອັລຟາ (Alpha Wave) ເຮັດໃຫ້ຢູ່ໃນສະພາວະຜ່ອນຄາຍ ຈຶ່ງຫຼັບງ່າຍຂຶ້ນ ແລະ ເພີ່ມຄຸນນະພາບການນອນດ້ວຍ
ວິທີເບິ່ງສິ່ງຕ່າງໆ ໃຫ້ກາຍເປັນສິ່ງທີ່ຊ່ວຍພັດທະນາຕົນເອງ
ການສັງເກດ
ພັດທະນາຕົວເອງດ້ວຍການສັງເກດມີຂໍ້ດີກວ່າທີ່ຄິດໄວ້ ການເຝິກຜົນຄວາມສາມາດໃນການສັງເກດມີຂໍ້ດີ 6 ຂໍ້ດັ່ງນີ້
1. ເພີ່ມຄວາມສາມາດໃນການສື່ສານ
ເວລາສັງເກດຄົນເຮົາຈະບໍ່ໃຊ້ “ຖ້ອຍຄຳ” (ຂໍ້ມູນທີ່ບໍ່ໃຊ້ຖ້ອຍຄຳ) ແຕ່ຈະເບິ່ງຈາກພາບນອກ ຫຼື ເວົ້າ ເປັນການຮວບຮວມຂໍ້ມູນທີ່ເຫັນດ້ວຍຕາ “ຊ່ວຍໃຫ້ເຮົາເບິ່ງເຫັນອີກຝ່າຍກຳລັງຄິດຫຍັງຢູ່ໄດ້ຖືກຕ້ອງ” ການຮັບຮູ້ເຖິງອາລົມຂອງອີກຝ່າຍຖືເປັນປະໂຫຍດຢ່າງຫຼາຍທັ້ງໃນດ້ານທຸລະກິດ, ຄວາມຮັກ ແລະ ການສ້າງຄວາມສຳພັນລະຫວ່າງບຸກຄົນ
2. ຄວາມສຳພັນລະຫວ່າງບຸກຄົນດີຂຶ້ນ
ການ “ສັງເກດແມ້ໃນລາຍລະອຽດເລັກນ້ອຍ” ເຮັດໃຫ້ອີກຝ່າຍຮູ້ສຶກວ່າ “ເຂົາສົນໃຈໃນຕົວເຮົາ” ພຽງແຕ່ເຮົາເອີ່ຍເຖິງຄວາມປ່ຽນແປງເລັກນ້ອຍໃນຕົວອີກຝ່າຍກໍຊ່ວຍເພີ່ມຄວາມໃຫ້ຊິດໄດ້
3. ເພີ່ມຄວາມສາມາດໃນການຮວບຮວມຂໍ້ມູນ
4. ເພີ່ມຄວາມໄວໃນການພັດທະນາຕົວເອງ
ຄວາມສາມາດໃນການສັງເກດເປັນປະຕູນຳຂໍ້ມູນໄປສູ່ສະໝອງຄົນທີ່ບໍ່ມີຄວາມສາມາດໃນການສັງເກດເວລາເບິ່ງໜັງ 1 ເລື່ອງຈະເກັບຂໍ້ມູນໄດ້ພຽງ “30” ແຕ່ຄົນທີ່ມີຄວາມສາມາດໃນການສັງເກດສູງຈະເຫັນຂໍ້ມູນຈາກໜັງ 1 ເລື່ອງໄດ້ 100 ທັ້ງທີ່ເບິ່ງໜັງເລື່ອງດຽວກັນ
5. ຮູ້ສຶກໄວຕໍ່ການປ່ຽນແປງ
6. ປະສົບຜົນສຳເລັດໃນທຸລະກິດ
ມີຮ້ານຣາເມັງເປີດໃໝ່ລະຫວ່າງທາງໄປເຮັດວຽກຄົນທີ່ມີຄວາມສາມາດໃນການສັງເກດຈະສັງເກດເຫັນຕັ້ງແຕ່ມື້ທີ່ຮ້ານເປີດມື້ທຳອິດໃນຂະນະທີ່ຄົນບໍ່ມີຄວາມສາມາດໃນການສັງເກດຕໍ່ໃຫ້ຜ່ານໄປເປັນອາທິດແລ້ວກໍຍັງບໍ່ເຫັນ
ຄົນທີ່ມີຄວາມສາມາດໃນການສັງເກດສູງຈະຮູ້ເຖິງ “ຄວາມປ່ຽນແປງ” ໄດ້ງ່າຍເຮັດໃຫ້ຮູ້ສຶກໄວຕໍ່ກະແສ ແລະ ເບິ່ງອອກວ່າແມ່ນຫຍັງຈະເປັນທີ່ນິຍົມຕໍ່ໄປ

ເຝິກຄວາມສາມາດໃນການສັງເກດ
ດ້ວຍການ “ສັງເກດ + ຖາມວ່າເປັນຫຍັງ” ຊ້ຳໆ
- ວິທີການເຝິກຄວາມສາມາດໃນການສັງເກດດັ່ງນີ້
1. ກຳນົດ Output ລ່ວງໜ້າ
2. ເຝິກຄວາມສາມາດໃນການສັງເກດ
ການເບິ່ງຫາຄົນໃນສະຖານທີ່ຕ່າງໆເຊັ່ນ ລະຫວ່າງຢູ່ລົດເມແລ້ວເດົາອາຊີບຂອງພວກເຂົາ ຫຼື ເດົາວ່າເຂົາຫາກໍເຮັດຫຍັງມາ
3. ຈີ້ຖາມວ່າເປັນຫຍັງ
ຊ່ວຍໃຫ້ເປີດໂລກຂອງເຮົາໃຫ້ກວ້າງຂຶ້ນ
4. ລອງອ່ານໃຈຄົນອື່ນ
ຕົວຢ່າງ ເວລາລົມກັບໝູ່ສະນິດລອງອ່ານໃຈອີກຝ່າຍວ່າມື້ວານພົບເລື່ອງດີໆມາລະເນາະເວລາເດົາຖືກ ອີກຝ່າຍຈະຕົກໃຈວ່າ ເອ໊ະ! ຮູ້ໄດ້ແນວໃດ
5. ການຍ່າງຫຼິ້ນໃນເມືອງ
ໂດຍຕັ້ງຫົວຂໍ້ສິ່ງທີ່ເຮົາຄົ້ນພົບເຊັ່ນ “ຮ້ານຂາຍເຄື່ອງ” ໄປນຳຈະຍິ່ງຊ່ວຍໃຫ້ເຮົາພົບສິ່ງນັ້ນຫຼາຍຂຶ້ນ
6 ເບິ່ງໜັງ
ເປັນສິ່ງທີ່ເຝິກຄວາມສາມາດໃນການສັງເກດໄດ້ດີທີ່ສຸດ
ເບິ່ງຊ້ຳໆ
Input ທີ່ເຮັດຢ່າງໜ້ອຍ 3 ຄັ້ງພາຍໃນ 2 ອາທິດຈະຖືືກບັນທຶກໃນຄວາມຈຳໄລຍະຍາວ ຖືເປັນເກນໜຶ່ງເທົ່ານັ້ນ ແຕ່ຄວາມໝາຍທີ່ແທ້ຈິງຄື “ສະໝອງຈະພິຈາລະນາວ່າຂໍ້ມູນທີ່ນຳມາໃຊ້ເປັນປະຈຳ ນັ້ນເປັນ ‘ຂໍ້ມູນສຳຄັນ’ ແລະ ບັນທຶກເປັນຄວາມຈຳ” ເວົ້າງ່າຍໆ ບໍ່ຈຳເປັນຕ້ອງເຮັດ Output ສະເໝີໄປ ການເຮັດ Input ທີ່ເປັນການທົບທວນຊ້ຳໆ ກໍຊ່ວຍໃຫ້ເຮົາຈື່ຂໍ້ມູນນັ້ນໄດ້ງ່າຍເຊັ່ນກັນ
ຕົວຢ່າງເຊັ່ນ ມີເຫດການສຳຄັນເກີດຂຶ້ນເຮັດໃຫ້ມີການອອກຂ່າວທັ້ງຕອນກາງເວັນ,ຕອນຫົວແລງ ແລະ ຕອນຄ່ຳ ຖ້າເຮົາໄດ້ຟັງຂ່າວເກົ່າ 3 ຄັ້ງໃນ 1 ມື້ຍ່ອມຈື່ຂ່າວນັ້ນໄດ້ແນ່ນອນ

ອ່ານສີໜ້າ
ວິທີ Litmus ຊ່ວຍໃຫ້ຮູ້ຄວາມຄິດທີ່ແທ້ຈິງຂອງອີກຝ່າຍໄດ້ທັນທີ
ທົ່ານເຄິຍຄິດບໍ່ວ່າຖ້າເຮົາຮູ້ຄວາມຄິດທີ່ແທ້ຈິງຂອງຄົນອື່ນຄືສິໃຊ້ຊີວິດງ່າຍກວ່ານີ້ຫຼາຍ ໂດຍສະເພາະກັບຄົນທີ່ເຮົາມັກຖ້າສາລະພາບຮັກອອກໄປເຮົາຄືສິໄດ້ຄວາມຮູ້ສຶກຂອງອີກຝ່າຍທັນທີ ແຕ່ສ່ວນໃຫຍ່ມັກຄິດວ່າຖ້າສາລະພາບໄປແລ້ວຖືກປະຕິເສດຄືສິເຈັບອົກແນ່ນອນ ເລີຍບໍ່ກ້າສາລະພາບ
ການອ່ານໃຈຜູ້ອື່ນຈາກສີໜ້າບໍ່ແມ່ນເລື່ອງຍາກຂະໜາດນັ້ນພຽງແຕ່ໃຊ້ຄຳຖາມດຽວກໍພຽງພໍແລ້ວ “ເມື່ອຖາມຄຳຖາມໜຶ່ງອອກໄປໃຫ້ເຮົາຈັບສັງເກດຄວາມປ່ຽນແປງໃນສີໜ້າຂອງອີກຝ່າຍໃນຕອນນັ້ນໃຫ້ດີ”
ເອີ້ນວິທີນີ້ວ່າ “Litmus” ເປັນຄຳທີ່ໃຊ້ໃນການເຮັດບົດລະຄອນໝາຍເຖິງ ວິທີການກະຕຸ້ນອາລົມຕົວລະຄອນດ້ວຍການເພີ່ມສິ່ງກະຕຸ້ນ (ຄຳເວົ້າ, ເຫດການ, ອຸປະກອນ) ເຂົ້າໄປ. ທີ່ມາຂອງຊື່ມາຈາກເຈ້ຍ Litmus ທີ່ໃຊ້ວັດຄວາມເປັນ ກົດ (Acidic) ຫຼື ດ່າງ (Base) ນັ້ນເອງ

ການເບິ່ງໜັງ
ການເບິ່ງໜັງ ຫຼື ອ່ານນິຍາຍບໍ່ພຽງແຕ່ຊ່ວຍໃຫ້ມ່ວນຊື່ນ, ໂສກເສົ້າຢ່າງດຽວແຕ່ຍັງຊ່ວຍໃຫ້ໄດ້ເຝິກຄວາມສາມາດໃນການເຂົ້າອົກເຂົ້າໃຈຜູ້ອື່ນ
- ລອງຄິດເຖິງສະພາບຈິດໃຈຂອງຕົວລະຄານ
ແທນທີ່ຈະວິພາກວິຈານເຮົາມາລອງຄິດວ່າ “ເປັນຫຍັງຄົນຄົນນິີ້ຕ້ອງເຮັດແບບນີ້”
- ຄິດເຖິງວິທີການໃຊ້ຊີວິດ
“ການຮັບຊົມຮູບເງົາ ຫຼື ໜັງຄືການໄດ້ລອງໃຊ້ຊີວິດຂອງຄົນອື່ນ” ຖ້າຮັບຊົມຮູບເງົາ 100 ເລື່ອງເຮົາກໍໄດ້ໃຊ້ຊີວິດຂອງຄົນ 100 ຄົນ

ວິທີຮຽນທີ່ດີທີ່ສຸດທີ່ຊ່ວຍດຶງສັກກະຍະພາບໃນທຸກດ້ານອອກມາ
ຮຽນຮູ້ຈາກ Mentor
Mentor ໝາຍເຖິງ ອາຈານ ຫຼື ຜູ້ຮູ້ ເວລາທີ່ເຮົາຮຽນຮູ້ຫຍັງບາງຢ່າງໃຫ້ເຂົ້າໃຈງ່າຍໆ “ຄົນທີ່ເຮົາຢາກເປັນແບບເຂົາ”
ຕອນນັ້ນແອດໄດ້ເຂົ້າຮຽນ Bootcamp Datarockie ແອດໄດ້ເຫັນ ອາຈານຂອງແອດຄື ອ້າຍທອຍ (Kasidis Satangmongkol) ຄົນສ່ວນຫຼາຍທີ່ຮູ້ຈັກມັກຈະເອີ້ນເພິ່ນວ່າ ແອດທອຍ ສະນັ້ນແອດຂໍເອີ້ນເພິ່ນວ່າ ແອດທອຍ ເພິ່ນບອກວ່າ ຖ້າບໍ່ໄດ້ຕື່ນມາອ່ານ, ຂຽນ ຕອນເຊົ້າທຸກມື້ລະ 1 ຊົ່ວໂມງຮູ້ສຶກຄືບໍ່ສະບາຍຕອນນັ້ນແອດຄິດວ່າ ອ່ານ, ຂຽນ ແນວໃດໃຫ້ໄດ້ມື້ລະ 1 ຊົ່ວໂມງ ແຕ່ຕອນນີ້ແອດກັບຂຽນໄດ້ເປັນເລື່ອງປົກກະຕິ
ທຸກມື້ນີ້ເຮັດໃຫ້ແອດຮັກການອ່ານປື້ມ, ການຂຽນ ນອກຈາກນີ້ແອດຍັງ Modeling (ສັງເກດພຶດຕິກຳຂອງຕົວແບບ (Model) ຮຽນແບບ ແລະ ຮຽນຮູ້ຈາກພຶດຕິກຳເຫຼົ່ານັ້ນ) Style ການຂຽນຂອງເພິ່ນ ຖ້າຫາກບໍ່ມີນັກຂຽນຊື່ວ່າ ແອດທອຍ ຄືສິບໍ່ມີແອດໃນມື້ນີ້ ແລະ ໄດ້ອ່ານບົດຄວາມນີ້
ການມີ Mentor ຈະຊ່ວຍໃຫ້ເຮົາພັດທະນາຕົວເອງໄດ້ຢ່າງວ່ອງໄວ ແລະ ເຮັດໃຫ້ເຮົາຄ່ອຍໆ ເປັນຄົວເອງໄດ້ໃຫ້ໃກ້ຄຽງ Mentor ໂດຍທີ່ເຮົາບໍ່ຮູ້ຕົວ

ສິ່ງທີ່ເຮົາຄວນຮຽນຮູ້ຫຼາຍທີ່ສຸດຄືຕົວເຮົາເອງ
ໃນໂລກນີ້ມີເລື່ອງຫຼາກຫຼາຍໃຫ້ເຮົາຮຽນຮູ້ແຕ່ “ສິ່ງທີ່ເຮົາຄວນຮຽນຮູ້ຫຼາຍທີ່ສຸດຄືຕົວເຮົາເອງ” ການຮູ້ຈັກຕົວເອງ, ຄົ້ນຫາຕົວເອງ ຄືສິ່ງທີ່ຂາດບໍ່ໄດ້ໃນການໃຊ້ຊີວິດຢ່າງມີຄວາມສຸກ
ການ “ຮູ້ຈັກຕົວເອງ” ບໍ່ແມ່ນເລື່ອງງ່າຍ ມັນຄືສິ່ງທີ່ເຮົາຕ້ອງເຮັດໄປຕະຫຼອດຊີວິດ ຫຼື ຈະບອກວ່າຊີວິດຄົນເຮົາຄືການເດີນທາງເພື່ອເຮັດໃຫ້ເຮົາຮູ້ຈັກຕົວເອງກໍວ່າໄດ້
- ວິທີເພີ່ມຄວາມສາມາດໃນການສັງເກດຕົວເອງ
Input ດ້ວຍການຫັນໜ້າເຂົ້າຫາຕົວເອງ -> Output ດ້ວຍການຫັນໜ້າເຂົ້າຫາຕົວເອງ (ປະທັບໃຈກັບປື້ມເລື່ອງນີ້ຫຼາຍ ເພາະຕອນຍັງນ້ອຍຂ້ອຍກໍບໍ່ເຄີຍມີປະສົບການແບບນີ້) ->ລອງເຮັດສິ່ງໃໝ່ໆ (ການປີນພູເຖິງຈະເມື່ອຍແຕ່ກໍມ່ວນເພາະໄດ້ຮັບຮູ້ເຖິງຄວາມສຳເລັດບາງທີ່ອາດຈະເໝາະກັບເຮົາກໍໄດ້)

ຮຽນຮູ້ຈາກຄວາມເຈັບປ່ວຍ
ການປ່ວຍຄື ສັນຍານເຕືອນໄພ ເພື່ອໃຫ້ເຮົາຮູ້ສຶກຕົວ ຄົນໄຂ້ທີ່ເຈັບປ່ວຍມັກນຶກກຸ້ມໃຈ ແລະ ເສຍໃຈວ່າ “ເປັນຫຍັງເປັນແບບນີ້ ເຮົານີ້ມັນໂຊກຮ້າຍແທ້ໆ” ການນຶກ, ເສຍໃຈ ຫຼື ໂທດຕົວເອງແບບນີ້ ຈະເພີ່ມຄວາມຄຽດເຮັດໃຫ້ອາການເຈັບປ່ວຍຫຍິ່ງບໍ່ດີໄດ້ ແຕ່ບໍ່ມີປະໂຫຍດຫຍັງຕໍ່ການຮັກສາ
ສິ່ງທີ່ເຮົາຄວນເຮັດເວລາເຈັບໄຂ້ໄດ້ປ່ວຍຄື “ຍອມຮັບໃນອາການເຈັບປ່ວຍນັ້ນໂດຍບໍ່ໂທດຕົວເອງ ຫຼື ຄົນອື່ນ” ຈາກນັ້ນໃຫ້ຖາມຕົວເອງວ່າ ເປັນຫຍັງຄືປ່ວຍ ແລ້ວພະຍາຍາມຫາຄຳຕອບໃຫ້ໄດ້ເວົ້າງ່າຍໆຄື “ການຮຽນຮູ້ຈາກຄວາມເຈັບປ່ວຍ” ນັ້ນເອງ

ຕອນແອດຍັງຮຽນຢູ່ມະຫາວິທະຍາໄລປີ 3 ຊ່ວງນັ້ນ ແອດ ທັ້ງຮຽນທັ້ງເຮັດວຽກນອກໄປພ້ອມຮຽນເຊົ້າ, ບ່າຍ ຊ່ວງຫົວຄ່ຳມີຮຽນພິເສດ 6-7 ໂມງ ເລິກມາແວະກິນເຂົ້າຈາກນັ້ນໄປວຽກຕໍ່ຮອດ 11 ໂມງ ຈຶ່ງຈະໄດ້ກັບບາງມື້ກໍເລິກໄວ ວຽກຮອບເດິກຄື ແອດເຮັດ Studio ທີມງານຖ່າຍ, ຕັດຕໍ່ວິດີໂອ ກຳລັງສ້າງທີມງານ ເພື່ອເຮັດວີດີໂອຂຶ້ນມາ ພໍເຮັດແບບນີ້ໄດ້ປະມານ 2 ເດືອນ ແອດກໍເລີ່ມບໍ່ໄຫວຮ່າງກາຍຊຸດໂຊມລົງ ແອດດຶງສະຕິຕົວເອງກັບມາໄດ້ຮຽນຮູ້ຈາກອາການປ່ວຍຄັ້ງນັ້ນພະຍາຍາມບໍ່ໃຫ້ຕົວເອງໃສ່ສຸດກັບວຽກຕ່າງໆຈົນເກີນໄປ ແລະ ແອດກໍຫັນມາເບິ່ງແຍງສຸຂະພາບຕົວເອງຫຼາຍຂຶ້ນ

ເວລາແອດໄປເຫັນລຸ້ນນ້ອງທັກມາປຶກສາຕອນເດິກສ່ວນຫຼາຍແອດຈະເຂົ້ານອນແລ້ວຊ່ວງ 10-11 ໂມງ ລຸ້ນນ້ອງໄດ້ທັກມາຖາມເລື່ອງການຮຽນເຮັດໂຈດນີ້ບໍ່ໄດ້ພໍຈະມີວິທີແນະນຳບໍ່ ວ່າແລ້ວແອດກໍຄິດຂຶ້ນໄດ້ກັບຕົວເອງ (ມັນຄືຕົວເຮົາສະໄໝ ມຊ ຮຽນທຸ່ມເທຕັ້ງໃຈຮຽນບໍ່ເບິ່ງເວລານອນເລີຍເພື່ອຍອດເອົາເກດ ແຕ່ມັນແລກມາດ້ວຍສຸຂະພາບແອດເປັນແບບຢ່າງທີ່ບໍ່ດີເລີຍ) ຕອນນັ້ນເດິກແຮງນ້ອງຄົນນີ້ກໍຍັງບໍ່ນອນ ແອດພະຍາຍາມປອມໃຈນ້ອງວ່າ “ບໍ່ຕ້ອງພະຍາຍາມເຮັດມັນຈົນສົ່ງຜົນຕໍ່ສຸພາບ” ພັກຜ່ອນໄປຂຽນ Journal ກ່ອນນອນດີກວ່າ ຕອນເຊົ້າຄ່ອຍກັບມາເຮັດໂຈດນັ້ນ
ວິທີເພີ່ມຂີດຄວາມສາມາດໃນການເຮັດ Input (ຂັ້ນສູງ)
ເຮັດ Output ຫຼັງເຮັດ Input ທັນທີ
ຫຼັງເບິ່ງໜັງຕອນໃດ ຄືຕອນທີ່ທ່ານຈະຈື່ລາຍລະອຽດໃນໜັງໄດ້ດີທີ່ສຸດຄຳຕອບຄື ຫຼັງເບິ່ງໜັງຈົບໃໝ່ໆ ຫຼັງເບິ່ງໜັງຈົບ ເຮົາຈະຍັງຈື່ໄດ້ແມ້ແຕ່ບົດເວົ້າຍິບຍ່ອຍ ເມື່ອຜ່ານໄປ 2-3 ຊົ່ວໂມງ ຄວາມຈຳຈະເລີ່ມຈາງລົງພໍຮອດຕອນເຊົ້າມາລາຍລະອຽດເລັກນ້ອຍເຫຼົ່ານີ້ຈະຫາຍໄປຈາກຄວາມຈຳ
ເວລາເບິ່ງໜັງໜ້າປະທັບໃຈ Shion Kabasawa ຈະເຮັດ “Output ທັ້ງໝົດ” ລົງໃນສະມຸດໂດຍຈະຂຽນທຸກຢ່າງທີ່ຢູ່ໃນຫົວອອກມາເຊັ່ນ “ເລື່ອງທີ່ຄົ້ນພົບ” ຫຼື ສາກທີ່ຮູ້ສຶກປະທັບໃຈ, ຄວາມໝາຍຂອງສາກນັ້ນໆ, ປະເດັນທີ່ຄິດວ່າສຳຄັນເປັນຕົ້ນ

ສ້າງຫ້ອງສະໝຸດສຳຫຼັບຂໍ້ມູນໃນສະໝອງ
ໃນສະໝອງທ່ານເປັນແບບໃດລະຫວ່າງ “ບ້ານຮົກ ແລະ ເຕັມໄປດ້ວຍຂີ້ເຫຍື້ອຫຼື ຫ້ອງສະໝຸດທີ່ເປັນລະບຽບ” Shion Kabasawa ເປີດ Live ໃນ YouTube ເດືອນລະຫຼາຍຄັ້ງ ແລະ ຄອຍຕອບຄຳຖາມທີ່ຖືກສົ່ງມາໃນຂະນະນັ້ນຈາກຜູ້ຊົມໂດຍ Shion Kabasawa ຈະບໍ່ໄດ້ກຽມຕົວຫຍັງ ແຕ່ຈະອ່ານຄຳຖາມສົດ ແລະ ເລີ່ມຕອບທັນທີພາຍໃນ 3 ວິນາທີ ຄົນທີ່ເບິ່ງ Live ຄັ້ງທຳອິດມັກປະຫຼາດໃຈແຮງ
ເປັນຫຍັງເຖິງຕອບທຸກຄຳຖາມໄດ້ພາຍໃນ 3 ວິນາທີ ເພາະວ່າ Shion Kabasawa ມີຫ້ອງສະໝຸດໃນຫົວ ຂໍ້ມູນເຊິ່ງໄດ້ຈາກການເຮັດ Input ທີ່ຜ່ານມາຖືກເກັບຢູ່ໃນຫົວໂດຍແບ່ງແຍກຊັ້ນວາງຕາມປະເພດຂໍ້ມູນຄືກັບ “ຫ້ອງສະໝຸດເຊິ່ງຖືກຈັດຢ່າງເປັນລະບຽບ”
ດັ່ງນັ້ນ Shion Kabasawa ຈຶ່ງຕອບທຸກຄຳຖາມໄດ້ພາຍໃນ 3 ວິນາທີ ເບິ່ງຄືກັບວ່າ Shion Kabasawa ມີລະບົບຄົ້ນຫາ goolge ຢູ່ໃນຫົວ

ຖ້າຫາກທ່ານຖືກຖາມກັບ ກັບປື້ມທີ່ອານໄປຕັ້ງແຕ່ 3 ເດືອນກ່ອນທ່ານຈະຕອບໄດ້ທັນທີບໍ່ ແອດ ເຊື່ອວ່າຄົນສ່ວນໃຫຍ່ຕອບບໍ່ໄດ້ຢ່າງທີ່ ອາຈານ Shion Kabasawa ເວົ້າໄປວ່າການ “ຮຽບຮຽງ” ຊ່ວຍໃຫ້ເຮົາ “ຈື່ໄດ້” ໃນທາງກົງກັນຂ້າມຖ້າເຮົາສຸ່ມຂໍ້ມູນລົງໃນສະໝອງໂດຍບໍ່ຮຽບຮຽງຫຍັງຈະເຮັດໃຫ້ການຈື່ຈຳຫຼຸດລົງ ແລະ ດຶງອອກມາໃຊ້ບໍ່ໄດ້

ດັ່ງນັ້ນ Shion Kabasawa ແນະນຳວີທີການສ້າງ “ຫ້ອງສະໝຸດໃນສະໝອງ“
ໃນ CHAPTER 1 Shion Kabasawa ການ “ຂຽນ” ອາຈານໄດ້ຮວບຮວມສິ່ງເຫຼົ່ານັ້ນ ແລະ ຂຽນອອກມາອີກຄັ້ງລົງໃນຕາຕະລາງຖັດໄປນີ້ຈົນກວ່າຈະຈື່ທັ້ງໝົດນີ້ໄດ້ໃຫ້ພິມອອກມາແປະໄວ້ເທິງໂຕະ, ຖ່າຍຮູບໃສ່ໄວ້ໃນໂທລະສັບມືຖືແລ້ວເບິ່ງຊ້ຳໆຫຼາຍຄັ້ງເມື່ອເຮັດຈົນຄຸ້ນຊິນກໍຈະຮວບຮວມຂໍ້ມູນ ແລະ ແບ່ງແຍກປະເພດໄດ້ຢ່າງອັດຕະໂນມັດໂດຍບໍ່ຕ້ອງເຮັດຫຍັງເລີຍ
Shion Kabasawa ແນະນຳວິທີຂຽນ “Mandala chart” ເຊິ່ງເປັນຊັ້ນວາງແບ່ງແຍກປະເພດທັ້ງໝົດ 64 ຫົວຂໍ້ ປະກອບດ້ວຍຫົວຂໍ້ໃຫຍ່ 8 ຫົວຂໍ້ແຕ່ລະຫົວຂໍ້ມີ 8 ຫົວຂໍ້ຍ່ອຍ “Mandala chart” ຄືການຂຽນຕາຕະລາງ 9 ຊ່ອງແບບ 3 x 3 ທັ້ງໝົດ 9 ຕາຕະລາງຮຽງກັນເຊິ່ງນຳໄປໃຊ້ໄດ້ຫຼາຍແບບເຊັ່ນ “ເຮັດເປົ້າໝາຍໃຫ້ສຳເລັດ”, “ອອກໄອເດຍ”, “ບັນທຶກການຟັງບັນຍາຍ”, “ລະດົມສະໝອງ” ອື່ນໆ
ຫ້ອງສະໝຸດຂໍ້ມູນໃນສະໝອງຂອງ Shion Kabasawa

ກ່ອນອື່ນ Shion Kabasawa ຂຽນວ່າ “ຂໍ້ມູນທີ່ຕົວເອງຕ້ອງການ” ເຊິ່ງເປັນເປົ້າໝາຍໃນຄັ້ງນີ້ລົງໃນຊ່ອງ “|” ລະຫວ່າງກາງຂອງຕາຕະລາງ 9 ຊ່ອງທີ່ຢູ່ເຄິ່ງກາງຂອງຕາຕະລາງ 9 ຊ່ອງທີ່ຢູ່ເຄິ່ງກາງບາດນີ້ທ່ານຢາກຮວບຮວມ ຫຼື ສະສົມຂໍ້ມູນແບບໃດໄວ້ໃນສະໝອງ ຄິດອອກມາ 8 ຂໍ້ແລ້ວເລີ່ມຂຽນວົນຕາມເຂັມໂມງໂດຍເລີ່ມຈາກຊ່ອງ A ກໍລະນີນີ້ຂອງ Shion Kabasawa ໄດ້ແກ່ “ຈິດຕະເວດສາດ”, “ປະສາດວິທະຍາສາດ”, “ຈິດຕະວິທະຍາ”, “ສຸຂະພາບ”, “ອາຫານ”, “ວິສກີ້”, “ຮູບເງົາ”, “AI”
ບາດນີ້ໃຫ້ມາເບິ່ງທີ່ “ຈິດຕະເວດສາດ” ຊ່ອງ A ກ່ອນອື່ນໄດ້ຂຽນວ່າ “ຈິດຕະເວດສາດ” ລົງໃນຊ່ອງ “a” ຫຼື ຊ່ອງກາງຂອງຕາຕະລາງຊ້າຍເທິງ “ຈິດຕະເວດສາດ” ເປັນຫົວຂໍ້ທີ່ກວ້າງ ດັ່ງນັ້ນໃຫ້ລອງຄິດເບິ່ງວ່າເຮົາສົນໃຈຂໍ້ມູນສາຂາໃດຂອງ ຈິດຕະເວດສາດ ຈາກນັ້ນຄິດອອກມາ 8 ຂໍ້ ແລ້ວຂຽນໄວ້ຕາມຮອບຊ່ອງ “a” ເຊິ່ງໄດ້ແກ່ “ໂລກຊືມເສົ້າ”, “ໂລກສະໝອງເສື່ອມ”, “ການນອນຫຼັບ”, “ການອອກກຳລັງກາຍ”, “ຄວາມທຸກໃຈ”, “ການກັບເຂົ້າສັງຄົມ”, “ວິທີຮັກສາຈາກການໃຊ້ຊີວິດ”, “ວິທີຮັກສາດ້ວຍຢາ”
ຈາກນັ້ນໄປເບິ່ງທີ່ “ປະສາດວິທະຍາສາດ” ບ່ອງຊ່ອງ B ໃຫ້ຄັດລອກໄປໄວ້ທີ່ຊ່ອງເຄິ່ງກາງຂອງຕາຕະລາງໃນ ຫຼື ຊ່ອງ “b” ແລ້ວເຮັດແບບດຽວກັນຄືຂຽນ 8 ຂໍ້ຍ່ອຍໄວ້ອ້ອມຮອບຊ່ອງ “b” ເຮັດແບບນີ້ໄປຕາມລຳດັບຈົນຄົບເມື່ອຂຽນຄົບທຸກຊ່ອງກໍເປັນອັນສຳເລັດ

ຂໍ້ມູນທີ່ທ່ານສົນໃຈກໍຖືກກຳນົດເປັນ 8 ເລື່ອງ 64 ຫົວຂໍ້ໃຫ້ທ່ານພິມຕາຕະລາງອອກມາແປະໄວ້ໜ້າໂຕະ ຫຼື ຖ່າຍຮູບໃສ່ໄວ້ໃນໂທລະສັບແລ້ວຄ່ອຍເບິ່ງມັນເປັນປະຈຳເລື່ອຍໆ
ຢ່າໂລບທີ່ຈະຮຽນຮູ້ຈົນເກີນໄປ
ສຳມະນາຄັ້ງນີ້ມີຄ່າໃຊ້ຈ່າຍຕັ້ງວ່າ 1 000, 000 ກີບ ເຮົາຕ້ອງເກັບທຸກລາຍລະອຽດໃຫ້ໄດ້ ຄົນຍິ່ງມຸງໝັ່ນກັບການຮຽນຮູ້ແບບສຸດຫຼາຍເທົ່າໃດຍິ່ງຕອບຄຳຖາມໃນແບບສອບຖາມໄດ້ໜ້ອຍ ເວລາລົມກັນໃນງານລ້ຽງສ້າງສັນພົບວ່າເຂົາເຂົ້າໃຈພຽງຜິວເຜີນເປັນຫຍັງເປັນເຊັ່ນນັ້ນ
ເປັນເພາະ ສະໝອງຈື່ ແລະ ຈັດການກັບສິ່ງຕ່າງໆພ້ອມກັນໄດ້ບໍ່ເກີນ 3 ຢ່າງ ຫາກເຮົາພະຍາຍາມຈັດການເລື່ອງລາວຕ່າງໆ ຫຼາຍເກີນໄປສະໝອງຈະຮົ່ວເຮັດໃຫ້ລືມທຸກສິ່ງທຸກຢ່າງ
ຍິ່ງເຮົົາຕັ້ງໃຈວ່າ “ຕ້ອງຟັງບໍ່ໃຫ້ພາດແມ້ແຕ່ເລື່ອງດຽວ” ການຈາລະຈອນພາຍໃນສະໝອງກໍຍິ່ງຄັບຈົນຕົກຢູ່ໃນສະພາບທີ່ຮຽນຮູ້ຫຍັງບໍ່ໄດ້ເລີຍ
ດັ່ງນັ້ນເຮົາຈຶ່ງບໍ່ຄວນພະຍາຍາມທີ່ຈະຮຽນຮູ້ຫຼາຍຈົນເກີນໄປ

ຢາກຮຽນຮູ້ໃຫ້ຫຼາຍ
ຫຼາຍຄົນຄິດວ່າເສຍເງີນເຂົ້າຟັງສຳມະນາຕັ້ງແພງ ຫຼື ປື້ມເຫຼັ່ມນີ້ມີຕັ້ງວ່າ 200 ໜ້າໃຫ້ ຄົ້ນພົບພຽງແຕ່ 3 ເລື່ອງມັັນໜ້ອຍເກີນໄປ
ອ່ານໃຫ້ດີໆ Shion Kabasawa ຂຽນວ່າ “ສະໝອງຈັດການກັບຂໍ້ມູພ້ອມກັນໄດ້ປະມານບໍ່ເກີນ 3 ເລື່ອງ” ໝາຍເຖິງ “ຄັ້ງລະ” 3 ເລື່ອງ ເມື່ອສະໝອງຈັດການຂໍ້ມູນເຫຼົ່ານັ້ນສຳເລັດແລ້ວກໍສາມາດຈັດການກັບອີກ 3 ຂໍ້ມູນຖັດໄປໄດ້
ສົມມຸດວ່າເຮົາຕ້ອງການຈັດການກັບ 6 ຂໍ້ມູນໄດ້ແກ່ A B C D E F ຖ້າເຮົາຄິດຈະເຮັດທັ້ງໝົດໃນຮອບດຽວຈະເກີນຄວາມຈຸເຊິ່ງມີພຽງແຕ່ “3” ເຮັດໃຫ້ສະໝອງຮົ່ວ ແລະ ຢຸດການເຮັດວຽກສິ່ງທີ່ເຮົາຮຽນຮູ້ໄດ້ຈຶ່ງເປັນ 0
ກ່ອນອື່ນເຮົາຕ້ອງຈຳກັດໄວ້ 3 ຂໍ້ມູນໂດຍຈັດການ A B C ກ່ອນເມື່ອເຮັດສຳເລັດຈຶ່ງພັກຈາກສິ່ງນັ້ນແລ້ວກັບມາຈັດການກັບອີກ 3 ຂໍ້ມູນຖັດມາຄື D E F ເມື່ອສຳເລັດແລ້ວກໍຈັດການກັບອີກ 3 ຂໍ້ມູນຄື G H I ເມື່ອເຮັດແບບນີ້ຊ້ຳໆ ເຮົາຈະຮຽນຮູ້ແບບ 3 + 3 + 3 +3… ຕໍ່ໄປເລື່ອຍໆໄດ້ຢ່າງບໍ່ຈຳກັດ
ວິທີນີ້ຄືການຮຽນຮູ້ແບບ 3 + 3 + 3 Shion Kabasawa ເອີ້ນວ່າ ກົດ “3 + 3”

ໃຊ້ເວລາກ່ອນນອນໃຫ້ເປັນປະໂຫຍດ
15 ນາທີກ່ອນນອນຄື “ເວລາທອງຂອງຄວາມຈຳ” ເວລາທີ່ເໝາະສົມທີ່ສຸດກັບການເຮັດ Input ຫຼາຍທີ່ສຸດຄື ກ່ອນທ່ຽງ ແຕ່ສຳຫຼັບນັກທຸລະກິດທີ່ວຽກຫຍຸ້ງຕະຫຼອດເວລາຖ້າຈະຮຽນຮູ້ຫຍັງໃນຊ່ວງກ່ອນທ່ຽງຂອງມື້ທຳມະດາຈະຕ້ອງ “ຕື່ນແຕ່ເຊົ້າ” ເທົ່ານັ້ນ
ນອກຈາກຊ່ວງກ່ອນທ່ຽງແລ້ວ ມີເວລາໃດທີ່ເໝາະກັບການເຮັດ Input ແລະ ການຈື່ຈຳອີກຄຳຕອບຄື “ກ່ອນນອນ 15 ນາທີ” ເອີ້ນໄດ້ວ່າເປັນ “ເວລາທອງຂອງຄວາມຈຳ”
ເປັນຫຍັງເວລາ “ກ່ອນນອນ 15 ນາທີ” ຈຶ່ງຊ່ວຍໃຫ້ເຮົາຈື່ຈຳໄດ້ງ່າຍຂະນະທີ່ເຮົາກຳລັງຫຼັບເຫດການຕ່າງໆ ຫຼື Input ທີ່ເຮັດໃນມື້ກ່ອນໜ້ານັ້ນຈະຖືກຮຽບຮຽງ ແລະ ບັນທຶກໃນການຄວາມຈຳ ຫຼັງຈາກ Input ສຳເລັດ 15 ນາທີແລ້ວ ຖ້າເຮົາເຂົ້ານອນໂດຍບໍ່ເຮັດຢ່າງອື່ນອີກຈະຊ່ວຍໃຫ້ເຮົາຈື່ຈຳສິ່ງນັ້ນໄດ້ງ່າຍ
ເຄີຍມີການທົດລອງໃຫ້ຄົນ ອ່ານໜັງສືຮຽນຕອນກາງຄືນຈາກນັ້ນໃຫ້ເວລາ 2 ຊົ່ວໂມງກ່ອນນອນໂດຍແບ່ງອອກເປັນ 2 ກຸ່ມຄື “ກຸ່ມທີ່ອ່ານໜັງສືແລ້ວບໍ່ໄດ້ເຮັດຫຍັງຕໍ່” ກັບ “ກຸ່ມທີ່ອ່ານໜັງສືແລ້ວເບິ່ງໜັງຕໍ່” ເມື່ອໃຫ້ເຮັດຂໍ້ສອບເພື່ອວັດລະດັບຄວາມຈຳໃນມື້ໃໝ່ຜົນປາກົດວ່າ “ກຸ່ມທີ່ອ່ານໜັງສືແລ້ວເບິ່ງໜັງຕໍ່” ມີຄະແນນຕ່ຳສ່ວນ “ກຸ່ມທີ່ອ່ານໜັງສືແລ້ວບໍ່ເຮັດຫຍັງຕໍ່” ຈະມີຜົນຄະແນນສູງກວ່າ

ພັດທະນາຄວາມສາມາດໃນການຈື່ຈຳ
ມີໃຜແດ່ຄິດວ່າຕົວເອງເຂົ້າໃຈເຕັກນິກການເຮັດ Input ວິທີຕ່າງໆແລ້ວ ແຕ່ຮູ້ສຶກວ່າຕົວເອງເປັນຄົນ “ຄວາມຈຳ” ບໍ່ດີຈຶ່ງເມື່ອຍກັບການເຮັດ Input ຫຼາຍຕໍ່ໃຫ້ທ່ານອາຍຸເກີນ 40 ປີໄປແລ້ວ ຫຼື ຕໍ່ໃຫ້ເກີນ 70 ປີແລ້ວກໍ່ຍັງມີວິທີທີ່ຊ່ວຍເຮັດໃຫ້ຄວາມຈຳດີືຂຶ້ນໄດ້ ວິທີທີ່ວ່າກໍຄືການ “ອອກກຳລັງກາຍ”

- ວິທີອອກກຳລັງກາຍທີ່ຊ່ວຍໃຫ້ຄວາມຈຳດີຂຶ້ນ
1. ປະເພດຂອງການອອກກຳລັງກາຍ
ການອອກກຳລັງກາຍແບບ Cardio ເຊັ່ນການຍ່າງ, ແລ່ນ, ຈ໋ອກກິງ(Jogging),ປັ່ນລົດຖີບ, ລອຍນ້ຳ, ເຕັ້ນແອໂຣບິກເປັນຕົ້ນ ການອອກກຳລັງກາຍແບບ Cardio ຈະຊ່ວຍເພີ່ມ B D N F (Brain derived neurotrophic factor) ໃນ Hippocampus (ສ່ວນປະກອບໜຶ່ງໃນສະໝອງຂອງມະນຸດ ແລະ ສັດລ້ຽງລູກດ້ວຍນົມ) ສົ່ງເສີມໃຫ້ Dent ate granule cell (ເຊວປະສາດຫຼັກ “principal neurons” ) ເກີດຂຶ້ນໃໝ່ຈຶ່ງຊ່ວຍໃຫ້ຄວາມຈຳດີຂຶ້ນ
2 ເວລາໃນການອອກກຳລັງກາຍ
ຄວນອອກກຳລັງກາຍແບບ Cardio ຮວມກັນແລ້ວຫຼາຍກວ່າ 2 ຊົ່ວໂມງຕໍ່ອາທິດ ການອອກກຳລັງກາຍຄັ້ງລະ 45 – 60 ນາທີຂຶ້ນໄປ ອາທິດລະ 2-3 ຄັ້ງຈະສົ່ງຜົນຕໍ່ການເຝິກສະໝອງໄດ້ດີ ຖ້າບໍ່ມີເວລາອອກກຳລັງກາຍດົນອາດໃຊ້ວິທີອອກກຳລັງກາຍມື້ລະ 15 ນາທີຮວມກັນໄດ້ “ອາທິດລະ 2 ຊົ່ວໂມງຂຶ້ນໄປ” ກໍໃຫ້ຜົນດີໃນລະດັບໜຶ່ງເຊັ່ນກັນ
3. ເຮັດຢ່າງຕໍ່ເນື່ອງ
ການອອກກຳລັງກາຍ 10 ນາທີ ພຽງ 1 ຄັ້ງຊ່ວຍໃຫ້ຄວາມຈຳດີຂຶ້ນໄດ້ແຕ່ຈະບໍ່ທົນທານ ການອອກຳລັງກາຍຢ່າງຕໍ່ເນື່ອງເປັນເວລາ 1 – 2 ອາທິດຈະສົ່ງຜົນຕໍ່ຄວາມຈຳໄດ້ດົນ
4 ຄວາມໜັກເບົາໃນການອອກກຳລັງກາຍ
ຄວາມໜັກເບົາໃນການອອກກຳລັງກາຍຄືລະດັບກາງ (Moderate exercise) (ຫົວໃຈເຕັ້ນໄວ ແລະ ຮູ້ສຶກເມື່ອຍໜ້ອຍໜຶ່ງ)
5. ອອກກຳລັງກາຍທີ່ຊັບຊ້ອນແທນອອກກຳລັງກາຍງ່າຍແບບງ່າຍໆ
ເຖິງຈະເປັນການອອກກຳລັງກາຍຄືກັນແຕ່ “ການອອກກຳລັງກາຍແບບງ່າຍໆ” ມີຜົນການເຝິກສະໝອງໜ້ອຍກວ່າການ “ອອກກຳລັງກາຍໂດຍໃຊ້ສະໝອງໄປນຳ” ຈະມີຜົນຕໍ່ການເຝິກສະໝອງໄປນຳ” ຈະມີຜົນຕໍ່ການເຝິກສະໝອງໄດ້ດີ ແທນທີ່ເຮົາຈະແລ່ນໃນລູ່ແລ່ນ(Treadmill) ໃຫ້ແລ່ນນອກບ້ານ, ເຕັ້ນແອໂຣບິກທີ່ຕ້ອງປ່ຽນທ່າໄປເລື່ອຍໆ ຫຼື ອອກກຳລັງກາຍດ້ວຍສີລະປະການຕໍ່ສູ້ທີ່ຕ້ອງອາໄສປະຕິກິລິຍາຕອບສະໜອງຕໍ່ສິ່ງຕ່າງໆ ການອອກກຳລັງເຊັ່ນນີ້ຈະສົ່ງຜົນດີໃນການເຝິກສະໝອງ
ເຮັດຫວ່າງອອກກຳລັງກາຍໄປນຳ
Shion Kabasawa ເວົ້າໄປແລ້ວວ່າການຮຽນ ຫຼື ເຮັດວຽກໂດຍ “ເຮັດຢ່າງອື່ນໄປນຳ” ເຊັ່ນເບິ່ງໂທລະສັບ ຫຼື ຟັງເພງຈະເຮັດໃຫ້ຄຸນນະພາບການເຮັດວຽກຫຼຸດລົງ ແຕ່ຢ່າງໜຶ່ງທີ່ເຮັດໄດ້ຄືການເຮັດ Input ຫຼື Output “ລະຫວ່າງອອກກຳລັງກາຍໄປນຳ”
ໜຶ່ງໃນວິທີຮັກສາໂລກສະໝອງເສື່ອມທີ່ກຳລັງເປັນທີ່ສົນໃຈໃນແວດວົງຈິດຕະເວດສາດຄື Dual task + training ວິທີເຮັດໂດຍໃຫ້ຜູ້ປ່ວຍທີ່ເປັນໂລກສະໝອງເສື່ອມຍ່າງໃນລູ່ແລ່ນ (Treadmill) ໄປນຳພາງເຝິກສະໝອງແບບງ່າຍໆໄປນຳເຊັ່ນ “ຄິດເລກ”, “ຫຼິ້ນຕໍ່ຄຳ”, “ເວົ້າຊື່ສັດໃຫ້ໄດ້ຫຼາຍທີ່ສຸດ”
ຕົວຢ່າງເຊັ່ນການທົດລອງທ່ອງຄຳສັບລະຫວ່າງຍ່າງໄປນຳແລ້ວໃຫ້ເຮັດຂໍ້ສອບກັບກຸ່ມທີ່ທ່ອງສັບໄປນຳຍ່າງໄປນຳຈື່ຄຳສັບໄດ້ຫຼາຍກວ່າກຸ່ມຄົນທີ່ທ່ອງຄຳສັບໂດຍບໍ່ໄດ້ອອກກຳລັງກາຍເຖິງ 20%
ຜົນການເຮັດວຽກຂອງສະໝອງທີ່ດີຂຶ້ນລະຫວ່າງການອອກກຳລັງກາຍຈະຄ່ອຍໆຫຼຸດລົງຫຼັງອອກກຳລັງກາຍ ດັ່ງນັ້ນ ຖ້າເຮົາຕ້ອງການຫຍັງສັກຢ່າງການຈື່ “ລະຫວ່າງອອກກຳລັງກາຍ” ຈະໃຫ້ຜົນທີ່ດີກວ່າ
ຫຼາຍຄົນຟັງ “ດົນຕີ” ລະຫວ່າງອອກກຳລັງກາຍໃນຟີິດເນສ ຫຼື ລະຫວ່າງແລ່ນແຕ່ເມື່ອສະໝອງກຳລັງເຮັດກຳລັງເຮັດວຽກ Shion Kabasawa ແນະນຳວ່າຄວນລອງຟັງເອກະສານຮຽນ ຜ່ານທາງຫູເຊັ່ນ ບົດຮຽນ, “ສົນທະນາອັງກິດ”, ຈະດີກວ່າ

ພັກ
ເວລາພັກຄວນລຸກຂຶ້ນຢືນ ແລະ ອອກກຳລັງກາຍ. ເວລາທີ່ເມື່ອຍຈາການເຮັດວຽກ ຫຼື ຮຽນຄວາມສາມາດໃນການລະແວດລະວັງ ຫຼື ການຕັ້ງສະມາທິຈະຖົດຖອຍລົງເຮັດໃຫ້ຄຸນນະພາບການເຮັດວຽກຫຼຸດລົງເຊັ່ນກັນເວລານີ້ເຮົາຈຳເປັນຕ້ອງ “ພັກ” ເພື່ອປັບປ່ຽນອາລົມ
ຄົນສ່ວນຫຼາຍມັກເບິ່ງມືຖືເວລາພັກແຕ່ຢ່າງທີ່ Shion Kabasawa ເຄີຍບອກໄປແລ້ວວ່າການເບິ່ງມືຖືເປັນການໃຊ້ເວລາພັກທີ່ບໍ່ດີທີ່ສຸດ
ຖ້າເປັນແນວນັ້ນແມ່ນຫຍັງຄືວິທີພັກທີ່ໃຫ້ຜົນດີທີ່ສຸດລະ ຄຳຕອບຄືການອອກກຳລັງກາຍມີຜົນການວິໄຈຫຼາກຫຼາຍທີ່ລະບຸວ່າພຽງອອກກຳລັງກາຍ 10 ນາທີກໍຊ່ວຍເພີ່ມຄວາມສາມາດໃນການຕັ້ງສະມາທິການຈື່ຈຳ, ແຮງບັນດານໃຈໄດ້ແລ້ວ
ມີການລາຍງານທີ່ກ່າວວ່າການ “ຢືນ” ຈະກະຕຸ້ນສະໝອງກີບໜ້າຊ່ວຍເພີ່ມສະມາທິ ແລະ Working memory Shion Kabasawa ບໍ່ໄດ້ບອກວ່າການ “ຢືນເຮັດວຽກ” ເປັນເລື່ອງດີແຕ່ການ “ນັ່ງຕິດຕໍ່ກັນເປັນເວລາດົນ” ເປັນເລື່ອງໂຫດຮ້າຍຫຼາຍກວ່າ

ປ່ຽນສະຖານທີ່
ມະຫາວິທະຍາໄລສະຫະລັດອາເມລິກາໄດ້ເຮັດການວິໄຈກ່ຽວກັບຄວາມສຳພັນລະຫວ່າງສະຖານທີ່ ແລະ ຄວາມຈຳໂດຍໃຫ້ກຸ່ມທົດລອງທ່ອງຄຳສັບ 40 ກຸ່ມທີ່ 1 ນັ່ງອ່ານໜັງສືຢູ່ໃນບ່ອນເກົ່າຕະຫຼອດ ກຸ່ມທີ່ 2 ສະລັບປ່ຽນສະຖານທີ່ອ່ານໜັງສືໄປເລື່ອຍໆຄຳຕອບຄື ກຸ່ມທີ່ 2 ພຽງແຕ່ປ່ຽນສະຖານທີ່ກໍຊ່ວຍເພີ່ມຄວາມຈຳໄດ້ເຖິງ 40%

ກຽມຕົວໃຫ້ພ້ອມ
Input ທີ່ເຮັດໃນຕອນນີ້ຈະເຫັນຜົນໃນອີກ 10 ປີທາງໜ້າເຄີຍມີຄົນຖາມ Shion Kabasawa “ຕ້ອງໃຊ້ເວລາດົນປານໃດກວ່າຈະເຫັນຜົນຂອງການຮຽນ” Shion Kabasawa ຕອບທັນທີ່ວ່າ 10 ປີ ເຊິ່ງຄົນສ່ວນໃຫຍ່ມັກຕັດສິນຕົວເອງໄວເກີນໄປບໍ່ແມ່ນວ່າເຮົາລົງມືໄປແລ້ວ 5 ເດືອນ ຫຼື 1 ປີກໍຈົ່ມວ່າຖ້າທໍ້ ສິ່ງທີ່ເຮົາຄວນໂຟກັດຄື 10 ທາງໜ້າເຮົາຈະເປັນແນວໃດຖ້າລົງມືເຮັດສິ່ງທີ່ຖືກຕ້ອງຊ້ຳໆ
ໃນຕອນທີ່ປື້ມ “The power of output” ກາຍເປັນປື້ມຂາຍດີ Shion Kabasawa ຮູ້ສຶກໄດ້ແທ້ໆວ່າ “ໃນທີ່ສຸດປື້ມທີ່ເຄີຍອ່ານເມື່ອ 10 ປີກ່ອນກໍກາຍເປັນປະໂຫຍດໃນຕອນນີ້ໂຊກດີທີ່ເຮົາຕັ້ງໃຈເຮັດ Input ມາຕັ້ງແຕ່ 10 ປີກ່ອນ”

ການ Input ຄວາມຮູ້ທີ່ຈຳເປັນໃນເວລາອັນສັ້ນເປັນສິ່ງທີ່ສຳຄັນກໍແທ້ ແຕ່ພຽງເທົ່ານັ້ນຍັງບໍ່ພໍເຮົາຕ້ອງມີ “ວິໄສທັດ” ເຖິງອະນາຄົດອີກ 10 ປີທາງໜ້າເຮົາຢາກເຮັດຫຍັງແລ້ວຄິດວ່າມີຫຍັງທີ່ຈຳເປັນ “ຕ້ອງ Input ເລື່ອງຫຍັງ” ຈຶ່ງຈະເປັນໃນສິ່ງທີ່ວາດຝັນໄວ້ໄດ້ ການ Input “ຄວາມພ້ອມ”ເພື່ອເປັນ “ຕົວຕົນທີ່ເຮົາຢາກເປັນ” ໃນອີກ 10 ປີທາງໜ້າເປັນສິ່ງສຳຄັນຢ່າງຍິ່ງ



Leave a Reply