ສະຫຼຸບປື້ມ How to be Better at (Almost) Everything

Categories:

     How to be Better at (Almost) Everything (2019) ວິຖີຜູ້ຊະນະສະບັບຄົນເກັ່ງແບບເປັດຂົນລຸກກ 555 ເຫຼັ້ມນີ້ ແອດ ມາປ້າຍຢາຢ່າງແຮງ ຂອງໂຄດດີ ຕ້ອງຈັດ

     3 ມື້ທີ່ຜ່ານມາ ແອດໄດ້ອ່ານປື້ມ How to be Better at (Almost) Everything ແລ້ວມ່ວນແຮງເປັນໜັງສື How to ຈະມາສະຫຼຸບໃຫ້ ເຢ້

ອ່ານເຕັມໄດ້ທີ: https://shorturl.asia/0KfTc

     ຈົ່ງເກັ່ງດ້ານດຽວຈົນເປັນຜູ້ຊ່ຽວຊານໄປເລີຍ ຫາກນີ້ເປັນຄວາມເຊື່ອທີ່ຄົນສ່ວນໃຫຍ່ຖືກປູກຝັງມາຕັ້ງແຕ່ຍັງນ້ອຍ ແຕ່ຜູ້ຂຽນກັບຄິດວ່າມັນຄືກັບດັກ ເພາະເຊື່ອໃນວິຖີຂອງຄົນເກັ່ງແບບເປັດ

     ເຫດຜົນທຳອິດຄື ຄົນເກັ່ງແບບເປັດຈະເປັນຄົນທີ່ບໍ່ໜ້າເບື່ອ ເພາະນີ້ຄືຄຸນສົມບັດທີ່ນ້ອຍຄົນຈະມີ ຄົນສ່ວນໃຫຍ່ມີທັກສະ 1 ຫຼື 2 ຢ່າງໃນລະດັບປານກາງ ແລະ ບໍ່ມີທັກສະອື່ນເລີຍ ຄົນເຫຼົ່ານີ້ອາດເຮັດເລື່ອງງ່າຍໆ ຢ່າງເຊັ່ນການປູກຕົ້ນໄມ້ບໍ່ເປັນດ້ວຍຊ້ຳ

     ເຫດຜົນທີ 2 ຄື ຖ້າສົນໃຈເຮັດທຸລະກິດ ຫຼື ກຳລັງເຮັດທຸລະກິດຢູ່ ຍິ່ງຮຽນຮູ້ທັກສະຫຼາຍໆ ດ້ານຍິ່ງເປັນຜົນດີຫຼາຍກວ່າ ເພາະຈະມີຄວາມສາມາດຮອບດ້ານກວ່າຄົນທີ່ເກັ່ງພຽງດ້ານດຽວ ແລະຍັງປະຍຸກໃຊ້ທັກສະຕ່າງໆ ຮ່ວມກັນເພື່ອສ້າງປະໂຫຍດແກ່ຜູ້ອື່ນໄດ້ດ້ວຍ ຂົນລຸກກ😳

     ເຫດຜົນຂໍ້ສຸດທ້າຍກໍຄືຄວາມສຸກ ຄົນເຮົາຈະມີຄວາມສຸກເມື່ອຮູ້ສຶກວ່າມີສ່ວນຮ່ວມ ແລະ ເພິດເພິນໄປກັບການເຮັດສິ່ງດີໆ ຄວາມສຸກບໍ່ໄດ້ມາຈາກສິ່ງທີ່ໄດ້ຮັບ ແຕ່ມາຈາກສິ່ງທີ່ພະຍາຍາມເຮັດຕ່າງຫາກ ເວົ້າອີກຢ່າງຄື ທັກສະຕ່າງໆ ຄືສິ່ງທີ່ດີ ເພາະມັນຈະນຳພາສິ່ງດີໆມາໃຫ້ ສະຫຼຸບວ່າໃຫ້ເກັ່ງ ຫຼື ເກັ່ງຫຼາຍໆ ໃນຫຼາຍໆ ດ້ານຈາກນັ້ນຄ່ອຍຮຽນຮູ້ທີ່ຈະນຳຄວາມສາມາດເຫຼົ່ານັ້ນມາຫຼອມຮວມກັນ ເພື່ອສ້າງຂໍ້ໄດ້ປຽບ ເຊິ່ງນຳໄປສູ່ຄວາມສຳເລັດ ແລະ ຄວາມສຸກໃນເວລາດຽວກັນ

     ເຫດຜົນທີ່ເປັນດັ່ງນີ້ກໍ່ເພາະເປັດນັ້ນເປັນຄົນເກັ່ງກວ້າງ ເກ່ັງຫຼາຍຢ່າງ ແລະ ສ້າງເງິນໄດ້ຈາກຫຼາຍທັກສະທີ່ມີ ແຕ່ທີ່ສຳຄັນກວ່າເງິນຄື ມີຊ່ວງເວລາທີ່ຄ່ອນຂ້າງມ່ວນເວລາເຮັດສິ່ງຕ່າງໆ ເມື່ອຄົນສ່ວນໃຫຍ່ກໍບໍ່ໄດ້ເປັນຜູ້ຊ່ຽວຊານຫຍັງຕັ້ງແຕ່ທຳອິດຢູ່ແລ້ວ ເລື່ອງນີ້ບໍ່ແມ່ນວ່າການເປັນຜູ້ຊ່ຽວຊານດ້ານໃດເປັນພິເສດຈະບໍ່ດີ ແຕ່ຫຼາຍຄົນມັກຍົກຍ້ອງວ່າ ການເປັນຜູ້ຊ່ຽວຊານນັ້ນພິເສດສຸດໆ ແລະເຫັນຜົນທາງດຽວທີ່ເຮັດໃຫ້ຊີວິດກ້າວໜ້າ ທັ້ງທີ່ພວກເຂົາຄວນໃຫ້ຄວາມສຳຄັນກັບການຮຽນຮູ້ທັກສະຕ່າງໆ ຈົນກວ້າງຂວາງໃຫ້ເທົ່າທຽມກັບການຮຽນຮູ້ທັກສະດຽວໃຫ້້ເລິກ ຄົນເກັ່ງກວ້າງຈະມີອິດສະຫຼະຫຼາຍກວ່າໃນການຮຽນຮູ້ ແລ້ວນຳທັກສະນັ້ນມາປະຫຍຸກໃຊ້ຮ່ວມກັນ ໂດຍທີ່ຄົນອື່ນໆບໍ່ມີທາງຮູ້ເລີຍວ່າ ເຂົາຈະມາໃນຮູບແບບໃດ

ແອດ ສະຫຼຸບຂໍ້ຄິດໄວ້ໄດ້ດັ່ງນີ້:

      “How to be Better at (Almost) Everything ” (2019) ວິຖີຜູ້ຊະນະສະບັບຄົນເກັ່ງແບບເປັດ ບອກໄວ້ວ່າ ວິຖີຂອງຄົນເກັ່ງແບບເປັດຄືການ “ເກັ່ງກວ້າງ”

1. ຄົນເກັ່ງແບບເປັດ ຈະເປັນຄົນທີ່ບໍ່ໜ້າເບື່ອ ເຮັດເປັນຫຼາຍໆດ້ານ

2. ເກັ່ງຫຼາຍດ້ານ ຊ່ວຍໃຫ້ເຮົາມີໂອກາດໃນການນໍາທັກສະຫຼາຍໆ ດ້ານມາປະກອບກັນເປັນໄອເດຍໃໝ່

3. ການເຮັດທັກສະຫຼາຍໆ ຢ່າງໄດ້ດີ ເຮັດໃຫ້ມີຄວາມສຸກ ເຊື່ອວ່າຄົນເຮົາມີຄວາມສຸກກໍ່ຕໍ່ເມື່ອໄດ້ລົງມືເຮັດສິ່ງຕ່າງໆຢ່າງເພິດເພີນ ຫຼາຍກວ່າສິ່ງທີ່ໄດ້ຮັບ.

     ກົດເຫຼັກທັ້ງ 5 ປ່ຽນເປັນ ”ຄົນເກັ່ງກວ້າງ”

1. ຮຽນທັກສະຫຼາຍດ້ານເພື່ອໃຊ້ຮ່ວມກັນດີກວ່າເກັ່ງດ້ານດຽວເປັນພິເສດ ແຕ່ຕ້ອງຮູ້ວິທີນໍາທັກສະ ມາປະສົມປະສານກັນຈຶ່ງຈະປະສົບຜົນສຳເລັດ

2. ຈົ່ງເປັນຄົນເກັ່ງເລິກໃນໄລຍະສັ້ນ ການທີ່ຈະເຮັດໃຫ້ທັກສະຫຍັງໄດ້ດີນັ້ນ ຕ້ອງໝັ່ນເຝິກຝົນຈົນເກັ່ງເລິກໃນໄລຍະສັ້ນກ່ອນ ພໍເກັ່ງເຖິງໃນລະດັບທີ່ຕ້ອງການແລ້ວກໍໃຫ້ປ່ຽນໄປຝືກທັກສະອື່ນຕໍ່ ຈຶ່ງຈະເປັນຄົນເກັ່ງກວ້າງຫຼາຍດ້ານ

3. ເກັ່ງພຽງ 80% ກໍພໍ ເມື່ອຝຶກທັກສະເປັນຄົນເກັ່ງເລິກປະມານ 80% ແລ້ວໃຫ້ປ່ຽນໄປຝຶກທັກສະດ້ານອື່ນ

4. ໂຟກັສແຕ່ທັກສະຈໍາເປັນຕາມເປົ້າໝາຍທີ່ຕັ້ງໄວ້ ໃຫ້ຕັ້ງເປົ້າກ່ອນວ່າຈະພັດທະນາທັກສະໃໝ່ໄປເພື່ອຫຍັງ ແລ້ວທັກສະທີ່ໄດ້ມາຈະຕອບໂຈດຕໍ່ເປົ້າໝາຍແນວໃດ ເອີ້ນວ່າການເຝິກຝົນແບບສະເພາະເຈາະຈົງ ກໍ່ຈະໄດ້ຜົນທີ່ຮັບແບບເຈາະຈົງ

5. ໝັ່ນຝືກຝົນ ແລະ ເພີ່ມລະດັບຄວາມຍາກ ນອກຈາກເຝິກຝົນໃນສິ່ງທີ່ເກັ່ງຢູ່ແລ້ວຕ້ອງຫາທາງກະຕຸ້ນໃຫ້ເຮັດໃນສິ່ງທີ່ຍັງບໍ່ເກັ່ງດ້ວຍ.

Subscribe

Comments

Leave a Reply

Discover more from BAKGER

Subscribe now to keep reading and get access to the full archive.

Continue reading